ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສື່ມວນຊົນລາວປະກອບສ່ວນສຳຄັນເຂົ້າໃນວຽກງານຕ້ານການສໍ້ລາດບັງຫລວງ
Anonymous

Date:
ສື່ມວນຊົນລາວປະກອບສ່ວນສຳຄັນເຂົ້າໃນວຽກງານຕ້ານການສໍ້ລາດບັງຫລວງ
Permalink   
 


ສື່ມວນຊົນລາວປະກອບສ່ວນສຳຄັນເຂົ້າໃນວຽກງານຕ້ານການສໍ້ລາດບັງຫລວງ

sipha.jpg

 

 

ໃນກອງປະຊຸມເຜີຍແຜ່ຜົນສຳເລັດການຈັດຕັ້ງປະຕິບັດສົນທິສັນຍາ ສປຊ ວ່າດ້ວຍການຕ້ານການສໍ້ລາດ ບັງຫລວງ ແລະ ການເຄື່ອນໄຫວຕ້ານສໍ້ລາດບັງ ຫລວງຂອງ ສປປ ລາວ ເມື່ອວັນ ທີ 27 ກຸມພາ 2014 ຢູ່ສູນການຮ່ວມມືລາວ-ຍີ ປຸ່ນ, ນະຄອນຫລວງວຽງຈັນ. ໃນໂອກາດດັ່ງກ່າວ ທ່ານ ສີພາ ນົງລາດ ອຳນວຍ ການວິທະຍຸກະຈາຍສຽງແຫ່ງຊາດ ທັງເປັນຮອງປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ໄດ້ຂຶ້ນມີຄຳເຫັນ ກ່ຽວກັບການຕ້ານການສໍ້ລາດບັງຫລວງວ່າ: ການສໍ້ ລາດບັງຫລວງແມ່ນແຫລ່ງກຳເນິດຂອງຄວາມຊົ່ວຊ້າທັງປວງມັນກົດໜ່ວງການແກ້ ໄຂຄວາມທຸກຍາກຂາດເຂີນຂອງປະຊາຊົນ ແລະ ຄວາມທຸກຈົນຂອງປະເທດຊາດ, ດັ່ງນັ້ນ ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງຈຶ່ງເປັນໜ້າທີ່ສຳຄັນຮີບ ດ່ວນ ແລະ ຍາວນານຂອງ ພວກເຮົາໝົດທຸກຄົນ.

     ທ່ານຮອງປະທານສະມາຄົມນັກຂ່າວກ່າວວ່າ: ສະມາຄົມນັກຂ່າວແມ່ນອົງການທາງສັງຄົມທີ່ເຕົ້າໂຮມເອົາ ຄົນທີ່ມີວິຊາຊີບເປັນນັກຂ່າວ, ນັກຈັດລາຍການ, ໂຄສົກ, ພິທີກອນຂອງວິທະຍຸ-ໂທລະພາບ ແລະ ໜັງສື

ພິມຕ່າງໆ ເພື່ອເຮັດພາລະບົດບາດເປັນກະບອກສຽງຂອງພັກ-ລັດ ແລະ ເປັນເວທີສະແດງຄວາມຄິດເຫັນອັນ ກວ້າງຂວາງ ຂອງມະຫາຊົນໂດຍສະເພາະພາຍຫລັງສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍວ່າດ້ວຍການ ສໍ້ລາດບັງຫລວງສະບັບປັບປຸງ ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາ ແຫ່ງຊາດຊຸດທີ VII ໃນວັນທີ 17 ທັນວາ 2012 ສະມາຄົມນັກຂ່າວ ໄດ້ເຊີດຊູບົດບາດຂອງຕົນໃນການໂຄສະນາເຜີຍແຜ່ກົດໝາຍ ດັ່ງກ່າວ ທີ່ລະບຸວ່າ: ສົ່ງເສີມໃຫ້ປະຊາຊົນ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງ ສັງຄົມ ແລະ ສື່ມວນຊົນມີສ່ວນຮ່ວມໃນການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງຕາມລະບຽບການ. ນອກນັ້ນ ສື່ມວນຊົນຍັງໄດ້ເຜີຍແຜ່ຍຸດທະສາດຕ້ານການສໍ້ລາດບັງຫຼວງ ແຕ່ນີ້ຮອດປີ 2020 ຂອງນາຍົກລັດຖະ ມົນຕີສະບັບເລກທີ 02/ ນຍ ລົງວັນທີ 4 ທັນວາ 2012. ອົງການສື່ມວນຊົນໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ເພື່ອເຮັດໃຫ້ການຈັດຕັ້ງ ແລະ ພະນັກງານຂອງຕົນມີຄວາມປອດໃສຂາວສະອາດ, ເປັນແບບຢ່າງທີ່ດີໃຫ້ແກ່ອົງ ການຈັດຕັ້ງສັງຄົມຕ່າງໆ, ພວກເຮົາໄດ້ອອກແຮງເຝິກຝົນຫລໍ່ຫລອມຄຸນສົມບັດສີນທຳປະຕິວັດ ເພື່ອສ້າງຕົນ ເອງໃຫ້ມີອຸດົມການຂອງພັກ, ມີຈັນຍາບັນຂອງນັກຂ່າວທີ່ດີ ແລະ ກາຍເປັນສ່ວນໜຶ່ງທີ່ສຳຄັນໃນການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງທຸກຮູບແບບໃນທົ່ວສັງຄົມ, ພ້ອມນີ້ ຍັງໄດ້ນຳພາສຶກສາອົບຮົມແນວຄິດການ ເມືອງໃຫ້ແກ່ພະນັກງານໃນລະດັບຄະນະບັນນາທິການ, ພະນັກງານນັກຂ່າວ, ນັກຈັດລາຍການ, ໂຄສົກ, ພິທີກອນ ຂອງວິທະຍຸ-ໂທລະພາບ ແລະ ໜັງສືພິມຕ່າງໆຢ່າງກວ້າງຂວາງເພື່ອໃຫ້ເຂົາເຈົ້າເຊື່ອມຊຶມ ແລະ ກຳໄດ້ເນື້ອໃນຕົ້ນຕໍສຳຄັນ ຂອງ ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງໃນລະດັບດີສົມຄວນ, ຍ້ອນແນວນັ້ນ, ໃນໄລຍະຜ່ານມາ ສື່ມວນຊົນປະເພດຕ່າງໆຈຶ່ງໄດ້ອອກຂ່າວຢ່າງເປັນປົກກະຕິກ່ຽວກັບ ສະພາບຫຍໍ້ທໍ້ຕ່າງໆໃນສັງຄົມຢ່າງເລິກເຊິ່ງ ໃນນັ້ນກໍໄດ້ເວົ້າເຖິງການສະກັດກັ້ນພຶດຕິກຳ, ຮູບແບບ ແລະ ວິທີ ການຂອງການສໍ້ລາດບັງຫລວງໃນຫລາຍລະດັບທີ່ແຕກຕ່າງກັນ ຈົນໄດ້ຮັບການຍ້ອງຍໍຊົມເຊີຍຈາກສັງຄົມຢ່າງ ລຽນຕິດ ແລະ ໄດ້ຮັບສຽງສະໜັບສະໜູນຈາກສັງຄົມເປັນຢ່າງດີ ເຊິ່ງໄດ້ພິສູດໃຫ້ເຫັນຢ່າງຈະແຈ້ງກໍຄື: ການ ຜະລິດລາຍການວິທະຍຸເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ, ລາຍການລັດ ແລະ ກົດໝາຍ, ສົນ ທະນາວິຊາການໃຫ້ຄວາມຮູ້, ຄົ້ນຫາມາເລົ່າ, ຕາກ້ອງສ່ອງເມືອງ. ສ່ວນໜັງສືພິມຕ່າງໆກໍມີຄໍລຳແລກປ່ຽນ ຄຳຄິດຄຳເຫັນກ່ຽວກັບເນືອໃນສຳຄັນຂອງຍຸດທະສາດການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງຂອງ ນາຍົກລັດຖະມົນຕີໃນໜັງສືພິມປະເທດລາວ, ໜັງສືພີມລາວພັດທະນາກໍມີຂ່າວ, ບົດທີ່ເວົ້າກ່ຽວກັບການຕ້ານ ສິ່ງຫຍໍ້ທໍ້ຂອງສັງຄົມເຊັ່ນ: ຄໍລຳແລກປ່ຽນ ຫລື ຄໍລຳຈານແຍ່ ແລະ ສື່ສິ່ງພິມອື່ນໆ ກໍໄດ້ປະກອບສ່ວນເຂົ້າໃນ ຂະບວນການຕ້ານການສໍ້ລາດບັງຫລວງໃນຫລາຍ ລະດັບທີ່ແຕກຕ່າງກັນເຊິ່ງແນ່ນອນວ່າບາງຄັ້ງກໍຖືກກະທົບ ແລະ ສ່ອງແສງຄືນຈາກກຸ່ມເປົ້າໝາຍຕ່າງໆມີທັງດ້ານດີ ແລະ ດ້ານລົບທີ່ມີລັກສະນະສ່ຽງທາງດ້ານການສໍ້ລາດ ບັງຫລວງເຊິ່ງອາດສ້າງຄວາມບໍ່ພໍໃຈຕໍ່ສື່ພວກເຮົາ ໃນການອອກ ຂ່າວກ່ຽວກັບບັນຫານີ້.

    ເຖິງຢ່າງໃດກໍດີ, ເມື່ອອິງໃສ່ຄວາມຮຽກຮ້ອງຕ້ອງການຂອງການໂຄສະນາວະກັດກັ້ນ ແລະ ຕ້ານການ ສໍ້ລາດບັງຫລວງ ແລະ ໜ້າທີ່ການເມືອງໃນໄລຍະໃໝ່ແລ້ວເຫັນວ່າສື່ມວນຊົນພວກເຮົາຍັງເຮັດບໍ່ທັນໄດ້ດີ ແລະ ບໍ່ໄດ້ ຫລາຍອັນ ເນື່ອງມາຈາກຫລາຍສາເຫດຄື:ການໄປເຖິງແຫລ່ງຂໍ້ມູນຂ່າວສານຍັງມີຂອບເຂດຈຳກັດ, ການ ໃຫ້ຄວາມຮ່ວມມືຕໍ່ສື່ມວນຊົນຂອງບາງພາກສ່ວນກ່ຽວຂ້ອງຍັງມີໜ້ອຍ, ມັກປະຕິເສດໃນທາງອ້ອມໂດຍສະເພາະ ແມ່ນພາກສ່ວນທີ່ບໍ່ມີຜົນງານອັນໂດດເດັ່ນຫລາຍ ຫລື ບໍ່ເຊື່ອໝັ້ນຕໍ່ສື່ມວນຊົນ ແລະ ບໍ່ຢາກໃຫ້ສື່ມວນຊົນ ເຂົ້າຮ່ວມ, ອົງການສື່ຈຳນວນຫລາຍຍັງຂາດເຂີນພະນັກງານທາງດ້ານປະລິມານ ແລະ ຄຸນນະພາບ, ຄວາມຮູ້ ຄວາມສາມາດ, ນັກຂ່າວຈຳນວນໜຶ່ງບໍ່ທັນກ້າຫານໃນການເຈາະເລິກບັນຫາເພື່ອຊອກຂໍ້ມູນທີ່ຊັດເຈນ. ແນວໃດ ກໍຕາມໃນຕໍ່ໜ້ານີ້, ພວກເຮົາຕ້ອງເດັດດ່ຽວ ແລະ ພ້ອມກັນປະຕິບັດຢ່າງເຂັ້ມງວດຍຸດທະສາດຕ້ານການສໍ້ລາດ ບັງຫລວງ ເຊິ່ງຂ້າພະເຈົ້າເຫັນວ່າເປັນມາດຕະການທີ່ມີປະສິດທິຜົນສູງ ແລະ ມີລັກສະນະ ກວມລວມຄົບ ຊຸດ ແລະ ເຊື່ອວ່າສາມາດສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງໃນປະເທດເຮົາຫລຸດໜ້ອຍລົງ ແລະ ປາກົດ ຜົນເປັນຈິງເທື່ອລະກ້າວ.

 



__________________
Anonymous

Date:
RE: ສື່ມວນຊົນລາວປະກອບສ່ວນສຳຄັນເຂົ້າໃນວຽກງານຕ້ານການສໍ້ລາດບັງຫລວງ
Permalink   
 


ການແຈ້ງຊັພສິນຂອງຣັຖກອນ "ແກ່ຍາວ"

95bfc8d6-1968-438f-8f5a-367298597eca.jpeg

ກຳນົດ ວັນເວລາ ໃນການແຈ້ງ ຊັພສິນ ຂອງຣະດັບ ຜູ້ນຳ ພະນັກງານຣັຖ ແລະ ສະມາຊິກ ຄອບຄົວ ຍັງບໍ່ ເໜັງຕີງເທື່ອ ທັ້ງໆທີ່ ດຳຣັດ ນາຍົກ ຣັຖມົນຕຣີ ໄດ້ ປະກາດວ່າ ການແຈ້ງ ຊັພສິນ ຂອງ ພະນັກງານຣັຖ ຖືກບັງຄັບ ໃຊ້ ເລີ້ມແຕ່ ວັນທີ 1 ມົກຣາ 2014 ນີ້.

ແຕ່ເຖີງຢ່າງໃດ ກໍຕາມ ທາງການໄດ້ ໃຫ້ການ ຢືນຢັນວ່າ ການແຈ້ງ ຊັພສິນ ຂອງ ພະນັກງານຣັຖ ຕ້ອງຖືກ ປະຕິບັດ ພາຍໃນ ປີນີ້.ຕາມດຳຣັດ ນາຍົກ ຣັຖມົນຕຣີ ຊື່ງເປັນ ເອກສານ ທີ່ສຳຄັນ ເທື່ອທຳອິດ ທີ່ບໍ່ເຄີຍ ມີມາກ່ອນ ພະນັກງານຣັຖ ແລະ ຍາດພີ່ນ້ອງ ຂອງ ພວກຂະເຈົ້າ ຈາກນີ້ໄປ ຕ້ອງໄດ້ແຈ້ງ ຊັພສິນ ຂອງຕົນ.ກຸ່ມຜູ້ນຳ ຣະດັບສຸງ, ເຈົ້າຫນ້າທີ່ ຣະດັບ ບໍຣິຫານ ແລະ ພະນັກງານຣັຖ ທຸກຄົນ ໃນຣັຖບານ ພັກ ຄອມມຸນິສລາວ, ເຈົ້າຫນ້າທີ່ ຈາກອົງການ ລາວສ້າງຊາດ ແລະ ອົງການຣັຖ ຕ້ອງໄດ້ແຈ້ງ ຊັພສິນ ຂອງຕົນ.

ໃນຣະຍະ ທີ່ຜ່ານມາ ເຈົ້າຫນ້າທີ່ ກ່ຽວຂ້ອງ ໄດ້ປະກາດ ກຳນົດ ການແຈ້ງຊັພສິນ ພະນັກງານຣັຖ ຈະຖືກ ບັງຄັບໃຊ້ ໃນເດືອນ ກຸມພາ ປີນີ້. ແຕ່ເຖິງຢ່າງໃດ ກໍຕາມ ຫນ່ວຍ ງານ ກວດສອບ ແຫ່ງຣັຖ ແລະ ປາບປາມ ການສໍ້ຣາສ ບັງຫລວງ ໄດ້ຢືນຢັນ ໃນ ກອງປະຊຸມ ທີ່ຈັດຂື້ນ ໃນ ນະຄອນຫລວງ ວຽງຈັນ ໃນວັນ ພະຫັດ ຜ່ານມາວ່າ ຍັງມີ ການລ່າຊ້າ ໃນການ ບັງຄັບໃຊ້ ດຳຣັດ ດັ່ງກ່າວ ໃນເວລານີ້ ກຳນົດ ເວລາ ໃນການ ແຈ້ງຊັພສິນ ພະນັກງານຣັຖ ຍັງບໍ່ຖືກ ປະຕິບັດ ເທື່ອ.

 

 



__________________
Anonymous

Date:
Permalink   
 

ໄປກວດຜູ້ມັນອອກຄຳສັ່ງນີ້ມາກ່ອນໝູ່ ພໍ່ໄດ້ຂຶ້ນເປັນາຍົກບໍ່ທັນຄົບຫ້າປີ ລູກຊາຍມີເງິນໄປປຸກ

ສ້າງຄະລືຫາດລາຄາຫລາຍລ້ານໂດລ້າສະຫະຣັດ.  ກ່ອນພໍ່ໄດ້ເປັນນາຍົກໜ້າທີ່ການງານຂອງຜູ້

ທີ່ເປັນລູກຊາຍກໍເປັນພະນັກງານລັດແບບທຳມາດາສາມັນ  ເງິນເດືອນກໍບໍ່ຫລວງບໍ່ຫລາຍພໍທີ່

ຈະສາມາດທ້ອນໄດ້ ເຖິງຈະທອ້ນຫອມໄດ້ແບບບໍ່ຕ້ອງຈັບຈ່າຍຫຍັງ ໃຊ້ເວລາເຖິງ 30 ປີກໍບໍ່ສາ

ມາດທ້ອນໄດ້ຮອດໜຶ່ງລ້ານໂດລາສະຫະຣັດ ເພາະເງິນເດືອນບໍ່ຮອດ $600 ຕໍ່ເດືອນຖ້າຄິດສະ

ເຫຼ່ຍໃສ່ເງິນໂດລາສະຫະຣັດ. ກ່ອນບັກທອງສິງຈະຂຶ້ນມາເປັນນາຍົກຕອນຍັງເປັນປະທານສະພາ

ຢູນັ້ນກໍມີເຮືອນຫລັງທໍ່ອອງເຕົ່ານີ້ ບາດໄດ້ເປັນນາຍົກບໍ່ພໍສອງປີ ໄປເບິ່ງເອົາເອງເຮືອນບັກທອງ

ສິງຢູ່ຄຸ້ມດົງສີສັງວອນນັ້ນວ່າມັນໃຫຍ່ມັນນ້ອຍປານໃດ? ເພື່ອຄວາມປອດໃສທາງສູນກາງພັກກໍ

ມີການອອກມະຕິກົດໝາຍເຜີ້ມເຕີມຂໍ້ໜຶ່ງຂຶ້ນອີກເພື່ອເປັນເຄື່ອງປົກປິດການເປັນມາຂອງສັບ

ສິນຂອງຜູ້ເປັນຜູ້ນຳປະເທດນັ້ນກໍຄື   ຖ້າບັກໃດໄດ້ຂຶ້ນເປັນນາຍົກແລ້ວທາງພັກລັດຈະອະນຸມັດ

ເງິນສ້າງຄະລືຫາດໃຫ້ໜຶ່ງຫລັງ ຣົດ Benz ປະຈຳຕຳແໜ່ງໜຶ່ງຄັນ ໃຊ້ນ້ຳແລະໄຟຟ້າຟຣີ ແລະ

ຍັງມີຣົດ ເບັນຊ໌ ໃຫ້ຜູ້ເປັນເມຍອີກໜຶ່ງຄັນ.

ຖ້າຈະເອົາກັນແທ້ໆແບບບັກທອງສິງທຳມະວົງປະກາດອອກມານັ້ນ ຕ້ອງໄປສຳຫລວດສຳມະຊິກ

ສູນກາງພັກຜູ້ປັດຈຸບັນແລະທັງຜູ່ທີ່ອອກກິນບຳນານແລ້ວ ນັບແຕ່ສະໄໝ 90 ຂຶ້ນມາ ເຊື່ອແນ່

ວ່າບໍ່ມີບັກໃດອີ່ໃດປອດໃສຈັກຄົນດອກທີ່ວ່າບໍ່ໄດ້ມີການສໍ້ໂກງກິນບ້ານກິນເມືອງນັ້ນ.  ພວກທີ່

ພາກັນສວຍໃຊ້ກົດໝາຍນອກລະບົບສໍ້ໂກງຊາດແລະປະຊາຊົນແຮງຫລາຍຕົວຢ່າງກໍອີ່ແມ່ໝ້າຍ

ທອງວິນນັ້ນແຫ່ງເກ່ງ ດອນຢູ່ໜ້າເຄື່ອນໄຟຟ້ານ້ຳງຶ່ມເອົາປ້າຍໄປປັກໃສ່ຊື່ໄວ້ໝົດວ່າເປັນຂອງ

ມັນ ທັງໆທີ່ຕອນເຂົາສ້າງເຄື່ອນນີ້ມັນຍັງຈັບປືນເຊກາເຊໄລ່ຍິງ T28 ນຳບັກຜົວມັນຢູ່ທາງເມືອງ

ວຽງໄຊຊຳເໜືອພຸ້ນ ພໍແຕ່ມີອຳນາດກໍໄປຍາດເອົາບ່ອນທຳມາຫາກິນຂອງປະຊາຊົນ.

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard