ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ລັດຖະບານ ບອກວ່າ ປີ 2030 ເສດຖະກິດດີກວ່າ 6 ເທົ້າ
Anonymous

Date:
ລັດຖະບານ ບອກວ່າ ປີ 2030 ເສດຖະກິດດີກວ່າ 6 ເທົ້າ
Permalink   
 


ລັດຖະບານ ບອກວ່າ ປີ 2030 ເສດຖະກິດດີກວ່າ 6 ເທົ້າ

l0lfttyv+copy.jpg

 

​ ໃນ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ວິ​ໄສ​ທັດ​ຮອດ​ປີ 2030, ຍຸດ​ທະ​ສາດ​ຮອດ​ປີ 2025 ​ແລະ ແຜນ​ພັດທະນາເສດຖະ ກິດ-ສັງ ຄົມ 5 ປີ ຄັ້ງທີ VIII (2016- 2020) ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານຮອງນາຍົກລັດຖະ ມົນຕີ ​ແຫ່ງ ສປປ ລາວ ສົມ​ສະ ຫວາດ ​ເລັ່ງສະຫວັດ ຢູ່​ກະຊວງ​ແຜນການ ​ແລະ ການ​ລົງທຶນ ເມື່ອ​ບໍ່​ດົນ​ມານີ້ ​ໄດ້​ມີ​ການ​ຕີ​ລາ ຄາ​ການຈັດຕັ້ງປະຕິບັດ​ທ້າຍ​ສະ​ໄໝ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງທີ IX ​ແລະ ກະກຽມ​ໃຫ້​ແກ່​ກອງ​ປະ ຊຸມ​ໃຫຍ່ ຄັ້ງທີ X ຂອງ​ພັກ​ແລ້ວ, ຍັງ​ໄດ້​​ປຶກສາ​ຫາລື​ກ່ຽວ​ກັບ​ເປົ້າ ໝາຍ​ຂອງ​ການ​ພັດທະນາ​ປະ​ເທດ​ໃຫ້​ເຊື່ອມ​ໂຍງ​​ເສດຖະກິດ​ກັບ​ພາກພື້ນ ​ແລະ ສາກົນນັບ​ມື້​ເຂົ້າສູ່​ລວງ​ເລິກ ​ເຊິ່ງສິ່ງ​ສຳຄັນ​ກ່ອນ​ອື່ນ​ໝົດ​ຕ້ອງ​ໄດ້​ສືບຕໍ່​ບຸກທະລຸ​ການຈັດຕັ້ງປະ ຕິບັດ​ບັນດາ​ຄາດໝາຍ​ສະຫັດ​ສະ​ວັດ​ດ້ານ​ການ​ພັດທະນາ ​ເພື່ອ​ເປັນ​ພື້ນຖານ​​ໃຫ້​ປະ​ເທດ​ເຮົາ​ຫລຸດ​ພົ້ນອອກ​ຈາກ​ສະຖານະ​ພາບ​ຄວາມ​ ດ້ອຍ​ພັດທະນາ​ໃນ​ປີ 2020.

      ທ່ານ​ຮອງ​ນາຍົກລັດຖະມົນຕີ ສົມ​ສະຫວາດ ​ເລັ່ງສະຫວັດ ​ໄດ້​ກ່າວ​ຕໍ່​ກອງ​ປະຊຸມ​ວ່າ: ວິ​ໄສ​ທັດ​ຮອດ​ປີ 2030 ສ້າງ​ໃຫ້ ສປປ ລາວ ກາຍ​ເປັນ​ປະ​ເທດ​ກຳລັງ​ພັດທະນາ​ລະດັບ​ປານ​ກາງ, ຫລຸດ​ພົ້ນອອກ​ຈາກ​ປະ​ເທດ​ລາຍ​ຮັບ​ປານ​ກາງ​ຕ່ຳ​ເລີ່​ມກ້າວ​ເຂົ້າ ສູ່​ປະ​ເທດ​ລະດັບ​ປານ​ກາງ​ສູງ​ຕາມ​ທິດ​ເຕີບ​ໃຫຍ່​ແບບ​ສະ​ເໝີ​ພາບ, ເສດຖະກິດ​ແຫ່ງ​ຊາດ​ຂະຫຍາຍຕົວ​ຕໍ່​ເນື່ອງ ​ແລະ ໝັ້ນ ທ່ຽງ​ດ້ວຍ​ຈັງຫວະ​ສະ​ເລ່ຍບໍ່​ຫລຸດ 8% ຕໍ່​ປີ, ຜະລິດ​ຕະພັນ​ພາຍ​ໃນ​ໃຫ້​ໄດ້​ປະມານ 9.500 ​ໂດ​ລາ​ສະຫະລັດ ຕໍ່​ຄົນໝາຍວ່າ​ລື່ນ​ລະດັບ​ປີ 2015 ປະມານ 6 ​ເທົ່າ.
      ສຳລັບ​ເປົ້າໝາຍ​ລວມຂອງ​ແຜນ​ພັດທະນາເສດຖະກິດ-ສັງ ຄົມ 5 ປີ ຄັ້ງທີ VIII (2016- 2020) ຄື​ການ​ນຳ​ເອົາ​ປະ​ເທດ​
ຊາດ​ຫລຸດ​ພົ້ນອອກ​ ຈາກ​ສະຖາ ນະ​ພາບ​ຄວາມ​ເປັນ​ດ້ອຍພັດທະ ນາ ​ໃນ​ປີ 2020 ​ໂດຍຈະ​ຕ້ອງ​ບັນ ລຸ​ເງື່ອນ​ໄຂ​ຕາມ​ມາດຕະ ຖານ​ການ​ຫລຸດ​ພົ້ນອອກ​ຈາກ​ສະຖາ ນະ​ພາບ​ປະ​ເທດ​ດ້ອຍ​ພັດທະນາ ຄື​ລວມຍອດ​ລາຍ​ຮັບ​ແຫ່ງ​ຊາດ​ຕໍ່​ຫົວ​ຄົນ (GNI) ​ໃຫ້​ໄດ້ 2.740 ​ໂດ​ລາ (ຄາດໝາຍ​ສາກົນ​ກຳນົດ​ໄວ້​ແມ່ນ​ຕ້ອງ​ສູງ​ກວ່າ 1.574 ​ໂດ​ລາ​ຕໍ່​ຄົນ​ຕໍ່​ປີ ​(​ໃນ​ປີ 2018) ຫລື ປະມານ 1.810 ​ໂດ​ລາ​ຕໍ່​ຄົນ​ຕໍ່​ປີ (​ໃນ​ປີ 2021. ສະນັ້ນ ຕ້ອງ​ເຮັດ​ໃຫ້​ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ຂະຫຍາຍຕົວ​ບໍ່​ຫລຸດ 8% ຕໍ່​ປີ; ດັດ​ຊະນີ​ໝາຍ​ດ້ານ​ຊັບ​ສິນ​ມະນຸດ (HAI) ຕ້ອງ​ສູ້​ຊົນ​ໃຫ້​ໄດ້​ບໍ່​ຕ່ຳ​ກວ່າ 68; ດັດຊະນີ​ຄວາມ​ບອບ​ບາງ​ທາງ​ດ້ານ​ເສດຖະກິດ (EVI) ​ໃຫ້​ບັນລຸ​ບໍ່​ສູງ​ກວ່າ 32 ​ໃນ​ປີ 2020.


__________________
Anonymous

Date:
Permalink   
 

ບັກ ເຈັກ ແປະ ເອີຍ !!! ເສດຖະ ກິດ ລາວ ພັງພິນາດ ທຸກທີ້ນີ້ ກໍຍອ້ນ ມຶງນັ້ນລະ

ເງີນເດືອນ ກູ ສາມເດືອນ ເບີກເທື່ອໜຶ່ງ ຍັງມີໜ້າມາບອກວ່າ ປິ 2030 ຈະດີກວ່າ 6 ເທົ້າ ບັກຄວາຍ

78D63DF1-3486-4F04-9028-2A82793AA817_w268.jpg



Attachments
__________________
Anonymous

Date:
RE: ລັດຖະບານ ບອກວ່າ ປີ 2030 ເສດຖະກິດດີກວ່າ 6 ເທົ້າ
Permalink   
 


ມັນກະເວົ້າໄປແນວນັ້ນລະ,ບໍ່ມີຄວາມຮັບຜິດຊອບດອກເພາະ 2030 ຜູ້ມັນເວົ້າກະມັບຫ່າແລ້ວ.

ຜູ້ສືບທອດມັນກະວ່າບໍ່ແມ່ນມັນເວົ້າ.ແລ້ວກະສືບຕໍ່ຫຼີ້ນບົດລະຄອນລິງແນວໄໝ່.

ໃຜຢາກເຊື່ອກໍ່ເຊື່ອກັນເຂົ້າໄປ.



__________________
Anonymous

Date:
Permalink   
 

ປາກບໍ່ມີຜະແລງ...ມັນ(ພວກໂຈນ ມີຖືສາກປາກຖືສິນ) ຢາກເວົ້າແນວໃດ....ກອງຫູຂີ້ຟັງ.

ມັນຊິອົມພະມາເວົ້າ......ຈ້າງກໍບໍ່ເສືອ່.

ເອີ!!! ປີ 2030  ເຄີ່ງຫຶ່ນງຂອງ ສປປລ ຊິກາຍເປັນແກວ

ແລະ ອີກເຄີ່ງຫື່ນງ ຊິກາຍເປັນເຈັກ.....ອັນນີ້  ພໍສີຄືໆ.



__________________
Anonymous

Date:
Permalink   
 

​ບັກ​ເຈັກ​ແປະ​ມຶງ​ເອົາ​ຫ​ຍັງ​ມາ​ເວົ້າ​ໃຜ​ຊິ​ໃປ​ຟັງ​ຫົວ​ມຶງ​ກູ​ເຫັນ​ມຶງ​ແລ້ວ​ກູ​ຢາກ​ກະ​ທື້ບ​ມຶງ​ເດ​ບັກ​ເວນ

ໄປ​ຕາຍ​ສະ​ບັກ​ປອບ​ກິນ​ບ້ານ​ກິນ​ເມືອງ​ພາ​ພັກ​ພວກ​ມຶງ​ໄປ​ຕາຍ​ພ​ອ້ມ



__________________
Anonymous

Date:
Permalink   
 

Anonymous wrote:

​ບັກ​ເຈັກ​ແປະ​ມຶງ​ເອົາ​ຫ​ຍັງ​ມາ​ເວົ້າ​ໃຜ​ຊິ​ໃປ​ຟັງ​ຫົວ​ມຶງ​ກູ​ເຫັນ​ມຶງ​ແລ້ວ​ກູ​ຢາກ​ກະ​ທື້ບ​ມຶງ​ເດ​ບັກ​ເວນ

ໄປ​ຕາຍ​ສະ​ບັກ​ປອບ​ກິນ​ບ້ານ​ກິນ​ເມືອງ​ພາ​ພັກ​ພວກ​ມຶງ​ໄປ​ຕາຍ​ພ​ອ້ມ


 

 ຜູ້ໃດທີ່ກະທືບມັນໄດ້ ຜູ້ນັ້ນຄືວິລະບຸລຸດຂອງຊາດລາວເຮົາທັງມວນ

                              You are my Hero !



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard