ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ການຂາດດຸນງົບປະມານຂອງລັດຖະບານ
Anonymous

Date:
ການຂາດດຸນງົບປະມານຂອງລັດຖະບານ
Permalink   
 


ການຂາດດຸນງົບປະມານຂອງລັດຖະບານ

Picture+2486.jpg

 

  ໃນວັນທີ 21 ເມສານີ້, ຢູ່ສູນປະຊຸມແຫ່ງຊາດ, ນະຄອນຫຼວງ ວຽງຈັນ, ທ່ານນາຍົກລັດ ຖະມົນຕີ ທອງສິງ ທຳມະວົງ ໄດ້ ໃຫ້ກຽດເປັນປະທານກອງປະຊຸມ ພົບປະກັບສະພາການ ຄ້າ ແລະ ອຸດສະຫະກຳແຫ່ງຊາດ, ໂດຍ ທ່ານນາຍົກໄດ້ມີຄຳເຫັນ ກ່າວເປີດກອງປະຊຸມສຳ ຄັນດັ່ງກ່າວວ່າ:ໄປຄຽງຄູ່ກັບການພັດທະນາເສດຖະກິດທີ່ມີຈັງຫວະການຂະຫຍາຍຕົວໄວໃນ ແຕ່ ລະປີຜ່ານມາສະເລ່ຍ 8% ຕໍ່ປີ, ພັດມີເຫດການຄວາມຫຍຸ້ງຍາກທາງດ້ານການ ເງິນ-ງົບ ປະມານເກີດຂຶ້ນ ຊຶ່ງບັນຫາສຳຄັນ ແມ່ນການຂາດດຸນງົບປະມານຂອງລັດຖະບານ ໝາຍວ່າ: ລາຍຮັບບໍ່ພໍລາຍ ຈ່າຍ, ສະພາບດັ່ງກ່າວໄດ້ສົ່ງຜົນກະທົບຕໍ່ພາກ ການຜະລິດ ແລະ ທຸລະ ກິດ, ການເບີກຈ່າຍ ເງິນເດືອນ ແລະ ລວມເຖິງຄ່າ ຄອງຊີບຕ່າງໆ. ດັ່ງນັ້ນ, ກອງ ປະຊຸມ ຄັ້ງນີ້ຈຶ່ງມີ ຄວາມສຳຄັນ ຫລາຍເພື່ອເປີດໂອກາດໃຫ້ພາກລັດ ແລະ ທຸລະກິດໄດ້ຮ່ວມກັນ ປຶກສາຫາລືບັນຫາທີ່ຈຳເປັນ ແລະ ຮີບດ່ວນ ກ່ຽວຂ້ອງກັບ ການພັດທະນາເສດຖະກິດ-ສັງ ຄົມເວົ້າລວມ ເວົ້າສະເພາະແມ່ນ ເພື່ອພ້ອມກັນເຂົ້າໃຈສະພາບ ເສດຖະກິດມະ ຫາພາກຂອງປະ ເທດເຮົາໃນປັດຈຸບັນ ແລະ ພ້ອມ ກັນຈັດຕັ້ງປະຕິບັດ 6 ມາດຕະ ການຂອງລັດຖະບານ ໃນການ ຜ່ານຜ່າ ຄວາມຫຍຸ້ງຍາກຂອງ ເສດຖະກິດມະຫາພາກເພື່ອຊຸກຍູ້ຈັງຫວະການເຕີບໂຕຢ່າງຕໍ່ ເນື່ອງຕາມທິດຍືນຍົງ, ສະນັ້ນ ການລາຍ ງານຂອງພາກທຸລະ ກິດສະເໜີໃຫ້ເອົາໃຈໃສ່ຍົກໃຫ້ ເຫັນບັນຫາໃຫຍ່ທີ່ກຸ່ມບໍລິສັດ ພວມມີຄວາມຫຍຸ້ງ ຍາກ ແລະ ກ່ຽວຂ້ອງ ກັບພາກລັດປະເຊີນຢູ່,ພ້ອມທັງໃຫ້ສະເໜີແນະວິທີການ ແລະ ມາດຕະການແກ້ໄຂຕໍ່ພາກ ລັດ ເຊັ່ນ: ນິຕິກຳ, ນະໂຍບາຍ ອັນໃດທີ່ເຫັນວ່າບໍ່ສອດຄ່ອງ, ການກະທຳອັນໃດຂອງພະນັກ ງານລັດທີ່ເປັນການກົດໜ່ວງ ຖ່ວງດຶງການດຳເນີນທຸລະກິດ ຫລືອັນໃດທີ່ເຫັນວ່າມີຄວາມເລັ່ງທວງກໍ່ໃຫ້ສະເໜີເພື່ອພາກລັດຈະໄດ້ຄົ້ນຄວ້າປັບປຸງ ຫລື ພິຈາລະ ນາຄົ້ນຄວ້າອອກນິຕິກຳ ແລະ ລະບຽບການໃໝ່.

      ສຳລັບພາກລັດກໍສະເໜີ ໃຫ້ຊີ້ແຈງສະພາບຄວາມຫຍຸ້ງ ຍາກທີ່ຂະແໜງການຕົນພວມປະສົບຄວມຫຍຸ້ງຍາກ ແລະ ແນະ ນຳມາດຕະການຕົ້ນຕໍເພື່ອແຂ້ໄຂ ແລະ ຂໍ້ສະເໜີຕໍ່ພາກເອກະຊົນ ເພື່ອໃຫ້ປັບປຸງ ແລະ ໃຫ້ການຮ່ວມມືໃນການແກ້ໄຂສະ ພາບ ເພື່ອແກ້ໄຂສະພາບຄວາມຫຍຸ້ງ ຍາກທີ່ພວກເຮົາກຳລັງປະເຊີນຢູ່ໃນປັດຈຸບັນ ແລະ ກຸນແຈຊຸກ ຍູ້ການເຕີບໂຕຂອງເສດ ຖະກິດ ຕາມທິດຍືນຍົງ.
      ໃຫ້ພວກເຮົາເຂົ້າໃຈວ່າ ພາກ ລັດ ແລະ ພາກເອກະຊົນ ລ້ວນແລ້ວແຕ່ເປັນອົງປະກອບສຳຄັນຂອງການພັດທະນາເສດ ຖະກິດ-ສັງຄົມຂອງປະເທດເຮົາ. ພາກ ລັດແມ່ນເຮັດໄດ້ພຽງແຕ່ດ້ານນະໂຍບາຍ, ອອກກົດໝາຍ ແລະ ກຳນົດກົນໄກ. ສ່ວນພາກທຸລະ ກິດແມ່ນກຳລັງໜູນຂອງການ ພັດທະນາ ແລະ ທັງເປັນກົນໄກ ຂັບເຄື່ອນ, ອຳນວຍຄວບຄຸມ ກຳລັງການຜະ ລິດຂອງສັງຄົມ. ມະຕິຂອງກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນ ງານພັກຄັ້ງທີ 5 ສະໄໝທີ IX ບາງຕອນຂຽນ ວ່າ: “ ນັກທຸລະ ກິດ ແລະ ຜູ້ປະກອບການແມ່ນ ນັກຮົບປະຕິວັດໃນພາລະກິດ ການສ້າງສາພັດທະນາປະເທດ ຊາດ” ນີ້ກໍມີ ຄວາມໝາຍວ່າ: ພາກທຸລະກິດແມ່ນມີບົດບາດ ແລະ ມີຄວາມໝາຍສຳຄົນແທ້ໆ, ຫາກພາກທຸລະກິດມີຄວາມຄ່ອງຕົວ ຫລື ມີຄວາມຫຍຸ້ງຍາກ, ກໍ ແນ່ນອນຈະກະທົບໂດຍກົງຕໍ່ ການພັດທະນາເສດຖະກິດ-ສັງ ຄົມຂອງຊາດດີ ຫລື ບໍ່ດີ ຕາມມາ ເຊັ່ນກັນ.
    ທ່ານປະທານສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດ ກ່າວວ່າ: ສຳລັບຂະແໜງທຸລະ ກິດຕ້ອງໄດ້ປັບປຸງກໍ່ສ້າງໃຫ້ມີ ຄວາມເຂັ້ມແຂງເພື່ອເປັນກຳລັງແຮງຮ່ວມກັບພາກສ່ວນເສດຖະກິດອື່ນໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ຊາດ ຕ້ອງປັບປຸງທຸລະກິດໃຫ້ຫັນເປັນທັນສະໄໝຕາມທິດຫັນໄປສູ່ວິສາຫະກິດປະສົມ ຫລື ຮຸ້ນສ່ວນ, ເອົາ ເຂົ້າຕະຫລາດ ຫລັກຊັບ, ມີຄວາມສະເໝີພາບຕໍ່ໜ້າກົດໝາຍ, ສຳລັບທຸລະກິດທີ່ມີເງື່ອນ ໄຂພຽງພໍໃຫ້ຄົ້ນຄວ້າສ້າງຕັ້ງ ທຸລະກິດຂຶ້ນໃນ ບາງຂະແໜງການທີ່ເຫັນວ່າມີຄວາມຈຳເປັນ ແລະ ມີເງື່ອນໄຂຄວາມສາມາດ ດຳເນີນງານຢ່າງມີປະສິດທິຜົນສູງ.


__________________
Anonymous

Date:
Permalink   
 

ເພິ່ນຍັງແບ່ງເອົາ 30% ຂອງງົບປະມານແຫ່ງຊາດໄປຊ່ອຍພວກກອມມູນິດເຄື່ອນໄຫວໃນໄທຢູ່ຫວາ

ຈຶ່ງຂາດງົບ?

 



__________________
Anonymous

Date:
Permalink   
 

ເບິ່ງສີໜ້ານອກຈາກບົງບອກເຖິງຄວາມໄຮ້ການສຶກສາແລ້ວຍັງຄືຄົນປັນຍາອ່ອນ.

ສົມພໍເຮັດໃຫ້ປະເທດຊາດລົ້ມຈົມ!

 



__________________
Anonymous

Date:
Permalink   
 

ສົມຄວນລົບລ້າງໄດ້ແລ້ວກົດຂອງພັກຄອມມິວນິດອິນໂດຈີນທີ່ຕ້ອງເອົາ 30% ຂອງງົບປະມານແຫ່ງຊາດ

ປະເທດປ້ອມດ່ານໜ້າສັງຄົມນິຍົມໄປທັບມ້າງປະເທດປ້ອມດ່ານໜ້າທຶນນິຍົມ ເອົາເງິນຫຼົ່ານັ້ນມາພັດທະນາ

ປະເທດຊາດຂອງຕົນດີກວ່າ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard