ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ບັນຫາການເງິນຮົ່ວໄຫລ ໃນລາວ
Anonymous

Date:
ບັນຫາການເງິນຮົ່ວໄຫລ ໃນລາວ
Permalink   
 


ບັນຫາການເງິນຮົ່ວໄຫລ ໃນລາວ

image

ການ ປະຕິຮູບ ງົບປະມານ ການເງິນ ເປັນບັນຫາ ພົ້ນເດັ່ນ ໃນ ການເມືອງ ຂອງລາວ ໃນຂະນະ ທີ່ ຣັຖບານ ກໍສືບຕໍ່ ດີ້ນຮົນ ຈັດແຈງ ງົບປະມານ ໃຫ້ເຂົ້າຮູປ ເຂົ້າຮອຍ, ຕາມ ຣາຍງານ ໜັງສືພິມ ຕິດຕາມ ທຸຣະກິດ ອອນລາຍ (BMI) ລົງວັນທີ່ 10 ມີນາ. BMI ວ່າ ທີ່ຜ່ານມາ ພວກທ່ານ ໄດ້ເຄີຽຊີ້ ໃຫ້ເຫັນວ່າ ໃນຂະນະ ທີ່ ຣັຖບານ ບໍ່ ສາມາດ ປ່ຽນແປງ ຮູບແບບ ຂອງການ ໃຊ້ຈ່າຍ ງົບປະມານ, ແຕ່ ພາກສ່ວນ ນຶ່ງ ພາຍໃນ ຣັຖບານ ປາກົດວ່າ ຕັດສີນໃຈ ເດັດຂາດ ໃນການຕັດ ການໃຊ້ຈ່າຍ ລົງ.

BMI ໄດ້ຊີ້ໃຫ້ ເຫັນອີກວ່າ ມີຄວາມເປັນ ຫ່ວງນໍາ ສະພາບການ ສິດທິມະນຸດ ແລະ ການປາບປາມ ຂອງ ຣັຖບານ ມີເພີ້ມຂຶ້ນ ອັນຈະເຮັດ ໃຫ້ການ ເຕີບໃຫ່ຽ ຂອງ ເສຖກິດ ມີຄວາມສ່ຽງ. BMI ວ່າໃນ ຫລາຍປີ ມານີ້ ສະພາບ ງົບປະມານ ຣາຍຈ່າຍ ຂອງ ຣັຖບານ ຊຸດໂຊມລົງ ເທື່ອລະກ້າວ ໃນຂະນະ ທີ່ ການຂຸດຄົ້ນ ບໍ່ແຮ່ ກໍເດີນ ຊ້າລົງ ຊຶ່ງເຮັດໃຫ້ ຣັຖບານ ຂາດຣາຍໄດ້.

ຣາຍຮັບ ຮົ່ວໄຫລ ຂອງຣັຖບານ ແມ່ນເກີດຈາກ 3 ແຫລ່ງໃຫ່ຽໆ ຄື ພາສີ ການ ສົ່ງໄມ້ອອກ ແລະ ການເກັບ ພາສີ ທີ່ດິນ. ການຮົ່ວໄຫລ ດັ່ງກ່າວ ໄດ້ຮັບການ ຢືນຢັນ ຈາກ ເຈົ້າໜ້າທີ່ ຕໍ່ຕ້ານ ການສໍ້ຣາສ ບັງຫລວງ ທີ່ ໄດ້ປະກາດ ເມື່ອປີ ຜ່ານມາວ່າ ການຕັດໄມ້ ແລະ ການຫລີກລ້ຽງ ພາສີ ເປັນກິຈກັມ ການສໍ້ໂກງ ທີ່ພົ້ນເດັ່ນ ທີ່ສຸດໃນ ປີ 2013.

BMI ແຈ້ງອີກວ່າ ເຖິງແມ່ນ ຣັຖບານ ລາວ ວ່າຈະ ປະຕິຮູບ ງົບປະມານ ການເງິນ ແນວນັ້ນ ແນວນີ້ ເພື່ອແກ້ໄຂ ບັນຫາ ກໍດີແຕ່ BMI ຄາດວ່າ ບັນຫາ ງົບປະມານ ນີ້ຍັງ ຈະມີຢູ່ ຕໍ່ໄປ ອີກຫລາຍປີ ຂ້າງໜ້າ.

ບັນຫາ ນຶ່ງອີກ ທີ່ຈະເຮັດ ໃຫ້ເສຖກິດ ຂອງລາວ ເຕີບໃຫ່ຽຊ້າ ແມ່ນບັນຫາ ສິທິມະນຸດ. ປະຊາຄົມ ສາກົນ ນັບມື້ເພີ້ມ ການກວດກາ ການ ປະຕິບັດ ສິດທິ ມະນຸດ ໃນ ລາວ ຫລາຍຂຶ້ນ ນັບແຕ່ ທ່ານ ສົມບັດ ສົມພອນ ນັກພັທນາ ຊຸມຊົນ ໃນລາວ ຖືກບັງຄັບ ໃຫ້ ຫາຍສາບສູນ ເມື່ອເດືອນ ທັນວາ ປີ 2012 ເປັນຕົ້ນມາ.

ດຽວນີ້ ອົງການ ສິ້ງຊອມ ສິດທິມະນຸດ Human Rights watch ທີ່ມີ ສໍານັກງານ ຢູ່ ສະຫະຣັຖ ອະເມຣິກາ ໄດ້ຈັດ ຕໍາແໜ່ງ ໃໝ່ໃຫ້ ສປປລາວ ແທນທີ່ ປະເທດ ພະມ້າ ໃນຖານະ ເປັນປະເທດ ທີ່ ປາບປາມ ຜູ້ມີ ແນວຄິດ ການເມືອງ ແຕກຕ່າງ ຈາກ ຣັຖບານ.



__________________
Anonymous

Date:
Permalink   
 

ສປປລມີຣັຖມົນຕຣີການເງິນ ຄົນໃໝ່ 00:05
ບັນຫາການເງິນຮົ່ວໄຫລ ໃນລາວ 01:36



__________________
Anonymous

Date:
Permalink   
 

 

ສປປລມີຣັຖມົນຕຣີການເງິນ ຄົນໃໝ່ 00:05
ບັນຫາການເງິນຮົ່ວໄຫລ ໃນລາວ 01:36



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard