ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຕະຫຼາດສ້າງຊາດ
Anonymous

Date:
ຕະຫຼາດສ້າງຊາດ
Permalink   
 
ຜູ່ແທນຫຼາຍທ່ານຄົງບໍ່ຮູ້ຫຼື ທັນສັງເກດວ່າ ຕະຫຼາດສາມາດສ້າງວຽກເຮັດງານທຳໄດ້ຫຼາຍ ສິບເຖິງຫຼາຍຮ້ອຍຊີວິດ

ຕາມປະສົບການຂອງເຮົາທີ່ມັກໄດ້ໄປເຮັດວຽກຫຼາຍພາກ

ຫຼາຍຄັ້ງທີ່ເຮົາຮູ້ສຶກວ່າເຂດນັ້ນໆ ເປັນຫຍັງຈຶ່ງບໍ່ມີຕະຫຼາດ

ຢາກຊື້້ຫຍັງກໍ່ຕ້ອງໄດ້ຂີ່ລົດໄປຫຼາຍກິໂລ

ທີ່ມີຄ່າກວ່ານັ້ນກໍ່ແມ່ນວ່າຊາວບ້ານທີ່ບໍ່ມີຕະຫຼາດຈະບໍ່ມີໂອກາດໄດ້ຂາຍເຄື່ອງ ຂອງ ປູ ປາ ທີ່ຫາມາໄດ້ ໃນປະລິມານໜ້ອຍ ກະເລີຍກິນເອງສາເລີຍ ເຊິ່ງມັນບໍ່ເກີດປະໂຫຍດຫຍັງ

ກິນແລ້ວກໍ່ຖ່າຍຖິ້ມ ຍ່ຽວຖິ້ມຊື່ໆ

ແຕ່ກໍລະນີທີ່ຊຸຸມຊົນນັ້ນໆ ຫາກມີຕະຫຼາດກໍ່ຈະສາມາດສ້າງວຽກເຮັດງານທຳ ແລະ ຫຼຸດຜ່ອນການຫຼິ້ນກິນຟຸມເຟືອຍໄດ້ຢ່າງຫຼວງຫຼາຍ

ໝາຍຄວາມວ່າ ສົມມຸດ: ທ້າວ ແກ້ວ ທ້າວ ແສງ ຫາປາມາໄດ້ 2-3 ກິໂລ ຄັນຊິເອົາໄປຂາຍທີ່ຕະຫຼາດໄກໆ ກໍ່ເປືອງທັງນ້ຳມັນລົດ ແລະ ບໍ່ເໝາະສົມທີ່ຈະໄປຂາຍຂອງດ້າມໜ້ອຍ

ແຕ່ຖ້າຢູ່ຊຸມຊົນລາວເອງຫາກມີຕະຫຼາດລາວກໍ່ຈະໃຫ້ເມຍ ຫຼື ລູກເອົາປາທີ່ເລົາຫາໄດ້ພຽງໜ້ອຍດຽວນັ້ນໄປຂາຍໄດ້ ເພາະມັນບໍ່ເປືອງຄ່າເດີນທາງ ແລະ ບໍຕ້ອງເກງໃຈ ຫຼື ອາຍໄທບ້ານອື່ນ

ການເຮັດຕະຫຼາດຕາມຊຸມຊົນຈຶ່ງເປັນການຊ່ວຍໃຫ້ລາຄາສິນຄ້າມີການແຂ່ງຂັນກັນ

ແນ່ນອນມັນຕ້ອງຖືກລົງ

ສອງມາຈະຊ່ວຍຫຼຸດຜ່ອນການກິນເຫຼົ້າເມົາເບຍລົງ ເພາະຄົນເຫັນຄຸນຄ່າຂອງປູປານານ້ຳ ຫຼື ອາຫານອື່ນໆ

ເຊິ່ງມັນໄປສອດຄ່ອງກັບນະໂຍບາຍ ສະຫະປະຊາຊາດ ທີ່ວ່າ ໃຫ້ມະນຸດເຫັນຄຸນຄ່າຂອງທຳມະຊາດ ອາຫານການກິນ ພືດຜັກຕ່າງໆ

ທັງນີ້ທັງນັ້ນ ລັດຕ້ອງໄດ້ເຮັດໂປຣເຈັກຄັກແນ່ ມີການລົນນະລົງ ສົ່ງເສືມ ໃຫ້ເກີດກິດຈະກຳທີ່ວ່ານີ້ ແລ້ວຊຸມຊົນກໍ່ຈະເຂັ້ມແຂງຂື້້ນ ຄົນໃນບ້ານແຕ່ລະເຂດແຂວງ ບໍ່ຕ້ອງ

ດິ້ນຮົນອົນທະການຢາກໄປຫາເງິນຢູ່ບ່ອນໄກໆ

ດັ່ງຄຳກ່າວທີ່ວ່າ ຄົນໂງ່ຫາກິນໄກຄົນສະຫຼາດຫາກິນໄກ

ຖ້າຮັດໄດ້ຄືກັນເວົ້າ

ຈະເຮັດໃຫ້ລາຄາສິນຄ້າ ແລະ ການບໍລິການຖຶກລົງ ເຊິ່ງຈະສົ່ງຜົນໄປເຖ້ງການທ່ອງທ່ຽວລະດັບຊາດ

ຊຸມຊົນກໍ່ຈະເຂັ້ມແຂງ ປະເທດຊາດກໍ່ຈະເຂັ້ມແຂງ ລຖບ ກໍ່ຈະເຂັ້ມແຂງ

ມີຄວາມຄິດແບບນີ້ ລົງສະໝັກຜູ່ແທນໄດ້ບໍ່ທ່ານ ທັງຫຼາຍ

ໝາຍເຫດ: ຕະຫຼາດຕ້ອງເປັນລັກສະນະ ເອັສເອັມອີ ບ້ານໆ

ໝາຍຄວາມວ່າບໍ່ຕ້ອງເຮັດໃຫຍ່ ແຕ່ເຮັດໃນລະດັບໝູ່ບ້ານນັ້ນໆ

ຂອບເຈີ

neked

__________________
Anonymous

Date:
Permalink   
 
ຄົນໂງ່ຫາກິນໄກ ຄົນສະຫຼາດຫາກິນໄກ້

ຂໍໂທດບໍ່ໄດ້ກວດກາຄົບຖ້ວນ

naked

__________________
Anonymous

Date:
Permalink   
 
Anonymous wrote:

ຄົນໂງ່ຫາກິນໄກ ຄົນສະຫຼາດຫາກິນໄກ້

ຂໍໂທດບໍ່ໄດ້ກວດກາຄົບຖ້ວນ

naked

ຄົນທີ່ໄປຫາກິນຢູ່ໄກເຊັ່ນໄປເຮັດວຽກຢູ່ຕ່າງປະເທດ ແມ່ນໂງ່ຊັ້ນເບາະ ?

ແລະພວກທີ່ຫາກິນໄກ້ບ້ານ ຫາກິນ ຫາຂາຍນຳທັມະຊາດ ແມ່ນສລາດທັງຫມົດເບາະ  ?

ຄຳເວົ້າຫລືຄຳພັງເພີຍດັ່ງກ່າວ ເປັນຄຳທີ່ເວົ້າງ່າຍແຕ່ຟັງຍາກ ເຮັດຍາກ.

ນັກສັງຄົມເສດຖະສາດຄືທ່ານ ສົມຄວນໄປເປັນນັກການເມືອງ

ແລ້ວຢ່າລືມເອົາທິສດີດັ່ງກ່າວໄປປະຕິບັດ ເມື່ອໃດຫາກຮູ້ວ່າມັນບໍ່ເກີດຜົນ ກໍຂໍໃຫ້ຖອນໂຕ.

ການຄ້າຂາຍຫລືການສ້າງສາຕລາດນ້ອຍ ມັນຕ້ອງໄດ້ໃຊ້ກົນໄກຂອງລະບົບທຶນນິຍົມ

ຄືຕ້ອງມີທຶນແລະມີກຳໄລ ໂດຍຜູ້ທີ່ລົງມືເຮັດນັ້ນຕ້ອງມີສ່ວນໄດ້ສ່ວນເສັຍ ແລະມີ

ຄວາມຮັບຜິດຊອບສູງເປັນເດີມພັນ. ເຮົາຈະເຫັນໄດ້ວ່າຕລາດການຄ້າຫ້າງຮ້ານຂອງນາຍທຶນນ້ອຍ

ຢູ່ທີ່ຕ່າງປະເທດນັ້ນ ມັນຄືຫລັກເສົາຄ້ຳເສດຖະກິດຂອງປະເທດເລີຍກໍວ່າໄດ້.

ຣັຖບານມີກົດຫມາຍອອກມາຄ້ຳຈຸນພ້ອມທັງມີຫນ່ວຍງານແນະນຳອົບລົມຝຶກຝົນ

ອອກເງິນກູ້ໃນອັດຕາພິເສດ ໂດຍສະເພາະແລ້ວແມ່ນມີສານແລະກົດຫມາຍທີ່ໃຫ້

ຄວາມເປັນທັມໃນກໍຣະນີຫາກເກິດມີການຂັດແຍ້ງຜົນປະໂຍດກັນຣະຫວ່າງຜູ້ຊື້ກັບຜູ້ຂາຍ.

ສລຸບແລ້ວປັດໃຈໃດທີ່ຄວນມີ ກໍຕ້ອງມີໄວ້ໃຫ້ພ້ອມເພື່ອຈະໄດ້ດືງດູດໃຫ້ມີນາຍທຶນນ້ອຍ

ເພີ້ມຂື້ນ.

__________________
Anonymous

Date:
Permalink   
 
ເປັນແນວຄິດທີ່ດີ ແຕ່ບໍ່ຮູ້ວ່າຕ້ອງໄດ້ປະກອບເອກະສານຫຍັງແດ່ໄປຫາອໍານາດ

ການປົກຄອງເພິ່ນຈຶ່ງຈະອະນຸຍາດໃຫ້ເປີດຕະລາດໄດ້.

__________________
Anonymous

Date:
Permalink   
 
Anonymous wrote:
Anonymous wrote:

ຄົນໂງ່ຫາກິນໄກ ຄົນສະຫຼາດຫາກິນໄກ້

ຂໍໂທດບໍ່ໄດ້ກວດກາຄົບຖ້ວນ

naked

ຄົນທີ່ໄປຫາກິນຢູ່ໄກເຊັ່ນໄປເຮັດວຽກຢູ່ຕ່າງປະເທດ ແມ່ນໂງ່ຊັ້ນເບາະ ?

ແລະພວກທີ່ຫາກິນໄກ້ບ້ານ ຫາກິນ ຫາຂາຍນຳທັມະຊາດ ແມ່ນສລາດທັງຫມົດເບາະ  ?

ຄຳເວົ້າຫລືຄຳພັງເພີຍດັ່ງກ່າວ ເປັນຄຳທີ່ເວົ້າງ່າຍແຕ່ຟັງຍາກ ເຮັດຍາກ.

ນັກສັງຄົມເສດຖະສາດຄືທ່ານ ສົມຄວນໄປເປັນນັກການເມືອງ

ແລ້ວຢ່າລືມເອົາທິສດີດັ່ງກ່າວໄປປະຕິບັດ ເມື່ອໃດຫາກຮູ້ວ່າມັນບໍ່ເກີດຜົນ ກໍຂໍໃຫ້ຖອນໂຕ.

ການຄ້າຂາຍຫລືການສ້າງສາຕລາດນ້ອຍ ມັນຕ້ອງໄດ້ໃຊ້ກົນໄກຂອງລະບົບທຶນນິຍົມ

ຄືຕ້ອງມີທຶນແລະມີກຳໄລ ໂດຍຜູ້ທີ່ລົງມືເຮັດນັ້ນຕ້ອງມີສ່ວນໄດ້ສ່ວນເສັຍ ແລະມີ

ຄວາມຮັບຜິດຊອບສູງເປັນເດີມພັນ. ເຮົາຈະເຫັນໄດ້ວ່າຕລາດການຄ້າຫ້າງຮ້ານຂອງນາຍທຶນນ້ອຍ

ຢູ່ທີ່ຕ່າງປະເທດນັ້ນ ມັນຄືຫລັກເສົາຄ້ຳເສດຖະກິດຂອງປະເທດເລີຍກໍວ່າໄດ້.

ຣັຖບານມີກົດຫມາຍອອກມາຄ້ຳຈຸນພ້ອມທັງມີຫນ່ວຍງານແນະນຳອົບລົມຝຶກຝົນ

ອອກເງິນກູ້ໃນອັດຕາພິເສດ ໂດຍສະເພາະແລ້ວແມ່ນມີສານແລະກົດຫມາຍທີ່ໃຫ້

ຄວາມເປັນທັມໃນກໍຣະນີຫາກເກິດມີການຂັດແຍ້ງຜົນປະໂຍດກັນຣະຫວ່າງຜູ້ຊື້ກັບຜູ້ຂາຍ.

ສລຸບແລ້ວປັດໃຈໃດທີ່ຄວນມີ ກໍຕ້ອງມີໄວ້ໃຫ້ພ້ອມເພື່ອຈະໄດ້ດືງດູດໃຫ້ມີນາຍທຶນນ້ອຍ

ເພີ້ມຂື້ນ.

 ຂອບໃຈທ່ານຫຼາຍທີ່ໃຫ້ກຳລັງໃຈ

ຂ້າພະເຈົ້າບໍ່ມີໃບປະກາດດ້ານສັງຄົມວິທະຍາມາແຕ່ໃສດອກ ແຕ່ເວົ້າໄປຕາມການສັງເກດ ແລະ ປະສົບການຊີວິດຊື່

ຂພຈ ມີຝັນຢາກໃຫ້ເຈົາເມືອງນັ້ນ ເຈົາເມືອງນີ້ ເປີດຕະຫຼາດ ຢູ່ໝູ່ບ້ານນັນ ໝູ່ບ້ານນີ້ ໃນເຂດຂອງເຂົາເຈົ້າປົກຄອງນັ້ນໆ ຄົງຈະສ້າງສີສັນ ຄຶກຄື້ນໄດດີຫຼາຍ

ອັນນີ້ແມ່ນຫຍັງຕະຫຼາດຊຸມຊົນເກືອບທຸກບ່ອນແມ່ນເກີດເອງ ໝາຍວ່າ ປຊຊ ພາກັນເອົາຂອງມາຂາຍຕາມແຄມທາງ ເທື່ອເລັກເທື່ອໜ້ອຍ ຈົນທັນກາຍເປັນຕະຫຼາດທີ່ຄຶກຄື້ນ ຕໍ່ມາເຈົ້າໜ້າທີ່ກໍສະເໜີໜ້າມາ ຈັດຫັ້ນຈັດນີ້ ແລ້ວເພິ່ນກໍມີລາຍໄດ້ຂື້ນມາ ມີໜ້າທີ່ຂື້ນມາ ແຕ່ເຂົາບໍ່ຄ່ອຍສົນໃຈພັດທະນາແບບ

ຄວບຮວມ ໝາຍຄວາມວ່າ ໄປກ່ອນສັງຄົມ ມີແຕ່ຖ້າເກັບກິນນຳສັງຄົມ

ພວກເດັກລັດໄດ້ອ່ານຂໍ້ຄວາມນີ້ ໃຫ້ຮູ້ຄິດແນ່ເດີ ໂດຍສະເພາະຜູ່ໃຫຍ່ໆ

ຢ່າຖ້າເກັບກິນແຕ່ນຳສັງຄົມຫຼາຍພວກສູ

ເວົ້າມາດ້ວຍຄວາມຮັກແພງ

 ແມ່ນແລ້ວ ປັດຈຸບັນກຸ່ມນຳພາປະເທດຂອງເຮົາ ແມ່ນມີແຕ່ພວກຜີເຜດກິນບ້ານກິນເມືອງທັງໂຄດ.

ຕຳຫຼວດກະແມ່ນກູ ໂຈນກະແມ່ນກູ ຈ່າສານຕຸລາການກະແມ່ນກູ ກົດຫມາຍກະກູເຮັດຂື້ນເອັງແປເອັງ ....ຄັກບໍ່ ...

ເອົາເງິນໄປລົງທຶນ ກະປານເອົາຊີ້ນໄປໃຫ້ຫມາຫິວເບິ່ງ ...ຖ້າບໍ່ຖິ້ມຊີ້ນກ້ອນນັ້ນໃຫ້ມັນກິນ ມັນກໍຈະແຫ່ກັນກັດເຈົ້າຂອງຊີ້ນກ້ອນນັ້ນ.

ປະເທດລາວຢາກເປັນປະເທດແຫ່ງກົດຫມາຍ...ຢາກໄປສູ່ສັງຄົມນິຍົມ....ຄວນພາກັນໄປສ້າງຢູ່ດາວພະອັງຄານພຸ້ນ

ເພາະຄວາມຝັນລົມໆ ແລ້ງໆນີ້ ມັນໄດ້ລົບມວນມະນຸດຢູ່ໃນໂລກນີ້ມາຫຼາຍແລ້ວ....

ອອກປາກຍາມໃດ ແບບໃດ ກໍມີແຕ່ລົບກວນປະເທດອື່ນ ໃຫ້ເຂົາມາສ້າງ ມາຊ່ອຍ.

ພັກປະຕິວັດຂີ້ສໍ້ ປຊຊ ເີ້ອຍ...ໄປຢູ່ໂລກພະອັງຄານສະ ບາງທີ ໂລກຫນ່ວຍນີ້ອາດຈະເບົາຂື້ນຫຼືເບົາລົງ ກໍແລ້ວແຕ່ຈະຄຶດ.

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard