ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ໄທອາດຈະມີນຍົກຄົນກາງ ໃນໄວໆນີ້
Anonymous

Date:
ໄທອາດຈະມີນຍົກຄົນກາງ ໃນໄວໆນີ້
Permalink   
 


ມື້ນີ້ໄດ້ຕິດຕາມຂ່າວສະພາບການ ການເມືອງຂອງໄທ ພາຍຫຼັງທີ່ບໍ່ໄດ້ເບິ່ງເປັນເວລາປະມານໜຶ່ງອາທິດແລ້ວ ເພາະຄາພາລະກິດທີ່ສໍາຄັນ

ຜູ້ນໍາຄົນນຶ່ງ (ຜູ້ນໍາຄອບຄົວ). ພາໃຫ້ນຶກພໍ້ຄວາມເວົ້າຜູ້ເຖົ້າແກ່ເພິ່ນເວົ້າກ່ຽວກັບຂໍ້ຕົວບົດໝາຍວ່າ : ຖີ່ຂີ້ຊ້າງລອດ ຫ່າງຂີ້ມອດຄ້າງ

ຊຶ່ງເພິ່ນອະທິບາຍຄວາມໝາຍວ່າ ສໍາລັບຜູ້ມີສິດອໍານາດບາດໃຫຍ່ນັ້ນ ເຂົາຈະບໍ່ຄາເງື່ອນໄຂທາງຂໍ້ບັງຄັບຂອງກົດໝາຍ ມີແຕ່ຜູ້ດ້ອຍອໍານາດ

ວາດສະນາແລະທຸກຍາກທໍ່ນັ້ນທີ່ຕ້ອງຮັບໂທດຕາມທີ່ຕາໄວ້ໃນກົດໝາຍ.

ອີກເລື່ອງນຶ່ງແມ່ນເລື່ອງເປັນກາງ. ໃນລະບອບເກົ່າ ເຈົ້າສຸວັນນະພູມາ ອະດີດນາຍົກລາວໃນລະບອບເກົ່າ ໄດ້ນໍາເອົາປະເທດລາວເປັນກາງທາງການ ໂດຍບໍ່ຝັກໄຝ່ຝ່າຍໃດ (ບໍ່ວ່າຂວາຫຼືຊ້າຍ) ເພິ່ນເລີຍໄດ້ສະມັນຍານາມວ່າ ບິດາແຫ່ງຄວາມເປັນກາງ. ມີຄົນຈໍາພວກນຶ່ງເວົ້າວ່າ ທີຈິງແລ້ວ ມັນເປັນກາງບໍ່ໄດ້ດອກ - ຄວາມເປັນກາງທີ່ແທ້ຈິງແມ່ນບໍ່ມີ.  ຖ້າບໍ່ອ່ຽງຊ້າຍ ກໍຕ້ອງອ່ຽງຂວາ- ເປັນກາງແທ້ ມີແຕ່ ມີແຕ່  "ໜໍ່ແຕດ " ຫັ້ນແລ້ວ. (ຂໍໂທດ ເວົ້າຕາມທີ່ເຂົາເວົ້າກັນໃນລະບອບເກົ່າເດີ).

ດຽວນີ້ໄທ ກໍຄິດຈະມີ ນາຍົກຄົນກາງ - ເລີຍຢາກຄິດຢາກຖາວມວ່າ ມັນຈະກາງໄດ້ແທ້ບໍ? ຈະເອົາມາແຕ່ໃສ? ຈະເປັນວິຣະບຸຣຸດຂີ່ມ້າຂ່າວແຕ່

ທາງໃດ ມາເປັນນາຍົກຄົນກາງ ແລ້ວຈະຊ່ວຍໃຫ້ປະເທດຮຽບຮ້ອຍດີ, ສະຫງົບສຸກ ຍຸດຕິທໍາ ແລະມີປະຊາທິປະໄຕເຕັມຮູບແບບດ້ວຍ?.

ເຫັນຂ່າວວ່າ ກຸ່ມສຸເທບ+ ອໍາມາດ ກຽມສະເໜີຊື່ສາມຄົນ ເພື່ອຂຶ້ນໄປຂໍທູນເກົ້າອະນຸມັດແຕ່ງຕັ້ງ (ອະນັນ ປັນຍາຣະຊຸນ , .... ແລະ ປະຢຸດ ຈັນໂອຊາ) ວ່າຊັ້ນ. ຄັນຊັ້ນ ພວກເຮົາລໍຖ້າເບິ່ງນໍາກັນເນາະ ນາຍົກໄທ - ນາຍົກໜໍ່ແຕດ ຈະມາແລ້ວ. ເບິ່ງວ່າ ມັນຊິບໍ່ອ່ຽງຮິມຊ້າຍ ຫຼື ຮິມຂວາບໍ?

 



__________________
Anonymous

Date:
Permalink   
 

 

ແຜນການອັນຕື້ນໆທີ່ທາງວັງໄດ້ຍະຍາຍາມແລະກຳລັງຍະຍາຍາມທັງຫມົດນີ້ ຄົນທັງໂລກເຂົາຮູ້ກັນຫມົດແລ້ວວ່າ:

ຄົນໆດຽວທີ່ເປັນຜູ້ຖືໄມ້ກົກຊີ້ຕາຍຊີ້ເປັນ.

 

10009834_213220808875835_1082870880_n.jpg

 

 

 

 



__________________
Anonymous

Date:
Permalink   
 

Anonymous wrote:

 

ແຜນການອັນຕື້ນໆທີ່ທາງວັງໄດ້ຍະຍາຍາມແລະກຳລັງຍະຍາຍາມທັງຫມົດນີ້ ຄົນທັງໂລກເຂົາຮູ້ກັນຫມົດແລ້ວວ່າ:

ຄົນໆດຽວທີ່ເປັນຜູ້ຖືໄມ້ກົກຊີ້ຕາຍຊີ້ເປັນ.

 

10009834_213220808875835_1082870880_n.jpg

 

 

 

 


ຖ້າເກີດມີສົງຄາມກາງເມືອງເພື່ອແຍກແຜ່ນດິນໄທຍ໌ອອກ ປະຊາຄົມຊາວໂລກກໍຄົງຈະບໍ່ແປກໃຈຫຍັງຫມົດ.

ຢາກບັງຄັບໃຫ້ຄົນເຊື້ອລາວກິນເຂົ້າຈ້າວ ກໍຕ້ອງລອງບັງຄັບໃຫ້ເຊື້ອຈີນກິນເຂົ້າຈີ່.

ແຕ່ນີ້ຕໍ່ໄປ ປະເທດໄທຍ໌ ຄົງຈະບໍ່ມີການເລືອກຕັ້ງປ່ອນບັດເອົາຜູ້ແທນທົ່ວປະເທດອີກ.

ຄົງຈະມີແຕ່ການປ່ອນບັດກັນເພື່ອເປັນຂ່າວ ຢູ່ໃນຂົງເຂດກຸງເທບເທົ່ານັ້ນ...ປະຊາທິປະໄຕແບບໄທຍ໌ໆ.

ຫາກຈະເປັນເຊັ່ນນີ້ແລ້ວ ປະເທດໄທຍ໌ ກໍຄົງຈະຫາຄວາມສງົບສຸກໃນບ້ານເມືອງບໍ່ໄດ້ອີກຕໍ່ໄປ ...

ມື້ພັກເລີຍຄືດຫລິ້ນຊື່ ໆ ດອກ.

 



__________________


Veteran Member

Status: Offline
Posts: 75
Date:
Permalink   
 

ຫລີ້ນກັບໃຜບໍ່ຫລີ້ນ ນຍແລະຄລຕຈະຖືກກຳຈັດໂດຍຜູ້ມີອຳນາດສູງສຸດຂອງປະເທດ ນີ້ຄືການເມືອງthai style

__________________
Anonymous

Date:
Permalink   
 

hamnoy wrote:

ຫລີ້ນກັບໃຜບໍ່ຫລີ້ນ ນຍແລະຄລຕຈະຖືກກຳຈັດໂດຍຜູ້ມີອຳນາດສູງສຸດຂອງປະເທດ ນີ້ຄືການເມືອງthai style


 ພວກເສື້ອແດງແລະປະຊາຊົນໄທຜູ້ຮັກປະຊາທິປະຕັຍຈະບໍ່ຍອມເດັດຂາດ, ເຣື່ອງນີ້ຈະບໍ່ຢຸດຕິລົງໄດ້

ເຖິງວ່າ ນສ ຍິ່ງລັກ ແລະຄນະ ຣັຖະມົນຕຣີຈະຖືກສານຕັດສິນໃຫ້ຢຸດດຳຣົງຕຳແໜ່ງແລະມອບອຳນາດ

ຄືນໃຫ້ພວກ ກປປສ ແລະພັກ ປຊປ. ສົງຄາມກາງເມືອງກໍຣະເບີດຂຶ້ນ ການນອງເລືອດກໍຈະເກີດຂຶ້ນ

ເພາະພວກເສື້ອແດງແລະປະຊາຊົນໄທຜູ້ຮັກປະຊາທິປະຕັຍຈະບໍ່ຍອມເດັດຂາດ. ໃຜເປັນນາຍົກເຖື່ອນ

ແມ່ນຜູ້ນັ້ນຄາດຊວຍໝົດຄອບຄົວ ພ້ອມທັງ ອົງກອນອິສຣະ ແລະ ບັກໂລ້ນຫົ່ມເຫຼືອງພຸທະອິສຣະ,

ແກ່ນນຳ ກປປສ ແລະອຳມາດຜູ້ຢູ່ເບື້ອງຫຼັງແມ່ນ No place to hide.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard