ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ໂຮງແຮມຕີ້ຮາວອາຈມີແນວ ແອບແຝງ
Anonymous

Date:
ໂຮງແຮມຕີ້ຮາວອາຈມີແນວ ແອບແຝງ
Permalink   
 


ໂຮງແຮມຕີ້ຮາວອາຈມີແນວ ແອບແຝງ

8da14206-2322-4833-9cf7-0ef8a59cb018.jpeg

ໂຮງແຮມ ຕີ້ຮາວ ມີຄົນຈີນ ເປັນເຈົ້າຂອງ ຕັ້ງຢູ່ ໃຈກາງ ນະຄອນ ຫຼວງ ວຽງຈັນ ຖະໜົນ ອາຊຽນ ຊື່ງ ຊາວລາວ ຫລາຍຄົນ ເຊື່ອວ່າ ອາຈຈະມີ ການຂາຍ ບໍຣິການ ທາງເພດ ໄປນຳ ເພາະ ໃນນາມບັດ ຂອງ ໂຮງແຮມ ໂຄສະນາ ວ່າ:ປະຈຸບັນ

“ທາງໂຮງແຮມ ຕີ້ຮາວ ມີສາວຈີນ ໜ້າຮັກ ຈາກ ປະເທດຈີນ ໂດຍກົງ ຄອຍ ຕ້ອນຮັບ ລູກຄ້າ ຢ່າງເປັນ ກັນເອງ ໃນ ຣາຄາ 2500 ບາດ ຫຼື ປະມານ 75 ໂດລາ ຕໍ່ 45 ນາທີ ລວມທັງ ຄ່າຫ້ອງ”.

ຊື່ງຕາມ ປົກກະຕິ ແລ້ວ ການນວດ ແບບທົ່ວໄປ ຈະຕົກຢູ່ ປະມານ 35 ພັນກີບ ຫາ 60 ພັນກີບ ຕໍ່ ຊົ່ວໂມງ ເທົ່ານັ້ນ. ດັ່ງຊາວລາວ ຜູ້ ຂໍສງວນ ຊື່ ເວົ້າວ່າ:

“ຕາມທີ່ເຮົາ ເຫັນຢູ່ໃນ ເຟັສບຸກ ທີ່ຂະເຈົ້າ ໂພັສກັນ ຫັ້ນນ່ະ, ທີ່ວ່າ ສາວຈີນ ມາໃຫ້ ບໍຣິການ 45 ນາທີ ຕໍ່ 2500 ບາດ,ຂ້ອຽຮູ້ສຶກ ວ່າ ມັນບໍ່ ແມ່ນນວດ ແນ່ນອນ. ລະ ບາດນີ້ ໂຮງແຮມ ໂຕນັ້ນຫັ້ນ ກະໄດ້ຍິນ ຫາງສຽງ ມາແຕ່ດົນ ແລ້ວ. ແຕ່ກ່ອນ ແມ່ນ ເຂົາຄ້າ ປະເວນີ ລະແມ່ນ ມີແຕ່ ເດັກນ້ອຍ ລາວ ນີ້ຢູ່ຫັ້ນນ່ະ ຮ້ອຽເປີເຊັນ ໂລດ ໃຜໄປ ໃຜກະເຫັນ ໃຜກະຮູ້ ຄົນໝົດ ປະເທດ ຮູ້ໝົດນ່ະ ວ່າຢູ່ຫັ້ນ ມັນ ແມ່ນ ແຫຼ່ງ ສ້ອງສຸມ ພວກສາວ ໃຫ້ ບໍຣິການ ພວກ ຄ້າ ປະເວນີ”.

ຢ່າງໃດ ກໍຕາມ ທາງ ສື່ສັງຄົມ ອອນລາຍນ໌ ໄດ້ ວິພາກ ວິຈານ ກັນວ່າ ປັຈຈຸບັນ ບັນຫາ ການຄ້າ ປະເວນີ ການ ຄ້າມະນຸດ ຢູ່ລາວ ກໍຖືວ່າ ເປັນບັນຫາ ທີ່ຮ້າຽແຮງ ຢູ່ແລ້ວ ບໍ່ເຂົ້າໃຈວ່າ ເປັນດ້ວຍ ເຫດໃດ  ທາງການລາວ ຈີ່ງປ່ອຍໃຫ້ ມີເຣື້ອງ ແບບນີ້ ເກີດຂຶ້ນໄດ້. ຫຼືວ່າ ມີກຸ່ມ ອິດທິພົນ ຢູ່ເບື້ອງຫຼັງ.

ໂຮງແຮມ ຕີ້ຮາວ ທີ່ຜ່ານມາ ຂຶ້ນຊື່ວ່າ ເປັນ ໂຮງແຮມ ທີ່ມີການ ລັກລອບ ຄ້າ ໂສເພນີ ມາໄດ້ຫຼາຽ ປີແລ້ວ ກ່ອນໜ້ານີ້ ສ່ວນຫລາຍ ຈະ ມີແຕ່ ຜູ້ຍິງລາວ ຂາຍ ບໍຣິການ ແຕ່ດຽວນີ້ ປ່ຽນ ໂສມໃໝ່ ເປັນແມ່ຍິງ ຊາວຈີນ. ສະນັ້ນ ຊາວ ນະຄອນ ຫລວງ ວຽງຈັນ ຈີ່ງ ຮຽກຮ້ອງ ໃຫ້ ເຈົ້າໜ້າທີ່ ພາກສ່ວນ ກ່ຽວຂ້ອງ ອອກມາ ຕິດຕາມ ແກ້ໄຂ ໂດຍດ່ວນ.



__________________
Anonymous

Date:
Permalink   
 

ສາວຫວຽດນາມມີຄູ່ແຂ່ງແບບນີ້ຄົງຕ້ອງຫຼຸດຣາຄາລົງສະແລ້ວ !



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard