ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ນ້ຳ​ໜອງ​ທາ​ເລີ່​ມ​ສົ່ງ​ກິ່ນເໝັນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ​​ໃນ​ເຂດ​ຊຸມ​ຊົນ
Anonymous

Date:
ນ້ຳ​ໜອງ​ທາ​ເລີ່​ມ​ສົ່ງ​ກິ່ນເໝັນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ​​ໃນ​ເຂດ​ຊຸມ​ຊົນ
Permalink   
 


ນ້ຳ​ໜອງ​ທາ​ເລີ່​ມ​ສົ່ງ​ກິ່ນເໝັນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ​​ໃນ​ເຂດ​ຊຸມ​ຊົນ

nongtha.jpg

 

ໜອງ ​ທາ​ແມ່ນ​ໜຶ່ງ​ໃນ​ໂຄງ ການ​ພັດທະນາ​ຕົວ​ເມືອງ​ນ້ອຍ​ໃນ​ເຂດ​​ເມ​ືອງຈັນ ທະ​ບູລີ, ນະຄອນ ຫຼວງ​ວຽງຈັນ, ​ເຊິ່ງ​ໄດ້​ເລີ່​ມຈັດ​ຕັ້ງ​ປະຕິບັດ​ມາ​ 2-3 ປີ​ກ່ອນ​ແລ້ວ ແລະ​ ມາ​ຮອດ​ປັດຈຸບັນຢູ່​ບໍລິ​ເວນ​ອ້ອມ​ຮອບ​ຂອງ​ໂຄງການ​ມີ​ການ​ລົງ​ມື​ປູກ​​ໄມ້ປະ ດັບ​ຫຼາຍປະ​ເພດ​ພ້ອມ​ກັບ​ປັບປຸງຄອງ​ນ້ຳ​ໜອງ​ທາ​ຕອນ​ກາງ​ສຳ​ເລັດ​ໄດ້​ສ່ວນ​ໃດ ​ສ່ວນ​ໜຶ່ງ, ຂະນະ​ທີ່​ຄອງ​ນ້ຳ​ຕອນ​ເທິງ​ເຈົ້າ​ຂອງ​ໂຄງ ການ​ໄດ້​ສ້າງ​ຝາຍກັກ​ຂັງ​ນ້ຳໄວ້ ແລະ ຂາດ​ການ​ລະບາຍ​ຈິ່ງ​ກໍ​​ໃຫ້ເກີດ​ມີສະພາບນ້ຳຍຶ່ງ, ສົ່ງ​ກິ່ນ​ເໝັນກະທົບ ຕໍ່ສິ່ງ​ແວດ​ລ້ອມ ​ແລະ ຊຸມ​ຊົນຜູ້​ຢູ່​ບໍລິ​ເວນ​ໃກ້​ຄຽງ.

      ​ໜອງ​ທາ​ເປັນ​ໜອງ​ນ້ຳ​​ເກົ່າ​ແກ່ມີ​ໄລຍະ​ຍາວ​ປະມານກວ່າ 2 ກິ​ໂລ​ແມັດ, ມີ​ຫຼາຍ​ບ້ານ​ຕັ້ງ​ຢູ່​ບໍລິ​ເວນ​ອ້ອມ​ຮອບ​ເຂດ​ໜອງດັ່ງ ກ່າວ​ຄື: ບ້ານໂພນ​ຕ້ອງ​ຈອມ​ມະນີ, ດອນ​ແດງ, ໜອງ​ທາ​ເໜືອ, ໜອງ​ທາໃຕ້, ​ໂພນ​ສະຫວ່າງ ແລະ ບ້ານຫ້ວຍ​ຫົງ​. ພາຍ​ຫຼັງ​ໜອງ​ທາ​ໄດ້​ຖືກ​ອະນຸຍາດ​ໃຫ້ ພາກ​ສ່ວນ​ເອກະ​ຊົນ​ດຳ​ເນີນ​ກິດ ຈະການສ້າງ​ເປັນ​ຕົວ​ເມືອງ​ນ້ອຍ ແລະ ຜູ້​ລົງ​ມື​ກໍ​ໄດ້​ເລີ່​ມພັດທະ ນາ​ໃນ​ຂອບ​ເຂດ​ທີ່​ຕົນ​ໄດ້​ຮັບ​ສຳປະ​ທານພ້ອມ​ທັງ​ໄດ້​ຊົດ​ເຊີຍ​ຄ່າ​ທີ່ຢູ່​ອາ​ໃສ​ໃຫ້​ປະຊາຊົນ​ຜູ້​ທີ່​ຖືກ​ໂຄງ ການໃຫ້​

ຍົກຍ້າຍ​ໄປ​ຢູ່​ບ່ອນໃໝ່, ເຊິ່ງມາ​ຮອດ​ປັດຈຸບັນ​ການ​ຊົດ​ເຊີຍ​ກໍ​ໄດ້​ສຳ​ເລັດ​ໄປ​ແລ້ວ​ເປັນ​ສ່ວນ​ໃຫຍ່ ແລະ ​ໄດ້​ດຳ​ເນີນ​ທຳ​ການ​ບຸກ​ເບີກຕອນດິນ​, ປັບປຸງ​ຄອງ​ລະບາຍ​ນ້ຳ​ໃໝ່​ໃຫ້​ໄດ້​ມາດ ຕະຖານ​ ​ແລະ ອີກ​ສ່ວນ​ໜຶ່ງ​ກໍ​ໄດ້​ວາງ​ຮາກ​ຖານ​ໂຄງ​ສ້າງ​ລະບົບ​ທໍ່​ລະ​ບາຍນ້ຳ, ປູກ​ຕົ້ນ​​ໄມ້ປະດັບ​​ເອ້​​ເຂດ​ບໍລິ​ເວນໂຄງການ​ນັບ​ເປັນ​ຈຳ​ນວນ​ຫຼາຍ​. ສ່ວນ​ໜອງ​ຕອນ​ເທິງ​ທີ່​ຍັງ​ເຫຼືອ​ແມ່ນຜູ້​ລົງທຶນ​ໄດ້​ສ້າງ​ຝາຍ​ກັນ​ນ້ຳ​ໄວ້​ ເປັນ​ເວລາ​ຫຼາຍ​ເດືອນ. ຈິ່ງ​ກໍ​ໃຫ້​ເກີດ​ມີ​ກິ່ນ​ເໝັນ​. ​ເນື່ອງ​ຈາກວ່າ ​ມີ​ນ້ຳ​ເສຍ​ທີ່​ບໍ່​ໄດ້​ຮັບ​ການ​ບຳບັດ​​ໄຫຼ​ຜ່ານ​ຄອງ​ລະບາຍ​ນ້ຳ​ຈາກ​ບ້ານ​ ຕ່າງໆ​​ໄຫຼລົງ​ມາ​​ໂຮມ​ໃສ່​ໜອງ​ທາ​ຈຸດ​ດຽວ ເຮັດ​ໃຫ້ສະພາບ​ນ້ຳ​ອັ່ງ​ຂາດ​ການ​ລະບາຍລົງ​ສູ່​ຄອງ​ລະບາຍ​ນ້ຳ​ອື່ນ​ເປັນ​ຕົ້ນ ​ແມ່ນ​ຄອງ​ນ້ຳ​ສັກທີ່​ນ້ຳໜອງດັ່ງກ່າວ, ໄຫຼ​ປ່ອງ​ລົງ​ສູ່​ນັບ​ແຕ່​ໃດໆ​ມາ. ເຊິ່ງຕໍ່​ບັນຫາ​ນີ້​ປະຊາຊົນ​ທີ່ຢູ່​ອ້ອມ​ຂ້າງ​ຈິ່ງ​ສະ​ເໜີ​ມາ​ຍັງ​ພາກ​ສ່ວນ​ ກ່ຽວ ຂ້ອງ​ຈົ່ງ​ໄດ້​ທົບ​ທວນຄືນ​ໃນ​ການ​ປົກ​ປັກ​ຮັກ​ສາ​ແມ່​ນ້ຳ​ສາຍ​ນີ້​ບໍ່​ໃຫ້​ ສົ່ງ​ກິ່ນ​ເໝັນ​ສ້າງ​ຜົນ​ກະທົບ​ໃຫ້​ກັບ​ຊຸມ​ຊົນ ແລະ ສິ່ງ​ແວດ​ລ້ອມ​ທີ່​ເປັນ​ຢູ່ໃນ​ປັດຈຸບັນ​ໃຫ້​ສຳ​ເລັດ​ໂດຍ​ໄວ. ​ຖ້າ​ບໍ່ສະພາບ​ກິ່ນ​ເໝັນ​ດັ່ງກ່າວ​ຍິ່ງ​ຈະ​ນັບ​ມື້​ຮ້າຍ​ແຮງ​ຂຶ້ນ.



__________________
Anonymous

Date:
RE: ນ້ຳ​ໜອງ​ທາ​ເລີ່​ມ​ສົ່ງ​ກິ່ນເໝັນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ​​ໃນ​ເຂດ​ຊຸມ​ຊົນ
Permalink   
 


ການສໍ້ໂກງໃນວົງຣັຖການລາວ 00:05
ນໍ້າໃນໜອງທາສົ່ງກິ່ນເໝັນ 07:30
ຂ.ບໍ່ແກ້ວຊອກນາຍທຶນສ້າງເດີ່ນ ຕີກ໊ອຟ 09:31
ຄຣິສຈຽນຢູ່ເມືອງພິນຂາດສິດທິ 10:54



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard