ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເສຖກິດຂຍາຍໂຕປະຊາຊົນ ຍັງທຸກ
Anonymous

Date:
ເສຖກິດຂຍາຍໂຕປະຊາຊົນ ຍັງທຸກ
Permalink   
 


ເສຖກິດຂຍາຍໂຕປະຊາຊົນ ຍັງທຸກ

image

 

 

ສປປລາວ ເປັນ ປະເທດນ້ອຍ ບໍ່ມີ ທາງອອກ ສູ່ທະເລ ໃນເຂດ ເອເຊັຽ ຕາເວັນອອກ ສ່ຽງໃຕ້, ມີການ ປົກຄອງ ດ້ວຍຣັຖບານ ຄອມມຸນິສ ພັກດຽວ ທີ່ຍັງ ເຫລືອຢູ່ ໃນໂລກ ກໍາລັງມີ ການເຕີບ ໃຫຍ່ ດ້ານເສຖກິດ ໃນ ປີຫລັງໆ ຜ່ານມານີ້ ຊຶ່ງເປັນຍ້ອນ ການສົ່ງ ອອກ ແຮ່ທາດ, ໄຟຟ້າ ແລະ ຢາງພາລາ ຮ່ວມທັງ ໂຄງການ ກໍ່ສ້າງ ຖນົນ ຫົນທາງ, ໂຄງການ ຣົຖໄຟ ຄວາມໄວສູງ, ການສ້າງ ເຂື່ອນ ການຂຸດ ຄົ້ນແຮ່ທາດ ແລະ ການລົງທຶນ ຈາກຈີນ ໄທ ແລະ ວຽດນາມ ຫລາຍພັນ ລ້ານ ໂດລາ. ອີງຕາມ ບົດຣາຍງານ ຂອງ ຫນັງສືພີມ INTERNATIONAL BUSINESS TIMES ສະບັບ ວັນທີ 5 ມີນາ 2014.

ຣາຍງານວ່າ ສປປລາວ ມີຕລາດຫຸ້ນ ຂນາດນ້ອຍ ທີ່ໄດ້ ດຳເນີນ ກິຈການ ມາໄດ້ ສອງປີແລ້ວ ນັ້ນ ມີເສຖກິດ ຂຍາຍໂຕ ຣະຫວ່າງ 8 ຫາ 8 ເຄີ່ງ ວ່າງປີ ຫລັງໆ ມານີ້ ແລະ ການຂຍາຍໂຕ ດັ່ງກ່າວ ມີແນວໂນ້ມ ວ່າຈະສືບ ຕໍ່ໄປ ຮອດປີ 2018. ສປປລາວ ມີລາຍໄດ້ ຈາກ ການຂາຍ ໄຟຟ້າ ຊື່ງ ໃນເວລາ ນີ້ ລາວ ມີ 13 ເຂື່ອນ ທີ່ສ້າງ ແລ້ວ ແລະ ມີແຜນການ ຈະສ້າງອີກ ກວ່າ 70 ເຂື່ອນ ໃນນັ້ນ ຮ່ວມດ້ວຍ ເຂື່ອນ ນ້ຳຂອງ ທີ່ ໄຊຍະບູຣີ ພາຍໃນ ປີ 2020 ລາວ ຫວັງວ່າ ຈະສາມາດ ຜລິດ ກະແສ ໄຟຟ້າໄດ້ 12,500 ເມກາວັດ ຕໍ່ປີ ເພື່ອ ສົ່ງອອກ.

ເຂື່ອນ ນ້ຳເທີນສອງ ທີ່ ສ້າງແລ້ວ ໃນປີ 2010 ຄາດວ່າ ຈະສ້າງ ຣາຍໄດ້ ໃຫ້ແກ່ ສປປລາວ 2 ຕື້ ໂດລາ ໃນຣະຍະ 25 ປີ ແລະ ເຂື່ອນ ອື່ນໆ ທີ່ ສ້າງແລ້ວ 13 ເຂື່ອນ ຄາດວ່າ ຈະສ້າງ ຣາຍໄດ້ ໃຫ້ ສປປລາວ ຫລາຍພັນ ລ້ານ ໂດລາ ຈາກການ ສຳປະທານ ພາສີ ແລະ ບາງເຂື່ອນ ຣັຖບານ ລາວ ມີຫຸ້ນສ່ວນ ນຳ.

ນອກຈາກ ເຂື່ອນ ແລ້ວ ຣັຖບານລາວ ຍັງມີ ຣາຍໄດ້ ຈາກການສົ່ງ ແຮ່ທາດອອກ ໃນສັດສ່ວນ ຄ່າ ສຳປະທານ ແລະ ພາສີ ຣາຍໄດ້ ແລະ ອື່ນໆ ແຕ່ລະບໍ່ ຫລາຍ ຮ້ອຍລ້ານ ໂດລາ ໃນແຕ່ລະປີ ດັ່ງຕົວຢ່າງ ບໍ່ຄຳ ທີ່ ເຊໂປນ ພູເບັ້ຽ ພູຄຳ ບ້ານຫວ້ຍຊາຍ ໂພນສວັນ ເປັນຕົ້ນ ແລະ ບໍ່ເລັກ ບໍ່ນ້ອຍ ອື່ນໆ. ຣາຍໄດ້ ອີກຢ່າງນື່ງ ທີ່ລາວໄດ້ຮັບ ກໍແມ່ນ ການໃຫ້ ສຳປະທານ ທີ່ດີນ ສຳລັບ ປູກຕົ້ນໄມ້ ເສຖກິດ ດັ່ງ ຢາງພາລາ ແລະ ກະເສດ ພັນທະ ອື່ນໆ ໃນລາວ ແຕ່ເຫນືອ ຕຣອດໃຕ້ ຫລາຍພັນ ເຮັກຕາ.

ນອກນັ້ນ ສປປລາວ ກໍມີຣາຍໄດ້ ຈາກການ ເກັບພາສີ ຈາກນັກ ການຄ້າ ວຽດນາມ ແລະຈີນ ຜູ້ທີ່ເຂົ້າ ມາຄ້າຂາຍ ຢ່າງ ຫລວງຫລາຍ ໃນເວລາ ນີ້ ບາງເຂດ ຈົນກາຍ ເປັນເມືອງຈີນ ແລະ ເມືອງ ວຽດນາມ ແລະ ໃນ ອະນາຄົດ ອາດຈະ ຫລາຍກວ່ານີ້ ດັ່ງໂຄງການ ບຶງ ທາດຫລວງ ໂຄງການ ຫນອງທາ ແລະ ໂຄງການ ອື່ນໆ ໃນລາວ ທີ່ ຣັຖບານລາວ ໄດ້ ອະນຸຍາດ ໃຫ້ ນັກລົງທຶນ ຕ່າງຊາດ ເຂົ້າມາ ດຳເນີນ ທຸຣະກິດ.

ຍ້ອນຣາຍໄດ້ ດັ່ງກ່າວ ໃນ ປັດຈຸບັນ ຈື່ງເຮັດໃຫ້ ຄົນລາວ ບາງກຸ່ມ ລ້ຳລວຍ ເກີນໄປ ແຕ່ສ່ວນໃຫຍ່ ເປັນ ເຈົ້າຫນ້າທີ່ີ ຫລື ພະນັກງານ ຣັຖ ທີ່ພາກັນ ຂີ່ຣົຖ ຫລຸຫລາ ປຸກບ້ານເຮືອນ ໃຫ້ຄົນເຊົ່າ ແລະ ກິນອາຫານ ຢູ່ຮ້ານ ອາຫານ ທີ່ແພງໆ ສົ່ງລູກເຕົ້າ ໄປເຂົ້າ ໂຮງຮຽນ ດີໆ ຢູ່ຕ່າງ ປະເທດ ແຕ່ຄົນ ທຸກຍາກ ຍັງຢູ່ກິນ ແບບ ສືບມື້ຢູ່.

ຫນັງສືພີມ ສະບັບ ດັ່ງກ່າວ ຣາຍງານ ຕໍ່ໄປວ່າ ເຖິງຢ່າງໃດ ກໍຕາມ ຫມາກຜົລ ຂອງ ການເຕີບໂຕ ທາງດ້ານ ເສຖກິດ ດັ່ງກ່າວ ໃນລາວ ບໍ່ໄດ້ ເຮັດໃຫ້ ຊິວິດ ການເປັນຢູ່ ຂອງ ຄົນລາວ ທີ່ ທຸກຍາກ ໃນເຂດ ຊົນນະບົດ ດີຂື້ນ ເວົ້າງ່າຍໆວ່າ ບໍ່ໄດ້ໃຫ້ ຜົລປໂຍດ ແກ່ຄົນລາວ ຜູ້ທີ່ ທຸກຍາກ ໃນເຂດ ຊົນນນະບົດ ເລີຍ. ຮ້າຍໄປ ກວ່ານັ້ນ ຫລາຍແຂວງ ໃນລາວ ປະຊາຊົນ ທຸກຍາກ ຮ້າຍ ກວ່າເກົ່າ. ຄົນລ້ຳລວຍ ສ່ວນໃຫຍ່ ແມ່ນກຸ່ມ ຜູ້ມີ ອຳນາດ ໃນລາວ ຄົນ ທັມມະດາ ສາມັນ ແລະ ຄົນທຸກຍາກ ໃນເຂດ ຊົນນະບົດ ຍັງຫາເຊົ້າ ກິນຄ່ຳ ສືບມື້ຢູ່.

ຕາມສະຖີຕິ ຂອງ ທະນາຄານ ໂລກ ໃນປີ 2013 ສປປລາວ ຍັງຖືວ່າ ເປັນ ປະເທດ ທີ່ ທຸກຍາກ ປະເທດນື່ງ ໃນໂລກ ໃນ ປັດຈຸບັນ  ທີ່ມີ ອັດຕຣາ ການຕາຍ ຂອງ ເດັກນ້ອຍ ຕ່ຳກວ່າ ອາຍຸ 5 ປີ ຮ່ວມດ້ວຍ ການເສັຍ ຊີວີດ ຂອງແມ່ຍີງ ໃນຍາມ ຖືພາ ແລະ ອອກລູກ ການຂາດ ສານອາຫານ ແລະ ການອອກ ໂຮງຮຽນ  ກ່ອນອາຍຸ ຂາດ ນ້ຳສະອາດ ກິນແລະໃຊ້ ຂາດຖນົນ ຫົນທາງ ໄປມາຫາສູ່ ຂາດໂຮງຫມໍ ໂຮງຮຽນ ຂາດວິດຖ່າຍ ແລະ ຂາດ ອາຊີບ ທີ່ ແນ່ນອນ.

ປະຊາຊົນ ລາວ 75% ແມ່ນຢູ່ ໃນເຂດ ຊົນນະບົດ ຫາຢູ່ ຫາກີນ ຕາມ ທັມມະຊາດ ຣາຍໄດ້ ໂດຍສະເຣັ່ຽ ຫົວຄົນ ບໍ່ຮອດ ນື່ງໂດລາ ຕໍ່ມື້ ບໍ່ມີ ໄຟຟ້າ ໃຊ້ ບໍ່ມີການ ບໍຣິການ ດ້ານ ສາທາຣະນະສຸກ ຂັ້ນພື້ນຖານ ການ ຫາລ້ຽງຊີບ ສ່ວນໃຫຍ່ ຍັງອາສັຍ ການ ກະເສດ ແບບດັ້ງເດີມ ຄືໃຊ້ ຄວາຍ ໄຖນາ ເມື່ອມີ ພັຍນ້ຳຖ້ວມ ຫລື ພັຍແຫ້ງແລ້ງ ກໍບໍ່ ສາມາດ ເກັບກ່ຽວ ໄດ້ ເຮັດໃຫ້ ຂາດອາຫານ ແລະ ຕິດຫນີ້ ເພີ້ມຂື້ນ  ເປັນທາງຕັນ ສຳລັບ ຄົນຈົນ ໃນເຂດ ຊົນນະບົດ ຂອງລາວ ຫລາຍຄົນ ກໍສົ່ງ ລູກເຕົ້າ ໄປຊອກ ວຽກເຮັດ ໃນໄທ ແລະ ລູກເຕົ້າ ບາງຄົນ ກໍຕົກເປັນ ເຫຍື່ອ ຂອງກຸ່ມ ຄ້າມະນຸດ ແລະ ຄ້າແຮງງານ ແລະ ຫລາຍຄົນ ກໍ ຫາຍສາບສູນ ບໍ່ກັບ ມາເລີຍ.

ນັກ ວິຊາການ ທ່ານນຶ່ງ ເວົ້າວ່າ ເຫດຜົລ ທີ່ເຮັດໃຫ້ ຄົນລາວ ໃນເຂດ ຊົນນະບົດ ຍັງທຸກຍາກ ຄືເກົ່າ ຫລື ຫລາຍ ກວ່າເກົ່າ ທັ້ງໆທີ່ ເສຖກິດລາວ ເຕີບໂຕ ນັ້ນ ເປັນຍ້ອນ ວ່າ,

ນຶ່ງ:ໂຄງການ ພັທນາ ຊົນນະບົດ ຂອງ ຣັຖບານ ລາວ ບໍ່ໄດ້ຜົລ ຂາດ ປະສິດທິພາບ ຫລື ຂາດການ ເອົາໃຈໃສ່ ມີການ ສໍ້ຣາສ ບັງຫລວງ ໃນຫລາຍ ໂຄງການ.

ສອງ:GDP ຫລືຣາຍຮັບ ຂອງ ປະເທດລາວ ທີ່ວ່າ ມີການ ເຕີບໂຕ ທາງດ້ານ ເສຖກິດ 8% ນັ້ນ ເປັນພຽງແຕ່ ໂຕເລກ ສ່ວນໃຫຍ່ ແມ່ນນັບ ເອົາ ຣາຍໄດ້ ຂອງການ ສົ່ງອອກ ແຮ່ທາດ ຂອງ ນັກລົງທຶນ ບໍ່ແມ່ນ ຣາຍໄດ້ ຂອງ ຣັຖບານ ລາວ ເປັນແບບ ດຽວກັນ ກັບການ ສົ່ງ ກະແສ ໄຟຟ້າ ອອກຂາຍ ຕ່າງ ປະເທດ ເປັນຣາຍໄດ້ ຂອງ ນັກລົງທຶນ ຜູ້ສ້າງເຂື່ອນ. ຣັຖບານລາວ ໄດ້ພຽງ ເລັກນ້ອຍ ຈາກພາສີ ແລະ ຄ່າ ສຳປະທານ ເທົ່ານັ້ນ ການສົ່ງ ຢາງພາລາ ກະເສດ ພັນທະ ແລະ ໄມ້ແປຮູບ ກໍຄືກັນ ເປັນຣາຍໄດ້ ຂອງ ນັກລົງທຶນ ສ່ວນໃຫຍ່ ຣາຍໄດ້ ຂອງ ຣັຖບານລາວ ມີພຽງແຕ່ ການເກັບ ພາສີ ແລະ ການໃຫ້ ສຳປະທານ ເທົ່ານັ້ນ.

ສາມ: ແຮ່ງເຮັດ ໃຫ້ ປະຊາຊົນ ໃນທ້ອງຖິ່ນ ທຸກຍາກ ກວ່າເກົ່າ ຍ້ອນວ່າ ປະຊາຊົນ ຖືກ ໂຍກຍ້າຍ ຈາກໄຮ່ນາ ບ່ອນຢູ່ ອາສັຍ ຍ້ອນການ ສຳປະທານ ຂອງ ຣັຖບານ ດັ່ງການ ສ້າງເຂຶ່ອນ ສ່ວນໃຫຍ່ ນ້ຳຈະຖ້ວມ ໄຮ່ນາ ຂອງ ຊາວບ້ານ ຊາວບ້ານ ກໍຖືກ ໂຍກຍ້າຍ ຂາດບ່ອນ ທຳມາ ຫາກິນ ຂາດອາຊີບ ເຮັດໃຫ້ ຂະເຈົ້າ ທຸກກວ່າເກົ່າ. ການຂຸດຄົ້ນ ແຮ່ທາດ ກໍຄືກັນ ບໍ່ແຮ່ ຫລາຍແຫ່ງ ໃນລາວ ກວມເອົາດິນ ຊາວບ້ານ ຊາວບ້ານ ຕ້ອງໄດ້ ໂຍກຍ້າຍ ຮ້າຍໄປ ກວ່ານັ້ນ ການຂຸດຄົ້ນ ແຮ່ທາດ ຍັງສົ່ງນ້ຳ ເສັຽລົງສູ່ ແມ່ນ້ຳ ລຳທານ ບ່ອນ ຊາວບ້ານ ຫາຢູ່ ຫາກິນ ແລະ ສຸດທ້າຍ ກໍແມ່ນ ໂຄງການ ປູກ ຢາງພາລາ ຂອງ ຣັຖບານ ທີ່ ໄປກວມ ເອົາດິນ ຊາວບ້ານ ຫລາຍແສນ ເຮັກຕາ ແຕ່ເຫນືອ ຕຣອດໃຕ້ ຊາວບ້ານ ກໍຖືກບີບ ໃຫ້ ໂຍກຍ້າຍ ເຫມືອນກັນ.

ການໂຍກຍ້າຍ ໄປສະຖານທີ່ ແຫ່ງໃຫມ່ ບ່ອນທີ່ ຂາດໄຟ ຂາດນ້ຳ ຂາດ ທົ່ງໄຮ່ ທົ່ງນາ ໃນທີ່ສຸດ ກໍຂາດ ອາຊີບ ແລະ ລາຍໄດ້  ປະຊາຊົນ ຜູ້ທີ່ໄດ້ ຮັບ ຜົລກະທົບ ກໍກາຍ ເປັນຄົນ ທຸກຍາກລົງ ກວ່າເກົ່າ ຍ້ອນໂຄງການ ພັທນາ ຂອງ ຣັຖບານ ແລະ ການເຕີບໂຕ ຂອງ ເສຖກິດ ທີ່ເປັນ ຣາຍຮັບ ຂອງ ນັກລົງທຶນ ຕ່າງຊາດ ແລະ ການ ສໍ້ຣາສ ບັງຫລວງໃນລາວ ນັ້ນເອງ.



__________________
Anonymous

Date:
Permalink   
 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard