ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຄວາມຂັດແຍ້ງຕໍ່ພັກຣັຖ ຂຍາຍໂຕ
Anonymous

Date:
ຄວາມຂັດແຍ້ງຕໍ່ພັກຣັຖ ຂຍາຍໂຕ
Permalink   
 


ຄວາມຂັດແຍ້ງຕໍ່ພັກຣັຖ ຂຍາຍໂຕ

image

ນັກວິເຄາະ ທ່ານນຶ່ງ ເວົ້າວ່າ ສະພາບ ການເມືອງ ຣະຍະຍາວ ຂອງລາວ ຂຶ້ນຢູ່ ກັບ ການທີ່ ຣັຖບານ ລາວ ຈະສ້າງ ສົມດູນ ໃນການ ກະຈາຍ ການເຕີບໂຕ ທາງດ້ານ ເສຖກິດ ຂອງ ປະເທດ ກັບ ການບັນລຸ ເປົ້າຫມາຍ ສະຫັດສວັດ, ການແກ້ໄຂ ບັນຫາ ການສໍ້ຣາສ ບັງຫລວງ ແລະ ຂໍ້ຂັດແຍ່ງ ຕໍ່ ຣັຖບານ. ການທີ່ ສປປລາວ ອາສັຍ ການຊ່ອຍເຫລືອ ຈາກ ຕ່າງປະເທດ ຢ່າງ ຫລວງຫລາຍ ໃນ ແຕ່ລະ ປີ ຫມາຍຄວາມ ວ່າ ຣັຖບານ ລາວ ຍັງຈະຕ້ອງ ເພິ່ງພາ ປະເທດ ເພື່ອນບ້ານ ຜູ້ທີ່ມີ ອິດທິພົລ ເຫນືອກວ່າ ຫລາຍຢູ່ ດັ່ງຈີນ ແລະ ວຽດນາມ.

ພັກ ປະຊາຊົນ ປະຕິບັດ ລາວ ໄດ້ ກໍາອໍານາດ ຢ່າງສຽບຂາດ ແຕ່ຜູ້ດຽວ ເລີ້ມແຕ່ ປີ 1975 ເປັນຕົ້ນມາ. ຜົລສໍາເຣັດ ໃນການ ກະທໍາ ດັ່ງກ່າວໄດ້ ແມ່ນຍ້ອນ ການປາບປາມ ກຸ່ມຕໍ່ຕ້ານ ພັກ-ຣັຖ ແລະ ການສນັບ ສນູນຈາກ ປະເທດ ຄອມມຸນິສ ເພື່ອນບ້ານ ດັ່ງ ຈີນ ແລະ ວຽດນາມ ໃນການ ຮັກສາໄວ້ ຊື່ງ ພັກດຽວ ໃນລາວ. ເຖີງແມ່ນວ່າ ຈະມີກຸ່ມ ຕໍ່ຕ້ານ ຣັຖບານ ແລະ ກຸ່ມ ປະຊາທິປະຕັຍ ໃນລາວ ກໍບໍ່ ສາມາດ ທ້າທາຍ ອຳນາດ ການປົກຄອງ ຂອງພັກຣັຖ ໄດ້ ໃນ ເວລານີ້.

ແຕ່ຖ້າຫາກ ຣັຖບານ ບໍ່ສາມາດ ແກ້ໄຂ ບັນຫາ ຄ່າຄອງຊີບ ເສຖກິດ ການສໍ້ຣາສ ບັງຫລວງ ແລະ ບັນຫາ ສະພາບ ຄວາມທຸກຍາກ ໃນລາວ ແລ້ວ ຈະເຮັດໃຫ້ ກຸ່ມຕໍ່ຕ້ານ ມີຄວາມ ເຂັ້ມແຂງ ຂຶ້ນ ໃນການ ລຸກຂຶ້ນ ຕໍ່ຕ້ານ ຣັຖບານ ໄດ້ໃນ ອະນາຄົດ.

 



__________________
Anonymous

Date:
Permalink   
 

ຣັຖບານລາວເປັນຣັຖບານທີ່ຫຼົ້ມເຫຼວ ຂີ້ໂມ້ ຂີ້ຄຸຍ ຂີ້ຕົວະ. ຕອນອອກຈາກປ່າ

ມາຍຶດອຳນາດກໍ່ຄຸຍໂມ້ວ່າຈະສ້າງສັງຄົມນິຍົມຂ້າມຜ່ານທຶນນິຍົມ ແຕ່ໃນທີ່ສຸດ

ໄກສອນກໍ່ກົ້ມລົງເລັຽກິນນ້ຳລາຍທີ່ຕົນຖົ່ມຖິ້ມໂດຍຈົກເອົາຈິນຕະນາການໃໝ່

ອອກມາໃຊ້ ແລະສືບຕໍ່ຫລອກລວງປະຊາຊົນເພື່ອຮັກສາອຳນາດພັກດຽວ.

ຄົງບໍ່ດົນດອກ ກຳລັງປະຊາຊົນຈະລຸກຂຶ້ນເຕະແກ່ນຫຳເຂົາແຕກກະເຈີງ !



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard