ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ບໍ່​ຄຳ-ທອງ​ເຊ​ໂປ​ນ ​ໄດ້​ມອບ​ເຊັກ​ມູນ​ຄ່າ 91 ກວ່າ ລ້ານ​ໂດ​ລາ​ ​ໃຫ້ ສປປ ລາວ
Anonymous

Date:
ບໍ່​ຄຳ-ທອງ​ເຊ​ໂປ​ນ ​ໄດ້​ມອບ​ເຊັກ​ມູນ​ຄ່າ 91 ກວ່າ ລ້ານ​ໂດ​ລາ​ ​ໃຫ້ ສປປ ລາວ
Permalink   
 


ບໍ່​ຄຳ-ທອງ​ເຊ​ໂປ​ນ ປະກອບສ່ວນ​ລາຍ​ຮັບ​ໂດຍ​ກົງ​ໃຫ້ ສປປ ລາວ

lxm.jpg

 

​ວັນ​ທີ 7 ​ເມສາ​ນີ້, ທີ່​ນະຄອນຫລວງ​ວຽງ​ຈັນ ທ່ານ ແອນ​ດຣິວ ມິ​ແຊນ​ມໍ ຜູ້​ບໍລິຫານ​ໃຫຍ່​ຂອງ ບໍລິສັດ MMG ​ໄດ້​ມອບ​ແຊັກ​ມູນ​ຄ່າ 91 ລ້ານ​ໂດ​ລາ​ສະຫະ ລັດ ​ໃຫ້​ແກ່​ທ່ານ​ ດຣ. ລຽນ ທິ​ແກ້ວ ລັດຖະມົນຕີ​ວ່າການ​ກະ ຊວງ​ການ​ເງິນ ​ເຊິ່ງ​ເປັນ​ງວດ​ສຸດ​ທ້າຍ​ຂອງ​ການ​ປະຕິບັດ​ພັນທະ​ຕໍ່ ສປປ ລາວ ​ໃນ​ປີ 2013 ຂອງ​ຈຳ ນວນ​ວົງ​ເງິນ​ທັງ​ໝົດ 136 ລ້ານ​ໂດ​ລາ​ສະຫະລັດ ຫລື ປະມານ 1.000 ກວ່າ​ຕື້ກີບ.

     ນັບ​ແຕ່​ໄດ້​ເລີ່​ມຂຸດ​ຄົ້ນ ​ແລະ ຜະລິດ​ແຮ່​ທາດ​ໃນ​ປີ 2003 ເປັນຕົ້ນມາ, LXML ​ໄດ້​ປະກອບ ສ່ວນ​ລາຍ​ຮັບ​ໂດຍ​ກົງ​ໃຫ້​ແກ່ ສປປ ລາວ ​ໄດ້​ຫລາຍ​ກວ່າ 1.123 ລ້ານ​ໂດ​ລາ​ສະຫະລັດເຊິ່ງລວມ ມີຄ່າ​ພາສີ, ຄ່າ​ພາສີ​ຊັບພະຍາ ກອນ​ແຮ່​ທາດ ​ແລະ ​ເງິນ​ປັນ​ຜົນ​ຈາກ​ການ​ຖື​ຮຸ້ນ 10% ຂອງ​ລັດ ຖະບານ​ລາວ.

     ທ່ານ ​ແອນ​ດຣິວ ກ່າວ​ວ່າ: ​ໃນ​ຖານະ​ທີ່​ເປັນ​ໜຶ່ງ​ໃນ​ບໍລິສັດ​ທີ່​ຈ່າຍ​ພາສີ​ລາຍ​ໃຫຍ່​ທີ່​ສຸດ​ໃນ ສປປ ລາວ, MMG LXML Sepon ພາກພູມ​ໃຈ​ຫລາຍ​ກັບ​ການ​ສືບ​ຕໍ່ປະກອບສ່ວນ​ຂອງ​ຕົນ ​ເພື່ອ​ຄວາມ​ກ້າວໜ້າ, ການ​ພັດທະ ນາ​ເສດຖະກິດ ​ແລະ ຫລຸດຜ່ອນ​ຄວາມທຸກ​ຍາກ ​ໂດຍ​ສະ​ເພາະ​ໃນ​ຊຸມ​ຊົນ​ທີ່ຢູ່​ອ້ອມ​ຂ້າງ​ບໍ່​ແຮ່ ​ແລະ ປັດຈຸບັນ ບໍລິສັດ​ພວກ​ເຮົາ​ພວມ​ສືບຕໍ່​ສຳ​ຫລວດ ​ແລະ ພັດທະນາ​ທຸລະ​ກິດ ​ເພື່ອ​ໃຫ້​ໄດ້​ຮັບ​ສິດທິ​ພິ​ເສດ​ໃນ​ການ​ຂະຫຍາຍ​ບໍ່​ຄຳ- ທອງ​ເຊ​ໂປ​ນ ​ແລະ ຕໍ່​ອາຍຸ​ການ​ບໍ່​ແຮ່​ອອກ​ຕື່ມ​ອີກ.
     ນອກ ​ນີ້, ສປປ ລາວ ຍັງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດທາງ​ອ້ອມ​ຫລາຍ​ຮ້ອຍ​ລ້ານ​ໂດ​ລາ​ສະຫະ ລັດ​ໃນ​​ແຕ່ລະ​ປີ ຜ່ານ​ການ​ຈ່າຍ​ເງິນ​ເດືອນ​ໃຫ້​ແກ່​ພະນັກງານ​ລາວ, ທຸລະ​ກິດ​ທ້ອງ​ຖິ່ນ ​ແລະ ບັນດາ​ຜູ້​ສະໜອງ​ອື່ນໆ. ພ້ອມ​ນັ້ນ ບໍລິສັດ​ຍັງ​ໄດ້​ລົງທຶນ​ຫລາຍ​ລ້ານ​ໂດ​ລາ​ສະຫະລັດ​ເຂົ້າ​ໃນ​ການ​ພັດທະນາ​ຊຸມ​ ຊົນ​ເມືອງ​ວິລະ​ບູລີ ນັບ​ແຕ່​ໄດ້​ເລີ່​ມຕົ້ນ​ເຂົ້າມາ​ຂຸດ​ຄົ້ນ ແລະ ຜະລິດ​ແຮ່​ທາດ​ເປັນຕົ້ນມາ ເພື່ອ​ຊ່ວຍ​ຫລຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ ​ແລະ ພວມ​ພັດທະນາ​ນັກ​ມື​ອາຊີບ​ລາວ​ຮຸ່ນ​ຕໍ່​ໄປ ​ໂດຍ​ການ​ເຝິກອົບຮົມ​ວິຊາ​ຊີບ ​ແລະ ການ​ບໍລິຫານ​ໃຫ້​ແກ່​ພະນັກງານ​ຄົນ​ລາວ, ພ້ອມ​ທັງ​ກຳລັງ​ເພີ່ມ​ຈຳນວນ​ພະນັກງານ​ລາວ​ເຂົ້າ​ໃນ​ຕຳ​ແໜ່​ງການ​ນຳ​ອາວຸ​ໂສ​ ຢ່າງ​ຕໍ່​ເນື່ອງ.
    ​ໃນ​ປີ 2014 ນີ້, MMG LXML Sepon ຄາດ​ວ່າ​ຈະ​ຜະລິດ​ທອງ​ໄດ້​ແຕ່ 88.000-93.000 ​ໂຕນ ​ແລະ ປັດຈຸບັນ ກໍ​ພວມ​ສືບຕໍ່​ສຳ​ຫລວດ ​ແລະ ສຶກສາ​ທາງ​ເລືອກເພື່ອ​ຂະຫຍາຍ​ການ​ຜະລິດ​ທອງ ແລະ ຜະລິດ​ແຮ່​ຄຳ​ຜຸ​ຜັງ ​ແລະ ແຮ່​ຄຳ​ເຄົ້າ ​ເພື່ອ​ຕໍ່​ອາຍຸ​ຂອງ​ບໍ່​ຄຳ-ທອງ​ເຊ​ໂປ​ນອອກ​ຕື່ມ​ອີກ.


__________________
Anonymous

Date:
RE: ບໍ່​ຄຳ-ທອງ​ເຊ​ໂປ​ນ ​ໄດ້​ມອບ​ເຊັກ​ມູນ​ຄ່າ 91 ກວ່າ ລ້ານ​ໂດ​ລາ​ ​ໃຫ້ ສປປ ລາວ
Permalink   
 


ທອງຄຳໄກ້ຈະໝົດແລ້ວ ປະຊາຊົນເມືອງ ເຊໂປນ ກໍຍັງທຸກຄືເກົ່າ

ພັກລັດເອີຍ..........! ເອົາເງີນໄປໃສໝົດ..?



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard