ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຜູ້ມີຕໍາແໜ່ງສູງບໍ່ເສັຽຄ່າ ທີ່ດິນ
Anonymous

Date:
ຜູ້ມີຕໍາແໜ່ງສູງບໍ່ເສັຽຄ່າ ທີ່ດິນ
Permalink   
 


ຜູ້ມີຕໍາແໜ່ງສູງບໍ່ເສັຽຄ່າ

image

ການເກັບຣາຍຮັບ ຈາກ ຄ່າທຳນຽມ ທີ່ດິນ ບໍ່ໄດ້ຕາມ ເປົ້າໝາຍ ແມ່ນຍ້ອນ ເຈົ້າໜ້າທີ່ ຂັ້ນສູງ ຜູ້ທີ່ເປັນ ເຈົ້າຂອງ ທີ່ດິນ ບໍ່ຍອມ ເສັຍຄ່າ ທຳນຽມ ຕາມກົດໝາຍ ເຮັດໃຫ້ການ ເກັບຣາຍຮັບ ບໍ່ເປັນ ໄປ ຕາມເປົ້າໝາຍ ທີ່ວາງໄວ້.

ເຈົ້າໜ້າທີ່ ກະຊວງ ການເງິນ ທ່ານນຶ່ງ ກ່າວວ່າ ບັນດາ ພະນັກງານ ຂັ້ນສູງ ທີ່ເປັນ ເຈົ້າຂອງ ທີ່ດິນ ສ່ວນຫລາຍ ແມ່ນໃຊ້ ທຸກວິທີ ທາງ ໃນການ ຫລົບ ຫລີກ ບໍ່ຈ່າຍ ຄ່າທຳນຽມ ໂດຍໃສ່ຊື່ ຂອງຍາດ ພີ່ ນ້ອງ ຂອງຕົນເອງ, ບໍ່ ອະນຸຍາດ ໃຫ້ ເຈົ້າໜ້າທີ່ ທີ່ດິນ ໄປວັດແທກ ດິນ ຂອງຕົນ.

ເຈົ້າໜ້າທີ່ ທີ່ດິນເອງ ກໍບໍ່ກ້າ ໄປເກັບ ຄ່າທຳນຽມ ນຳ ພະນັກງານ ຂັ້ນສູງ ເພາະຢ້ານ ອຳນາດ, ແຕ່ສ່ວນໃຫຍ່ ຈະເກັບນຳ ແຕ່ ປະຊາຊົນ ຄືດັ່ງ ເຈົ້າໜ້າທີ່ ການເງິນ ທ່ານນຶ່ງ ກ່າວວ່າ:

"ລະຫວ່າງ ພາສີ ແລະ ເຈົ້າຂອງ ທີ່ດິນ ຜູ້ທີ່ ຈັບຈອງ ກໍ ນະໂຍບາຍ ໃຫ້ກັນ ກໍເສັຍເປັນ ດິນສວນ ທັງໆ ທີ່ວ່າ ທີ່ດິນ ຕອນນັ້ນ ບໍ່ມີຕົ້ນໄມ້ ດິນຂອງ ພະນັກງານ ທະຫານ ຕຳຫລວດ ແລະ ນັກ ທຸລະກິດ ກໍບໍ່ໄດ້ ເສັຍພາສີ ສະນັ້ນ ຈຶ່ງມີ ຄຳເວົ້າ ເຂົາເຈົ້າວ່າ ດິນຢູ່ບ້ານ ພວກເຮົາ ລະເກັບໄດ້ ແຕ່ດິນທ້າວ ດິນທ່ານ ຫລະ ເກັບບໍ່ໄດ້".

ເພາະສະນັ້ນ ຣັຖບານ ຈຶ່ງ ເກັບຣາຍຮັບ ຈາກ ຄ່າທຳນຽມ ທີ່ດິນ ໄດ້ພຽງ 70 ຕື້ ກີບ ຫລື ເທົ່າກັບ 47 ສ່ວນຮ້ອຍ ຂອງ ແຜນການ ໃນ ສົກປີ 2012-13 ເທົ່ານັ້ນ. ນອກຈາກນີ້ ເຈົ້າໜ້າທີ່ ຂອງ ກະຊວງ ການເງິນ ຍັງກ່າວ ຕື່ມວ່າ ໃນສົກ ປີ 2013-14 ກໍຄາດວ່າ ຈະບໍ່ ສາມາດ ປະຕິບັດ ໄດ້ເຖິງ 50 ສ່ວນຮ້ອຍ ຂອງ ເປົ້າໝາຍ ທີ່ວາງໄວ້.



__________________
Anonymous

Date:
Permalink   
 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard