ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ທ່ານ ດຣ.ພັນ​ຄຳ ວິ­ພາ​ວັນ ບອກ,ການສຶກສາລາວ ຕ້ອງໄດ້ແກ້ໄຂຢູ່ 3 ຈຸດ
Anonymous

Date:
ທ່ານ ດຣ.ພັນ​ຄຳ ວິ­ພາ​ວັນ ບອກ,ການສຶກສາລາວ ຕ້ອງໄດ້ແກ້ໄຂຢູ່ 3 ຈຸດ
Permalink   
 
ທ່ານ ດຣ.ພັນ​ຄຳ ວິ­ພາ​ວັນ ບອກ,ການສຶກສາລາວ ຕ້ອງໄດ້ແກ້ໄຂຢູ່ 3 ຈຸດ

 ກະ­ຊວງ ​ສຶກ​ສາ​ທິ​ການ ແລະ ກີ­ລາ ໄດ້​ຈັດ​ກອງ​ປະ­ຊຸມ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ວຽກ​ງານ​ອາ­ຊີ­ວະ​ສຶກ​ສາ ແລະ ການ​ສຶກ​ສາ​ຊັ້ນ​ສູງ ໃນ​ລະ­ຫວ່າງ​ວັນ​ທີ 12-13ມິ­ຖຸ­ນາ 2012ທີ່​ໂຮງ­ແຮມ​ລ້ານ​ຊ້າງ ນະ­ຄອນ­ຫຼວງ​ວຽງ​ຈັນ ໂດຍ​ການ​ເປັນ​ປະ­ທານ​ຂອງ​ທ່ານ ດຣ. ພັນ​ຄຳ ວິ­ພາ​ວັນ ລັດ­ຖະ­ມົນ­ຕີ​ວ່າ­ການ ກະ­ຊວງ​ສຶກ​ສາ​ທິ​ການ-ກີ­ລາ ພ້ອມ​ນີ້ ມີ​ບັນ­ດາ​ທ່ານ​ຄະ­ນະ​ປະ­ຕິ​ຮູບ​ລະ­ບົບ​ການ​ສຶກ​ສາ​ແຫ່ງ​ຊາດ ຄະ­ນະ​ນຳ​ຈາກ​ບັນ­ດາ​ກະ­ຊວງ ສະ​ຖາ​ບັນ ອົງ​ການ­ຈັດ­ຕັ້ງ​ສາ­ກົນ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ຈຸດ­ປະ­ສົງ​ຂອງ​ກອງ​ປະ­ຊຸມ​ຄັ້ງ​ນີ້ ແມ່ນ​ເພື່ອ​ຄົ້ນ​ຄ້ວ​າ​ປືກ​ສາ​ຫາ­ລື​ບັນ­ຫາ​ຕ່າງໆ ທີ່​ພົວ­ພັນ​ເຖິງ​ການ​ຄຸ້ມ​ຄອງ ແບບ­ແຜນ​ປະ­ຕິ​ຮູບ​ການ​ສຶກ​ສາ​ແຫ່ງ​ຊາດ ໄລ­ຍະ 2ແຕ່​ປີ 2011-2015ເປັນ­ຕົ້ນ ບາດ­ກ້າວ 4ບຸກ​ທະ­ລຸ ຕາມ​ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ.

ຜ່ານ​ການ​ວິ­ໄຈ​ໄລ­ຍະ​ຜ່ານ​ມາ ການ​ປະ­ຕິ​ຮູບ​ການ​ສຶກ​ສາ​ຕ້ອງ​ໄດ້​ແກ້​ໄຂ​ຢູ່ 3ຈຸດ​ຄື: 1. ນັກ­ຮຽນ-ນັກ ​ສຶກ​ສາ​ລາວ​ໃນ​ຊົນ­ນະ­ບົດ ຫ່າງ​ໄກ​ສອກ­ຫຼີກ ຕ້ອງ​ສາ­ມາດ​ເຂົ້າ​ເຖິງ​ການ​ສຶກ​ສາ​ໄດ້ 2. ໂຄງ​ປະ­ກອບ​ການ​ສ້າງ​ຊັບ­ພະ­ຍາ­ກອນ​ມະ­ນຸດ ຕ້ອງ​ຕອບ​ສະ­ໜອງ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ຂອງ​ຊາດ ເປັນ­ຕົ້ນ​ລະ­ບົບ​ການ​ສຶກ​ສາ​ຕ້ອງ​ເປັນ​ຮູບ​ທາດ 3. ປ່ຽນ​ກະ­ແສ​ຄ່າ​ນິ­ຍົມ​ຂອງ​ນັກ­ຮຽນ-ຜູ້ ​ປົກ­ຄອງ ເປັນ­ຕົ້ນ ຊອກ​ຫາ​ຮຽນ​ແຕ່​ວິ­ຊາ​ທີ່​ສັງ­ຄົມ​ມັກ ຄວນ​ໃຫ້​ຄວາມ​ສຳ­ຄັນ​ວິ­ຊາ​ຮຽນ​ໃນ​ອາ­ຊີ­ວະ​ສຶກ​ສາ ເຝິກ­ອົບ­ຮົມ​ວິ­ຊາ​ຊີບ ແລະ ວິ­ຊາ​ອື່ນໆ.

ທັງ 3ຈຸດ​ນີ້ ຖ້າ​ບໍ່​ສາ­ມາດ​ແກ້​ໄຂ​ໄດ້​ກໍ​ຈະ​ເຮັດ​ໃຫ້​ມີ​ຜົນ​ກະ­ທົບ​ຕໍ່​ຄຸນ​ນະ​ພາບ​ ຂອງ​ການ​ສຶກ​ສາ ເຊິ່ງ​ກອງ​ປະ­ຊຸມ​ໃນ​ຄັ້ງ​ນີ້ ຈະ​ໄດ້​ຍົກ​ມາ​ເປັນ​ບັນ­ຫາ​ເພື່ອ​ຫາ​ທາງ​ອອກ ເປັນ​ການ​ສະ­ໜັບ­ສະ­ໜູນ​ໃຫ້​ແກ່​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ການ​ປະ­ຕິ​ຮູບ​ການ​ສຶກ​ສາ​ໄລ­ຍະ​ສອງ ເຮັດ​ໃຫ້­ການ​ພັດ­ທະ­ນາ​ວຽກ​ງານ​ອາ­ຊີ­ວະ​ສຶກ​ສາ ແລະ ການ​ສຶກ​ສາ​ຊັ້ນ​ສູງ​ມີ​ຜົນ­ສຳ­ເລັດ

__________________
Anonymous

Date:
RE: ທ່ານ ດຣ.ພັນ​ຄຳ ວິ­ພາ​ວັນ ບອກ,ການສຶກສາລາວ ຕ້ອງໄດ້ແກ້ໄຂຢູ່ 3 ຈຸດ
Permalink   
 
ຢູ່ໃສວ່າທ່ານ ດຣ ພັນຄຳ ວິພາວັນ ຖືກລະບຽບວິໄນ ແລະກັກຂັງບໍລິເວນ??

ປັ່ນປ່ວນເຮັດໃຫ້ ວຸ້ນວາຍແທ້!!!!

__________________
Anonymous

Date:
Permalink   
 
ຂ້ອຍຈົບ ມຊ ສົກປີ  2010 - 2011 ພາກພາສາອັງກິດ.  ຫັລງຈາກຈົບໄປສະມັກງານນຳບໍລິສັດເອກະຊົນແຫ່ງໜຶ່ງ ຢູ່ວຽງຈັນ (ຂໍສຫງວນຊື່ ) ທີ່ ມີໝູ່ ຄົນລາວທີ່ເຮັດວຽກຢູ່ ບ່ອນນັ້ນກ່ອນ ແນະນຳໃຫ້. ເມື່ອຍື່ນເອກະສານຄົບຊູດ ພ້ອມໃບ ປະຣິນຍາ ເຂົາເອີ້ນຂ້ອຍໄປສຳພາດ, ຜູ້ ສຳພາດມີ 03 ຄົນ, ຄົນລາວ  02 ຄົນ ແລະ ຄົນຕ່າງປະເທດ 01 ຄົນ.

       ຫລັງຈາກນັ້ນ ສອງອາທິດ ຂ້ອຍໃດ້ຮັບຄຳຕອບວ່າ ຂ້ອຍ ບໍ່ຜ່ານ ເຂົາບໍ່ຮັບເຮັດວຽກ.  ເລີຍໂທໄປຫາຄົນລາວໝູ່ ທີ່ເຮັດວຽກຢູ່ຫັ້ນ ເພາະວ່າ ກ່ອນໄປສະມັກເຄີຍປຶກສານຳລາວ, ລາວເວົ້າໃຫ້ຟັງວ່າ ມາດຕາຖານ ພາສາອັງກິດ ຂ້ອຍບໍ່ເຖີງ, ໜູ່ ຄົນຕ່າງປະເທດລາວບອກວ່າ ຖ້າຈົບປະຣິນຍາຕີ  ກໍ່ສາມາດບັນຈຸຕຳແໜ່ງນີ້ໃດ້ ແຕ່ນີ້ ໃນຖານະທີ່ລາວເຮັດວຽກຢູ່ລາວດົນ ລາວກໍ່ຢາກສົ່ງເສີມຄົນລາວຢູ່ ແຕ່ສ່ວນໃຫ່ຍ ຜູ້ທີ່ມາສະມັກ ພາສາບໍ່ໄດ້ຄືກັບໃບປະກາດ ແລະ ໃບຄະແນນ ທີ່ຍື່ນມາ !!!

      ລາວຍັງເວົ້າວ່າ ອາຈານຄົນລາວບອກລາວວ່າ ສ່ວນໃຫ່ຍຈົບໄປ ຫຼາຍກ່ວາເຄີ່ງ ບໍ່ໄດ້ມາດຕາຖານ, ຫຼັກສູດຂຽນມາດີ ແຕ່ມາດຕາຖານຄູຍັງຕໍ່າ ບວກກັບນັກຮຽນ ບໍ່ຕັ້ງໃຈຮຽນ ຫນັກໄປທາງຄ່ານິຍົມທີ່ ບໍ່ຖືກ  ມົ້ວສຸມ... , ກິນເຫຼົ້າ ກິນເບຍ ເກັ່ງ ທັງຍິງທັງຊາຍ ......! ເສຍດາຍໜໍ່ແໜງປະເທດຊາດ !

__________________
Anonymous

Date:
Permalink   
 
ຂ້ອຍກໍ່ເປັນຫ່ວງນຳປະເທດຊາດບ້ານເມືອງຄືກັນ ບໍ່ຮູ້ວ່າຍາມໄດຈະແກ້ສິ່ງຍໍ້ທໍ້ຕ່າງໆໃຫ້ໝົດໄປ. ການມີຈິດໃຈອະຄະຕິຄັບແຄບ, ຈຳແນກລະບອບການເມືອງ ລະແວງປະເທດທີ່ເຂົາຈະເລີນວ່າເປັນປະຕິການ ເລີຍບໍ່ຍອມຮຽນນຳເຂົາ ມົກມົ່ນຢູ່ນຳແຕ່ການຕໍ່ສູ້ຊົນຊັ້ນ, ສອນໃຫ້ຄົນຮັກລະບອບໃຫມ່, ຮັກຜູ້ນຳ ແທນທີ່ຈະສອນໃຫ້ຄົນເກ່ງດ້ານວິຊາການ ອັນນີ້ມັນເປັນສາເຫດເຮັດໃຫ້ລະບົບການສືກສາຂອງລາວເຮົາຕົກຕ່ຳ.

ຖ້າຮຽນຈາກວຽດນາມມາບໍ່ທັນເບິ່ງເລື່ອງຄຸນນະພາບ ຍ້ອງວ່າດີກ່ອນແລ້ວ ທີ່ໆທີ່ຈົບຕຮີຈາກວຽດນາມມາພາສາອັງກິດອ່ານໄດ້ແຕ່  PEPSI.

ທ່ານດຣ ຄຳເຜີຍ ປານມະໄລທອງ ແລະ ທ່ານ ດຣ ຄຳພັນ ເວົ້າຢູ່ສະພາຖືກຕ້ອງໝົດແລ້ວ.

__________________
Anonymous

Date:
Permalink   
 
Anonymous wrote:

 ນີ້ຫວະຜູ້ນຳສະລາດສອງໃສ ຢາກພັດຖະນາປະເທດ

ແຕ່ບໍ່ພັດຖະນາ ຄຸນນະພາບການ ສຶກສາ ແລ້ວປະ

ເທດມັນຈະພັດຖະນາໄດ້ແນວໃດ ?

__________________
Anonymous

Date:
Permalink   
 
Anonymous wrote:

ຂ້ອຍກໍ່ເປັນຫ່ວງນຳປະເທດຊາດບ້ານເມືອງຄືກັນ ບໍ່ຮູ້ວ່າຍາມໄດຈະແກ້ສິ່ງຍໍ້ທໍ້ຕ່າງໆໃຫ້ໝົດໄປ. ການມີຈິດໃຈອະຄະຕິຄັບແຄບ, ຈຳແນກລະບອບການເມືອງ ລະແວງປະເທດທີ່ເຂົາຈະເລີນວ່າເປັນປະຕິການ ເລີຍບໍ່ຍອມຮຽນນຳເຂົາ ມົກມົ່ນຢູ່ນຳແຕ່ການຕໍ່ສູ້ຊົນຊັ້ນ, ສອນໃຫ້ຄົນຮັກລະບອບໃຫມ່, ຮັກຜູ້ນຳ ແທນທີ່ຈະສອນໃຫ້ຄົນເກ່ງດ້ານວິຊາການ ອັນນີ້ມັນເປັນສາເຫດເຮັດໃຫ້ລະບົບການສືກສາຂອງລາວເຮົາຕົກຕ່ຳ.

ຖ້າຮຽນຈາກວຽດນາມມາບໍ່ທັນເບິ່ງເລື່ອງຄຸນນະພາບ ຍ້ອງວ່າດີກ່ອນແລ້ວ ທີ່ໆທີ່ຈົບຕຮີຈາກວຽດນາມມາພາສາອັງກິດອ່ານໄດ້ແຕ່  PEPSI.

ທ່ານດຣ ຄຳເຜີຍ ປານມະໄລທອງ ແລະ ທ່ານ ດຣ ຄຳພັນ ເວົ້າຢູ່ສະພາຖືກຕ້ອງໝົດແລ້ວ.

 ໃຜກອບປີຫວະ???

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard