ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສິງກະໂປກົດດັນລາວເຣື້ອງທ່ານ ສົມບັດ
Anonymous

Date:
ສິງກະໂປກົດດັນລາວເຣື້ອງທ່ານ ສົມບັດ
Permalink   
 


ສິງກະໂປກົດດັນລາວເຣື້ອງທ່ານ ສົມບັດ

image

ປະເທດ ສິງກະໂປ ນໍາໜ້າ ກົດດັນ ສປປລາວ ແຮງຂຶ້ນ ໃຫ້ຟ້າວ ສືບສວນ ການຫາຍ ສາບສູນ ຂອງ ທ່ານ ສົມບົດ ສົມພອນ. ບໍ່ພຽງ ເທົ່ານັ້ນ ເມື່ອວັນທີ່ 18 ເດືອນ ເມສາ ນີ້ ຣັຖບານ ສິງກະໂປ ຍັງ ຮຽກຮ້ອງ ໃຫ້ທຸກ ປະເທດ ໃນ ອາຊຽນ ໃຫ້ ສາມະຄີ ກັນ ພ້ອມກັນ ກົດດັນ ທາງການ ລາວ. ຣັຖບານ ສິງກະໂປ ອອກ ຖແລງການ ອີກເທື່ອນຶ່ງ ເມື່ອອາທິດ ແລ້ວວ່າ ສິງກະໂປ ມີຄວາມ ເປັນຫ່ວງ ຕໍ່ ຊະຕາກັມ ຂອງ ທ່ານ ສົມບັດ ສົມພອນ ແລະ ເປັນຫ່ວງ ທີ່ການ ສືບສວນ ນັ້ນ ຊັກຊ້າ ເກີນໄປ.

ຣັຖມົນຕຣີ ກະຊວງ ການ ຕ່າງ ປະເທດ ແລະ ກົດໝາຍ ຂອງ ສິງກະໂປ ໄດ້ຂຽນ ຈົດໝາຍ ເຖິງ ສະມາຊິກ ສະພາ ສິງກະໂປ ເມື່ອອາ ທິດ ທີ່ແລ້ວວ່າ ຣັຖບານ ສິງກະໂປ ໄດ້ສເນີ ໃຫ້ການ ຊ່ວຍເຫລືອ ແກ່ ນາງ ອຶ້ງ ຊຸຍເມັງ ຊຶ່ງ ເປັນຄົນ ສັນຊາດ ສິງກະໂປ ແລະ ກໍເປັນ ພັລຍາ ຂອງ ທ່ານ ສົມບັດ ສົມພອນ.

ກ່ອນນີ້ ຣັຖບານ ສິງກະໂປ ໄດ້ສະແດງ ຄວາມ ເປັນຫ່ວງ ກ່ຽວກັບ ການຫາຍ ສາບສູນໄປ ຂອງ ທ່ານ ສົມບັດ ສົມພອນ ກັບ ເຈົ້າໜ້າທີ່ ຂັ້ນສູງ ຂອງ ສປປລາວ ທຸກຂັ້ນ ເປັນຕົ້ນ ກັບ ປະທານ ປະເທດ ນາຍົກ ຣັຖມົນຕຣີ ປະທານ ສະພາ ແຫ່ງຊາດ ລາວ ຮອງ ນາຍົກ ຣັຖມົນຕຣີ ຊຶ່ງພ້ອມທັງ ເປັນ ຣັຖມົນຕຣີ ການ ຕ່າງ ປະເທດ ສປປລາວ.

ເມື່ອບໍ່ດົນ ຜ່ານມາ ຮອງ ປະທານ ສະພາ ແຫ່ງຊາດ ສິງກະໂປ ແລະ ຮອງ ປະທານ ຄະນະ ກັມມະການ ສິດທິມະນຸດ ຣະຫວ່າງ ສະພາ ອາຊຽນ ກໍໄດ້ ຮຽກຮ້ອງ ໃຫ້ທາງການ ລາວ ຟ້າວ ສືບສວນ ການຫາຍ ສາບ ສູນ ຂອງ ທ່ານ ສົມບັດ ສົມພອນ ເຊັ່ນກັນ. ບໍ່ເທົ່ານັ້ນ ຮອງ ປະທານ ສະພາ ສິດທິມະນຸດ ຣະຫວ່າງ ສະພາ ອາຊຽນ ຍັງ ສະແດງ ຄວາມ ເປັນຫ່ວງ ທີ່ ອາຊຽນ ບໍ່ສາມາດ ປັບປຸງ ການນັບຖື ສິດທິມະນຸດ ໃຫ້ດີ ຂື້ນ. ຜູ້ນຳ ອາຊຽນ ຄວນຖືວ່າ ການຫາຍ ສາບສູນ ຂອງ ທ່ານ ສົມບົດ ສົມພອນ ເປັນການ ລ່ວງຣະເມີິດ ສິດທິ ມະນຸດ ຢ່າງ ຮ້າຍແຮງ.



__________________
Anonymous

Date:
Permalink   
 

ດີຫຼາຍທີ່ຣັຖບານສິງຄະໂປກົດດັນຣັຖບານລາວອີກແຮງນຶ່ງ ແລະຫວັງວ່າເພິ່ນຈະໄດ້ຄຳຕອບ

ໃນໄວໆນີ້.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard