ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຂ້າຜົວ ຍ້ອນຄຽດຜົວບໍ່ໄປຊອກຫາວຽກເຮັດງານທຳ
Anonymous

Date:
ຂ້າຜົວ ຍ້ອນຄຽດຜົວບໍ່ໄປຊອກຫາວຽກເຮັດງານທຳ
Permalink   
 


ຂ້າຜົວ ຍ້ອນຄຽດຜົວບໍ່ໄປຊອກຫາວຽກເຮັດງານທຳ

10458101_795963330435341_4862538672013413157_n.jpg?oh=99d9e5a2d028b456639d95fd56e7f6f8&oe=5414F473

 

ນາງ ຄູນ ອາຍຸ 43 ປີ ຢູ່ບ້ານ ປາກແຟນ, ເມືອງຊຽງເງິນ ແຂວງຫລວງພະບາງ, ຖືກເຈົ້າໜ້າທີ່ກັກໂຕມາດຳເນີນຄະດີໃນຂໍ້ ຫາຄາດຕະກຳທ້າວ ຮອນ ອາຍຸ 52 ປີ

ດ້ວຍການເອົາຢາ ເບື່ອປະສົມນ້ຳໝາກໄມ້ໃຫ້ຜົວ ດື່ມຈົນເສຍຊີວິດ.

ເຈົ້າໜ້າທີ່ ປກສ ເມືອງ ຊຽງເງິນໃຫ້ຮູ້ວ່າ: ເຫດຄາດຕະກຳດັ່ງກ່າວໄດ້ເກີດຂຶ້ນ ເມື່ອຕົ້ນ ເດືອນມິຖຸນາ 2014 ນີ້, ຜູ້ເສຍຊີ ວິດຊື່ທ້າວຮອນອາຍຸ 52 ປີ, ສະ ພາບ

ສົບແມ່ນມີເລືອດໄຫລອອກມາຈາກຫູ, ຕາ ແລະ ປາກ, ຈຶ່ງ ໄດ້ສອບຖາມເມຍຂອງ ຜູ້ເສຍຊີ ວິດຊື່ນາງຄູນອາຍຸ 43 ປີ ເພື່ອ ຊອກຫາກົກປາຍສາເຫດການ

ຕາຍແຕ່ຜູ້ກ່ຽວບໍ່ໃຫ້ການຮ່ວມມືກັບເຈົ້າໜ້າທີ່ ແລະ ທັງມີທ່າ ທີບໍ່ເໝາະສົມຕໍ່ເຈົ້າໜ້າທີ່ນຳອີກ,ຫລັງຈາກນັ້ນ, ເຈົ້າໜ້າທີ່ຈຶ່ງ ໄດ້ປະສານກັບອຳນາດການປົກຄອງບ້ານ

ແລະ ຜູ້ ເຫັນເຫດການເພື່ອດຳເນີນການສຶບສວນ-ສອບສວນຢ່າງລະອຽດ ແລະ ໃນທີ່ສຸດຜູ້ເປັນເມຍຈຶ່ງຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ:
ເປັນຜູ້ລົງ ມືຂ້າຜົວຂອງຕົນເອງດ້ວຍການຍ່ອງເອົານ້ຳໃບງ້ວນ (ພືດທີ່ມີ ສານເບື່ອ) ມາປະສົມກັບນ້ຳ ໝາກໄມ້ໃຫ້ຜົວດື່ມໃນ ຂະນະຜົວບໍ່

ສະບາຍນອນຢູ່ເຮືອນຍ້ອນຄຽດໃຫ້ຜົວທີ່ບໍ່ໄປຊອກຫາວຽກ ເຮັດງານທຳ.

ສຳລັບນາງ ຄູນ ແລະ ທ້າວ ຮອນ ໄດ້ສ້າງຄອບຄົວນຳກັນມາໄດ້ 20 ກວ່າປີ, ມີລູກນຳກັນ 6 ຄົນ ແລະ ໃນໄລຍະຜ່ານ ມາທັງສອງແມ່ນມີ

ປາກສຽງຜິດຖຽງກັນເປັນປະຈຳກ່ອນຊີວິດຂອງຜົວຈະຈົບລົງດ້ວຍເງື່ອມມືຂອງເມຍ.



__________________
Anonymous

Date:
Permalink   
 

ບໍ່ໄປຊອກວຽກກໍ່ຂ້າ ໂຫດຮ້າຍຜະເດັດການແທ້ !



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard