ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຫຼາຍບ້ານຍັງບໍ່ມີຫົນທາງແລະ ນໍ້າໃຊ້
Anonymous

Date:
ຫຼາຍບ້ານຍັງບໍ່ມີຫົນທາງແລະ ນໍ້າໃຊ້
Permalink   
 


ຫຼາຍບ້ານຍັງບໍ່ມີຫົນທາງແລະ ນໍ້າໃຊ້

image

 

 

ການກໍ່ສ້າງ ພື້ນຖານ ໂຄງຮ່າງ ໃນ ເຂດແຂວງ ຕ່າງໆ ຂອງລາວ ຍັງບໍ່ ທົ່ວເຖິງ. ມີເຖີງ 1630 ບ້ານ ບໍ່ມີ ຫົນທາງ ໄປຮອດ ແລະ 532 ບ້ານ ບໍ່ມີ ນໍ້າ ສະອາດ ໃຊ້. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໃນວັນທີ 5 ມີນາ 2014:

"ມາຮອດປີ 2013 ນຶ່ງນີ້ແມ່ນ ເສັ້ນທາງ ແມ່ນບໍ່ທັນ ທົ່ວເຖິງ ແລ່ນໄດ້ 2 ຣະດູ ນໍ້າລິນ ບໍ່ທັນມີ ຈາກນັ້ນແລ້ວ ນີ້ແມ່ນ ໂຮງຮຽນ ເປັນໂຮງຮຽນ ປະຖົມ ປະຖານ".

ຫລາຍບ້ານ ທີ່ມີ ຫົນທາງ ກໍບໍ່ ສາມາດ ທຽວໄດ້ ທັງ 2 ຣະດູ ເພາະເປັນ ທາງດິນ ໃຊ້ໄດ້ ໃນ ຣະດູແລ້ງ ເທົ່ານັ້ນ. ພ້ອມດຽວກັນ ກໍຍັງມີ ບ້ານເຂດ ຫ່າງໄກ ອີກ 95 ບ້ານ ທີ່ບໍ່ມີ ໂຮງຮຽນ ປະຖົມ ແລະ ບ້ານ ໃນເຂດ ຊົນນະບົດ ສ່ວນຫລາຍ ບໍ່ມີ ໂຮງຮຽນ ມັທຍົມ ໂຮງຮຽນ ທີ່ ມີຢູ່ແລ້ວ ຫລາຍແຫ່ງ ກໍສ້າງ ແບບປະຖົມ ປະຖານ ຊາວບ້ານ ຮວມເງິນກັນ ສ້າງເພື່ອໃຫ້ ລູກຫລານ ໄດ້ ຮຽນໜັງສື.

ໃນຕົ້ນປີ 2014 ທາງການ ລາວ ເປີດເຜີຍ ຂໍ້ມູລວ່າ ມີບ້ານພັທນາ ແລ້ວ 2353 ບ້ານ ມີບ້ານ ພົ້ນທຸກ ແລ້ວ 3933 ບ້ານ ເຫລືອບ້ານ ທຸກຍາກ 2287 ບ້ານ.

ທ່ານ ເວົ້າຕື່ມວ່າ ນອກຈາກ ເຣື່ອງຫົນທາງ ນໍ້າສະອາດ ແລະ ໂຮງຮຽນ ແລ້ວ ສິ່ງທີ່ ປະຊາຊົນ ຕ້ອງການ ຄື ຊົລປະທານ ເພື່ອໃຫ້ ພຽງພໍ ໃນການ ປູກຝັງ ໃນຊ່ວງ ຣະດູແລ້ງ. ປັຈຈຸບັນ ໃນທົ່ວ ປະເທດລາວ ຍັງບໍ່ສາມາດ ສນອງນໍ້າ ໃນຊ່ວງ ຣະດູແລ້ງ ໃຫ້ຊາວ ກະສິກອນ ໄດ້ເຖິງ 50 ສ່ວນຮ້ອຍ ຂອງພື້ນທີ່ ປູກຝັງ ທັງໝົດ.

 

 



__________________
Anonymous

Date:
Permalink   
 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard