ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຜົນກະທົບ ໃນການສ້າງເຂື່ອນໄຟຟ້າ
Anonymous

Date:
ຜົນກະທົບ ໃນການສ້າງເຂື່ອນໄຟຟ້າ
Permalink   
 


ຜົນກະທົບ ໃນການສ້າງເຂື່ອນໄຟຟ້າ

image

 

ອົງການ ແມ່ນໍ້າ ສາກົນ ຄັດຄ້ານ ການສ້າງ ເຂື່ອນ ໄຟຟ້າ ຢູ່ ສປປລາວ ຍ້ອນ ເຫັນວ່າ ມັນຈະສົ່ງ ຜົລກະທົບ ທັງ ຕໍ່ ປະຊາຊົນ ທ້ອງຖິ່ນ ແລະ ສິ່ງແວດລ້ອມ. ອົງການ ແມ່ນໍ້າ ສາກົນ ເຫັນວ່າ ການ ສ້າງເຂື່ອນ ໄຟຟ້າ ຢ່າງ ຫລວງຫລາຍ ຢູ່ ສປປ ລາວ ນັ້ນ ມັນໝາຍເຖິງ ໂຄງການ ພັທນາ ຂນາດໃຫຍ່ ໃນ ແມ່ນໍ້າຂອງ ຊຶ່ງ ເປັນໂຄງການ ທີ່ ບໍ່ຍືນຍົງ.

ອົງການນີ້ ໄດ້ເຜີຍແພ່ ບົດຣາຍງານ ເມື່ອບໍ່ດົນ ທີ່ອີງໃສ່ ການລົງ ໄປ ສຶກສາ ສໍາຫຣວດ ໃນພື້ນທີ່ ຕົວຈິງ ຢູ່ 5 ບ້ານ ໃນເຂດລຸ່ມ ເຂື່ອນ ໃນລາວ ຊຶ່ງ ໄດ້ຮັບຜົລ ກະທົບ ຈາກ ເຂື່ອນ ເທີນຫີນບູນ ແລະ ເຂື່ອນ ເທີນຫີນບູນ ພາກຂຍາຍ. ຕາມຣາຍງານ ຂອງ ໜັງສືພິມ The Nation ຂອງໄທ ໃນ ວັນທີ 8 ກໍຣະກະດາ 2014.

ຣາຍງານ ໄດ້ແຈ້ງອີກ ວ່າ ໂຄງການ ເຂື່ອນ ທີ່ວ່ານັ້ນ ໄດ້ເພີ້ມ ຄວາມ ບໍ່ໝັ້ນຄົງ ທາງ ດ້ານອາຫານ ແລະ ກະທົບ ໃສ່ການ ດໍາຣົງ ຊີວິດ ຂອງ ປະຊາຊົນ ທ້ອງຖິ່ນ ຍ້ອນວ່າ ການປະມົງ ກໍຖືກ ທໍາລາຍ ເກືອບວ່າ ທັງໝົດ, ຊັພຍາກອນ ທັມມະຊາດ ກໍຖືກ ທໍາລາຍ ຍ້ອນ ນໍ້າຖ້ວມ, ນໍ້າຖ້ວມ ຢ່າງຕໍ່ເນື່ອງ ຢູ່ ໃນເຂດຕ່າງໆ ທີ່ ປະຊາຊົນ ປູກເຂົ້າ ຕາມ ທັມຊາດ ໃນ ຍາມຝົນ.

ສລຸບແລ້ວ ການສ້າງ ເຂື່ອນ ໄດ້ທໍາລາຍ ແຫລ່ງ ອາຫານ ແລະ ແຫລ່ງ ຣາຍໄດ້ ຂອງ ປະຊາຊົນ. ພື້ນທີ່ດິນ ທີ່ເຄີຍໃຊ້ ປູກເຂົ້າ ໃນ ຣະດູຝົນ ກໍ ຖືກນໍ້າຖ້ວມ ແລະ ຖືກປະຖິ້ມ ເປັນ ຈໍານວນ ຫລວງຫລາຍ. ນອກຈາກນັ້ນ ຊາວບ້ານ ຍັງຖືກ ບັງຄັບໃຫ້ ໂຍກຍ້າຍ ໄປຢູ່ ບ້ານຈັດສັນ ແຫ່ງໃໝ່ ຊຶ່ງ ຄ່າຊົດເຊີຍ ຄວາມເສັຍຫາຍ ກໍ ບໍ່ພຽງພໍ ແລະ ການ ຊ່ວຍເຫລືອ ຈາກ ທາງໂຄງການ ກໍບໍ່ມີ ພໍເທົ່າໃດ ເຮັດໃຫ້ ຊີິວິດ ການເປັນຢູ່ ຂອງ ຊາວບ້ານ ທີ່ ຖືກໂຍກຍ້າຍ ຍິ່ງທຸກຍາກ ຂາດເຂີນ.

 



__________________
Anonymous

Date:
Permalink   
 

 ປະຊາຊົນບໍ່ມີແຫຼ່ງຫາກິນ ແຕ່ການນຳມີແຫຼ່ງແຫ່ງຄວາມຮັ່ງມີ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard