ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ນຳຈັບຄົນລາວຄ້າຢາແລະອາວຸດຂ້າມຊາດ
Anonymous#1

Date:
ນຳຈັບຄົນລາວຄ້າຢາແລະອາວຸດຂ້າມຊາດ
Permalink   
 


akokao.jpg

ຊື່ແລະນາມສະກຸນ: ທ້າວຂາວພອນ ສີຈັນທາ

ອາຍຸ: 32 ປີ

ທີ່ຢູ່: Lakeshore,Ontario. Canada

ສັນຊາດ: ລາວ, ການາດາ

ຄະດີ: ຄ້າຢາເສບຕິດ, ຄ້າອາວຸດ, ຂົນສົ່ງເງິນຜິດກົດໝາຍ.

ໂທແຈ້ງ: 866-347-2423



__________________
Anonymous

Date:
Permalink   
 

ເຈົ້າໜ້າທີ່ ກວດຄົນ ເຂົ້າເມືອງ, ຂອງ ທາງການ ສະຫະຣັຖ ອະເມຣິກາ ໄດ້ອອກ ປະກາດວ່າ: ເຈົ້າໜ້າທີ່ ສະຫະຣັຖ ແລະ ຄານາດາ ກໍາລັງ ຕິດຕາມ ຊອກຫາ ບ່ອນຢູ່ ຂອງ ຜູ້ຕ້ອງ ສົງໄສ ທີ່ຫລົບໜີ ວ່າເປັນ ຫົວໜ້າ ເຄືອຂ່າຍ ຄ້າ ຢາເສບຕິດ ແລະ ຄ້າອາວຸດ ເຖື່ອນ ລາຍໃຫຍ່ ທີ່ ເຄື່ອນໄຫວ ຢູ່ ຣະຫ່ວາງ ສອງ ປະເທດນີ້. ໃນປະກາດ ຣະບຸວ່າ ເມື່ອເດືອນ ຕຸລາ 2013 ທ້າວ ຂາວພອນ ສີຈັນທາ ຫລື ມີອີກ ຊື່ນຶ່ງວ່າ ອາກາ ເກົາ ອາຍຸ 32 ປີ ຄັ້ງຫລ້າ ສຸດ ມີຖິ່ນຖານ ຢູ່ Lakeshore ຣັຖ ອົງຕາຣີໂອ, ຄານາດາ ຖືກຕັ້ງຂໍ້ຫາ ທໍາຄວາມຜິດ 4 ກະໂທງ ຍ້ອນການ ຈໍາໜ່າຍ ຢາເສບຕິດ ຫລັງຈາກ ການ ສອບສວນ ຂອງໜ່ວຍ ປະຕິບັດ ງານ ສະເພາະ ຊາຍແດນ Detroit.

ຕາມການ ບັນທຶກ ປະຫວັດ ຢູ່ ຄານາດາ ແລະ ສະຫະຣັຖ ນັ້ນ ທ້າວ ສີຈັນທາ ຜູ້ທີ່ມີ ສອງ ສັນຊາຕ ຄານາດາ ແລະລາວ ເປັນຜູ້ຕ້ອງ ສົງໄສ ວ່າ ເປັນຫົວໜ້າ ເຄື່ອຂ່າຍ ລັກລອບ ຄ້າ ຢາເສບຕິດ ປະເພດ ກະຕຸ້ນ ປະສາດ Ecstasy ແລະ ກັນຊາແຫ້ງ ນັບເປັນ ຫລາຍຮ້ອຍ ກິໂລ ໄປຍັງ ແຫລ່ງ ຈໍາໜ່າຍຢູ່  Michigan, Ohio, Illinois, Massachusetts, Georgia, and New York. ຍັງບໍ່ ເທົ່ານັ້ນ ທ້າວ ຂາວພອນ ຍັງຖືກ ຂໍ້ຫາ ເປັນຜູ້ ບົງການ ໂດຍກົງ ໃນການ ລັກລອບ ຂົນສົ່ງ ເງິນສົດ ປືນ ໂຄເຄນ ແລະ ເຮໂຣອີນ ຈາກ ສະຫະຣັຖ ໄປຍັງ ຄານາດາ.

ນັບແຕ່ປີ 2002 ມານີ້ ເຈົ້າໜ້າທີ່ ສະຫະຣັຖ ໄດ້ຈັບ ແລະ ເອົາຄວາມຜິດ ບຸກຄົນ ຈໍານວນ 25 ຄົນ ທີ່ຢູ່ພາຍໃຕ້ ການຊີ້ນໍາ ຂອງ ທ້າວ ສີຈັນທາ. ຖ້າຜູ້ໃດ ພົບເຫັນ ທ້າວ ຂາວພອນ ສີຈັນທາ ຢູ່ບ່ອນໃດ ເຈົ້າໜ້າທີ່ ທັງສອງ ປະເທດ ຂໍຄວາມ ຮ່ວມມື ຈົ່ງໃຫ້ ຂໍ້ມູນ ແກ່ ເຈົ້າໜ້າທີ່ ດ້ວຍ.



__________________
Anonymous

Date:
Permalink   
 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard