ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ນ້ຳເຊກອງຖືກທຳລາຍ
Anonymous

Date:
ນ້ຳເຊກອງຖືກທຳລາຍ
Permalink   
 


ນ້ຳເຊກອງຖືກທຳລາຍ

image

ອົງການ ແມ່ນ້ຳ ສາກົນ ຣາຍງານວ່າ ໃນໄຣຍະ ທາງຍາວ ປະມານ 150 ກິໂລແມັດ ຕາມ ແຄມນ້ຳ ເຊກອງ ຣະຫວ່າງ ເມືອງ ກະລຶມ ຫາ ເມືອງ ຕະໂອ້ຍ ພ້ອມທັງ ພື້ນທີ່ ເຂດໃກ້ຄຽງ ນ້ຳເຊກອງ ເຕັມໄປ ດ້ວຍ ບວກຫນອງ ຍ້ອນ ຣົຖບັນທຸກ ໄມ້ທ່ອນ ຂອງ ບໍຣິສັດ ທີ່ໄດ້ຮັບ ສຳປະທານ ຈາກ ຣັຖບານ ທີ່ ຂົນໄມ້ ໄປວຽດນາມ ໃນ ແຕ່ລະມື້.

ພຶ້ນທີ່ ດັ່ງກ່າວ ເປັນພຶ້ນທີ່ ສຳປະທານ ຂອງ ຣັຖບານ ໃນຫລາຍ ໂຄງການ ດັ່ງການ ຕັດໄມ້ ຂອງ ກຸ່ມ ບໍຣິສັດ ພອນສັກ ຜູ້ທີ່ມີ ເສັ້ນສາຍ ກັບ ຜູ້ນຳ ພັກຣັຖ ບາງກຸ່ມ ນອກ ຈາກນັ້ນ ກໍຍັງມີ ບໍຣິສັດ ສຳປະທານ ສຳຣວດ ແລະ ຂຸດຄົ້ນ ແຮ່ທາດ ແລະ ບໍຣິສັດ ຄົ້ນຄວ້າ ພລັງງານ ນ້ຳຮ້ອນ ໃຕ້ດິນ ຮ່ວມທັງ ໂຄງການ ສຳປະທານ ສ້າງເຂື່ອນ ສີ່ເຂື່ອນ ໃນ ສາຍນ້ຳ ເຊກອງ ນຳອີກ.

ໃນໂຄງການ ສຳປະທານ ດັ່ງກ່າວ ກຸ່ມ ບໍຣິສັດ ຜູ້ຮັບ ສຳປະທານ ໄດ້ທຳການ ໂຍກຍ້າຍ ປະຊາຊົນ ທ້ອງຖິ່ນ ກວ່າ 8 ພັນ ຄົນ ອອກຈາກ ເຂດ ການກໍ່ໍສ້າງ. ໂຄງການ ສຳປະທານ ທັງຫມົດ ນີ້ ນອກຈາກ ສ້າງຄວາມ ເສື່ອມເສັຽ ຕໍ່ຊີວິດ ການເປັນຢູ່ ຂອງ ປະຊາຊົນ ໃນທ້ອງຖິ່ນ ແລ້ວຍັງ ທໍາຣາຍ ຣະບົບ ນິເວດ ແມ່ນ້ຳ ລຳທານ ບ່ອນຫາຢູ່ ຫາກິນ ຂອງ ປະຊາຊົນ ນຳອີກ. ກຸ່ມດັ່ງກ່າວ ໄດ້ປ່ອຍ ນ້ຳເສັຽ ແລະ ສາຣພິດ ລົງສູ່ ສາຍນໍ້າ ເຊກອງ ຢ່າງ ຫລວງຫລາຍ ຈົນຊາວບ້ານ ແລະ ສິ່ງທີ່ມີ ຊີວີດ ບໍ່ ສາມາດ ໃຊ້ແມ່ນ້ຳ ສາຍນີ້ ໄດ້.

10171761_1408582872743091_457787457_n.jpg



__________________
Anonymous

Date:
Permalink   
 

ຄົນຊາດອື່ນເປັນຫ່ວງນຳສະພາບແວດລ້ອມໃນລາວຫຼາຍກວ່າຄົນໃນປະເທດ.

no



__________________
Anonymous

Date:
Permalink   
 

ປະຊາຊົນເຮັດຫຍັງບໍ່ໄດ້ ສູ້ອຳນາດລັດ ແລະປາຍປືນບໍ່ໄດ້,ຖ້າບຸກຄົນໃດຄິດຕໍ່ຕ້ານ ຕາຍສະຖານດຽວ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard