ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ກະຊວງ​ການ​ເງິນ​ຈະ​ສຸມ​ໃສ່​ຕ້ານ​ການ​ສວຍ​ໂອກາດ
Anonymous

Date:
ກະຊວງ​ການ​ເງິນ​ຈະ​ສຸມ​ໃສ່​ຕ້ານ​ການ​ສວຍ​ໂອກາດ
Permalink   
 


ກະຊວງ​ການ​ເງິນ​ຈະ​ສຸມ​ໃສ່​ຕ້ານ​ການ​ສວຍ​ໂອກາດ

ໃນບົດ ​ລາຍ​ງານ​ການຈັດ ຕັ້ງປະຕິບັດ​ງົບປະມານ​ແຫ່ງ​ລັດ ສົກ​ປີ 2012-2013 ​ແລະ ​ແຜນ​ງົບ ປະມານ ​​ສົກ​ປີ 2013- 2014 ລະບຸວ່າ: ກະຊວງ​ຕົນ​ຈະ​ສຸມ​ໃສ່​ຕ້ານ​ການ​ສວຍ​ໂອກາດ​ເພື່ອ​ຫາ​ຜົນ​ປະ​ໂຫຍ​ດ​ຂອງ​ ພະນັກງານ, ພາຍ ຫລັງ​ເຫັນ​ພຶດຕິ​ກຳ​ອັນ​ບໍ່​ເໝາະ​ສົມ​ຫລາຍ​ຢ່າງ​ຂອງ​ພະນັກງານ​ຈຳນວນ​ໜຶ່ງ ຈົນ​ສ້າງ​ຜົນ​ສະ ທ້ອນ​ທີ່​ບໍ່​ດີ​ຕໍ່​ລະບົບ​ເສດຖະກິດ ແລະ ລາຍ​ຮັບ​ຂອງ​ຊາດ​ໃນ​ສົກ​ປີຜ່ານມາ,​ ໂດຍ​ກະຊວງ​ດັ່ງກ່າວ​ລະບຸ​ວ່າ: ສົກ​ປີນີ້ ລັດຖະບານ​ວາງ​ຄາດໝາຍ​ເກັບ​ລາຍ​ຮັບ​ແຫ່ງ​ຊາດໃຫ້ໄດ້ 25.216 ຕື້ກີບ ເພີ່ມ​ຂຶ້ນ 15,60% ທຽບ​ໃສ່​ສົກ​ປີ ຜ່ານມາ. ດັ່ງນັ້ນ ​ເພື່ອ​ບັນລຸ​ຄາດ ໝາຍ​ດັ່ງກ່າວ ຕ້ອງ​ປະຕິບັດ​ບາງ​ມາດ​ຕະການຄື​: ເພີ່ມ​ທະວີ​ວຽກ​ງານ​ສຶກສາ​ອົບຮົມ​ການ​ເມືອງ​ແນວ​ຄິດ​ຖັນ​ແຖວ​ພະນັກງານ, ສະມາຊິກ​ພັກຂະ​ແໜງ​ການ​ເງິນ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ, ມີ​ການ​ຫັນປ່ຽນ​ດ້ານ​ແນວ​ຄິດ​ຈິນຕະນາ ການ​ຢ່າງ​ແທ້​ຈິງ, ຍົກ​ສູງ​ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ທີ່ວຽກງານ ຂອງ ຕົນ, ປັບປຸງ​ທັດສະນະ​ບໍລິ ການ​ຮັບ​ໃຊ້​ປະຊາຊົນ, ປະຕິບັດ​ຕາມ​ລະບຽບກົດໝາຍໃຫ້ເຂັ້ມ ງວດ ແລະ  ສິ່ງ​ສຳຄັນອີກ ຢ່າງ ໜຶ່ງ​ແມ່ນ​ຕ້ານ​ແນວ​ຄິດ ​ແລະ ການ​ກະທຳ​ທີ່​ເປັນ​ການ​ສວຍ​ໂອກາດ, ສວຍ​ໃຊ້​ໜ້າ​ທີ່​ຕຳແໜ່ງ ເພື່ອຫາ​ຜົນ​ປະ​ໂຫຍ​ດສ່ວນ​

ຕົວ. ຂະ ນະ​ດຽວ​ກັນຕ້ອງ​ໄດ້​ປັບປຸງ​ປ່ຽນ​ແປງ​ການ​ເກັບ​ລາຍ​ຮັບ​ຢ່າງ​ແທ້​ຈິງເພື່ອ​ອັດ​ຊ່ອງ​ຫວ່າງ​ການ​ຮົ່ວ​ໄຫລ​ຕົກ​ເຮ່ຍ​ເສຍຫາຍ​ຂອງ​ລາຍ​ຮັບ ​ແລະ ຊຸກຍູ້​ຢ່າງ​ແຂງ​ແຮງ​ການ​ເກັບ​ພາສີ-ອາກອນ​ຜ່ານ​ລະບົບ​ທະນາຄານ​, ຫລຸດ ຜ່ອນ ​ແລະ ກ້າວ​ເຖິງ​ຢຸດຕິ​ການ​ເກັບ​ເປັນ​ເງິນສົດ ​ເພື່ອ​ແກ້​ໄຂ​ປາ ກົດການ​ຫຍໍ້​ທໍ້​ທີ່​ເກີດ​ຂຶ້ນ​ໃນ​ຂົງ​ເຂດ​ລາຍ​ຮັບ​ຢ່າງ​ເຂັ້ມງວດ​ເດັດ ຂາດ ​ແລະ ທັນ​ການ.

      ກະຊວງ ​ດັ່ງກ່າວ​​ໃຫ້​ຮູ້​ວ່າ: ​ໃນ​ສົກ​ປີຜ່ານມາ, ການ​ເກັບ​ລາຍ​ຮັບ​ບໍ່​ໄດ້​ຕາມ​ແຜນ​ນັ້ນ ສ່ວນ​ໜຶ່ງ​ມີ​ສາ​ເຫດ​ມາ​ຈາກ​ພະນັກງານ​ຂະ​ແໜງ​ການ​​ເງິນຈຳນວນ​ໜຶ່ງ​ຍັງ​ບໍ່​ ທັນ​ປະຕິບັດ​ຈິດ​ໃຈ​ບຸກທະລຸ​ໄດ້ ຢ່າງ​ແທ້​ຈິງ, ຍັງ​ຮັກສາ​ແນວ​ຄິດ ແລະ ການ​ກະທຳ​ເດີມ ​ແລະ ຄວາມ​ເປັນ​ເຈົ້າການ​ປະຕິບັດ​ໜ້າ​ທີ່​ບໍ່​ທັນ​ສູງ ​ແລະ ມີ​ການ​ສວຍ​ໃຊ້​ໜ້າ​ທີ່​ຕຳແໜ່ງເພື່ອຫາ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ​ແບບ​ບໍ່​ ຖືກຕ້ອງ​ຕາມ​ລະບຽບ​ກົດໝາຍກໍມີ.


__________________
Anonymous

Date:
RE: ກະຊວງ​ການ​ເງິນ​ຈະ​ສຸມ​ໃສ່​ຕ້ານ​ການ​ສວຍ​ໂອກາດ
Permalink   
 


1970597_1401851023413278_668073847_n.jpg

ພວກໂຈນນີ້ ຍັງຄອງອຳນາດຢູ້ ເຊີນພວກສູປາບໂລດ

ບໍ່ມີວັນສິ້ນສຸດ



__________________
Anonymous

Date:
Permalink   
 

1959872_1401819113416469_814337255_n.jpg

 



__________________
Anonymous

Date:
Permalink   
 

1723253_1401877960077251_916485042_n.jpg1455865_580896472006731_1516725998_n.jpg



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard