ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ການເກັບພາສີປີນີ້ຍັງຈະ ຮົ່ວໄຫລ
Anonymous

Date:
ການເກັບພາສີປີນີ້ຍັງຈະ ຮົ່ວໄຫລ
Permalink   
 


ການເກັບພາສີປີນີ້ຍັງຈະ ຮົ່ວໄຫລ

a1edb3b4-62d1-4262-9847-51bfec749249.jpeg

ການເກັບພາສີອາກອນ ຂອງທາງການລາວ ໃນປີນີ້ຈະປະສົບບັນຫາ ຫຍຸ້ງຍາກ ຫລາຍຢ່າງ ເພາະການ ລົງໂທດ ຜູ້ທີ່ ສໍ້ໂກງ ຍັງບໍ່ທົ່ວເຖິງ ບໍ່ເຄັ່ງຄັດພໍ.

ເມື່ອປີກາຍ ຣັຖບານລາວ ເກັບພາສີອາກອນ ບໍ່ໄດ້ຕາມຄວາມຄາດໝາຍ ເປັນເຫດໃຫ້ຣັຖບານຂາດເຂີນ ງົບປະມານຢ່າງໜັກ. ປີນີ້ຣັຖບານ ຕັ້ງເປົ້າໝາຍ ໄວ້ວ່າ ຈະເກັບພາສີອາກອນໃຫ້ໄດ້ ຫລາຍກວ່າປີກາຍ ເຖິງ 10 ສ່ວນຮ້ອຍ. ແຕ່ເຈົ້າໜ້າທີ່ ການເງິນ ຈາກ ທົ່ວປະເທດລາວ ທີ່ໄດ້ປະຊຸມກັນ ເມື່ອບໍ່ດົນ ຜ່ານມານີ້ ຍອມຮັບວ່າ ຣັຖບານ ຈະປະສົບກັບບັນຫາ ທ້າທາຍອັນໃຫຍ່ຫລວງ ສົມຄວນ ເພື່ອ ປະຕິບັດໃຫ້ໄດ້ ຕາມເປົ້າໝາຍ ທີ່ວາງອອກ.

ໜັງສືພິມເສຖກິດ-ສັງຄົມ ຂອງລາວຣາຍງານວ່າ ນັກທຸຣະກິດ ບໍຣິສັດແລະຫ້າງຮ້ານຕ່າງໆ ບໍ່ຢາກເສັຍພາສີອາກອນ ໃຫ້ແກ່ຣັດ. ເຈົ້າໜ້າທີ່ ການເງິນ ຂອງຣັດ ກວດເຫັນນັກທຸຣະກິດ ແລະ ບໍຣິສັດຕ່າງໆ ເຖິງ 170 ຫົວໜ່ວຍ ບໍ່ຍອມເສັຍພາສີ ໃຫ້ແກ່ຣັຖ ລວມທັງໝົດເຖິງ 100 ຕື້ກີບ. ບໍ່ພຽງແຕ່ ນັກທຸຣະກິດ ເທົ່ານັ້ນ ທີ່ບໍ່ຍອມຈ່າຍພາສີ ໃຫ້ແກ່ຣັດ ອົງການຈັດຕັ້ງຂອງຣັດເອງ ກໍບໍ່ຍອມຈ່າຍໃຫ້ແກ່ຣັຖບານ; ເຊັ່ນອໍາ ນາດການປົກຄອງແຂວງ ທີ່ຂາຍໄມ້ໄດ້ຫຼາຍຮ້ອຍຕື້ກີບແຕ່ບໍ່ມອບໃຫ້ ແກ່ຄັງຫຼວງຂອງຣັຖບານກາງ. ຮ້າຍໄປກວ່ານັ້ນ ເຈົ້າໜ້າທີ່ຂອງພັກຂອງ ຣັດເອງ ກໍບໍ່ໂປ່ງສັຍ ມັກສໍ້ຣາສບັງຫລວງ ແລະ ຮັບເງິນສິນບົນ. ເຈົ້າໜ້າທີ່ນັບມື້ນັບ ສໍ້ຣາສບັງຫລວງ ຍ້ອນວ່າພວກທີ່ຖືກກວດພົບວ່າສໍ້ໂກງ ສ່ວນຫລາຍ ບໍ່ຖືກລົງໂທດ ແຕ່ຢ່າງໃດ.

ເພື່ອແກ້ໄຂບັນຫາ ດັ່ງກ່າວ ຄນະຣັຖມົນຕຣີລາວ ໄດ້ປະຊຸມກັນ ເມື່ອອາທິດທີ່ແລ້ວ ແລະ ຕົກລົງກັນວ່າ ຣັຖບານຈະແນະນຳ ໃຫ້ທຸກກະຊວງ ກົມກອງ ທີ່ ກ່ຽວຂ້ອງ ເອົາໃຈໃສ່ຕື່ມກັບ ການເກັບພາສີອາກອນ ເພື່ອໃຫ້ໄດ້ຕາມຣະດັບ ຄາດໝາຍຂອງປີນີ້.



__________________
Anonymous

Date:
Permalink   
 



__________________
Anonymous

Date:
Permalink   
 



1797453_1464268240455051_806714064_n.jpg

ຄັນເຖິງຂັ້ນນີ້ແລ້ວຄວນບໍທີ່ຈະຍົກເລີກ ການຍົກເວັ້ນພາສີການນຳເຂົ້າວັດຖຸອຸປະກອນມາສ້າງເຂື່ອນ ສ້າງທາງ ລົງທຶນຕ່າງໆ ລວມເຖິງການນຳເຂົ້ານໍ້າມັນເຊື້ອໄຟ ລົດຫລູຮັບໃຊ້ເສດຖີ ສ່ວນລາຍຈ່າຍການຈັດກອງປະຊຸຸມສາກົນຕ່າງໆ ມະຫາກຳກິລາຕ່າງໆ ຄວນໂຈະໄດ້ແລ້ວຕີ ເງີນອຸກໜູນພະນັກງານຂັ້ນສູງ ເງີນໃຊ້ຈ່າຍບໍລິຫານລັດຕ້ອງເຂັ້ມງວດ ເຊັ່ນ ການນຳໃຊ້ລົດລັດນອກໂມງລັດຖະການ ການມີລົດປະຈຳຕຳແໜ່ງຫລາຍໆຄັນ ການຮັບແຂກຫວຽດນາມ ແລະອື່ນໆ ຄັນເຮັດໄດ້ຄິດວ່າຊໍ່າເງີນເດືອນພະນັກງານຂຶ້ນອີກ 200 ເທົ່າກໍ່ມີປັນຍາຈ່າຍ ທາງປູເບຕົງໝົດປະເທດກໍ່ຍັງໄດ້ ເອີລືມຂໍ້ນຶ່ງ ກວດຄືນແດ່ມູນຄ່າໂຄງການກໍ່ສ້າງພື້ນຖານໂຄງລ່າງທີ່ແພງເກີນຈີງ 7 ເທົ່າ

ຄັນເຮັດບໍ່ໄດ້ ໃຫ້ລາອອກໝົດຄະນະລັດຖະບານ



__________________
Anonymous

Date:
Permalink   
 

ຕາບໃດປະເທດຍັງປົກຄອງດ້ວຍຄົນຫົວໃສຢູ່,ເອີະ..ຄົນສະຫຼາດຊອງໃສ່ຢູ່ກໍ່ຍັງຈະສືບຕໍ່ດັ່ງນີ້ຕາມເຄີຍ

ຮ້ອຍປີ,ພັນຊາດ ກະຊິຍັງຄືເກົ່າ.



__________________
Anonymous

Date:
Permalink   
 

1970822_256993427811981_867273485_n.jpg

ນາຍດ່ານພາສີຄາຕີກັອຟເລີຍເກັບລາຍຮັບບໍ່ໄດ້  555555ສົນຫົວແມ່ມັນຫັຍງເຈົ້ານາຍໃຫ່ຍແຮງແດກຫລາຍ



__________________
Anonymous

Date:
Permalink   
 

ມັນພຸ້ມເພືອຍຈັກໜ້ອຍປະຊາຊົນອົດບໍ່ໄດ້ມັນກະຊີເປັນຄືຢູເຄນຫັນແລ້ວ



__________________
Anonymous

Date:
Permalink   
 

ອັນຈະປິດບໍ່ໃຫ້ຮົ່ວນັ້ນ ຄົງເປັນໄປບໍ່ໄດ້ດອກ

ມີແຕ່ວ່າໃຫ້ມັນລົດຜ່ອນລົງໄດ້ເຖີງ 50%

ແມ່ນດີທີ່ສຸດແລ້ວ

 



__________________
Anonymous

Date:
Permalink   
 

Anonymous wrote:

ມັນພຸ້ມເພືອຍຈັກໜ້ອຍປະຊາຊົນອົດບໍ່ໄດ້ມັນກະຊີເປັນຄືຢູເຄນຫັນແລ້ວ


 ຖ້າເປັນຄືຢູເຄນ,ເພິ່ນຜູ້ສະຫຼາດຫົວໃສກະຊິບໍ່ຮ້ອງເຈັກ-ແກວ ຍົກກຳລັງມາປົກປ້ອງເຂົາບໍ?



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard