ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສີດຢາຂ້າຫຍ້າ ສາມາດ ເຮັດໃຫ້ຕາບອດໄດ້ ແທ້ບໍ!?
Anonymous

Date:
ສີດຢາຂ້າຫຍ້າ ສາມາດ ເຮັດໃຫ້ຕາບອດໄດ້ ແທ້ບໍ!?
Permalink   
 


ມີໝູ່ຜູ່ໜຶ່ງ ໄທບ້ານຫ້ອມ ແຕ່ນ້ອຍຈົນໃຫຍ່ ແມ່ນໄດ້ກິ້ງເກືອກ ລີເລືອ ຢູ່ກັບສວນຜັກເປັນສ່ວນຫຼາຍ 

ໜ້ອຍຄັ້ງທີ່ຊິມີໂອກາດໄດ້ໄປເຮັດວຽກຢູ່ບ່ອນອື່ນທີ່ມີສະພາບແວດລ້ອມ ທີ່ແຕກຕ່າງອອກໄປ

 

ເຂດບ້ານ ຫ້ອມ ແມ່ນຊື່ເອີ້ນແບບລວມໆ ແຕ່ອານາເຂດຕົວຈິງແມ່ນກວມເອົາເຄຶ່ງໜຶ່ງຂອງເມືອງ ຫາດຊາຍຟອງ

ແຕ່ກ່ອນແມ່ນມີຊື່ສຽງດ້ານການ ຜະລິດໃບຢາສູບ ແຕ່ບໍ່ຮູ້ວ່າເປັນຍ້ອນຫຍັງ ບໍລິສັດຢາສູບລາວຈຶ່ງປ່ຽນຖານການປູກໄປທາງ ແຂວງ ບໍລິຄຳໃຊພຸ້ນ

ປະຈຸບັນເຫຼືອແຕ່ໂຮງໂບ່ມໃຍຢາ ເລັກໜ້ອຍ ຕາມທາງໄປ ສີຖານ

ແຕ່ການຜະລິດຜັກເພື່ອບໍລິໂພກຢ່າງອື່ນໆແມ່ນຍັງຄົງສືບທອດກັນຢູ່ຄືເກົ່າ

ເວົ້າເລື່ອງໝູ່ຜູ່ຕາບອດນັ້ນ ໝໍ ບອກວ່າເປັນນຳສີດຢາຂ້າຫຍ້າຫຼາຍ ດວງຕາເລີຍເປັນຄື ຕາຕໍ້ ຫຼຽວຈາກພາຍນອກຄືວ່າເຫັນແກ່ນຕາມັນເລີຍໂລດ

ແກ່ນຕາທີາວ່ານັ້ນມີລັກສະນະໜ່ວຍມັນກົມນ້ອຍໆ ໃສໆ ຖາມວ່າເຫັນຮຸ່ງບໍ່!? ມັນຕອບວ່າເຫັນແຕ່ຂາວໆ ໃນຍາມກາງເວັນ ຫຼືເວລາເປີດໄຟຟ້າ

ອາຍຸຂອງມັນພຽງແຕ່ ສາມສິບກວ່າປີເທົ່ານັ້ນ

ແຕ່ກ່ອນຈະເປັນແບບນີ້ ມັນບອກວ່າເກີດອຸບັດເຫດລົດຈັກຕຳກັນ ເວລານັ້ນຍັງເບິ່ງເຫັນປົກກະຕິ ເຈັບແຕ່ຂາເທົ່ານັ້ນ ແຕ່ຈໍ່ມາອີກປະມານປີໜຶ່ງ

ຕາຂອງມັນກໍ່ເລີ່ງຟາງໄປເລື້ອຍໆ ໝໍລາວມີແຕ່ຈົວະມັນວ່າ ໝໍໄທ ຈັງຫວັດຂອນແກ່ນບອກໄປສາຍແສງເລເຊີ ແຕ່ບໍ່ທັນມີເງິນ

ປະຈຸບັນຜູ່ກ່ຽວມີຊີວິດຢູ່ແບບຄົນແກ່ ຍາມບຸນກໍ່ບໍ່ມ່ວນ ຢາກໄປເຮັດວຽກເຮັດງານຫາເງິນກໍ່ບໍ່ໄດ້ໄປ ມີຄົນແນະນຳໃຫ້ໄປສູນຄົນພິການ ສີເກີດ

ແຕ່ຜູ່ກ່ຽວຍັງເຮັດໃຈບໍ່ໄດ້ເພາະບໍ່ເຄີຍມີຊີວິດແບບຄົນອານາຖາແບບນັ້ນ

 

ຂໍຄວາມເມດຕາ ທ່ານໃດມີຂໍ້ແນະນຳ ບໍ່ວ່າຊິເປັນຢາ ຫຼື ຢ່າງອື່ນ ຈະຖືເປັນພະຄຸນຢ່າງສູງ 

ຂພຈ ຊິໄດໄປແນະນຳມັນ ສ່ວນມັນເອງບໍ່ຮູ້ຫຼິ້ນ ອິນເຕີເນັດ ມີແຕ່ວ່າ ລໍຖ້າມື້ຕາຍ ບາງອາລົມທີ່ມັນເວົ້າແບບສະບາຍ ສະບາຍ

ຂອບໃຈ

 

 



__________________
Anonymous

Date:
Permalink   
 

Gov. Study: Roundup Weedkiller Found In 75% of Air And Rain Samples

ຖ້າຜູ້ໃດບໍ່ປອ້ງກັນ ເວລາໃຊ້ຢາຈຳພວກນີ້ ຢ່າວ່າແຕ່ຕາບອດເລີຍ ອາດເສຍຊີວິດໄດ້.....!

roundup-the-ultimate-killing-machine.jpgel-salvador.jpgmonsanto-skull.jpgmonsanto-roundup.jpg



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard