ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ກວດພົບເງິນໃນຂະບວນການສໍ້ລາດບັງຫຼວງ ຢູ່ແຂວງວຽງຈັນ 7 ຕື້ກວ່າກີບ
Anonymous

Date:
ກວດພົບເງິນໃນຂະບວນການສໍ້ລາດບັງຫຼວງ ຢູ່ແຂວງວຽງຈັນ 7 ຕື້ກວ່າກີບ
Permalink   
 


ກວດພົບເງິນໃນຂະບວນການສໍ້ລາດບັງຫຼວງ ຢູ່ແຂວງວຽງຈັນ 7 ຕື້ກວ່າກີບ

10013196_10152006324964149_1213664561_n.jpg10157323_10201702714680660_1998519400_n.jpg

 ທ່ານ ບຸນເພັງ ສາຍນໍລະດີ ຫົວໜ້າພະແນກກວດກາລັດ ປະທານກວດກາຂອງຄະນະບໍລິຫານງານພັກແຂວງວຽງຈັນ ໄດ້ກ່າວໃນກອງປະຊຸມສະຫຼຸບວຽກງານກວດກາ ປະຈຳປີ 2013 ວ່າ: ຜ່ານການກວດກາ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານລາຍຮັບ-ລາຍຈ່າຍບັນດາເມືອງ ພະແນກການ ກໍໄດ້ເປັນເຈົ້າການໃນການຂຸດຄົ້ນ ແລະ ນຳໃຊ້ທ່າແຮງຂອງຕົນຊອກຫາແຫຼ່ງທຶນ ເພື່ອມາພັດທະນາທ້ອງຖິ່ນຂອງຕົນ ພ້ອມທັງໄດ້ດຳເນີນການກວດກາ ບັນຫາການອານຸຍາດສຳປະທານທີ່ດິນ ການມອບດິນ ການອອກໃບຕາດິນ ແລະ ການເກັບລາຍຮັບຈາກທີ່ດິນຢູ່ 13 ເມືອງທົ່ວແຂວງວຽງຈັນ ໃນນີ້ ສາມາດກວດກາສຳເລັດແລ້ວ 2 ເມືອງຄື: ໂພນໂຮງ 4 ບ້ານຄື: ບ້ານໂພນເງິນ ໂພນຕ້ອງ ໜອງຂອນ ແລະ ບ້ານຫ້ວຍເດື່ອ ເມືອງຫີນເຫີບ 13 ບ້ານຄື: ບ້ານຄອນແກ້ວ ໂພນເງິນ ນ້ຳໂທ່ມ ໂພນສະຫວັນ ວຽວຄຳ ນາພົງ ນາກາງ ນາອັນ ນ້ຳຊັດ ນາຄຸ້ມ ຕັ່ງຄຳ ໂພນມ່ວງ ແລະ ບ້ານບໍ່ຈ່ານ.
ຜ່ານການກວດກາ ແລະ ການສອບສວນຂອງເຈົ້າໜ້າທີ່ ໄດ້ພົບເຫັນບັນຫາບໍ່ຖືກຕ້ອງຄື: ມີການປອມແປງເອກະສານເພີ່ມເນື້ອທີ່ຕອນດິນດຽວອອກໃບແຈ້ງຫຼາຍຄັ້ງ ຂາຍໃຫ້ຫຼາຍຄົນ ເອົາດິນຂອງລັດໄປເປັນຂອງບຸກຄົນ ມີການເສຍພາສີຢ້ອນຫຼັງ ມີການຊື້ຈ້າງພະນັກງານ ແລະ ອຳນາດການປົກຄອງບ້ານ ດ້ວຍການໃຫ້ສິນບົນ ໃນນີ້ໄດ້ພົບເຫັນເນື້ອທີ່ດິນທີ່ບໍ່ຖືກຕ້ອງ 10.663 ເຮັກຕາກວ່າ ທີ່ມີສ່ວນພົວພັນກັບ 10 ບໍລິສັດ 11 ສ່ວນບຸກຄົນ ພົບເຫັນເງິນ 6.760.084.000 ກີບ ແລະ 110.000 ໂດລາສະຫະລັດ ຫຼື ປະມານ 885 ລ້ານກີບ ລວມ 7,645 ຕື້ກວ່າກີບ ມີບຸກຄົນທີ່ມີສ່ວນພົວພັນ 90 ຄົນ ໃນນີ້ເປັນພະນັກງານຂອງເມືອງ ແລະ ແຂວງ 17 ຄົນ ອຳນາດການປົກຄອງບ້ານ 33 ຄົນ ປະຊາຊົນທີ່ເປັນນາຍໜ້າ 40 ຄົນ ມາຮອດປະຈຸບັນ ໄດ້ສຳເລັດການສືບສວນ-ສອບສວນ ພ້ອມທັງໄດ້ປະກອບສຳນວນຄະດີ ໃຫ້ໄອຍະການສັ່ງຟ້ອງສານຕັດສິນລົງໂທດ ຕໍ່ຜູ້ກະທຳຜິດຕາມລະບຽບກົດໝາຍ.
ຄຽງຄູ່ກັນນີ້ກໍ່ໄດ້ເຄື່ອນໄຫວຕິດຕາມກວດກາການລັກລອບຂຸດຄົ້ນ ແລະ ສຳຫຼວດແຮ່ທາດ (ຄຳຕົກຂ້ອນ) ຢູ່ເມືອງຊະນະຄາມ ພົບຜູ້ກະທຳຜິດ 28 ຄົນ ປະຈຸບັນຍັງໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ດຳເນີນການກວດກາແຮ່ຄຳຕົກຂ້ອນຢູ່ເມືອງແມດ ກາສີ ແລະ ເມືອງໝື່ນຕື່ມອີກ.

 

 



__________________
Anonymous

Date:
RE: ກວດພົບເງິນໃນຂະບວນການສໍ້ລາດບັງຫຼວງ ຢູ່ແຂວງວຽງຈັນ 7 ຕື້ກວ່າກີບ
Permalink   
 


ຟັງເອົາເດີ້ພວກລາວໃນທັງຫລາຍ ວ່າພັກລັດບໍ່ແດກເງິນຄັງຫລວງ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard