ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ໂອຍຈັ່ງ​ແມ່ນ​ຍາກ.
Anonymous

Date:
ໂອຍຈັ່ງ​ແມ່ນ​ຍາກ.
Permalink   
 


ໂອຍຈັ່ງ​ແມ່ນ​ຍາກ

ການ​ນຳ​ສະ​ເໜີ​ຂໍ​ເອົາ​ນ້ຳ​ປະປາ​ເຂົ້າ​ເຮືອນ​ ຈາກ​ນ້ຳ​ປະປາ​ແຂວງ​ແມ່ນ​ຍາກ​ ຫຼາຍ​ມັນ​ບໍ່​ຄື​ເໜືອ​ນ ກັບ​ຄຳ​ຂວັນ ຂອງ​ນ້ຳ​ປະປາ​ຂຽນ​ໄວ້​ວ່າ: “ ເພື່ອ​ປະຊາຊົນ ​” ຈັກ ຢ່າງ​ເລີຍ

ນັບ​ແຕ່​ຂອດ​ຮັບ​ເອົາ​​ໃບ​ສະ​ເໜີ​ມາ​ຮອດ​ເວລາ​ລົງ​ສຳ​ຫຼວດກວດກາ​ວັດ​ແທກ​ຂອງ ​ພະນັກງານ​ວິຊາ​ການ​ກໍ​ໝົດ​ເປັນ​ເດືອນ​ແລ້ວ ຊື່​ງຍັງ​ບໍ່​ທັນ​ເວົ້າ​ເຖິງ​ຂອດ​ຄິດ​​ໄລ່​ຕໍ່ລອງ​ ແລະ ​

ເມື່ອ​ຕົກລົງ​ລາຄາ​ແລ້ວ​ປະ ຊາຊົນ​ຜູ້​ຈະ​ເອົາ​ນ້ຳ​ເຂົ້າ​ກໍ​ຕ້ອງ​ໄດ້​ມີເງິນ​ມັດ​ຈຳ​ກ່ອນ​ຢ່າງ​ໜ້ອຍ​ກໍ​ ຕ້ອງ 50% ຂອງ​ມູນ​ຄ່າ​ຄິດ​ໄລ່​ທັງ​ໝົດ.

      ປະຊາຊົນ​ທ່ານ​ນັ້ນ​ທຳ​ຕົວ ຢ່າງ​ໃຫ​້​ເຫັນ​ວ່າ​: ສຳລັບ​ເຮືອນ​ຂອງ​​ເພິ່ນ​ກໍ​ຕົກ​ຢູ່ 6-7 ລ້ານ​ກີບ ພາຍຫຼັງ​ຕໍ່​ລອງ​​ແລ້ວ ​ແລະ ຕ້ອງ​ມີ​ເງິນ​ມັດ​ຈຳ
3 ລ້ານ​ກີບ​ພ້ອມ​ບັງ​ຂັບ​ໃຫ້​ຜູ້​ເອົາ​ນ້ຳ​ເຂົ້າ​ຕ້ອງ​ໄດ້​ຊື້​ອ່າງ​ໂຕ່ງ​ນ້ຳ​ນຳ​ເຂົາ​ເຈົ້າ​ຕື່ມອີກ. ໂອຍ ! ຖ້າ​ປະຊາຊົນ​ຜູ້ທຸກ​

ຈົນແດ່​ກໍຈະ​ບໍ່​ມີ​ໂອກາດ​ໄດ້​ນຳ​ໃຊ້​ນ້ຳ​ປະ ປາ​ຈາກ​ພວກ​ເຂົາ​ເລີຍ. ຊຶ່ງ​ມັນ​ຕ່າງກັບ​ເວລາ​ກ່ອນ​ໜ້າ​ນີ້ 3-4 ປີ ຊຶ່ງ​​ເວລາ​ນັ້ນ​ລັດ​ເປັນ​

ຜູ້​ຄຸ້ມ​ຄອງ​ໂດຍ​ກົງ, ທຸກ​ຢ່າງ​ຈະ​ມີ​ຄວາມ​ສະດວກ​ຫຼາຍ​ກວ່າ ​ແລະ ລາຄາ​ຕ່າງໆ​ນັບ​ທັງ​ຄ່າ​ນ້ຳ​ກໍ​ພໍ​ຍອມຮັບ​ໄດ້, ຊຶ່ງ​ມັນ​ຕ່າງ​ກັບ​ປັດຈຸບັນ​ອັນ​ໃດ

​ກໍ​ຫັນ​ເປັນ​ທຸລະ​ກິດ​ບາ​ດວ່າ ລາຍ​ຮັບ​ຂອງ​ປະຊາຊົນ ແລະ ເງິນ​ນ້ຳ​ຄ້ຳ​ເດືອນ​ຂອງ​ພະນັກ ງານ​ລັດຖະກອນ​ພັດ​ຢູ່ຄື​ເກົ່າ. ໂອຍຈັ່ງ​ແມ່ນ​ຍາກ.



__________________
Anonymous

Date:
Permalink   
 

ຂຸດນໍ້າເມືອງພຍານາກມາໄຊ້ເລີຍ.ຢ່າໄປສົນໃຈນຳນໍ້າປົນຂີ້ປາຂອງພັກ-ລັດ ທີ່ບັງຄັບໂກງກິນ

ປະຊາຊົນເລີຍ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard