ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຄວາມເຊື່ອມເສັຍ ວັດທະນະທັມ ຕໍ່ຊາວພຸທ
Anonymous

Date:
ຄວາມເຊື່ອມເສັຍ ວັດທະນະທັມ ຕໍ່ຊາວພຸທ
Permalink   
 


 

10171888_756178957747112_7405653128689108422_n.jpg

ພຣະພຸດທະຮູບອົງນີ້ຢູ່ຖ້ຳປູຄຳ ເມືອງວັງວຽງ



__________________
Anonymous#2

Date:
Permalink   
 

ມັນເມົາບໍຈຶ່ງບໍ່ຢ້ານບາບກິນຫົວ? ຜູ່ຮັກສາເບິ່ງແຍງຄວາມຮຽບຮ້ອຍໃນສະຖານທີ່ນັ້ນໄປໃສ

ຈຶ່ງປ່ອຍໃຫ້ມັນເຮັດແນວນັ້ນ?



__________________
Anonymous

Date:
Permalink   
 

Anonymous wrote:

 

10171888_756178957747112_7405653128689108422_n.jpg

ພຣະພຸດທະຮູບອົງນີ້ຢູ່ຖ້ຳປູຄຳ ເມືອງວັງວຽງ


10150747_374925579313511_15000480685142540_n.jpg

 ມື້ນີ້ເຫັນຂ່າວຈາກເພຈ ກ່ຽວກັບນັກທ່ອງທ່ຽວ
ທີ່ໄປສະແດງກິຣິຍາບໍ່ເໝາະສົມຕໍ່ພຣະພຸດທະຮູບ
ທີ່ຈື່ໄດ້ກໍ່ຄົງແມ່ນຖ້ຳປູຄຳ(ບັງເອີນໄດ້ໄປເມື່ອເດືອນກ່ອນ)
ເລີຍເຮັດໃຫ້ພຣະອາຈານຊວດນຶກເຫັນພາບແນະນຳເຫຼົ່ານີ້ແກ່ນັກທ່ອງທ່ຽວ
ພຣະອາຈານກໍ່ບໍ່ຮູ້ວ່າຊອກຫາມາແຕ່ໃສ່ ອັນນີ້ເຂົາໂພສຕ໌ໄວ້ໃນເຟສກໍ່ເຊັບໆ ເຂົາມາດົນລ່ະ

ພຣະອາຈານກໍ່ເຫັນການປະກອບຄວາມຄິດເຫັນຫລາຍແບບຫລາຍຄົນ
ຈະເຮັດບໍ່ສົນໃຈ ປ່ອຍໄປເລີຍກໍ່ຈະເສຍປະໂຫຍດທີ່ຄວນເວົ້າກ່າວກັນ
ຢ່າງນ້ອຍກໍ່ຝາກຂໍ້ຄິດໃຫ້ພິຈາຣະນານຳກັນ ຖ້າໃຜມີອຳນາດປະຕິບັດກໍ່ຊ່ອຍເກັບໄປເຮັດ

ເລື່ອງແບບນີ້ເຮົາຊາວພຸດເບິ່ງຄືວ່າເຂັ້ມແຂງບໍ່ພໍທີ່ຈະຍອມຮັບໄດ້
ແນ່ນອນພຣະອາຈານກໍ່ຍອມຮັບບໍ່ໄດ້ເຊັ່ນກັນ ແຕ່...
ຈະໄປສະແດງອາການງໍແງຄືເດັກນ້ອຍກໍ່ບໍ່ຄືປານໃດ

ແມ່ນຢູ່ທີ່ພຣະພຸດທະຮູບເປັນພຽງກ້ອນຫີນດິນຈີ່ຊີເມນເຫລັກທອງວັດຖຸ
ແຕ່ກໍ່ແມ່ນສິ່ງວັດຖຸທີ່ເຮົາສ້າງຂຶ້ນເພື່ອເປັນອະນຸດສະຕິນ້ອມຣະນຶກເຖິງພຣະພຸດທະອົງ
ເມື່ອເຫັນຈະເພີກເສີຍເລີຍລະໄປເລີຍກໍ່ຄືວ່າໂພດກະດໍ້ ພໍເວົ້າເຮົາກໍ່ຢາກເວົ້າຢາກບອກໃຫ້ເຂົ້າໃຈກັນໄວ້ໃນຖານະມະນຸດທີ່ຕ້ອງໃຊ້ຊີວິດຮ່ວມກັນໃນສັງຄົມ

ຕໍ່ເລື່ອງແບບນີ້ເຮົາຄວນເຮັດແນວໃດດີ?
໑.ກໍ່ວາງໃຈໃຫ້ເປັນປົກກະຕິວ່າສິ່ງນີ້ບໍ່ແມ່ນອົງສາສະດາ ເປັນແຕ່ພຽງຮູບປັ້ນທີ່ເຮົາສ້າງຂຶ້ນມາຣະນຶກເຖິງເພິ່ນ ຖ້າໃຜລ່ວງເກີນກໍ່ຮູ້ໄດ້ເຖິງເຈຕະນາຂອງເຂົາວ່າສະຫລາດຫຼືໂງ່ງ່າວ
ໃຫ້ກຽດຫຼືບໍ່ໃຫ້ກຽດເຮົາໃນເລື່ອງນີ້ ເຮົາເອງກໍ່ຄວນມີສະຕິທີ່ເຂັ້ມແຂງພໍທີ່ຈະບໍ່ໄປສະແດງອາການທີ່ບໍ່ດີຕໍ່ເຂົາ.

໒.ກໍ່ບອກໃຫ້ເຂົາໄດ້ຮູ້ໄດ້ວ່ານັ້ນແມ່ນການທຳລາຍນ້ຳໃຈບໍ່ໃຫ້ກຽດກັນ
ເປັນການກະທຳທີ່ຄວນແກ່ການຕຳນິຕິຕຽນ ບໍ່ໂຄຣົບກໍ່ບໍ່ແມ່ນຈະດູໝິ່ນນ້ຳໃຈກັນ
ບ້ານມີກົດບ້ານ ເມືອງມີກົດເມືອງ ເຂົ້າບ້ານເຮົາກໍ່ຄວນໃຫ້ຄວາມໂຄຣົບເຮົາ
ຄວນສຶກສາໃສ່ໃຈວ່າອັນໃດເຮັດໄດ້ອັນໃດເຮັດບໍ່ໄດ້ ບໍ່ແມ່ນມາກ້າວກ່າຍລ່ວງລ້ຳສິດທິກັນ
້ບ້ານເມືອງເຮົາແລະຄົນລາວບໍ່ຍອມຮັບການກະທຳດັ່ງກ່າວ
ຖ້າປັບໃໝຕ້ອງໂທດລະເມີດກໍ່ຄວນເຮັດ ແມ່ນແຕ່ສູບຢາໃນທີ່ສາທາຣະນະຍັງປັບໃໝໄດ້
ການກະທຳທີ່ກ້າວກ່າຍຄວາມເຊື່ອຖືກັນຈະໃຫ້ເປັນໂທດກໍ່ວ່າໄດ້ຕາມກົດໝາຍຂອງບ້ານເມືອງເພື່ອປ້ອງກັນກຽດສັກສີຂອງບ້ານເມືອງຕົນ ເຮົາຈົນແຕ່ເຮົາກໍ່ຢູ່ຢ່າງມີກຽດ ບໍ່ໄດ້ແມ່ນທາດຂອງຄົນຊົນຊັ້ນບ້ານເມືອງອື່ນ ພໍບອກໄດ້ກໍ່ບອກ ບໍ່ຄວນເມີນເສີຍ.

໓.ອັນນີ້ຝາກໄວ້ໃຫ້ຄິດ ພຣະອາຈານເຫັນປ້າຍໂປຣໂມທເຄື່ອງດື່ມເຕັມບ້ານເຕັມເມືອງ
ປ້າຍເຊີນຊວນໃຫ້ໄປຫຼິ້ນໄປທ່ຽວບ່ອນນັ້ນບ່ອນນີ້ ປ້າຍສິນຄ້າ ເຕັມຕາມຈຸດຕ່າງ ໆ
ແຕ່ບໍ່ຄ່ອຍເຫັນປ້າຍທີ່ສ້າງຂຶ້ນມາເຕືອນນັກທ່ອງທ່ຽວຕາມແຫຼ່ງທ່ອງທ່ຽວຕ່າງ ໆ
ເຫັນແຕ່ເຈົ້າໜ້າທີ່ນັ່ງສູບຢາຖ້າເກັບເງິນຕາມຈຸດຕ່າງ ໆ
ແຕ່ຫາປ້າຍທີ່ເຮັດມາເຕືອນນັກທ່ອງທ່ຽວບໍ່ຄ່ອຍມີ
ເຊັ່ນໃນຮູບນີ້ກໍ່ດີ ຖ້າຫາກພາກສ່ວນທີ່ກ່ຽວຂ້ອງຈະຈັດພິມປ້າຍໄປຕິດໄວ້ຕາມຈຸດສຳຄັນ ໆ
ບໍ່ຕ້ອງຢ້ານຫຼືເກງໃຈນັກທ່ອງທ່ຽວຫລາຍດ໋ອກ ຄົນເຮົາຢູ່ຮ່ວມກັນດ້ວຍຣະບຽບວິໄນ
ຖ້າທາງການທ່ອງທ່ຽວ ກະຊວງວັດທະນະທຳ ຫຼືໜ່ວຍງານຫຍັງທັງຫລາຍຈະພິຈາຣະນາຮ່ວມກັນເຮັດຂຶ້ນມາກໍ່ຄຶດວ່າເປັນການດີ ອັນນີ້ເຮົາບໍ່ເຫັນຄວາມໃສ່ໃຈເທົ່າທີ່ຄວນ ຖ້າທາງໜ່ວຍງານຣັດຖະການໃຫ້ອຳນວຍຄວາມສະດວກທາງດ້ານນີ້ໄດ້ມັນກໍ່ແມ່ນດີ
ເລື່ອງຄ່າໃຊ້ຈ່າຍເຊັ່ນໃນຕ່າງປະເທດເຂົາກໍ່ຂໍການສະໜັບສະໜຸນຈາກບໍຣິສັດຕ່າງ ໆ
ຄິດວ່າທາງເອກະຊົນເຂົາກໍ່ພ້ອມຊ່ວຍເຫລືອ ວ່າແຕ່ຈັດຣະບົບການເຮັດວຽກໃຫ້ມັນດີ ມີແບບແຜນໃຫ້ເຂົາໄດ້ເຫັນຈະແຈ້ງເປັນຮູບຮ່າງສ້າງຂຶ້ນມາຈິງ

ທີ່ພຣະອາຈານເຫັນກໍ່ມີແຕ່ໄກດ໌ນຳທ່ຽວທີ່ຕ້ອງເຮັດໜ້າທີ່ນີ້ ບາງຄົນບໍ່ໄດ້ຮັບການຝຶກອົບຮົມມາດີປານໃດ ເອົາໃຈນັກທ່ອງທ່ຽວໄປຈົນໝົດ ບໍ່ບອກເວົ້າເລົ່າເລື່ອງວັດທະນະທຳທີ່ດີທຳນຽມປະຕິບັດຕົນໃນທີ່ຕ່າງ ໆ ໃຫ້ເຂົາຟັງ
ເຊັ່ນທີ່ເຫັນເປັນປັນຫາເລື່ອງພາສາກັບເພື່ອນບ້ານທີ່ເວົ້າເອົາໃຈນັກທ່ອງທ່ຽວນັ້ນເອງ
ເຊັ່ນທີ່ພຣະອາຈານເຮັດງານວິໄຈເລື່ອງໄກດ໌ໃນປະເທດອື່ນເຂົາກໍ່ມີສະມາຄົມຂອງເຂົາ ຕ້ອງສອບຜ່ານຫລາຍເລື່ອງບໍ່ແມ່ນແຕ່ເລື່ອງພາສາ ຕ້ອງສອບປະຫວັດສາດບ້ານເມືອງແລະການປະຖົມພະຍາບານເບື້ອງຕົ້ນ ກົດໝາຍເບື້ອງຕົ້ນ ອີຫຍັງອື່ນ ໆ ອີກ ແຕ່ບ້ານເຮົາກໍ່ບໍ່ຮູ້ວ່າເປັນແນວໃດ

ເວລາມີປັນຫາກໍ່ບໍ່ຢາກໃຫ້ເບິ່ງແບບຜິວເຜີນ ບາງເລື່ອງກໍ່ຕ້ອງຄຶດໄປໜ້າແດ່
ບາງຄົນອາດບອກວ່າບໍ່ເຫັນສິເປັນຫຍັງເປັນພຽງຮູບປັ້ນ
ຄວາມເຂົ້າໃຈເບື້ອງຕົ້ນນັ້ນແມ່ນແທ້ ແຕ່ມີຫຍັງອີກທີ່ເຮົາຕ້ອງເຮັດ?
ມັນຕ້ອງມີຄຳຖາມຕໍ່ໄປອີກວ່າເຮົາຈະປ້ອງກັນປັນຫານີ້ໃນອະນາຄົດຕໍ່ໄປໄດ້ແນວໃດ?
ຕ້ອງຊ່ອຍກັນໃຫ້ຄວາມເຫັນ ຊ່ອຍກັນຫາທາງອອກ ທາງແກ້ໄຂ
ເຮົາກະບໍ່ແມ່ນງໍແງຮ້ອງໄຫ້ ແຕ່ເຮົາກະບໍ່ໄດ້ເພີກເສີຍຕໍ່ໜ້າທີ່ຊາວພຸດ
ພຸດທະສາສະໜາກໍ່ບໍ່ໄດ້ມິແຕ່ພຽງຄຳສອນ ເຮົາມີສາສະນະວັດຖຸ ມີສາສະນະບຸກຄົນ ມີຄູບາອາຈານ ມີການປະພຶດປະຕິບັດ ບໍ່ແມ່ນວ່າຈະເອົາແຕ່ຢ່າງໃດຢ່າງໜຶ່ງ
ແມ່ນແຕ່ພຣະສົງສາມະເນນເຮັດຜິດເຮົາກໍ່ຕ້ອງຊ່ອຍກັນກວດສອບ
ບໍ່ແມ່ນຊົ່ວຊ່າງຊີດີຊ່າງສົງ ຕ້ອງຊ່ອຍກັນເບິ່ງແຍງ ບ້ານຈຶ່ງເປັນບ້ານເມືອງຈຶ່ງເປັນເມືອງ
ໃຜເຮັດຫຍັງບໍ່ຈົບບໍ່ງາມກໍ່ບອກສອນແນະນຳກັນ ຫາທາງປ້ອງກັນນຳກັນ
ເຂົາບໍ່ມັກບໍ່ນັບຖືໄດ້ ຫຼືວິພາກວິຈານໃນສິ່ງທີ່ບໍ່ມັກໄດ້ ແຕ່ເຂົາບໍ່ຄວນເຂົ້າມາລ່ວງເກີນ
ເຂົ້າມາບ້ານເມືອງເຮົາກໍ່ຕ້ອງປະຕິບັດຕາມກົດເກນບ້ານເມືອງເຮົາ ບໍ່ແມ່ນໃຫ້ເຂົາເຮັດຫຍັງຕາມໃຈໄດ້ສະບາຍ ຄັນຊັ້ນເຮົາຊິມີກົດໝາຍໄວ້ເຮັດຫຍັງ?
ເຮົາຊິມີທະຫານຕຳຫຼວດໄວ້ເຮັດຫຍັງ? ມີຂະນົບທຳນຽມປະເພນີໄວ້ເຮັດຫຍັງ ແມ່ນບໍລ່ະ?
ເຮົາໄປບ້ານເມືອງເຂົາ ເຂົາກໍ່ບັງຄັບໃຫ້ເຮົາປະຕິບັດຕາມກົດໝາຍແລະຣະບຽບວິໄນບ້ານເມືອງເຂົາແມ່ນບໍລ່ະ? ເມື່ອມາບ້ານເຮົາກໍ່ເຊັ່ນກັນ
ຝາກໄວ້ໃຫ້ຄິດພິຈາຣະນາ ຈະເຣີນທັມ.//ສັກຂີທັມມິກະພິກຂຸ.



__________________
Anonymous

Date:
Permalink   
 

ພັກລັດ ປະປອ່ຍໃຫ້ຄົນຕ່າງຊາດ ເຂົ້າໄປທຳລາຍ ວັດທະນະທັມຂອງຊາວພຸທ



__________________
Anonymous

Date:
Permalink   
 

ປະກົດການຫຍໍ້ທໍ້ຂອງສັງຄົມບ້ານເຮົາໃນປັດຈຸບັນນີ້

ຍ້ອນ ຜູ້ນຳ ພັກລັດ ສະລາດສອງໃສ



__________________
Anonymous

Date:
Permalink   
 

ຜູ້ຍິງຜູ້ນີ້ ອາດຈະບໍ່ເຂົ້າໃຈຫຍັງ ຄິດວ່າແມ່ນຮູບປັ້ນດິນຈີ່ຊີມັງໄປຊື່ໆຈຶ່ງໄປນອນຈູບເພາະອາດຄິດວ່າເປັນຕາຮັກ ເພາະເພິ່ນບໍ່ໄດ້ຖືສາສນາພຸດຄືພວກເຮົາ ດີແທ້ຄວນຂຽນແນະນຳເປັນພາສາອັງກິດຫລືຝຣັ່ງໃສ່ມີຂໍ້ຫ້າມແນວໃດ ກໍລະນີເຮັດແນວນີ້ຈະຖືກໂທດຖືກໂພຍແນວໃດ ເມື່ອຮູ້ແນວນັ້ນອາດບໍ່ມີໃຜເຮັດແບນີ້ໃສ່, ດ້ານໜຶ່ງກໍຄວນມີຄົນຮັກສາເບິ່ງແຍງບໍ່ໃຫ້ໃຜມາທຳລາຍຈຶ່ງຈະດີ.



__________________
Anonymous

Date:
Permalink   
 

ຖ້າໄປເຮັດແບບນີ້ຢູ່ເມືອງໄທແມ່ນຖືກເຂົາຟ້ອງ

ເອົາເລື່ອງ ປັບໄຫມຢ່າງຫນັກແລ້ວ, ແຕ່ອັນນີ້

ເມືອງລາວ ໃຈດີເກີນໄປ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard