ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວບ້ານຍັງບໍ່ຍອມໂຄງການ ສນາມບິນ
Anonymous

Date:
ຊາວບ້ານຍັງບໍ່ຍອມໂຄງການ ສນາມບິນ
Permalink   
 


ຊາວບ້ານຍັງບໍ່ຍອມໂຄງການ ສນາມບິນ

2960ca5d-e712-4782-9c96-245f057dfac0.jpeg

ຊາວ ແຂວງບໍ່ແກ້ວ ເວົ້າວ່າ ປັດຈຸບັນ ບັນຫາ ຂໍ້ຂັດແຍ່ງ ທີ່ດີນ ໃນໂຄງການ ສ້າງ ສນາມບິນ ທີ່ເມືອງ ຕົ້ນເຜິ້ງ ຣະຫວ່າງ ຊາວບ້ານ ສີບຸນເຮືອງ ບ້ານ ໂພນຮົ່ມ ບ້ານ ດອນຫນູນ

ບ້ານ ເພັຽຍາມ ບ້ານ ຫມອກກະຈົກ ແລະ ບ້ານຄວ້ານ ກັບ ບໍຣິສັດ ດອກງີ້ວຄຳ ຍັງຄ້າງຄາ ແລະ ຜູ້ລົງທຶນ ກໍກໍາລັງ ເຈຣະຈາ ກັບ ຊາວບ້ານ ຢູ່.

"ໄດ້ຍີນຢູ່ ກະແມ່ນ ດຽວນີ້ ເຣື້ອງ ສະຖານທີ່ ຍັງບໍ່ທັນໄດ້ ແມ່ນເຣື້ອງ ສະຖານທີ່ ຍັງເປັນ ຂອງ ປະຊາຊົນ ຢູ່".

ທ່ານກ່າວ ຕື່ມວ່າ ປັດຈຸບັນນີ້ ທາງໂຄງການ ຍັງບໍ່ ສາມາດ ຕົກລົງ ກັບຊາວບ້ານ ໄດ້ເທື່ອ ຊາວບ້ານ ຍັງບໍ່ພໍໃຈ ກັບເງິນ ທີ່ທາງການ ຈະຊົດເຊີຍ ໃຫ້ນັ້ນ ບໍ່ເຫມາະສົມ

ເພາະ ຊາວບ້ານ ຢ້ານວ່າ ເມື່ອເອົາເງິນ ໄປແລ້ວ ຈະບໍ່ພໍ ກັບການ ໄປຫາຊື້ ທີ່ດິນ ບ່ອນໃຫມ່ ເພື່ອປູກຝັງ ລ້ຽງຄອບຄົວ.

ທ່ານວ່າ ເຖີງຢ່າງໃດ ກໍຕາມ ຄີດວ່າ ໂຄງການ ສ້າງສນາມບິນ ແຫ່ງນີ້ ຄົງຈະບໍ່ໄດ້ ສ້າງ ໃນໄວໆນີ້ ຢ່າງແນ່ນອນ ເພາະການ ເຈຣະຈາ ເນື້ອທີ່ ກັບຊາວບ້ານ

ຈະໃຊ້ ເວລາ ພໍສົມຄວນ ກ່ອນຫນ້ານີ້ ຊາວບ້ານ ໄດ້ສເນີ ໃຫ້ທາງການ ຈ່າຍຄ່າ ຊົດເຊີຍ ໃນຈຳນວນເງີນ 5 ແສນບາດ ຕໍ່ນາ ແຕ່ທາງການ ບອກວ່າ

ແພງເກີນໄປ ຈະຈ່າຍໄດ້ ສູງສຸດ 80 ພັນບາດ ຕໍ່ນາ ຊາວບ້ານ ບໍ່ຍອມ. ໃນເດືອນ ຜ່ານມາ ມີຂ່າວວ່າ ເຈົ້າຫນ້າທີ່ ຣະດັບ ສູງຂອງລາວ ໄດ້ໄປ ເຈຣະຈາ ກັບ ຊາວບ້ານ ແຕ່ຍັງ ບໍ່ມີ ຣາຍຣະອຽດ ເທື່ອ.



__________________
Anonymous

Date:
Permalink   
 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard