ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຈີນຕຣຽມສໍາຫຣວດພື້ນທີ່ສ້າງ ທາງຣົດໄຟ
Anonymous

Date:
ຈີນຕຣຽມສໍາຫຣວດພື້ນທີ່ສ້າງ ທາງຣົດໄຟ
Permalink   
 


ຈີນຕຣຽມສໍາຫຣວດພື້ນທີ່ສ້າງ ທາງຣົດໄຟ

image

ນັກ ວິຊາການ ຈີນ ກໍາລັງ ຕຣຽມ ລົງພື້ນທີ່ ສໍາຫຣວດ ສະຖານທີ່ ກໍ່ສ້າງ ທາງ ຣົດໄຟ ຄວາມໄວສູງ ລາວ-ຈີນ ມູນຄ່າ 7 ຕື້ ໂດລາ ສະຫະຣັຖ ຢູ່ ແຂວງ ຫລວງ ນໍ້າທາ ເພື່ອ ສຶກສາ ອອກແບບ ຊຶ່ງ ມີແນວໂນ້ມ ວ່າ ຈະມີການ ປັບປ່ຽນ ເສັ້ນທາງ ເພື່ອໃຫ້ ເໝາະສົມ ແລະ ໄດ້ປໂຍດ ຫລາຍ ທີ່ສຸດ. ເຈົ້າໜ້າທີ່ ກະຊວງ ແຜນການ ແລະ ການລົງທຶນ ກ່າວວ່າ:

"ດຽວນີ້ ຍັງບໍ່ທັນໄດ້ ລົງມື ເທື່ຶອ ມີແຕ່ ທິມງານລາວ ລົງມາ ກ່ອນ ທິມຈີນ ກະສິ ລົງມາ ໄວໆນີ້ ແຫລະ ອາທິດໜ້າ ນີ້ແຫລະ ແລ້ວ ສົງການ ນີ້ແຫລະ".

ທ່ານກ່າວ ຕໍ່ໄປວ່າ ປັດຈຸບັນ ການ ສໍາຫຣວດ ອອກແບບ ທາງ ຣົດໄຟ ຢູ່ແຂວງ ຫລວງ ນໍ້າທາ ນັ້ນຍັງ ບໍ່ທັນຮູ້ ວ່າ ເສັ້ນທາງ ຈະຕັດ ຜ່ານ ເຂດໃດ ແດ່ ເພາະ ຕ້ອງໄດ້ ລໍຖ້າ ຝ່າຍ ວິຊາການ ຂອງຈີນ ທີ່ ຈະເປັນຜູ້ ສລຸບອີກ ເທື່ອນຶ່ງ; ຮູ້ແຕ່ວ່າ ທາງ ຈະຕັດ ຜ່ານ ຊາຍແດນ ບໍ່ເຕັນ ມາຫາ ເມືອງນໍ້າທາ ກ່ອນ ຈະຕໍ່ລົງ ໄປຫາ ແຂວງ ອຸດົມໄຊ ແລະ ແຂວງ ອື່ນໆ ຕໍ່ໄປ.

ທ່ານວ່າ ສໍາລັບ ການ ໂຍກຍ້າຍ ປະຊາຊົນ ທີ່ ຈະໄດ້ຮັບ ຜົລ ກະທົບ ຈາກ ທາງ ຣົດໄຟ ນັ້ນ ມາຮອດ ປັດຈຸບັນ ກໍຍັງ ບໍ່ທັນຮູ້ ຄັກແນ່ ວ່າ ຈະມີຈັກ ຄອບຄົວ ແລະ ຈະເສັຽ ທີ່ດິນ ໃຫ້ທາງ ໂຄງການ ນັ້ນ ເທົ່າໃດ ແຕ່ທ່ານ ກໍຢືນຢັນ ວ່າ ຈະ ພຍາຍາມ ເຮັດໃຫ້ ມີຜົລ ກະທົບ ຕໍ່ ປະຊາຊົນ ໜ້ອຍ ທີ່ສຸດ ເທົ່າທີ່ ຈະເຮັດໄດ້.

ທາງຣົດໄຟ ຄວາມໄວ ສູງ ລາວ-ຈີນ ແຕ່ຊາຍ ແດນ ບໍ່ເຕັນ ແຂວງ ຫລວງ ນໍ້າທາ ເຖິງ ນະຄອນຫລວງ ວຽງຈັນ ຍາວ 420 ກິໂລແມັດ, ມີ 31 ສະຖານີ, ມີອຸມົງ ລອດພູ 76 ແຫ່ງ, ຂົວ 154 ແຫ່ງ. ການກໍ່ສ້າງ ຈະໃຊ້ ຄົນງານ ປະມານ 20,000 ຄົນ ແລະ ຄາດວ່າ ຈະສ້າງ ສໍາເຣັດ ໃນປີ 2019.



__________________
Anonymous#2

Date:
Permalink   
 

ນີ້ເປັນຂ່າວດີສຳລັບຜູ່ທີ່ຈະໄດ້ຮັບເງິນເປີເຊັນ ຜູ່ທີ່ມີສ່ວນຮ່ວມກັບໂຄງການ

ເຫັນໃຈຜູ່ທີ່ໂຊກຮ້າຍຖືກກະທົບຈາກໂຄງການ ຈະໄດ້ເງິນຊົດເຊີຍເໝາະສົມ

ຫຼືບໍ່, ເຫັນມາຫູາຍໂຄງການແລ້ວ ຕົວຢ່າງທີ່ເກີດຂຶ້ນກັບປະຊາຊົນບ້ານໂພນ

ສະຫວັນ ເມືອງປາກເຊ ໄດ້ແຕ່ຄອບຄົວນຶ່ງ 3 ແສນກີບ ເຮັດຫຍັງໄດ້ແດ່ກັບ

ເງິນຈຳນວນນີ້?



__________________
Anonymous

Date:
Permalink   
 

Anonymous#2 wrote:

ນີ້ເປັນຂ່າວດີສຳລັບຜູ່ທີ່ຈະໄດ້ຮັບເງິນເປີເຊັນ ຜູ່ທີ່ມີສ່ວນຮ່ວມກັບໂຄງການ

ເຫັນໃຈຜູ່ທີ່ໂຊກຮ້າຍຖືກກະທົບຈາກໂຄງການ ຈະໄດ້ເງິນຊົດເຊີຍເໝາະສົມ

ຫຼືບໍ່, ເຫັນມາຫູາຍໂຄງການແລ້ວ ຕົວຢ່າງທີ່ເກີດຂຶ້ນກັບປະຊາຊົນບ້ານໂພນ

ສະຫວັນ ເມືອງປາກເຊ ໄດ້ແຕ່ຄອບຄົວນຶ່ງ 3 ແສນກີບ ເຮັດຫຍັງໄດ້ແດ່ກັບ

ເງິນຈຳນວນນີ້?


 ສາມແສນກີບເອົາໄປຈ້າງສີ້ຫີແມ່ຮ້າງນ້ອຍບາດໜຶ່ງກໍບໍພໍ

ເພາະບໍ່ຮອດ $50 ຊ້ຳ ຈັ່ງແມ່ນໝູ່ເຈົ້າຂູດໄດ້ເຖືອເອົາໜໍ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard