ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເສຖກິດລາວຈະຂຍາຍຕົວ ຊ້າລົງ
Anonymous

Date:
ເສຖກິດລາວຈະຂຍາຍຕົວ ຊ້າລົງ
Permalink   
 


ເສຖກິດລາວຈະຂຍາຍຕົວ ຊ້າລົງ

image

ທະນາຄານ ໂລກ ຣາຍງານວ່າ ປີນີ້ ເສຖກິດ ຂອງລາວ ຈະ ຂຍາຍຕົວ ພຽງແຕ່ 7.2 ສ່ວນຮ້ອຍ ຫລຸດລົງ ຈາກ 8 ສ່ວນຮ້ອຍ ໃນປີກາຍ ແລະ ປີກ່ອນ. ສາເຫດ ກໍຍ້ອນ ບໍ່ຄຳ ເຊໂປນ ທີ່ແຂວງ ສວັນນະເຂດ ບໍ່ມີຄໍາ ແລ້ວ.

ຄະນະ ຜູ້ຕາງໜ້າ ທະນາຄານ ໂລກ ອອກ ຣາຍງານ ສະພາບ ເສຖກິດ ຂອງລາວ ທີ່ ໂຮງແຮມ ລາວ ປລາຊາ ໃນ ນະຄອນ ຫລວງ ວຽງຈັນ ໃນ ວັນອັງຄານ ນີ້ວ່າ ອີກສາເຫດ ນຶ່ງ ທີ່ພາໃຫ້ ເສຖກິດ ຂອງລາວ ຂຍາຍ ຕົວຊ້າລົງ ກໍແມ່ນ ການລົງທຶນ ໃຫຍ່ໆ ຍັງບໍ່ທັນ ໄດ້ຮັບ ໝາກຜົນ ກຳລັງ ກໍ່ສ້າງຢູ່.

ທະນາຄານ ໂລກ ຣາຍງານ ອີກວ່າ ຣັຖບານ ລາວ ມີເງິນ ສຳຮອງ ຕ່າງປະເທດ ໜ້ອຍທີ່ສຸດ ເມື່ອປີກາຍ ສາມາດ ຊື້ສິນຄ້າ ຕ່າງປະເທດ ເຂົ້າໄດ້ ພຽງແຕ່ 1.3 ເດືອນ ເທົ່ານັ້ນ. ນາງ Keiko Miwa ຫົວໜ້າ ທະນາຄານ ໂລກ ປະຈຳລາວ ກ່າວວ່າ ທະນາຄານ ໂລກ ສເນີໃຫ້ ຣັຖບານ ລາວ ປະຫຍັດ ມັທຍັດ ຂຶ້ນຕື່ມ ເພື່ອບັນລຸ ເປົ້າໝາຍ ຂອງ ການພັທນາ ໃນປີ ສອງປີ ຂ້າງໜ້າ.

ເຖິງຢ່າງໃດ ກໍດີ ນັກເສຖກິດ ລາວ ຈາກ ສະຖາບັນ ຄົ້ນຄວ້າ ເສຖກິດ ແຫ່ງຊາດລາວ ກ່າວວ່າ ເສຖກິດ ຂອງລາວ ຈະຂຍາຍຕົວ ຊ້າລົງ ແຕ່ບໍ່ຊ້າ ລົງຫລາຍ ເທົ່າກັບ ທີ່ ທະນາຄານ ໂລກ ຣາຍງານ. ເຊັ່ນດຽວກັນ ກັບ ຈຳນວນເງິນ ສຳຮອງ ຕ່າງປະເທດ ຂອງ ຣັຖບານ ກໍຍັງ ຫລາຍຢູ່ ຫລາຍພໍ ເພື່ອຊື້ສິນຄ້າ ເຂົ້າເຖິງ 5 ເດືອນ.

ຂ່າວດີ ສຳຣັບ ພະນັກງານ ຂອງຣັດ ຣັຖບານ ລາວ ອາດຈະຂື້ນ ເງິນເດືອນ ໃຫ້ ໃນທ້າຍປີນີ້ ເພື່ອຊົດເຊີຍ ເງິນອຸດໜຸນ ທີ່ຖືກຕັດໄປ ເມື່ອປີກາຍ.



__________________
Anonymous

Date:
Permalink   
 

ຂຶ້ນເງິນແຕ່ບໍ່ເບີກໃຫ້ທັນເວລາທຸກໆເດືອນເຍື້ອນເປັນເິນໄຕຣມາດກໍ່ບໍ່ມີຄວາມໝາຍ.

ເສດຖະກິດບໍ່ຂະຫຍາຍຕົວຕາມຄາດໝາຍ ຣັຖມົນຕຣີກະຊວງການຄ້າຄວນພິຈາຣະນາ

ຕົນເອງໄດ້ແລ້ວ.



__________________
Anonymous

Date:
Permalink   
 

ຮັບຜິດຊອບທັງໝົດ ໃນຄະນະລັດຖະບານທີ່ຮັບຜິດຊອບເສດຖະກິດ, ຄວາມຜິດພາດ ຄວາມຂາດຕົກບົກຜ່ອງ, ຕໍ່ພາວະເສດຖະກິດ ທີ່ຖົດຖອຍ, ຍ້ອນ ຍັງບໍ່ມີລະບົບກວດກາກວດການ ຍັງແທ້ຈິງ ຜິດແຕ່ ພະນັກງານຜູ້ນ້ອຍ ຜູ້ວາງແຜນ ຜູ້ສັງການຄື ບໍ່ຜິດ, ຕະຫຼາດໄມ້ຂະຍູງແຂວງ ສະຫັວນນະເຂດ ເປີດແລ້ວ ແຕ່ຄັງຍັງບໍ່ມີເງິນ ຜູ້ວ່າແຂວງ ເຫັນແກ່ຜນົປະໂຫຍດຕົວເອງ. ອ້າວ ຂ້ຽວເອົາ ຂ້ຽວໜີ ເດີ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard