ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຂໍທານ ອີກແລ້ວ ພັກລັດ
Anonymous

Date:
ຂໍທານ ອີກແລ້ວ ພັກລັດ
Permalink   
 


1.jpg

ລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫລືອລ້າແກ່ ສປປ ລາວ 3 ໂຄງການ

ໃນວັນທີ 4 ມີນາ 2014 ທີ່ກະຊວງການຕ່າງປະເທດໄດ້ມີພິທີລົງນາມ ໂຄງການຊ່ວຍເຫລືອລ້າຈາກລັດຖະບານຍີ່ປຸ່ນຈຳນວນ 3 ໂຄງການຄື: ໂຄງການ ພັດທະນາການຈັດການຂີ້ເຫຍື້ອຍ່ອຍສະຫລາຍໃນຕົວເມືອງທີ່ມີຄວາມຍືນຍົງ

ທາງດ້ານສິ່ງແວດລ້ອມ, ໂຄງການພັດທະນາອຸປະກອນແລະ ສິ່ງອຳນວຍຄວາມ ສະດວກໃນຂົງເຂດອຸຕຸນິຍົມ-ອຸທົກກະສາດແລະໂຄງການພັດທະນາສະພາບ ແວດລ້ອມໃນໂຮງຮຽນມັດທະຍົມຕອນຕົ້ນຢູ່ພາກໃຕ້ຂອງລາວລວມມູນຄ່າທັງ

ໝົດ 3.036 ລ້ານເຢນ  ຫລືປະມານ 30.370.000 ໂດລາສະຫະລັດລະຫວ່າງທ່ານທອງລຸນສີສຸລິດຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ, ຕາງໜ້າລັດຖະບານລາວແລະທ່ານຮິໂຣຢູກິກິຊິໂນະ

ເອກ ອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມແຫ່ງປະເທດຍີ່ປຸ່ນປະຈຳສປປລາວຕາງໜ້າລັດຖະບານຍີ່ປຸ່ນ, ມີບັນດາພະນັກງານວິຊາການທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

     ໂຄງການຊ່ວຍເຫລືອດັ່ງກ່າວແມ່ນນອນຢູ່ໃນແຜນງານຂອງລັດຖະບານສປປລາວທີ່ສະເໜີຂໍການຊ່ວຍ ເຫລືອ ຈາກລັດຖະບານຍີ່ປຸ່ນຊຶ່ງມາຮອດປັດຈຸບັນລັດຖະບານຍີ່ປຸ່ນໄດ້ຄົ້ນຄວ້າພິຈາລະນາແລະເຫັນດີໃຫ້ການຊ່ວຍເຫລືອ 3 ໂຄງການນີ້  ຊຶ່ງພາຍຫລັງສຳເລັດແລ້ວໂຄງການດັ່ງກ່າວຈະປະກອບສ່ວນອັນໃຫຍ່ຫລວງໃຫ້ແກ່ການພັດທະນາພື້ນຖານ ໂຄງລ່າງຂອງສປປລາວບໍ່ວ່າຈະເປັນຂົງເຂດວຽກງານການຮັກສາສິ່ງແວດລ້ອມ, ວຽກງານດ້ານອຸຕຸນິຍົມ-ອຸທົກກະສາດແລະວຽກງານການສຶກສາທັງໝົດນີ້ແມ່ນແນໃສ່ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດເປົ້າໝາຍ ສະຫັດສະວັດເພື່ອການພັດທະນາແລະນຳພາປະເທດຊາດຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ 2020 ຕາມທີ່ລັດຖະບານໄດ້ວາງເປົ້າໝາຍໄວ້.


__________________
Anonymous

Date:
Permalink   
 

ຂໍທານນຳຍີ່ປຸ່ນ.ແຕ່ໄປຮູ້ບຸນຄຸນ ແລະ ເລຍດາກເຈັກ-ແກວ.



__________________
Anonymous

Date:
Permalink   
 

ຂໍຮ້ອງຢ່າໄປຫັກເງິນອອກແລ້ວເອົາໄປປັນກັນຄືຜ່ານມານັ້ນເດີ້

ເຊົາແດກຫ່າກັນໄດ້ແລ້ວເພາະໃຜກໍພາກັນຮັ່ງເປັນມະຫາເສຖິ

ແລ້ວ. ມີເງິນມີຄຳກອງສູງພຽງຟ້າກໍບໍ່ສາມາດຊື້ຊີວິດໄວ້ໄດ້ດອກ

ແລະເມື່ອໝັບຫ່າໄປກໍບໍ່ສາມາດເອົາໄປນຳໄດ້ ຄັນຈະໄດ້ຄືຈະໄດ້

ພຽງຫລຽນເງິນເຂົາຍັດໃສ່ປາກໃຫ້ເທົ່ານັ້ນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard