ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ການເມືອງລາວກັບການລົງທຶນ ຂອງ ຕ່າງປະເທດ
Anonymous

Date:
ການເມືອງລາວກັບການລົງທຶນ ຂອງ ຕ່າງປະເທດ
Permalink   
 


ການເມືອງລາວກັບການລົງທຶນ ຂອງ ຕ່າງປະເທດ

666267de-9a3a-4095-95f9-bab8b6df481d.jpeg

 

ຫນັງສືພິມ BUSINESS MONITOR ຈັດຣະດັບ ການລົງທຶນ ຂອງ ຕ່າງປະເທດ ໃສ່ກັບ ສະພາບ ການເມືອງ ໃນປະເທດ ນັ້ນໆ ໄດ້ຣະບຸ ສປປ ລາວ ວ່າ ມີຄວາມສ່ຽງ ສູງ ທາງດ້ານ ການເມືອງ ໃນການ ລົງທຶນ ຣະຍະສັ້ນ ໃນ ຄະແນນ 80.4 ຕໍ່ 100 ຄະແນນ ແຕ່ໃນ ພາກສ່ວນ ການລົງທຶນ ຣະຍະຍາວ ນັ້ນ ໄດ້ຫລຸດລົງ ເປັນ 50.9.

ເຫດຜົລ ຍ້ອນວ່າ ຫລາຍ ປະເທດ ຍັງບໍ່ພໍໃຈ ກັບ ຣັຖບານ ລາວ ໃນການ ກົດຂີ່ ຂົ່ມເຫັງ ປະຊາຊົນ ກຸ່ມນັກ ເຄື່ອນໄຫວ ແລະ ການຈັບກຸມ ລົງໂທດ ຜູ້ ກະທຳຜິດ ປາສຈາກ ຂໍ້ມູນ ແລະ ຫລັກຖານ ພິຍານ ທີ່ ແທ້ຈີງ ສານ ສປປລາວ ເປັນສານ ຝ່າຍດຽວ ບໍ່ມີ ທະນາຍຄວາມ ປົກປ້ອງ ປະຊາຊົນ ຕົວຢ່າງ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັກພັທນາ ຄົນສຳຄັນ ຂອງລາວ. ປະຊາຊົນ ບໍ່ມີສິດ ປາກເວົ້າ ແລະ ອອກ ຄວາມຄິດ ຄວາມເຫັນ ໃດໆເລີຍ.

ນາຍົກ ຣັຖມົນຕຣີ ລາວ ທ່ານ ທອງສີງ ທັມມະວົງ ຄວບຄຸມ ອຳນາດ ການປົກຄອງ ຢ່າງ ເຂັ້ມງວດ ກົດຫມາຍ ລາວ ບໍ່ມີ ປະສິດທິພາບ ໃນການ ບັງຄັບໃຊ້ ການຂາດ ແຫລ່ງຂ່າວ ທີ່ ເປັນ ອິສຣະ, ຂາດ ສິດທິມະນຸດ ສິດທິ ຊົນເຜົ່າ ຣະບົບ ຍຸທຕິທັມ ທີ່ ເປັນເອກຣາຊ ແລະ ຂາດ ການສ້າງຕັ້ງ ພັກ ການເມືອງ ໃຫມ່ ໃນລາວ ຈະເຮັດໃຫ້ ຫລາຍ ປະເທດ ບໍ່ຢາກ ໃຫ້ ການ ຊ່ອຍເຫລືອ ຫລື ມາລົງທຶນ ໃນລາວ ກຸ່ມ ດັ່ງກ່າວ ຈະຫມົດ ສັດທາ ໃນການ ປົກຄອງ ຂອງພັກ ຄອມມຸນິສ ລາວໄດ້.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard