ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສປປ.ລາວ ຍັງ​ເຫລືອ​ຄອບຄົວ​ທຸກ​ຍາກ​ພຽງ 10,57%
Anonymous

Date:
ສປປ.ລາວ ຍັງ​ເຫລືອ​ຄອບຄົວ​ທຸກ​ຍາກ​ພຽງ 10,57%
Permalink   
 


ສປປ.ລາວ ຍັງ​ເຫລືອ​ຄອບຄົວ​ທຸກ​ຍາກ​ພຽງ 10,57%

bounheuang.jpg

 

 

ຂປລ. ຕາມການ​ປະ​ເມີນ​ຄວາມທຸກ​ຍາກ​ ໃນທ້າຍ​ປີ 2013 ອັດຕາ​ຄອບຄົວ​ທຸກ​ຍາກ​ໄດ້​ຫລຸດ​ຍັງ​ເຫລືອ​ພຽງ 10,57%, ບ້ານ​ທຸກ​ຍາກ​ກໍ​ຫລຸດ​ລົງ​ຍັງ​ເຫລືອ 26,72% ຫລື​ເທົ່າ​ກັບ 2.291 ບ້ານ ​ແລະ ​ເມືອງ​ທຸກ​ຍາກ​ຍັງ​ເຫລືອ 25,52%, ​ໃນ​ຂະນະ​ດຽວກັນ​ ບ້ານ​ພັດທະນາ​ໄດ້​ເພີ່ມ​ຂຶ້ນ 27,45% ​ແລະ ຄອບຄົວ​ພັດທະນາ​ເພີ່ມ​ຂຶ້ນກວມ 65,60%.


ໃນ ​ວັນທີ 10 ຕຸລາ 2013 ນີ້, ທ່ານ ​ບຸນ​ເຮືອງ ດວງ​ພະຈັນ ລັດຖະມົນຕີ​ປະຈຳ​ຫ້ອງ​ວ່າການ​ລັດຖະບານ, ຫົວໜ້າຄະນະ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ​ຂັ້ນສູນ​ກາງ​ ໄດ້​ຖະ​ແຫລ​ງຂ່າວ​ຕໍ່ສື່​ມວນ​ຊົນ ​ເນື່ອງ​ໃນ​ໂອກາດ​ວັນ​ສາກົນ ​ແລະ ສັບປະດາ​ແຫ່ງ​ຊາດ ​ເພື່ອ​ລຶບລ້າງ​ຄວາມທຸກ​ຍາກ 17-24 ຕຸລາ 2013 ​ໂດຍ​ຊີ້​ໃຫ້​ເຫັນ​ວ່າ: ​ພັກ-ລັດຖະບານ ຍາມໃດກໍມີຄວາມພະຍາຍາມ​ ໃນ​ການ​ຍົກ​ຄຸນ​ນະພາ​ບຊີວິດ​ຂອງ​ປະຊາຊົນ​ບັນດາ​ເຜົ່າ ລວມ ທັງດ້ານການ​ພັດທະນາ ທັງ​ໃນ​ຕົວ​ເມືອງ ​ແລະ ຊົນນະບົດ ​ໃຫ້​ດີ​ຂຶ້ນ​ເປັນ​ກ້າວໆ. ຍ້ອນ ສປປ.ລາວ ມີ​ສະພາບ​ຈຸດ​ພິ​ເສດ​ດ້ານ​ພື້ນທີ່​ສ່ວນ​ໃຫຍ່​ເປັນ​ ຊົນນະບົດ, ພົນລະ​ເມືອງ​ປະມານ 80% ​ເປັນ​ຊາວ​ກະສິກອນ ​ແລະ ດຳລົງ​ຊີວິດ​ຢູ່​ຊົນນະບົດ, ການ​ດຳລົງ​ຊີວິດ ​ແລະ ການ​ຜະລິດ​ສ່ວນ​ໃຫຍ່​ຂອງ​ປະຊາຊົນ ຍັງ​ເປັນ​ແບບ​ທຳ​ມະ​ຊາດ, ລະດັບ​ຄຸນ​ນະພາ​ບຊີວິດ​ຍັງ​ຕ່ຳ, ພື້ນຖານ​ວັດຖຸ​ເຕັກນິກ ​ແລະ ​ໂຄງ​ລ່າງ​ດ້ານ​ເສດຖະກິດ-ສັງຄົມ ຍັງ​ຈຳກັດ​ຫລາຍ​ດ້ານ. ດ້ວຍ​ເຫດ​ນີ້ ພັກ-ລັດຖະບານ ຍາມ​ໃດກໍ​ຖື​ເອົາ​ວຽກງານ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ ​ເປັນວຽກຍຸດ​ທະ​ສາດ, ​ເປັນວຽກບູລິ​ ມະ​ສິດ​ຕົ້ນຕໍ ​ແລະ ​ເປັນໜ້າທີ່​ຕົ້ນຕໍ​ຂອງ​ປວງ​ຊົນ​ລາວ​ທັງ​ຊາດ ​ແນ​ໃສ່​ເຮັດ​ໃຫ້​ວຽກງານ​ພັດທະນາ​ຊົນນະບົດ ກາຍ​ເປັນ​ສະໜາມຮົບ​ອັນ​ດັບໜຶ່ງຢ່າງ​ແທ້​ຈິງ. ພ້ອມ​ນັ້ນ​ໄດ້​ວາງ​ຄາດໝາຍສູ້​ຊົນ​ ຫລຸດ​ອັດຕາ​ຄວາມທຸກ​ຍາກ​ໃຫ້​ຕ່ຳ​ກວ່າ 10% ​ແລະ ບັນລຸ​ເປົ້າໝາຍສະຫັດ​ສະວັດ ​ເພື່ອ​ການ​ພັດທະນາ​ໃນ​ປີ 2015, ທັງ​ນຳ​ເອົາ​ປະ​ເທດ​ຊາດ​ໃຫ້​ຫລຸດ​ພົ້ນ​ອອກ​ຈາກ​ສະພາວະ​ຄວາມ​ດ້ອຍ​ພັດທະນາ​ໃນ ​ປີ 2020.

 

ຢ່າງ ​ໃດ​ກໍ​ຕາມ​ໃນ​ແຕ່ລະ​ປີ ລັດຖະບານ​ໄດ້​ສຸມ​ທຶນຮອນ​ເຂົ້າ​ໃນ​ການ​ປະຕິບັດ​ວຽກງານ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ ກໍ​ຄື​ການ​ຄ້ຳປະ ກັນ​ສະບຽງອາຫານ​ເປັນ​ຈຳນວນ​ຫລາຍ​ພໍ​ສົມຄວນ, ສະ​ເພາະ​ປີ 2013 ມີ​ມູນ​ຄ່າ 1,6 ຕື້ກວ່າ​ກີບ, ​ໂດຍ​ທຶນ​ດັ່ງກ່າວ​ບໍ່​ໄດ້​ລວມ​ເອົາ​ການ​ລົງທຶນ​ຂອງ​ພາກ ສ່ວນ​ເສດຖະກິດ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ທຶນ​ຊ່ວຍ​ເຫລືອ​ລ້າ ​ແລະ ກູ້​ຢືມ ຂອງ​ຂະ​ແໜງການ​ທີ່​ຈັດຕັ້ງປະຕິບັດ​ຢູ່​ທ້ອງ​ຖິ່ນ. ຜົນສຳ​ເລັດ​ທີ່​ຍາດ​ ມາ​ໄດ້​ນັ້ນ ກໍ​ຍ້ອນ​ມີ​ການ​ປະກອບສ່ວນ​ອັນ​ສຳຄັນ​ຂອງ​ທຸກ​ຊັ້ນຄົນ​ໃນ​ສັງຄົມ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ລວມທັງ​ການ​ຊ່ວຍ​ເຫລືອ​ຂອງ​ປະ​ເທດ​ ເພື່ອນ​ມິດ, ສະ​ຖາ​ບັນ​ການ​ເງິນ, ອົງການ​ຈັດ​ຕັ້ງສາກົນ ທີ່​ເປັນ​ຄູ່​ຮ່ວມ​ພັດທະນາ ແລະ ອົງການ​ທີ່​ບໍ່ສັງກັດ​ລັດຖະບານ. ພ້ອມ​ນີ້​ໄດ້​ຮຽກຮ້ອງ​​ເຖິງ​ທຸກ​ຊັ້ນ ຄົນ ​ແລະ ພາກສ່ວນ​ໃນ​ສັງຄົມ ຈົ່ງ​ຮ່ວມ​ແຮງຮ່ວມ​ໃຈ​ກັນ​ຕໍ່ສູ້​ກັບ​ຄວາມທຸກ​ຍາກ ​ແລະ ​ໄພ​ອຶດຫິວ​ຢູ່​ໃນ​ທົ່ວ​ໂລກ ກໍ​ຄື​ໃນ​ ສປປ.ລາວ ​ໃຫ້​ມີ​ຜົນສຳ​ເລັດ ​ຕາມ​ຄາດໝາຍທີ່​ວາງ​ໄວ້.

ທ່ານ ​ບຸນ​ເຮື​ງ ດວງ​ພະຈັນ ​ກ່າວ​ຕື່ມ​ວ່າ: ​ຄວາມທຸກ​ຍາກ ​ແລະ ຄວາມ​ອຶດຫິວ​ເປັນ​ບັນຫາ​ໃຫຍ່​ຂອງ​ໂລກ ທີ່​ມີ​ມາ​ຫລາຍ​ທົດ​ສະ​ວັດ​ແລ້ວ, ຊຶ່ງ​ອົງການ ສະຫະ​ປະຊາ​ຊາດ ກໍ​ໄດ້​ມີ​ຄວາມ​ພະຍາຍາມ​ແກ້​ໄຂ​ບັນຫາ​ດັ່ງກ່າວ​ມາ​ໂດຍ​ຕະຫລອດ, ປະຈຸ​ບັນ​ປະຊາກອນ​ທົ່ວ​ໂລກ​ຫລາຍ​ລ້ານ​ຄົນ ຍັງ​ດຳລົງ​ຊີວິດ​ໃນ​ ຄວາມທຸກ​ຍາກ​ຂາດ​ເຂີນ, ບໍ່ມີ​ວຽກ​ເຮັດ​ງານ​ທຳ ​ແລະ ມີ​ລາຍ​ຮັບ​ຕ່ຳ​ກວ່າ 1 ​ໂດ​ລາ​ສະ​ຫະລັດ/ຄົນ/ມື້. ເພື່ອ​ເປັນ​ການສະ​ແດງ​ພະລັງ​ມວນ​ຊົນ ​ໃນ​ການ ສະໜັບສະໜູນວັນ​ສາກົນ ​ແລະ ສັບປະດາ​ແຫ່ງ​ຊາດ ​ເພື່ອ​ລຶບລ້າງ​ຄວາມທຸກ​ຍາກ​ໃຫ້​ເປັນ​ຂະ​ບວນຟົດຟື້ນ​ໃນ​ທົ່ວ​ປະ​ເທດພາຍ​ໃຕ້​ ຄຳ​ຂວັນ​ທີ່​ວ່າ “ພາລະ ກິດ​ລຶບລ້າ​ຄວາມທຸກ​ຍາກ ​ແມ່ນໜ້າທີ່ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ທົ່ວ​ພັກ, ທົ່ວ​ລັດ ​ແລະ ທົ່ວ​ສັງຄົມ”, ຄະນະ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ ຄວາມທຸກ​ຍາກ​ຂັ້ນສູນ​ກາງ ​ໄດ້​ຈັດ​ໃຫ້​ມີ​ກິດຈະກຳ​ຍ່າງ​ເພື່ອ​ສຸຂະພາບ, ການ​ໂຮມ​ຊຸມນຸມ ​ແລະ ວາງສະ​ແດງ​ຮູບ​ພາບ, ການຈັດ​ປາຖະກະຖາ ​ໃຫ້​ພະນັກ ງານ​ຫລັກ​ແຫ​ລ່ງອອ້ມຂ້າງ​ສູນ​ກາງ ​ແລະ ການ​ແຂ່ງຂັນ​ກ໋ອຟ ​ເພື່ອ​ການ​ກຸສົນ ຊີງ​ຂັນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ​ເປັນ​ການ​ລະດົມ​ທຶນ​ປະກອບສ່ວນ ​ເຂົ້າ​ໃນ​ການວຽກງານ​ດັ່ງກ່າວ./.

 



__________________
Anonymous

Date:
Permalink   
 

ຖາມຫລາຍຄົນແລ້ວ ເປັນຫັຍງຈັງໃສ່ໃຫ້ພົ້ນຄອບຄົວທຸກຍາກ ທັງໆທີ່ບ້ານເຮືອນກະຍັງພໍໄດ້ກິນເລັກຫນ້ອຍບາງປີ ນ້ຳບໍດີຝົນບໍຕົກກະຂາດເຂີນເຂົ້າກິນ

ບາດຊາວບ້ານເຂົາຕອບວ່າ ແນວພະນັກງານ ມາຈົດຫ້ານໃຫ້ເຮັດແລະບອກຕາມຂັ້ນເທິງຄັນບໍ ເຮັດໃຫ້ລາຍໄດ້ເພີ່ມ ກະບໍຜ່ານຕ້ອງໄດ້ຈົດແລະກວດແກ້ໃຫມ່

ທັງໆທີ ຍັງເປັນຄອບຄົວທຸກຍາກແຕ່ກະບໍເຖິງຊິຂາດເຂີນ ຈົນໄດ້ຂໍທານກິນ ຍ້ອນເງິນຫມູນໃຊ້ກະໄດ້ຈາກລູກຫລານໄປຂາຍແຮງງານຜິດກົດຫມາຍໃນປະເທດໄທ

 ແລະເວົ້າເລືອງບ້ານວັດທະນະທຳກະຄືກັນ

ຖາມບາງຄົນກະບໍຮູ້ຮອດຄວາມຫມາຍວັດທະນະທຳ ການນຸ່ງຖືແບບລາວໆເປັນແນວໄດ ແຖມປະກົດການຫຍໍ້ທໍ້ຍັງມີຫລາຍ ເຊັ່ນ:ຢາບ້າ ລັກເລັກຂະໂມຍນ້ອຍ ການຜິດຖຽງກັນ ການສໍ້ໂກງ ການຜິດຮີດຄອງປະເພນີ ແຕ່ປານນີພວກເພີ່ນກະຍັງ ກະຕືລືລົ້ນ ໃຫ້ສ້າງຕັ້ງບ້ານວັດທະນະທຳໃຫ້ຈົນໄດ້.

 ບາດປະກົດການຫຍໍ້ທໍ້ ທີມີພັດບໍກະຕືລືລົ້ນແກ້ໄຂ ປາບປາມ.



__________________
Anonymous

Date:
Permalink   
 

ຂ່າວອອກມາຈາກ ພັກລັດ ມີແຕ່ຂ່າວດີໆ  ຂ່າວໃດບໍ່ດີ ພັກລັດບໍ່ໃຫ້ເອົາອອກ,



__________________
Anonymous

Date:
Permalink   
 

ທຸກ​ການ​ສຳຫຼວດ, ການ​ປະ​ເມີນ ຫຼື ການ​ວັດ​ແທ​ກ​ ຕ່າງໆ ລ້ວນ​ແລ້ວ​ແຕ່​ມີ​ເກນ ຫຼື ມາດ​ຕະ​ຖານ​ໃນ​ການ​ວັດ​ແທກ​. ​ການ​ປະ​ເມີນກໍ່ມີ​ທັງ​ແບບ​ເດັດ​ຖານ ແລ​ະ ທຽບ​ຖານ​.



__________________
Anonymous

Date:
Permalink   
 

ອີກ 20 ປີ ຈະໄດ້ບໍ່ບຸ ທ່ານ ເບິ່ງການພັດທະນາທາງກະສິກຳກໍ່ບໍ່ເຫັນວ່າຈະມີບາດກ້າວທີ່ດີ ບືງທາງຫລວງ ອູ່ເຂົ້າອູ່ປາ ກໍ່ຫາຍແລ້ວ

ເງິນກໍ່ບໍ່ມີ ໃນການພັດທະນາ  ວິຊາການ ກໍ່ຫນ້ອຍ ຜູ້ນຳກໍ່ມົວ ແຕ່ໂກງກິນ ແລະເວົ້າໃຫ່ຍ(ວ່າມີແຜນການນັ້ນ ແຜນການນີ້ ແຕ່ເຮັດບໍ່ໄດ້ ແລ້ວກໍ່ຖື້ມໄວ້. ສິ່ງທີ່ເຫັນກັນເຮັດໄດ້ດີ ແລະເພິ່ນຊ່ຽວຊານ

 ແມ່ນ ຄ່ານາຍໜ້າງາມ "ຫັນດິນເປັນທືນ ເຂດນັ້ນ ເຂດນີ້").

ດຽວນີ້ເສດຖະກິດລາວ ຈະດັບເຈັກແລ້ວ ປະເທດໃດກໍ່ບໍ່ ໃຫ້ຢືມເງີນ ແລະຊ່ວຍເຫລືອ ເພາະວ່າ ກ້ອນເງີນທີ່ໄດ້ຜ່ານມາ ຖີກໃຊ້ ແລະບໍ່ລິຫານ ໂດຍຄົນບໍ່ມີຄວາມຮູ້

 

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard