ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຣາຍງານສິດທິມະນຸສໃນລາວ
Anonymous

Date:
ຣາຍງານສິດທິມະນຸສໃນລາວ
Permalink   
 


ຣາຍງານສິດທິມະນຸສໃນລາວ

bc2a03a1-c775-492d-8ae3-ec63b719a0ab.jpeg

ທ່ານ John Kerry ຮັຖມົນຕຣີຕ່າງປະເທດສະຫະຣັຖຖະແຫລງໃນຣາຍງານການປະຕິບັດສິດທິມະນຸດປີ2013ໃນທົ່ວໂລກໃນວັນທີ 27ກຸມພາ ວ່າ:ປີນີ້ຄົບຮອບຂີດໝາຍ 65 ປີຂອງການປະກາດສິດທິມະນຸດສາກົນ.ທ່ານວ່າຣາຍງານຂອງກະຊວງການຕ່າງປະເທດສະຫະຣັຖອະເມຣິກາ ກ່ຽວກັບການປະຕິບັດສິດທິມະນຸດໃນແຕ່ລະປະເທດນັ້ນໄດ້ເນັ້ນໃສ່ການສືບຕໍ່ສະແຫວງຫາສິດທິເສຣີພາບແລະຄວາມສະເໝີພາບແບບມີສັກ ສີຂອງສິດທິມະນຸດ.

ສໍາລັບການປະຕິບັດສິດທິມະນຸດໃນລາວ,ຣາຍງານໄດ້ຣະບຸໂດຍຫຍໍ້ວ່າສປປລາວຍັງເປັນຣັຖຜະເດັດການປົກຄອງໂດຍພັກດຽວພັກປະຊາຊົນ ປະຕິວັດລາວທີ່ຣັຖທັມມະນູນຮັບຮູ້.ການເລືອກຕັ້ງເມື່ອປີ2011 ຖືວ່າບໍ່ເສຣີບໍ່ເປັນທັມ.ອໍານາດການປົກຄອງຄວບຄຸມກໍາລັງຮັກສາຄວາມປອດພັຍ ຢ່າງມີປະສິດທິພາບ,ເຈົ້າໜ້າທີ່ຮັກສາຄວາມປອດພັຍບາງຄົນໃຊ້ອໍານາດເກີນຂອບທາງສິດທິມະນຸດ.

ບັນຫາສິດທິມະນຸດໂຕທີ່ສໍາຄັນທີ່ສຸດຍັງມີຢູ່ຕໍ່ໄປ.ຣັຖບານປະຕິເສດບໍ່ໃຫ້ປະຊາຊົນມີສິດໃນການປ່ຽນຣັຖບານ,ສະພາບຄຸກຂັງໃນບາງແຫ່ງຍັງ ໂຫດຫ້ຽມຢູ່,ແລະການສໍ່ຣາສບັງຫລວງໃນວົງການຕໍາຫຣວດແລະສານເຮັດໃຫ້ຂາດຂັ້ນຕອນການດໍາເນີນການກະທໍາຜິດແລະການຈັບກຸມຫລື ກັກໂຕບຸກຄົນແບບຕາມອໍາເພີໃຈ.

ບັນຫາສິດທິມະນຸດອື່ນໆກໍມີການໃຊ້ຄວາມຮຸນແຮງຕໍ່ນັກໂທດໂດຍເຈົ້າໜ້າທີ່ຕໍາຫຣວດແລະເຈົ້າໜ້າທີ່ຮັກສາຄວາມປອດພັຍບາງຈໍານວນ. ຣັຖບານຣະເມີດສິດເສຣີພາບການປາກເວົ້າການອອກຂ່າວການໂຮມຊຸມນຸມການສະມາຄົມຕລອດຮອດສິດທິສ່ວນບຸກຄົນ.ຣັຖບານຈໍາກັດສິດ ທິເສຣີພາບດ້ານວິຊາການຈໍາກັດເສຣີພາບດ້ານສາສນາໃນທ້ອງຖິ່ນບັນຫາການຄ້າມະນຸດການຈໍາແນກໃນສັງຄົມດ້ານເພດວັຍແລະຕໍ່ຜູ້ຕິດ ເຊື້ອໂຣຄHIV ແລະເປັນ AIDS.ຣັຖບານບໍ່ເອົາມາຕການດໍາເນີນຄະດີແລະລົງໂທດພະນັກງານຣັຖເຈົ້າໜ້າທີ່ຕໍາຫຣວດແລະເຈົ້າໜ້າທີ່ຮັກ ສາຄວາມປອດພັຍທີ່ເຮັດຄວາມຜິດໃນການໃຊ້ອໍານາດເກີນຂອບເຂດ.ຣາຍງານການປະຕິບັດສິດທິມະນຸດໃນລາວມີທັງໝົດ26ໜ້າເຈັ້ຽ .



__________________
Anonymous

Date:
Permalink   
 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard