ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: China's made iphone ໄອໂຟນຈີນໃຊ້ຫຼິ້ນອິນເຕີເນັດບໍ່ໄດ້
Anonymous

Date:
China's made iphone ໄອໂຟນຈີນໃຊ້ຫຼິ້ນອິນເຕີເນັດບໍ່ໄດ້
Permalink   
 


ຊື້ໂທລະສັບໄອໂຟນຈີນມາໜ່ວຍໜຶ່ງ ລາຄາປະມານ 7, 8 ແສນກີບ

ເຊິ່ງມີຂຽນກຳກັບວ່າ ປະກອບໃນໄຕ້ຫວັນ assembled in Taiwan

ຈໍສຳພັດກໍ່ໃຊ້ໄດ້ດີ ເບິ່ງໜັງຟັງເພງ ຖ່າຍຮູບໄດດີໝົດ

ກະຫວັງວ່າມັນຊິຫຼິ້ນເຟສບຸກໄດ້ ຫຼື ອິນເຕີເນັດໄດ້ ເຊິ່ງວ່າ ແອັພພລິເຄຊັ້ນມັນພັດເຕັມຄືກັນ

ຈັກເຟສບຸກ ຈັກຢູທິວ ຈັກແຜນທີ່ ແລະ ອື່ນໆ

ແຕ່ວ່າເຊື່ອມອິນເຕີເນັດບໍ່ໄດ້ ຫຼິ້ນເຟສບຸກຊື່ໆ ກໍ່ບໍ່ໄດ້

ຈັກເປັນນຳຫຍັງ ເປັນນຳມັນຕັ້ງບໍ່ໄດ້ເອງ ຫຼື ເຮົາເຊັດຕິ້ງບໍ່ເປັນບໍ!!?

ເອົາໄປໃຫ້ພະນັກງານສູນບໍລິການຕັ້ງໃຫ້ກໍ່ບໍ່ໄດ້

ທ່ານໃດສາມາດໃຫ້ຂໍ່ກະຈ່າງແຈ້ງໄດ້ ກະລຸນາດ້ວຍ ຂອບໃຈ



__________________
Anonymous

Date:
RE: China's made iphone ໄອໂຟນຈີນໃຊ້ຫຼິ້ນອິນເຕີເນັດບໍ່ໄດ້
Permalink   
 


ເບິ່ງໜັງຟັງເພງທາງໃດ? ບໍ່ແມ່ນເບິ່ງທາງອິນເຕີເນັດຫວາ?



__________________
Anonymous

Date:
Permalink   
 

Anonymous wrote:

ເບິ່ງໜັງຟັງເພງທາງໃດ? ບໍ່ແມ່ນເບິ່ງທາງອິນເຕີເນັດຫວາ?


 ເບິ່ງໜັງຟັງເພງຜ່ານ ເັມມໂມຣີ ກາຮ໌ດ 

ແຕ່ທີ່ຫຼິ້ນເນັດບໍ່ໄດ້ອາດເປັນຍ້ອນວ່າ ໂທລະສັບຈີນເຂົາເຮັດມາເພື່ອໃຊ້ຢູ່ບ້ານເຂົາເທົ່ານັ້ນ ໝາຍຄວາມວ່າເຄືືອຂ່າຍຖືກກຳນົດໄວ້ແລ້ວ

ບໍ່ສາມາດຕັ້ງໃສ່ໃໝ່ໄດ້

ສຳລັບໂທລະສັບທີ່ກັນຊື້ມາກໍ່ໄດ້ເອົາໄປແລກເບຍກິນແລ້ວ

ເພາະວ່າເຮົາບໍ່ຕ້ອງການໂທລະສັບທີ່ພໍແຕ່ໂທໄດ້ເທົ່ານີ້

ສ່ວນແມ່ຄ້າຊາວຂາຍ ຫຼື ສາວໂຮງງານມາແຕ່ຕ່າງແຂວງບາງຄົນທີ່ເຂົາບໍ່ຮູ້ຫຼິ້ນເັນດ ເຂົາກໍ່ຍັງຕ້ອງການຢູ່

ສະນັ້ນເຂົາກໍ່ເອົາທັນທີເມື່ອເຮົາເອົາໄປຂາຍ ຫຼື ແລກກັບສິນຄ້າ ແຕ່ວ່າລາຄາມັນຕ້ອງຕ່ຳກວ່າທ້ອງຕະຫຼາດ

ສຸດ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard