ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ທຳມະຊາດ ຖືກທຳລາຍ ຍອ້ນ ໂຄງການສ້າງເຂື້ອນ ຂອງ ພັກລັດ
Anonymous

Date:
ທຳມະຊາດ ຖືກທຳລາຍ ຍອ້ນ ໂຄງການສ້າງເຂື້ອນ ຂອງ ພັກລັດ
Permalink   
 


ທຳມະຊາດ ຖືກທຳລາຍ ຍອ້ນ ໂຄງການສ້າງເຂື້ອນ ຂອງ ພັກລັດ

IMG_7799.jpgIMG_7798a.jpgIMG_7804.jpgIMG_7823a.jpg

 



__________________
Anonymous

Date:
RE: ທຳມະຊາດ ຖືກທຳລາຍ ຍອ້ນ ໂຄງການສ້າງເຂື້ອນ ຂອງ ພັກລັດ
Permalink   
 


ຄ່າໄຟຟ້າຈະຂຶ້ນປີລະ 2 ເປິເຊັນ

1922018_598863826876662_505761032702719716_n.jpg

(ຂ່າວສປປລາວ) - ຄ່າໄຟຟ້າຈະຂຶ້ນປີລະ 2ເປິເຊັນ ແຕ່ນີ້ຮອດປີ 2017 ລັດວິສາຫະກິດໄຟຟ້າລາວ (ຟຟລ) ໄດ້ປັບລາຄາໄຟຟ້າຊົມ ໃຊ້ທົ່ວປະເທດໃນ ລະບົບ ຕາຂ່າຍຂອງ ຟຟລ ເລີ່ມແຕ່ຮອບໃບ ເກັບເງິນເດືອນ 3/2012 ຈົນຮອດ ເດືອນ 12/2017 ຕາມນະໂຍບາຍ ຂອງລັດຖະບານໂດຍແຕ່ລະປີ ຈະເພີ່ມຂຶ້ນ 2% ດັ່ງນີ້: ນັບແຕ່ປີ 2012- 2017 ອັດຕາການຊົມໃຊ້ ໄຟຟ້າແຕ່ 0-25 KWH ຈາກລາ ຄາ 294 ເປັນ 355 ກີບ; 26-150 KWH ຈາກລາຄາ 350 ເປັນ 422 ກີບ; ສຳລັບການຊົມໃຊ້ແຕ່ 150 KWH ຂຶ້ນໄປປີ 2012: ຈາກ ລາຄາ 845 ເປັນ 1.019 ກີບ.
ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີຊ່ວຍວ່າການກະ ຊວງພະລັງງານ ແລະ ບໍ່ແຮ່ເປີດ ເຜີຍວ່າ:ອັດຕາລາຄາໄຟຟ້າ ໃໝ່ນີ້ບໍ່ໃຫ້ນຳໃຊ້ຕໍ່ບັນດາໂຄງການທີ່ໄດ້ມີສັນຍາຊື້- ຂາຍກະແສໄຟ ຟ້າໂດຍກົງຈາກການນຳເຂົ້າ ໂດຍສະເພາະບໍ່ຄຳເຊໂປນ, ເຂດ ເສດຖະກິດພິເສດດອກງິ້ວຄຳ, ບໍ່ເຕັນແດນຄຳ ແລະ ບາງໂຄງ ການທີ່ຊົມໃຊ້ພະລັງງານໄຟຟ້າ ຈາກການນຳເຂົ້າ, ລາຄາ ໄຟຟ້າ ໃໝ່ນີ້ຍັງບໍ່ລວມອາກອນມູນຄ່າ ເພີ່ມທີ່ກົດ ໝາຍກຳນົດ. ການ ກຳນົດລາຄາຈຳໜ່າຍໄຟຟ້າ ຂອງ ສປປ ລາວ ແມ່ນເອກ ກະ ພາບໃນທົ່ວປະເທດຊຶ່ງໄດ້ຄຳ ນວນຈາກ
ການລົງທຶນສະເລ່ຍ ຂອງລະບົບສະໜອງອຸດສາຫະ ກຳໄຟຟ້າທັງໝົດໃນໄລຍະ 10 ປີຕໍ່ໜ້າບົນເງື່ອນໄຂບໍ່ໃຫ້ມີຜົນ ກະທົບ ຕໍ່ນະໂຍບາຍແກ້ໄຂຄວາມທຸກຍາກຂອງປະຊາຊົນທີ່ພັກ- ລັດວາງອອກ. ຢ່າງໃດ ກໍຕາມ ຖ້າທຽບໃສ່ກັບບັນດາປະເທດ ເພື່ອນບ້ານລາຄາໄຟຟ້າຢູ່ ສປປ ລາວຍັງຖືກກວ່າເຊັ່ນ: ສປປ ລາວມີປະຊາກອນ 6,4 ລ້ານຄົນ, ມີກຳລັງຕິດຕັ້ງໄຟຟ້າ 2.552 MW, ອັດຕາການຊົມໃຊ້ 80%, ລາຄາ 7,8 ເຊັນ/kwh; ກຳປູເຈຍ 15 ລ້ານ ຄົນ, ກຳລັງຕິດຕັ້ງໄຟຟ້າ 360 MW, ອັດຕາການຊົມໃຊ້ 24%, ລາຄາ 19 ເຊັນ/kwh; ໄທ 68 ລ້ານຄົນ, ກຳລັງຕິດຕັ້ງໄຟຟ້າ 31.485 MW, ອັດຕາການຊົມໃຊ້ 87%,ລາຄາ 10,2 ເຊັນ/kwh; ໃນ ຂະນະທີ່ຫວຽດນາມ 85,5 ລ້ານ ຄົນ, ມີກຳລັງຕິດ ຕັ້ງ 18.494 MW, ລາຄາ 5,7 ເຊັນ/kwh; ເມື່ອທຽບໃສ່ປະເທດທີ່ມີການ ເຕີບໂຕທາງເສດຖະກິດຢ່າງຍີ່ ປຸ່ນ 127 ລ້ານຄົນ, ກຳລັງຕິດຕັ້ງ 228.479 MW, ອັດຕາການຊົມ ໃຊ້ 100%, ລາຄາ 18,5 ເຊັນ /kwh.
ທ່ານລັດຖະມົນຕີຊ່ວຍວ່າ ການກະຊວງພະລັງງານ ແລະ ບໍ່ແຮ່ກ່າວຕື່ມວ່າ: ປັດຈຸບັນ ການດຳເນີນທຸລະກິດຂອງ ຟຟລ ເຫັນວ່າຕົວເລກໜີ້ຄ້າງຈ່າຍຄ່າ ກະແສໄຟຟ້າມີທ່າອ່ຽງເພີ່ມຂຶ້ນ ໂດຍທົ່ວປະເທດມີປະມານ 400 ກວ່າຕື້ກີບ, ໃນນີ້ສະເພາະຢູ່ ນະຄອນຫລວງວຽງຈັນມີຫລາຍ ກວ່າ 200 ກວ່າຕື້ກີບ, ເນື່ອງ ຈາກການເກັບເງິນຈາກຜູ້ຊົມໃຊ້ໄຟຟ້າບໍ່ໄດ້ຕາມແຜນການ, ເຫດຜົນໜຶ່ງແມ່ນຈາກຄວາມບໍ່ ໂປ່ງໄສຂອງພະນັກງານພາຍໃນ ແຕ່ກໍໄດ້ຮັບການປະຕິບັດລະ ບຽບວິໄນ ແລະ ໃນໄລຍະຜ່ານ ມາແມ່ນມີຄວາມຈຳເປັນໃນ ການລົງທຶນຢ່າງຫລວງຫລາຍ ເຂົ້າໃນການພັດທະນາຂະແໜງ ພະລັງງານ ເພື່ອສະໜອງໄຟຟ້າ ຮັບໃຊ້ສັງຄົມໃຫ້ພຽງພໍເປັນຕົ້ນ:ການລົງທຶນໃສ່ຜະລິດ, ສາຍສົ່ງ ໄຟຟ້າແຮງດັນສູງ, ສະຖານີໄຟ ຟ້າ ແລະ ຈຳໜ່າຍໄຟຟ້າ ຊຶ່ງເປັນ ການລົງທຶນທັງພາກລັດ ແລະ ເອກກະຊົນພາຍໃນ ແລະ ຕ່າງ ປະເທດ. ທັງນີ້ກໍແນໃສ່ບັນລຸ ເປົ້າໝາຍທີ່ພັກ-ລັດຖະ ບານກຳ ນົດໄວ້ແມ່ນຈະສູ້ຊົນໃຫ້ມີໄຟຟ້າຊົມໃຊ້ຖາວອນໃນປີ 2015 ແລະ ກວມ 90% ຮອດປີ 2020.



__________________
Anonymous

Date:
Permalink   
 

ສ້າງພໍ່ສ້າງແມ່ ມັນແນວໃດ ກະດັກກະດໍ້ແທ້, ແຕ່ເໜືອເຖິງໃຕ້ ມີແຕ່ເຂື້ອນ

ເງີນຂາຍ ໄຟຟ້າ ໃຫ້ຕ່າງປະເທດ ພວກສູເອົາໄປແດກຫ້າ ທາງໃດໝົດ

ເປັນຫຍັງພວກສູຕ້ອງຂື້ນ ຄ່າໄຟຟ້າ ນຳປະຊາຊົນລາວ ທຸກໆ​ ປີລະ 2 ເປີເຊັນ



__________________
Anonymous

Date:
Permalink   
 

Anonymous wrote:

ສ້າງພໍ່ສ້າງແມ່ ມັນແນວໃດ ກະດັກກະດໍ້ແທ້, ແຕ່ເໜືອເຖິງໃຕ້ ມີແຕ່ເຂື້ອນ

ເງີນຂາຍ ໄຟຟ້າ ໃຫ້ຕ່າງປະເທດ ພວກສູເອົາໄປແດກຫ້າ ທາງໃດໝົດ

ເປັນຫຍັງພວກສູຕ້ອງຂື້ນ ຄ່າໄຟຟ້າ ນຳປະຊາຊົນລາວ ທຸກໆ​ ປີລະ 2 ເປີເຊັນ


 

ແມ່ນແລ້ວ...ມັນຢາກສ້າງເຂື່ອນກໍເພາະມັນຢາກຕັດໄມ້ໄປຂາຍ ແລ້ວເອົານ້ຳຖົມມ້ຽນ.

...ສ້າງຫາສະແຕກຫຍັງ ?​  ແທນທີສິມີຫລາຍເຂື່ອນ ມີໄຟຟ້າຢ່າງລົ້ນເຫລືອ

ປຊຊ ສິມີໄຟຟ້າໃຊ້ໃນລາຄາຖືກ ເສືອກມາຕົ້ມ ປຊຊ ຕາມແບບສະບັບໂຈນຫ້າຮ້ອຍ. 

ຖ້າຜີປ່າ ຟ້າແຖນມີຈິງ ກໍສົມຄວນທີ່ຈະຫັກຄໍ ພວກສັດເຜດນະລົກພວກນີ້ໄດ້ແລ້ວ.

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard