ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ມີຂ່າວສັ່ງຍ້າຍຣັຖມົນຕຣີ ການເງິນ
Anonymous

Date:
ມີຂ່າວສັ່ງຍ້າຍຣັຖມົນຕຣີ ການເງິນ
Permalink   
 


ມີຂ່າວສັ່ງຍ້າຍຣັຖມົນຕຣີ ການເງິນ

1.jpg

ໃນອາທິດ ຜ່ານມາ ມີຂ່າວວ່າ ຈະມີ ຄໍາສັ່ງ ຍ້າຍ ຣັຖມົນຕຣີ ວ່າ ການ ກະຊວງ ການເງິນ ທ່ານ ພູເພັດ ຄໍາພູນວົງ  ຂ່າວການ ສັ່ງ ຍ້າຍ ດັ່ງກ່າວ ພາໃຫ້ມີ ຄໍາຖາມ ແກ່ ບັນດາ ຣັຖກອນ ທັງຫລາຍ ເພາະວ່າ ເປັນທີ່ ຮູ້ຈັກ ກັນດີ ວ່າ ທ່ານ ພູເພັດ ເປັນຜູ້ທີ່ ເຮັດວຽກ ໄດ້ດີ.  ຫລາຍຄົນ ສົງໄສ ວ່າ ເປັນຫຍັງ ທ່ານຈື່ງ ຈະຖຶກ ຍ້າຍ.

ປະຫວັດ ຄວາມເປັນມາ ຂອງ ທ່ານ ພູເພັດ ຄຳພູນວົງ ກ່ອນຈະມາ ດໍາຣົງ ຕຳແໜ່ງ ຣັຖມົນຕຼີ ວ່າການ ກະຊວງ ການເງີນ, ທ່ານ ເຄີຍຮັບ ຕຳແໜ່ງ ເປັນຜູ້ ວ່າການ ທະນະຄານ ແຫ່ງສປປລາວ ມາກ່ອນ. ແຫລ່ງຂ່າວ ທີ່ໃກ້ຊິດ ເພີ່ນເຄີຍ ເວົ້າວ່າ: ທ່ານ ພູເພັດ ເປັນຄົນທີ່ ເຮັດວຽກດີ ແລະ ມີການ ບໍຣິຫານ ງານຂັ້ນມື ອາຊີບ. ມີຄົນເວົ້າວ່າ ການສັ່ງຍ້າຍ ດັ່ງກ່າວ ມີສາເຫດ ແລະ ມີເບື້ອງຫລັງ. ອີງຕາມ ແຫລ່ງຂ່າວ ຈາກ ກະຊວງ ການເງິນ ໄດ້ຮູ້ວ່າ ສາເຫດທີ່ ເພິ່ນຈະຖືກ ຍົກຍ້າຍ ກໍຍ້ອນວ່າ ການເຮັດວຽກ ຂອງເພິ່ນ ຢ່າງກົງໄປ ກົງມາ ຊຶ່ງສິ່ງ ດັ່ງກ່າວ ຈະໄປຂັດ ຜົນປະໂຫຍດ ພະນັກງານ ຂັ້ນສູງ ຈຳນວນນຶ່ງ. ດັ່ງ ພະນັກງານ ກະຊວງການ ເງິນ ທ່ານນຶ່ງ ກ່າວວ່າ:

"ເອີ ເຂົາກະປ່ຽນ ຫັ້ນລະ ເຈົ້າມາຂັດ ເຂົາເນາະ ສ່ວນຫລາຍ ແມ່ນເຂົາ ບໍ່ໃຫ້ຢູ່ ດົນນະ ບ່ອນທີ່ວ່າ ໄດ້ເງິນໄດ້ຄຳ ເຂົາກໍເອົາ ຜູ້ອື່ນ ເຂົ້າ ມາແດ່  ຈັ່ງຊີ້ນ່າ ຂັ້ນເຈົ້າ ຢູ່ດົນຫລາຍ ເຈົ້າມາຂັດໆ ຂວາງໆເຂົາ ມັນກະບໍ່ ງາມປານໄດ ເຂົ້າໄປໃໝ່ໆ ລາວ ກໍຍັງໄປ ຂັດເຂົາ ລາວ ຊິໄປປ່ຽນ ຣະບົບເຂົາ. ເຖົ້ານີ້ລາວ ຊື່ໃດ໊ ລາວ ຄົນຈິງໃດ໊ ເຖົ້ານີ້ ລາວ ຊິໄປປ່ຽນ ຣະບົບເຂົາ ລາວ ຄົນຈິງໃດ໊ ລາວແບບວ່າ ລາວ ຊິໄປ ປ່ຽນ ຣະບົບ ແບບບໍ່ໃຫ້ ມີການ ຄໍຣັບສອກ ຄໍຣັບຊັ້ນ ຫັ້ນນ່າ ບາດນີ້ ມັນບໍ່ໄດ້".

ຫລັງຈາກ ທີ່ ທ່ານ ພູເພັດ ໄດ້ເຂົາມາ ດຳຣົງ ຕຳແໜ່ງ ຣັຖມົນຕຣີ ກະຊວງ ການເງິນ ໄດ້ມີການ ປັບປ່ຽ ນຣະບົບ ການຈັດເກັບ ອາກອນ ແລະ ການຈັດ ເກັບພາສີ ເພື່ອໃຫ້ ການເກັບ ຣາຍຮັບ ເປັນໄປຕາມ ຣະບຽບ ການເງີນ ແລະ ການຄັງ, ແລະ ມີຄຳ ການສັ່ງການ ຄຸ້ມຄອງ ການສົ່ງອອກ ໄມ້ ໃນປີ ທີ່ຜ່ານມາ.

ໄດ້ມີການ ອອກຄຳສັ່ງ ແນະນຳ ເລກທີ 765 ລົງ ວັນທີ 4 ກໍຣະກະດາ ປີ 2013 ວ່າດ້ວຍ ການ ເອົາໃຈໃສ່ ຄຸ້ມຄອງ ການ ສົ່ງອອກໄມ້ ເພື່ອເກັບ ຣາຍຮັບ ເຂົ້າ ງົບປະມານ ຢ່າງຖືກຕ້ອງ, ຄົບຖ້ວນ ແລະ ທັນເວລາ.

ເນື້ອໃນ ຂອງຄຳສັ່ງ ດັ່ງກ່າວ ໄດ້ຣະບຸ ເອົາໄວ້ວ່າ: ການ ສົ່ງອອກໄມ້ ທຸກຊນິດ ຕ້ອງໄດ້ ມອບພັນທະ ເສັຍອາກອນ ໃຫ້ຕາມ ຣະບຽບການ ຢ່າງຖືກຕ້ອງ ແລະ ຄົບຖ້ວນ, ການສົ່ງອອກ ໄມ້ແມ່ນ ອະນຸຍາດ ໃຫ້ ສົ່ງອອກ ຢູ່ສະເພາະ ແຕ່ ດ່ານສາກົນ ເທົ່ານັ້ນ, ຜູ້ສົ່ງອອກ ໄມ້ໄປຕ່າງ ປະເທດ ຕ້ອງຈ່າຍງານ ຜ່ານຣະບົບ ທະນະຄານ, ຫ້າມ ເຈົ້າໜ້າທີ່ ຂະແໜງ ການເງິນ ສົມຮູ້ ຮ່ວມຄິດ ກັບ ຜູ້ປະກອບ ການ ລັກລອບ ສົ່ງໄມ້ອອກ.

ແລ້ວ ມາວິເຄາະ ແລະ ຕີຄວາມໝາຍ ເນື້ອໃນ ຂອງ ຄຳສັ່ງ ດັ່ງກ່າວ ນຳກັນ ເປັນຕົ້ນວ່າ: ເປັນຫຍັງຈຶ່ງ ມີຄຳສັ່ງ ອອກມາວ່າ ການ ສົ່ງອອກໄມ້ ທຸກຊນິດ ຕ້ອງໄດ້ ມອບພັນທະ ເສັຍອາກອນ ໃຫ້ ເປັນໄປຕາມ ຣະບຽບການ ຢ່າງຖືກຕ້ອງ ແລະ ຄົບຖ້ວນ?

ຄຳຕອບ ກໍຄືວ່າ ຜູ້ທີ່ສົ່ງ ໄມ້ອອກ ມີການ ຫລີກລ້ຽງ ບໍ່ຈ່າຍເງິນ ເຂົ້າ ງົບປະມານ ລວມ ຂອງຣັຖ, ຕົວຢ່າງ, ທີ່ຜ່ານມາ ການຂາຍໄມ້ ໄປປະເທດໄທ ປະເທດ ວຽດນາມ ມູນຄ່າ ຫລາຍຮ້ອຍລ້ານ ໂດລາ ສະຫະຣັຖ ແຕ່ຣາຍຮັບ ທີ່ໄດ້ຈາກ ການຂາຍໄມ້ ໃນປີ ທີ່ຜ່ານມາ ມີພຽງ 20 ໂດລາ ສະຫະຣັຖ ເທົ່ານັ້ນ. ອີງຕາມ ການຣາຍງານ ຂອງ ກະຊວງ ການເງິນ ຊຶ່ງມັນ ເປັນສິ່ງ ບົ່ງບອກວ່າ ຣາຍຮັບ ຈາກ ການຂາຍໄມ້ ບໍ່ໄດ້ຕາມ ທີ່ ກໍານົດໄວ້.

ຄຳຖາມ ຕໍ່ມາ ກໍຄືວ່າ ເປັນຫຍັງ ຈຶ່ງມີຄຳສັ່ງ ອອກມາວ່າ ການສົ່ງໄມ້ອອກ ແມ່ນ ອະນຸຍາດ ໃຫ້ສົ່ງອອກ ຜ່ານ ສະເພາະ ແຕ່ ດ່ານສາກົນ ເທົ່ານັ້ນ?

ຄຳຕອບ ກໍຄືວ່າ: ທີ່ຜ່ານມາ ການສົ່ງໄມ້ອອກ ບໍ່ໄດ້ຜ່ານ ດ່ານສາກົນ ສະແດງວ່າ ມີການ ລັກລອບ ສົ່ງອອກ ຕາມຊາຍແດນ ເພື່ອວ່າ ຜູ້ສົ່ງອອກ ບໍ່ຕ້ອງໄດ້ ເສັຍອາກອນ.

ຄໍາຖາມ ຕໍ່ມາອີກ ກໍຄືວ່າ ເປັນຫຍັງ ຈຶ່ງມີ ຄຳສັ່ງ ອອກມາວ່າ ຜູ້ສົ່ງໄມ້ອອກ ຕ້ອງມີ ສັນຍາ ຊື້ຂາຍ ກັບ ບໍຣິສັດ ຢູ່ ຕ່າງປະເທດ ແລະ ຕ້ອງຊຳຣະ ສະສາງ ຜ່ານຣະບົບ ທະນະຄານ ຂອງ ສປປລາວ ເທົ່ານັ້ນ?

ຄຳຕອບ ກໍຄືວ່າ: ທີ່ຜ່ານມາ ການຊື້ຂາຍໄມ້ ບໍ່ໄດ້ຜ່ານ ຣະບົບ ທະນະຄານ ແລະ ບໍ່ມີການ ເປີດເຜີຍ ສັນຍາ ການຊື້ຂາຍ ກັບ ບໍຣິສັດ ຕ່າງປະເທດ ແລະ ສ່ວນໃຫຍ່ ຈະ ໃຊ້ເງິນສົດ ໃນການ ຊຳຣະ ເພື່ອບໍ່ໃຫ້ ສາມາດ ກວດສອບໄດ້ ວ່າຊື້ກັບ ບໍຣິສັດ ໃດ ຂາຍກັບ ບໍຣິສັດ ໃດ ແລະ ມູນຄ່າ ເທົ່າໃດ.

ຄຳຖາມ ຕໍ່ມາອີກ ກໍຄື ເປັນຫຍັງ ຄຳສັ່ງ ຈຶ່ງຣະບຸ ວ່າຫ້າມ ເຈົ້າໜ້າທີ ຂະແໜງ ການເງິນ ສົມຮູ້ ຮ່ວມຄິດ ກັບ ຜູ້ປະກອບ ການລັກລອບ ສົ່ງໄມ້ອອກ?

ຄຳຕອບ ກໍຄືວ່າ: ທີ່ຜ່ານມາ ມີ ເຈົ້າໜ້າທີ່ ຂະແໜງ ການເງິນ ຈຳນວນນຶ່ງ ສົມຮູ້ ຮ່ວມຄິດ ກັບ ການລັກລອບ ສົ່ງໄມ້ອອກ ໄປຕ່າງ ປະເທດ.

ຜົນຂອງການ ປະຕິບັດ ຄຳສັ່ງ ກໍຄື ມີການ ຈັບໄມ້ ແລະ ຍຶດໄມ້ໄດ້ ຢ່າງຕໍ່ເນື່ອງ ຫລັງຈາກ ທີ່ມີການ ອອກຄຳສັ່ງ ດັ່ງກ່າວ ເປັນຕົ້ນມາ ແລະ ເຮັດໃຫ້ ຂະບວນການ ຄ້າໄມ້ ຂະໜາດໃຫຍ່ ໄປ ຕ່າງປະເທດ ປະສົບ ກັບຄວາມ ຫຍຸ້ງຍາກ.

ຄຳສັ່ງ ດັ່ງກ່າວ ທີ່ ອອກໄປນັ້ນ ແມ່ນສ້າງ ຜົນປະໂຫຍດ ໃຫ້ ແກ່່ສ່ວນລວມ ໝາຍເຖິງ ການ ເກັບຣາຍຮັບ ມີຄວາມ ເຄັ່ງຄັດ ຂຶ້ນ ແລະ ມີຣາຍຮັບ ເພີ່ມຂຶ້ນ, ແຕ່ ແນ່ນອນວ່າ ຄຳສັ່ງ ດັ່ງກ່າວ ແມ່ນໄປຂັດ ຜົນ ປະໂຫຍດ ຂອງ ຫລາຍກຸ່ມຄົນ ຜູ້ທີ່ມີ ຜົນປະໂຫຍດ ກັບ ການຂາຍໄມ້ ອອກ ຕ່າງປະເທດ. ກ່ຽວກັບ ເຣື້ອງການ ຄ້າຂາຍໄມ້ ເຖື່ອນ ອອກໄປ ປະເທດ ເພື່ອນບ້ານ, ຜູ້ທີ່ໄປ ພົວພັນ ເຣື້ອງດັ່ງກ່າວ ສ່ວນຫລາຍ ແມ່ນ ພະນັກງານ ຣະດັບ ຂັ້ນສູງ. ອີງຕາມ ການຣາຍງານ ຂອງ ອົງການ ສືບສວນ ທາງ ດ້ານ ສິ່ງແວດລ້ອມ ສາກົນ ຫລື (EIA) ໃນປີ 2011.

ທັງໝົດນີ້ ບໍ່ວ່າຈະເປັນ ການອອກ ຄຳສັ່ງ ຄວບຄຸມ ການ ສົ່ງໄມ້ອອກ ແລະ ຄຳສັ່ງ ການປັບປ່ຽນ ຣະບົບ ການ ເກັບພາສີ ແລະ ອາກອນ ລ້ວນແຕ່ສົ່ງ ຜົນກະທົບ ຕໍ່ບຸກຄົນ ທີ່ຄຸ້ນເຄີຍ ກັບ ການເຮັດວຽກ ແບບເກົ່າ ທີ່ອີງໃສ່ ເຄື່ອຍາດ ແລະ ຣະບົບ ອຸປຖັມ ຄໍ້າຊູ ຫລື ອີກແບບນຶ່ງ ເອີ້ນວ່າ ຣະບົບ ອາດຍາສິດ, ຊຶ່ງ ຈະສົ່ງຜົນ ສະທ້ອນຄືນ ຫາຜູ້ທີ່ ອອກຄຳສັ່ງ ໂດຍກົງ ກໍຄື ທ່ານ ພູເພັດ ຄຳພູນວົງ ຣັຖມົນຕຣີ ວ່າການ ກະຊວງ ການເງິນ.

ຕ້ອງລໍຟັງ ເບິ່ງວ່າ ໃນ ອະນາຄົດ ຈະມີການ ຍົກຍ້າຍ ທ່ານ ພູເພັດ ຄຳພູນວົງ ຣັຖມົນຕຣີ ວ່າການ ກະຊວງ ການເງິນ ຫລືບໍ່?.



__________________
Anonymous

Date:
Permalink   
 

ຄືບໍ່ພາກັນຍ້າຍ ບັກ ສອງຄົນນີ້ ຫົວໂປ່ ພາເຂົາໂກງຊາດ

ຈູມມະລິ-ທອງສິງ.jpg



Attachments
__________________
Anonymous

Date:
Permalink   
 

wrote:

ຄືບໍ່ພາກັນຍ້າຍ ບັກ ສອງຄົນນີ້ ຫົວໂປ່ ພາເຂົາໂກງຊາດ

ຈູມມະລິ-ທອງສິງ.jpg


 ຕ້ອງໄດ້ຍ້າຍແທ້ໆ. ບໍ່ແມ່ນແຕ່ສອງຄົນນີ້ ຕ້ອງຍ້າຍໝົດພຶງມັນ. 

ພວກລາວນອກ ຊວ່ຍເຕືອນເຂົາແດ່ເດີ ໃຫ້ເຂົາເລີ່ມສ້ອມແຊມຖໍໍ້າ ທີ່ພວກລຸ້ນທໍາອິກ ເຄີຍຢູ່ນັ້ນຄືນເດີ.  ແລ້ວເຂົາຈະບໍ່ມີບ່ອນລີ້ໃດ. ທາດດູູກ ທີ່ຢູ່ຫຼັກ 24 ທາງ13 ໃຕ້ ນັ້ນ ເຂົາຈະເອົາເຮັດຫຼັກເລົ່າທຸກ ແລ້ວກະດູກສົ່ງກັບຄືນໄປໄວ້ຊຽງຂວາງ ຫຼື ວຽງໄຊ ພຸ້ນແຫຼະ !

 



__________________
Anonymous

Date:
Permalink   
 



__________________


Veteran Member

Status: Offline
Posts: 52
Date:
Permalink   
 

สู้ ต่ว ไป ท่าน


__________________
Anonymous

Date:
Permalink   
 

ໃນໄລຍະນີ້, ໜຶ່ງໃນບັນດາ ຂ່າວກ່ຽວກັບເຫດການບ້ານ ເມືອງທີ່ຫລາຍຄົນໃຫ້ຄວາມສົນໃຈເປັນພິເສດກໍແມ່ນກ່ຽວ ກັບການປັບປຸງ ແລະ ສັບຊ້ອນພະນັກງານຢູ່ສູນກາງກໍຄືທ້ອງຖິ່ນ, ຫົວຂໍ້ການສົນທະນາໃນຫ້ອງການ, ໃນທີ່ຊຸມຊົນຄົນຂ້າງ ຖະໜົນ ຈົນຮອດສະພາບາຢ່ອງ ກໍບໍ່ ມົ້ມເລື່ອງການປັບປຸງສັບຊ້ອນພະ ນັກງານ. ໃຜຊິເປັນເຈົ້າເມືອງ ?, ໃຜຊິເປັນເຈົ້າແຂວງ ?, ການນຳ ຂອງກະຊວງໃຜຊິຢູ່, ໃຜຊິໄປໃສ. ຈານແຍ່ເຫັນວ່າຄວາມສົນໃຈດັ່ງ ກ່າວເປັນເລື່ອງຊອບທຳ ເປັນສິດຂອງທຸກຄົນ ຢາກຮູ້ຢາກເຫັນ ເພາະການສັບຊ້ອນຄົນ-ການປັບ ກົງຈັກການຈັດຕັ້ງນັ້ນມີຄວາມ ສຳຄັນຍິ່ງໃນການຕັດສິນບາດກ້າວເດີນ ຂອງສຳນັກງານອົງການ. ການປັບປຸງ, ການສັບຊ້ອນບຸກຄະລາກອນໃນກົງຈັກ ຂອງລັດນັ້ນ ເປັນເລື່ອງທຳມະດາສາມັນທີ່ຕ້ອງ ເຮັດຕໍ່ເນື່ອງ, ຍິ່ງ ຈັງຫວະການພັດທະນາເສດຖະ ກິດ-ສັງຄົມໄປໄວເທົ່າໃດ, ການ ປັບປຸງສັບຊ້ອນບຸກຄະລາກອນ ໃຫ້ສອດ ຄ່ອງກໍຍິ່ງຕ້ອງໄດ້ເຮັດຖີ່ ຂຶ້ນ ບໍ່ຊັ້ນກໍຈະຕາມສະພາບການ ບໍ່ທັນ. ການສັບຊ້ອນພະນັກງານ ໃນກົງຈັກຂັ້ນກົມຂອງກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວບໍ່ດົນມານີ້ ສ່ອງ ແສງໃຫ້ເຫັນເຖິງຄວາມພະຍາຍາມຢ່າງບໍ່ລົດລະຂອງລັດຖະບານຂອງການນຳກະຊວງ ເພື່ອ ເພີ່ມທະວີປະສິດທິພາບຂອງວຽກ ງານ. ເມື່ອສຶກສາເບິ່ງຄວາມຮູ້ຄວາມສາມາດ, ປະສົບການ ແລະ ບົດຮຽນຂອງບຸກຄະລາ ກອນທີ່ໄດ້ຮັບໜ້າທີ່ຄວາມຮັບຜິດ ຊອບໃໝ່ແລ້ວ ຫລາຍດ້ານກໍຄົງ ເຫັນແບບດຽວກັບຈານ ແຍ່ວ່າ: ໄວ້ໃຈໄດ້ໃນຄວາມສາມາດ. ຖັດ ມາ, ໃນທ້ອງເດືອນມີນານີ້ເອງ, ພວກເຮົາກໍໄດ້ຮູ້ກັບບັນດາທ່ານ ລັດຖະມົນຕີ “ຈີກ ຊອງ” ອອກມາ ໃໝ່ໆຢູ່ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ ແລະ ກະຊວງການຕ່າງປະເທດ ຜູ້ນຳໜ້າໃໝ່ ເກືອບທັງໝົດນີ້ ຫລາຍຄົນກໍຄົງພໍຮູ້ເບື້ອງໜ້າ ເບື້ອງຫລັງ ແລະ ຊີວິດສ່ວນຕົວ ຂອງພວກເພິ່ນ. ຕາມສັງເກດ, ການສົນທະນາ ກັນເລື່ອງການປັບປຸງສັບຊ້ອນບຸກຄະລາກອນນີ້ ຢາກມີລັກສະນະໄຟລາມປ່າ ຄືຈາກບັນຫານີ້ຕໍ່ໃສ່ບັນຫານັ້ນ, ຮູ້ວ່າໃຜເປັນໃຜ ແລ້ວຍັງບໍ່ພໍຍັງຕັ້ງຄຳຖາມວ່າຜູ້ນັ້ນຄືໄດ້ດີ, ຜູ້ນີ້ເດມີຜົນງານ, ແຕ່ກໍ “ແປດໆ” ຢູ່ບ່ອນເກົ່າແລ້ວກໍມັກກ້ຽວໃສ່ຊາຕາ+ ວາດສະ ໜາເລື່ອງມ້າມືດ-ມ້າ ແຈ້ງບໍ່ສຸດເປັນຈັກເທື່ອ. ຄືໄດ້ວ່າມາແລ້ວ, ທຸກຄົນມີສິດຢາກຮູ້ ຢາກເຫັນ, ແຕ່ຈານແຍ່ວ່າແນວ ໃດກໍບໍ່ ຄວນເລີຍເຖືອດ, ຢ່າສົນໃຈແຕ່ເລື່ອງສັ້ນເລື່ອງຫລືບ ຄວນ ເບິ່ງການສັບຊ້ອນຕິດພັນກັບ ຄວາມຮັບຜິດຊອບຕົວຈິງຂອງ ສ່ວນບຸກຄົນ ແລະ ສຳນັກງານອົງການ. ຈານແຍ່ວ່າມີວິທີໜຶ່ງທີ່ຈະຊ່ວຍໃຫ້ຄວາມສົນໃຈກ່ຽວກັບການປັບປຸງກົງຈັກໄປ ຕາມ ລວງທີ່ຄວນຈະເປັນນັ້ນ ກໍຄືພິ ເຜີຍແຜ່ຊີວະປະຫວັດຜົນງານ, ລະດັບການສຶກສາ, ພັນສາໃນການເຮັດວຽກຂອງບຸກຄະລາ ກອນການນຳໜ້າໃໝ່ ອາດຈະ ພິມ ຫລື ໂຄສະນາຜ່ານສື່ເປັນອັນ ສະເພາະ ຫລື ເພີ່ມລາຍລະອຽດໃນຂ່າວທີ່ກ່ຽວຂ້ອງໂດຍ ກົງ ໂລດ, ເວົ້າຫຍໍ້ໆສອງ-ສາມແຖວ ກໍໄດ້ ແລະ ດີທີ່ສຸດ ຄວນສຳພາດ ຄວາມຮູ້ສຶກ, ຄວາມຄິດເຫັນຂອງບຸກຄະລາກອນເປົ້າ ໝາຍ. ຈານ ແຍ່ວ່າດ້ານພິມຊີວະປະຫວັດ ສັ້ນໆນັ້ນ ຄົງບໍ່ເປັນການສິ້ນເປືອງຫຍັງ, ແຕ່ມັນພັດເປັນປະໂຫຍດຫລາຍສຳລັບ ຜູ້ສົນໃຈດີກວ່າຈະປ່ອຍໃຫ້ຄົນມີຄວາມເຫັນ ແບບຄາດເດົາເອົາເອງເປັນສ່ວນໃຫຍ່.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard