ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຢາເສບຕິດຢູ່ແຂວງສະຫວັນນະເຂດ ເພີ່ມຂຶ້ນ
Anonymous

Date:
ຢາເສບຕິດຢູ່ແຂວງສະຫວັນນະເຂດ ເພີ່ມຂຶ້ນ
Permalink   
 


ຢາເສບຕິດຢູ່ແຂວງສະຫວັນນະເຂດ ເພີ່ມຂຶ້ນ

10509544_796565907041750_3635889123681483657_n.jpg

 

ປະຈຸບັນສະພາບຢາເສບຕິດຢູ່ແຂວງສະຫວັນນະເຂດມີລັກສະນະເພີ່ມຂຶ້ນຢູ່ຕາມຕົວເມືອງ ແລະແຜ່ລາມຮອດຊົນນະບົດ ເຂດຫ່າງໄກສອກຫຼີກ ໃນນັ້ນລວມມີຢູ່ໃນເຂດເມືອງພີນ, ເຊໂປນ, ທ່າປາງທອງ ແລະເມືອງນອງ, ໝາຍຄວາມວ່າຢູ່ບ່ອນໃດມີການນຳໃຊ້ແຮງງານຄົນ ເປັນຕົ້ນແມ່ນກຳມະກອນຮັບຈ້າງຂຸດຄົ້ນໄມ້, ແບກໄມ້ຢູ່ຕາມເຂດບ້ານ ຫຼືຢູ່ຕາມສັນພູສ່ວນໃຫຍ່ແລ້ວແມ່ນຕິດເສບຢາບ້າ, ພວກຜູ້ຂາຍຢາເສບຕິດໄດ້ຍຸຍົງສົ່ງເສີມໃຫ້ຊາວໜຸ່ມ-ໄວໜຸ່ມ, ນັກຮຽນ-ນັກສຶກສາ, ກຳມະກອນຜູ້ຫວ່າງງານ ຕະຫຼອດປະຊາຊົນໃນບາງກຸ່ມມານຳໃຊ້ຢາເສບຕິດ ໂດຍສະເພາະແມ່ນຢາບ້າ ເຊິ່ງພວກເຂົາໄດ້ໂຄສະນາຊວນເຊື່ອວ່າເປັນຢາບຳລຸງ ກິນແລ້ວມີແຮງ ມີກຳລັງວັງຊາ ສາມາດເຮັດວຽກບໍ່ຮູ້ອິດຮູ້ເມື່ອຍ ແລະອື່ນໆ ຈິ່ງເຮັດໃຫ້ຜູ້ຮູ້ເທົ່າບໍ່ເຖິງການຫຼົງເຊື່ອ ແລະຕິດຢາເສບຕິດໂດຍບໍ່ຮູ້ຕົວ.
ຕໍ່ບັນຫາດັ່ງກ່າວ, ກຳລັງຕຳຫຼວດສະກັດກັ້ນ ແລະຕ້ານຢາເສບຕິດ ປກສ ແຂວງ, ກຳລັງ ປກສ 15 ເມືອງ ທົ່ວແຂວງໄດ້ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ແລະພາກສ່ວນທີ່ກ່ຽວຂ້ອງ ເພື່ອຊອກຫາວິທີສະກັດກັ້ນ ແລະແກ້ໄຂບັນຫາດັ່ງກ່າວໄດ້ດັ່ງນີ້: ຄະດີທີ່ເກີດຂຶ້ນຕັ້ງແຕ່ ວັນທີ 26 ມິຖຸນາ 2013 ເຖິງວັນທີ 26 ມິຖຸນາ 2014 ມີ 203 ລາຍ, ຜູ້ຖືກຫາ 303 ຄົນ ຍິງ 62 ຄົນ, ໃນນັ້ນມີຄົນສັນຊາດຫວຽດນາມ 2 ຄົນ, ມີຂອງກາງຢາບ້າ 105.239 ເມັດ, ເຮໂລອິນ 10 ແທ່ງ, ກັນຊາ 67,8 ກິໂລ, ຢາໄອສ໌ 1,532 ກິໂລ ກັບ 2 ຖົງນ້ອຍ 21 ຫຼອດນ້ອຍ, ເງິນກີບ 521 ລ້ານກວ່າກີບ,ເງິນບາດໄທ 1,5 ລ້ານກວ່າບາດ, ເງິນໂດລາ 3.675 ໂດລາ, ອາວຸດເສິກ 4 ກະບອກ ພ້ອມລູກກະສຸນ21 ລູກ, ອາວຸດລ່າເນື້ອ 3 ກະບອກ, ທາດລະເບີດໝາກແຕກ 5 ໜ່ວຍ, ລົດຈັກ 53 ຄັນ, ລົດໃຫຍ່ 16 ຄັນ ແລະໂທລະສັບ 161 ໜ່ວຍ, ນອກນັ້ນຍັງມີຄະດີຄ້າງໃນປີກ່ອນຍົກມາປີນີ້ມີ 80 ລາຍ,ມີຜູ້ຖືກຫາ 123 ຄົນ ຍິງ 33 ຄົນ.

ສຳລັບພິທີທຳລາຍຢາເສບຕິດທີ່ແຂວງສະຫວັນນະເຂດແມ່ນໄດ້ຈັດຂຶ້ນທີ່ສະໜາມກິລາຫຼັກ 4 ໃນວັນທີ 26 ມິຖຸນາ 2014 ໂດຍໃນພິທີດັ່ງກ່າວນີ້ໄດ້ຮັບກຽດເຂົ້າຮ່ວມ ມີ ທ່ານ ໄກສອນ ຄູນລາດສຸວັນນະວົງ ຮອງເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍບັນດາທ່ານ ຕົວແທນຈາກພະແນກການຕ່າງໆອ້ອມຂ້າງແຂວງເຂົ້າຮ່ວມ.
ຄະດີທີ່ສານຕັດສິນໃຊ້ໄດ້ເດັດຂາດໃນ1 ປີຜ່ານມາ ມີ 128 ລາຍ,ຜູ້ຕ້ອງຫາ 185 ຄົນ, ມີຂອງກາງຢາເສບຕິດປະເພດຢາບ້າ 61.888 ເມັດ, ສົ່ງໄປວິໄຈ 1.250 ເມັດ, ຍັງເຫຼືອ 60.638 ເມັດ, ຢາໄອສ໌ 30,477 ກະລາມ, ກັນຊາແຫ້ງອັດແທ່ງ 4.000 ກະລາມ, ລວມຈຳນວນຢາເສບຕິດທີ່ອອກທຳລາຍໃນຄັ້ງນີ້: ມີຢາບ້າ 92.472 ເມັດ, ມີນ້ຳໜັກ 8.987 ກະລາມ, ຢາໄອສ໌ 30,477 ກະລາມ, ກັນຊາແຫ້ງອັດແທ່ງ 680.000 ກະລາມ./.



__________________
Anonymous

Date:
Permalink   
 

gram = ກະລາມ = ກຳ

ພາສາທີ່ທ່ານພູມີ ວົງວິຈິດ ແລະເຈົ້າສຸກ ວົງສັກ ຄິດຄົ້ນຂຶ້ນມາມີລັກສະນະມະຫາຊົນ

ແຕ່ຂາດລັກສະນະວິທະຍາສາດ ແລະບໍ່ສາມາດທຽບເທົ່າໄດ້ກັບສາກົນ.



__________________
Anonymous

Date:
Permalink   
 

Anonymous wrote:

gram = ກະລາມ = ກຳ

ພາສາທີ່ທ່ານພູມີ ວົງວິຈິດ ແລະເຈົ້າສຸກ ວົງສັກ ຄິດຄົ້ນຂຶ້ນມາມີລັກສະນະມະຫາຊົນ

ແຕ່ຂາດລັກສະນະວິທະຍາສາດ ແລະບໍ່ສາມາດທຽບເທົ່າໄດ້ກັບສາກົນ.


 gram=ກຣາມ ແມ່ນພາລາວແທ້ ແຕ່ gram=ກະລາມ ແມ່ນພາສາຂອງທີ່ຈົບມາຈາກມະຫາວິທະຍາໄລກ້ອງຮົ່ມໄມ້ທັງນັ້ນທີ່ພາກັນໃຊ້.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard