ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຣົດທາງການຖືກນໍາໃຊ້ ສ່ວນຕົວ
Anonymous

Date:
ຣົດທາງການຖືກນໍາໃຊ້ ສ່ວນຕົວ
Permalink   
 


ຣົດທາງການຖືກນໍາໃຊ້ ສ່ວນຕົວ

9c1a6304-b01e-47de-9ad2-c23fe0069b98.jpeg

ຍັງປາກົດ ເຫັນມີການ ນໍາເອົາ ຣົດຂອງ ທາງການ ປ້າຍ ກະຊວງ ມາຂີ່ຫລິ້ນ ບຸນປີ ໃໝ່ລາວ ໃນ ນະຄອນ ຫລວງ ວຽງຈັນ ເຖິງແມ່ນ ວ່າ ທາງການ ຈະໄດ້ ປະກາດ ຫ້າມ ໄປແລ້ວ ກໍຕາມ. ຕາມຄໍາເວົ້າ ຂອງ ຊາວລາວ ທ່ານນຶ່ງ ໃນ ວັນທີ 16 ເມສານີ້:

"ກະເຫັນ ເປັນ ປົກກະຕິ ກະເຫັນຢູ່, ກະມັນ ກະຫ້າມ ບໍ່ໄດ້ດອກ ເລື່ອງນີ້ ກະດາຍ, ແຕ່ວ່າ ຄັນຫ້າມ ຂະເຈົ້າ ບໍ່ໃຫ້ເອົາ ຣົດ ຂອງຫລວງ ມາຫຼິ້ນ ລະຂະເຈົ້າ ຊິຂີ່ຣົດ ຫຍັງ? ຄື ໜັງສືພິມ ເພິ່ນອອກ ມາວ່າ ບໍ່ໃຫ້ເອົາ ຣົດປ້າຍ ກະຊວງ ໄປຫຼິ້ນ ແຕ່ມັນ ກະຫ້າມ ບໍ່ໄດ້ ຫັ້ນນ່ະ ຜູ້ໃດ ມີອັນໃດ ກະຂີ່ ອັນນັ້ນ. ຄັນເປັນຂ້ອຍ ຂ້ອຍກະຂີ່ ຄືກັນ ຊິຫ້າມ ຂ້ອຍໄດ້. ຄັນຂ້ອຍມີ ຂ້ອຍກະຂີ່ ບາງທີ ກະແມ່ນ ລູກຫຼານ ຂອງ ເຈົ້າໜ້າທີ່ ຫັ້ນຊ້ຳ".

ເປັນທີ່ ສັງເກດວ່າ ການນໍາເອົາ ຣົດປ້າຍ ກະຊວງ ອອກມາ ຂີ່ຫລີ້ນ ໃນບຸນ ປີໃໝ່ ລາວ ໃນ ນະຄອນ ຫລວງ ວຽງຈັນ ໃນປີນີ້ ຕັ້ງແຕ່ ວັນທີ 14 ຫາທີ 16 ເມສາ ມີຢູ່ເປັນ ປົກກະຕິ ແຕ່ຈໍານວນ ອາດມີ ໜ້ອຍກວ່າ ປີກາຍ ຊຶ່ງ ແນ່ນອນ ວ່າ ເປັນຍ້ອນ ຄໍາປະກາດ ຫ້າມ ຂອງ ທາງການ ລາວ. ແລະວ່າ ກຸ່ມຄົນທີ່ ເອົາຣົດປ້າຍ ກະຊວງ ມາໃຊ້ ສ່ວນຕົວ ນັ້ນ ກໍເປັນ ລູກຫລານ ຂອງ ເຈົ້າໜ້າທີ່ ເອງ ໂດຍ ສະເພາະ ແມ່ນ ຣົດກະບະ ທີ່ພວກ ຊາຍໜຸ່ມ ຍິງສາວ ມັກພາ ກັນເອົາ ຖັງນໍ້າ ຂຶ້ນເຕັມຣົດ ແລ້ວຂີ່ ເລາະຫົດນໍ້າ ຕາມຖນົນ.



__________________
Anonymous

Date:
Permalink   
 

ຖືວ່າເປັນການນະໂຍບາຍໃຫ້ກັນສາທ່ານເອີຍ ປີນຶ່ງເທື່ອນຶ່ງ, ພະນັກງານຊັ້ນຜູ່ນ້ອຍ

ບໍ່ມີລົດວິໂກສ່ວນຕົວ ຢ່າພິລຶກຫຼາຍ !



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard