ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຕໍ່ສູ້ຄຽງຂ້າງຮ່ວມກັນມາແຕ່ປີ 60 ເຖິງວັນໄດ້ໄຊຊະນະ....ບໍ່ມີຫຍັງເລີຍ!
Anonymous

Date:
ຕໍ່ສູ້ຄຽງຂ້າງຮ່ວມກັນມາແຕ່ປີ 60 ເຖິງວັນໄດ້ໄຊຊະນະ....ບໍ່ມີຫຍັງເລີຍ!
Permalink   
 


ກອງກຳລັງຝ່າຍປະເທດລາວທີ່ກໍ່ຕັ້ງຂຶ້ນມາແລະມີກຳລັງພົນບໍ່ເຖິງ 1/4 ຂອງກອງກຳລັງຝ່າຍຂວາຫຼືຣັຖະບານຝ່າຍວຽງຈັນ,

ບໍ່ນັບກອກຳລັງຝ່າຍເປັນກາງຂອງສຸວັນນະພູມາທີ່ກອງແລເປັນຜູ່ບັງຄັບບັນຊາທີ່ຄົນລາວທົ່ວປະເທດຮູ້ໃນນາມຂອງທະຫານ

ກອງແລນັ້ນເອງ. ພາຍຫຼັງກອງແລປະຕິວັດແລະໄດ້ຮັບໄຊຊະນະ, ພຣະມະຫາກະສັດ ສີສວ່າງສັທະນາ ແລະພະຍາຫົວຂອງ ຜູຍ

ຊະນະນິກອນ ປະທານສະພາຜູ່ແທນຣາຊະດອນແຫ່ງຊາດ ໄດ້ເຫັນດີໃຫ້ກອງແລຂຶ້ນດຳຣົງຕຳແໜ່ງ ນາຍົກຣັຖະມົນຕຣີ ຂອງ

ພຣະຣາຊະອານາຈັກລາວ ແຕ່, ທ່ານກອງແລປະຕິເສດຮັບຕຳແໜ່ງພຣະຣາຊະທານຈາກພະມະຫາກະສັດ ຈຶ່ງໄດ້ສເນີປະທານ

ສະພາຜູ່ແທນຣາຊະດອນແຫ່ງຊາດວ່າຈະຍົກຕຳແໜ່ງນາຍົກຣັຖມົນຕຣີນີ້ໃຫ້ສະເດັດເຈົ້າ ສຸວັນນະພູມາ ແລະໃນທີ່ສຸດ ເຈົ້າສຸ

ວັນນະພູມາກໍໄດ້ດຳຣົງຕຳແໜ່ງນາຍົກແທນຮ້ອຍເອກກອງແລ ແລະໄດ້ເລື່ອນຊັ້ນຂຶ້ນໃຫ້ກອງແລຈາກຮ້ອຍເອກຂຶ້ນເປັນ ພົນ

ຈັຕະວາ ກອງແລ.

ຜົນງານຂອງກອງທີ່ເຮັດປະຕິວັດຂັບໄລ່ນາຍພົນພູມີໜໍສວັນອອກຈາກອຳນາດທາງທະຫານແລະຖືກເນຣະເທດອອກຈາກປະເທດ

ໄດ້ສຳເຣັດນັ້ນ ໄດ້ມີ 18 ປະເທດໄດ້ຮັບຮູ້ແລິສນັບສນູນໃຫ້ຄວາມຊ່ວຍເຫຼືອແກ່ນາຍພົນກອງແລແລະກອງທະຫານຂອງເພິ່ນ, ຊຶ່ງ

ມີ 6 ປະເທດຄອມມຸຍນິສ ແລະ 12 ປະເທດທຶນນິຍົມ. ໂຊຫວຽດແລະຈີນໄດ້ທຸ່ມເທຊ່ວຍເຫຼືອອາວຸດຍຸດທະປະກອນສົງຄາມໃຫ້ແກ່

ກອງກຳລັງຂອງກອງມີທັງເຮືອບິນຂົນສົ່ງຂນາດນ້ອຍຈາດໂຊຫວຽດ 16 ລຳ, ຣັດຖັງ 50 ຄັນ ແລະ ອາວຸດປືນນ້ອຍປືນໃຫຍ່ຢ່າງ

ຫລວງຫລາຍ, ທາງຈີນແດງຊ່ວຍຢາປົວພຍາດແລະບາດແຜ ແລະອາວຸດສົງຄາມບໍ່ໜ້ອຍກວ່າໂຊຫວຽດເລີຍ. ຝ່າຍປະເທດທຶນນິ

ຍົມແມ່ນໃຫ້ຄວາມຊ່ວຍເຫຼືອຢ່າງຫຼວງຫລາຍທຸກໆດ້ານບໍ່ຕ່ຳກ່ອນຝ່າຍປະເທດຄອມມຸຍນິສ.

ທະຫານກອງແລ ແລະແນວລາວຮັກຊາດໄດ້ຮ່ວມກຳລັງກັນຕໍ່ສູ້ກັບທະຫານພູມີແລະວັງປາວ, ຊຶ່ງທີມາຂອງການເຕີບໃຫຍ່ຂຍາຍ

ຕົວຂອງກອງທັບແນວລາວຮັກຊາດ ທີ່ກອງແລໄດ້ມອບໃຫ້ທັງກຳລັງທະຫານແລະອາວຸດຍຸດໂທປະກອນທີ່ໄດ້ມາຈາກການຊ່ວຍເຫຼືອ

ຈາກ 18 ປະເທດທີ່ຮັບຮູ້ແລະຮັບຮອງກອງແລ.

(ຍັງມີຕໍ່)



__________________
Anonymous

Date:
RE: ຕໍ່ສູ້ຄຽງຂ້າງຮ່ວມກັນມາແຕ່ປີ 60 ເຖິງວັນໄດ້ໄຊຊະນະ....ບໍ່ມີຫຍັງເລີຍ!
Permalink   
 


ຖ້າຍັງບໍ່ທັນມາຂຽນຕໍ່ ຈະໄປຕລາດກ່ອນເດີ ສີແລງໆຈກັບມາຈອບອ່ານ.



__________________
ຕອນ 2.

Date:
Permalink   
 

ກອງກຳລັງຂອງແນວລາວຮັກຊາດທີ່ພວກເຮົາປະຊາຊົນລາວທົ່ວປະເທດຮູ້ກັນດີອີກຊື່ນຶ່ງວ່າທະຫານອິສຣະທີ່ນຳພາໂດຍສຸພານຸວົງ ໜູຮັກ

ແລະ ໄກສອນ ນັ້ນເປັນກອງກຳລັງທະຫານທີ່ອ່ອນແອແລະຂາດອາວຸດຍຸດໂທປະກອນສົງຄາມ,  ທະຫານ 3 ຄົນ ຕໍ່ປືນ ຕຳໂຊນ ຂອງຈີນ

ແດງໜຶ່ງກະບອກ ໃນໝູ່ໜຶ່ງ 6 ຄົນນັ້ນມີປືນ 2 ກະບອກ ມີດທະຫານຜູ່ລະດວງ ໝາກແຕກຄ້ອນຂອງຈີນແດງຜູ່ລະ 3 ໜ່ວຍ.   ເວົ້າ

ເຖິງປືນ ຕຳໂຊນ ຖ້າວ່າຍິງຫລາຍຕອນມັນຮ້ອນໆນັ້ນລູກປືນອອກໄປໄກບໍ່ເກີນ 40-50ແມັດ ແລະໝາກແຕກຄ້ອນເພິ່ນນັ້ນເຂົາໂຍນມາ

ໃສ່ເຮົາໆສາມາດໂຍນຄືນໄແຫາເຂົາໄດ້ທັນເວລາກ່ອນມັນຈະແຕກຂຶ້ນ. ສ່ວນທະຫານຊ່າວ່າຫລັ່ງມາດຳປານມົດປານປວກນັ້ນແມ່ນເປັນຍຸດ

ທະວິທີຊນິດໜຶ່ງຂອງພວກເຂົາເທົ່ານັ້ນທີ່ນຳອອກທາເປົ່າທາງການດ້ານໂຄຊະນາຊວນເຊື່ອເທົ່ານັ້ນ ເພື່ອສ້າງຄວາມຫວັ່ນກົວໃຫ້ຝ່າຍຄູ່ຕໍ່ສູ້

ເທົ່ານັ້ນ ອັນທີ່ຈິງແລ້ວເປັນພຽງກອງໂຈນນ້ອຍໆອອກລັດຍິງແຈນັ້ນແຈນີ້ຢູ່ບໍ່ເຊົາເພື່ອສະແດງວ່າມີກອງກຳລັງອັນມະຫາສານ. ພວກແນວ

ລາວຮັກຊາດປາກໄດ້ໄອດັງກໍພາຍຫຼັງກອງກຳລັງເປັນກາງຂອງສຸວັນນະພູມາໂດຍການນຳພາຂອງກອງແລະແລະທ່ານເດືອນສູນນະຣາຊເຂົ້າ

ສົມທົບຕໍ່ສູ້ກັນກັບທະຫານຝ່າຍຂວາແລະທະຫານວັງປາວ. ສຸວັນນະພູມາສັ່ງກອງແລແບ່ງປັນອາວຸດແລະອຸປະກອນສົງຄາມ, ທີ່ໄດ້ມາຈາກ

ການຊ່ວຍເຫຼືອຈາກ 18 ປະເທດທີ່ສນັບສນູນກອງແລແລະຣັຖະບານເປັນກາງຂອງເຈົ້າສຸວັນນະພູມາ, ໃຫ້ແກ່ພວກແນວລາວຮັກຊາດ. ນັບ

ແຕ່ນັ້ນມາທະຫານແນວລາວຈຶ່ງປ່ຽນຈາກໃຊ້ປືນ ຕຳໂຊນ ອັນຫລ້າຫລັງຂອງຈີນມາໃຊ້ປືນ ເຊກາເຊ ຂອງໂຊວຽດ ທີ່ທັນສມັຍແລະມີຄຸນະ

ພາບສູງກ່ອນຈາກກອງແລ ແລະກອງແລຍັງຝຶກສອນວິຊາທະຫານໃຫ້ທະຫານແນວລາວອີກ ເພາະໃນຍຸກນັ້ນນັກວິຊາການແລະນັກຊ່ຽວຊານ

ທາງທະຫານຂອງແກວແດງຄອມມຸຍນິສຍັງບໍ່ມີພຽງພໍທີ່ຈະເຂົ້າມາຝຶກສອນຢູ່ໃນດິນແດນຂອງລາວເທື່ອ.

ນັບແຕ່ປີ 1960 ຫາ 63 ກອງກຳລັງທະຫານແນວລາວຮັກຊາດກໍເຕີບໃຫຍ່ຂຍາຍໂຕຂຶ້ນຢ່າງວ່ອງໄວດ້ວຍການຮ່ວມມືຂອງກອງແລແລະຣັຖະ

ບານຂອງເຈົ້າສຸວັນນະພູມາ ຈຶ່ງເກີດມີນິສັຍກິນແລ້ວລືມໜີ້ສີ້ແລ້ວລືມຄຸນຂຶ້ນ ໜູຮັກໄກສອນແລະສຸພານຸວົງເປີດປະຕູປະເທດປ່ອຍໃຫ້ແກວ

ແດງ ຄມນ ເຂົ້າມາລາວເພື່ອໃຊ້ດິນລາວເປັນທາງທຽວຂົນອວຸດແລະກຳລັງທະຫານລົງສູ່ວຽດນາມໃຕ້, ຊຶ່ງຣັຖະບານ%ຍດນາມໃຕ້ໄດ້ປະທ້ວງ

ພວກແນວລາວແລະຣັຖະບານເປັນກາງຂອງສຸວັນນະພູມາ. ສຸວັນນະພູມາສັ່ງກອງແລຕັດການຊ່ວຍເຫຼືອແລະຮ່ວມຮົບກັບພວກແນວລາວທັງ

ປະກາດຕໍ່ສູ້ກັບທະຫານແນວລາວຮັກຊາດແລະແກວແດງ ຄມນ ຖ້າຫາກບໍ່ຖອນກອງກຳລັງທະຫານແກງແດງ ອອກຈາກລາວໄປ ໃນປີ 1963

ແລະຣັຖະບານສຸວັນນະພູມາກໍໄດ້ປະກາດປ່ຽນຈາກຣັຖະບານເປັນກາງມາເປັນຣັຖະບານວຽງຈັນນັບແຕ່ປີ 1963 ເປັນຕົ້ນມາ. ວຽດນາມເໜືອ

ບໍ່ມີທ່າທີທີ່ຈະຖອນທະຫານອອກຈາກລາວ ແລະກໍຜິດຕໍ່ສັນຍາເຊີແນວ ເຈົ້າສຸວັນນະພູມາຈຶ່ງປະທ້ວງການລ່ວງລະເມີດສັນຍາເຊແນວຂອງແກວ

ແດງຕໍ່ກອງປະຊຸມໃຫຍ່ທີ່ສະຫະປະຊາຊາດໃນປີດຽວກັນ ແລະກໍຂໍການຊ່ວຍເຫຼືອຈາກສະຫະຣັຖແລະພັນທະມິດທຸກປະເທດເພື່ອພັກດັນໃຫ້ທະ

ຫານແກວແດງອອກຈາກລາວ.

ທະຫານກອງແລປ່ຽນທິທາງມາປິ່ນປາຍປືນໃສ່ທະຫານແນວລາວຮັກຊາດ ແລະຮ່ວມເຂົ້າຂ້າງກັບທະຫານຝ່າຍຂວາແລະວັງປາວຊຶ່ງໄດ້ໂອນມາ

ເປັນກອງທັບແຫ່ງຊາດຂອງຣັຖະບານວຽງຈັນ. ທ່ານເດືອນສູນນະຣາຊກໍປິ່ນຫລັງໃສ່ຜູ້ບັງຄັບບັນຊາກໍຄືນາຍພົນກອງແລ ແລະເຂົ້າຮ່ວມກັບ

ກອງກຳລັງທະຫານຂອງສຸພານຸວົງ ແລະປ່ຽນຈາກທະຫານເປັນກາງກອງແລ ມາເປັນ ເປັນກາງຮັກຊາດ.

(ຍັງມີຕໍ່)

 



__________________
Anonymous

Date:
Permalink   
 

ເປັນຫຍັງເຂົາຈຶ່ງຂ້າເດືອນ?



__________________
Anonymous

Date:
Permalink   
 

Anonymous wrote:

ເປັນຫຍັງເຂົາຈຶ່ງຂ້າເດືອນ?


          ເປັນຫຍັງຣັຖບານຝ່າຍວຽງຈັນຈຶ່ງຫຼັງກອງແລ?



__________________
Anonymous

Date:
Permalink   
 

Anonymous wrote:
Anonymous wrote:

ເປັນຫຍັງເຂົາຈຶ່ງຂ້າເດືອນ?


          ເປັນຫຍັງຣັຖບານຝ່າຍວຽງຈັນຈຶ່ງຫັກຫຼັງກອງແລ?


 



__________________
ຕອນ 3.

Date:
Permalink   
 

ບໍ່ນ້າແປກທີ່ ພັນໂທ ເດືອນ ສູນນະຣາຊ ຫັນຫລັງໃສ່ກອງແລເພື່ອເຂົ້າຮ່ວມຝ່າຍປະເທດລາວ ເພາະທ່ານເດືອນເປັນຄົນໃກ້ສິດສນິດຕິດແທດກັບ

ທ່ານກິນິມ ພົນເສນາ ມາເປັນເວລາອັນຍາວນານ. ກິນິມ ພົນເສນາ ເປັນລູກຊາຍຂອງພໍ່ຄ້າຊາວຈີນແລະແມ່ເປັນຄົນລາວປາກເຊ ແລະເພິ່ນເກີດ

ຢູ່ປາກເຊ ແຕ່ເຈົ້າເພັຊະຣາດເອົາມາລ້ຽງຢູ່ພາຍໃຕ້ສາຍຄາຂອງວັງໃຫຍ່ຊຶ່ງເປັນວັງຂອງແມ່ເຈົ້າສຸວັນນະພູມມາ ແລະລ້ຽງຄຽງຄູ່ກັນມາກັບເຈົ້າສຸວັນ

ນະພູມມາແລະເຈົ້າສຸພານຸວົງຈົນສຳເຣັດການສຶກສາສູງ ເປັນທີ່ຮັກແພງຂອງຄອບຄົວສອງເຈົ້າອ້າຍນ້ອງ ສຸວັນນະພູມມາ ແລະ ສຸພານຸວົງ. ທ່ານກິ

ນິມ ພົນເສນາ ໄດ້ເຂົ້າຮ່ວມເປັນຣາຊະການຣະດັບສູງຂອງຣັຖະບານເຈົ້າສຸວັນນະພູມມາຕລອດຈົນໄດ້ຂຶ້ນເປັນເຈົ້າແຂວງໆຫົວພັນສມັຍໜຶ່ງ ແລ້ວ

ກໍກັບວຽງຈັນເປັນຣັຖະມົນຕຣີການຕ່າງປະເທດ. ບໍ່ວ່າທ່ານ ກິນິມ ພົນເສນາ ໄປທາງໃດ ທ່ານເດືອນ ສູນນະຣາຊ ກໍຈະຕິດຕາມໄປປົກປັກຮັກສາ

ເພາະສຸວັນນະພູມມາແລະສຸພານຸວົງເປັນຄົນສັ່ງການ. ແຕ່ມາວັນໜຶ່ງ ທ່ານກິນິມ ພົນເສນາ ຖືກລອບສັງຫານໃນເວລາກັບຈາກງານກິນລ້ຽງທີ່ພະ

ຣາຊະວັງ ຫຼື ຫໍຄຳ ທີ່ວຽງຈັນ ແລະພວມຍ່າງຂຶ້ນຂັ້ນໄດເຮືອນແຕ່ຖືກມືປືນຈອບຍິງດ້ວຍປືນກົນຈັກເສັຍຊີວິດຄາທີ່ ພັລະຍາຂອງເພິ່ນຖືກບາດເຈັບ

ເພາະຖືກຍິງຂາສອງເບື້ອງ. ການທີ່ທ່ານກິນິມ ພົນເສນາ ຖືກລອບສັງຫານເຖິງແກ່ຊີວິດນັ້ນເຮັດໃຫ້ສູວັນນະພູມມາ ສຸພານຸວົງ ແລະ ທ່ານເດືອນ

ໂກດແຄ້ນທີ່ສຸດ ແຕ່ກໍເຮັດຫຍັງບໍ່ໄດ້ ເພາະການປ່ຽນແປງຂອງການເມືອງຂອງໂລກເຮັດໃຫ້ການເມືອງໃນລາວມີຄວາມປ່ຽນແປງໄປນຳກັນ. ເຈົ້າ

ສຸວັນນະພູມມາກໍຈົນໄດ້ປົບໄປຄັງໄຂຊຶ່ງເປັນນະຄອນຫຼວງຂອງຝ່າຍປະເທດລາວໃນຍຸກນັ້ນ ແລະເປັນໂອກາດຂອງທ່ານເດືອນພະຍາຍາມຕີໂຕອອກ

ຫ່າງຈາກກອງແລມາຕລອດ ເພາະເພິ່ນອ່ານໄຕຂອງກອງແລໄດ້ວ່າວັນໃດວັນໜຶ່ງກອງແລຕ້ອງຍອມຈຳນົນຝ່າຍຂວາຊຶ່ງມີສອງອ້າຍນ້ອງບຸນອູ້ມບຸນ

ອ້ອມ ນະ ຈຳປາສັກ ເປັນຫົວໜ້າຣັຖະບານຝ່າຍຂວາໃນຂະນະນັ້ນ.

1965 ນາຍພົນພູມີໜໍ່ສວັນ ແລະສີໂຫ ມີແຜນການຈະເຂົ້າຕີແລະຍຶດເອົາຄັງໄຂ ແຕ່ກອງແລບໍ່ເຫັນດີແລະບໍ່ເອົານຳ ແຜນການກໍເລີຍຫົ່ວແລະເກີດ

ການວາງແຜນຣັຖະປະຫານຂຶ້ນ ແຕ່ ນາຍພົນພູມີໜໍ່ສວັນແລະສີໂຫປົບໜີເຂົ້າໄປປະເທດໄທກ່ອນ. ເມືອງຫຼວງຂອງຝ່າຍປະເທດລາວໄດ້ຍ້າຍອອກ

ຈາກຄັງໄຂຂຶ້ນໄປຕັ້ງຢູ່ຊຳເໜືອແຂວງກົວພັນດ້ວຍຄວາມແນະນຳຈາກເຈົ້າສຸວັນນະພູມາ ແລະນັບແຕ່ນັ້ນມາຊຳເໜືອຈຶ່ງກາຍເປັນເມືອຍຸທະສາດທາງ

ການເມືອງຂອງຝ່າຍປະເທດລາວມາເທົ່າທຸກວັນນີ້.

ທະຫານຂອງກອງແລຖຶກທະຫານຝ່າຍປະເທດລາວຕີແຕກແລະຫຍຸບໄປຫລາຍກອງພັນໃນປິ 1966 ແລະເປັນປີນາຍພົນທ້າວມາເຮັດປະຕິວັດເພື່ອຂ້າ

ນາຍພົນກຸປະສິດ ອາພັຍ ແຕ່ຖືກເຈົ້າສຸວັນນະພູມາຫັກຫລັງເລີຍບໍ່ສຳເຣັດຈຶ່ງປົບໜີໄປຢູ່ໄທ. ກອງແລຖອນເອົາທະຫານທີ່ເຫຼືອແລະປະຈຳຢູ່ເຂດຕ່າງໆ

ທົ່ວປະເທດມາເຕົ້າໂຮມກັນທີ່ວັງວຽງ ເມື່ອທະຫານເຫຼົ່ານັ້ນມາເຕົ້າໂຮມກັນໄດ້-ໍພຽງ 3 ເດືອນ ກໍພາກັນໄປສມັກເຂົ້າເປັທະຫານຝ່າຍຂວາໝົດ ແລະຢູ່

ຕໍ່ມາກອງແລກໍຖືກ ພັນເອກແພງ ກ້ຽວສຸວັດ ແລະພັນເອກ ສົມເພັດ ສົດສວັນ ຂັບໄລ່ອອກຈາກວັງວຽງ, ສຸວັນນະພູມາເປັນນາຍົກກໍບໍ່ອາສາຈະຮັບ

ກອງແລເຂົ້າວຽງຈັນ, ປະເທດໄທກໍບໍ່ຮັບ ແລະມີປະເທດດຽວທີ່ຮັບກອງແລໄປລີ້ພັຍການເມືອງໄດ້ ກໍຄືປະເທດອິນໂດນີເຊັຍ, ຍົນສະຖານທູດອິນໂດເນ

ເຊັຍບິນໄປຮັບເອົາກອງແລະຢູ່ວັງວຽງໂດຍກົງ. ຈະວ່າສຸວັນນະພູມມາຫັກຫລັງກອງແລກໍວ່າແມ່ນ ແຕ່ເມື່ອເຈົ້ນບໍ່ມີຄຸນຄ່າແລ້ວບໍ່ວ່ານັກການເມືອງໃນ

ຣະບອບໃດກໍຕາມ ເຂົາຕ້ອງປັດເຂັ່ຍເຈົ້າຖິ້ມທັນທີ. ໂຊວຽດແລະຈີນກໍຕັດການຊ່ວຍເຫຼືອກອງແລພາຍຫລັງກອງແລກັນປາຍປືນໃສ່ຝ່າຍປະເທດລາວ

ສະຫະຣັດ ແລະພັນທະມິດກໍຈະງົດການຊ່ວຍເຫຼືອຣັຖະບານວຽງຈັນຫາກຍັງໃຫ້ກອງກຳລັງຝ່າຍກາງເຂົ້າຮ່ວມຝ່າຍປະເທດລາວ. ນັບວ່າສຸວັນນະພູມມາ

ປືກບີບຈາກທັງສອງຝ່າຍມະຫາອຳນາດ ແລະເພິ່ນກໍບໍ່ມີທາງເລືອກຈຶ່ງຍຶດຖືປະເທດລາວເປັນປະເທດເປັນກາງແລະບໍ່ຂຶ້ນກັບຝ່າຍໃດທາຈົນເຖິງວັນທີ່

ນ້ອງຊາຍໄດ້ຮັບຜົນສຳເຣັດທີ່ສອງເຈົ້າອ້າຍນ້ອງນີ້ໄດ້ພາກັນເລືອກເສັ້ນທາງນີ້ໄວ້ແຕ່ກ່ອນເຈົ້າເພັຊະຣາດຜູ່ເປັນບິດາສວັນນະຄົດໄປ.

ຜູ້ທີ່ຕໍ່ສູ້ຄຽງຂ້າງກັບຝ່າຍປະເທດລາວມາແຕ່ປີ 60 ຈົນເຖິງ 75 ແລະໄດ້ຮັບໄຊຊະນະແລ້ວບໍມີຍັງເປັນສິ່ງຕອບແທນນັ້ນແມ່ນທະຫານຂອງທ່ານເດືອນ

ສູນນະຣາຊ ແລະ ຕົວເພິ່ນເອງ. ມີຫລາຍຢ່າງທີ່ຍັງເປັນປິສນາຊຶ່ງຄົນລາວບໍ່ວ່າຝ່າຍໃດບໍ່ຮູ້ຄວາມຈິງອັນຈະແຈ້ງ ເພາະຖືກບາງຝ່າຍ ບາງຄົນທີ່ມີອຳນາດ

ສັ່ງໃຫ້ປົກປິດເອົາໄວ້, ແຕ່ຄວາມລັບນັ້ນບໍ່ມີໃນໂລກ ຂ້າພະເຈົ້າຈະເອົາປິສນາເຫຼົ່ານັ້ນ ຊຶ່ງເປັນເຣື່ອງຂອງ ເປັນກາງຮັກຊາດ ອະດີດທະຫານເປັນກາງຂອງ

ສຸວັນນະພູມມາແລະກອງແລ ທີ່ທ່ານເດືອນນຳພາເຂົ້າຮ່ວຮົບກັບຝ່າຍປະເທດລາວມາເລົ່າສູ່ຟັງ.........

(ຍັງມີຕໍ່)



__________________
Anonymous

Date:
Permalink   
 

ນັກປະຕິວັດ 30 ປີ ຫຼາຍຄົນກໍ່ຖືກປະປ່ອຍ, ຄຳຜຸຍ ແກ້ວບົວລະພາ ມີສວນກາເຟຈັກຕອນ

ໃຫ້ລູກຫຼານ?



__________________
ຕອນ 4.

Date:
Permalink   
 

ທະຫານເປັນກາງຫຼຸ້ນປີ 60-61 ສ່ວນຫລາຍເປັນນັກຮຽນນັກສຶກສາມັທະຍົມຕົ້ນແລະບາຍຈາກວິທະຍາລັຍວຽງຈັນ, ຫຼວງພຣະບາງ, ສວັນນະເຂດ ແລະ

ປາກເຊ, ມີສ່ວນໜ້ອຍທີ່ສຸດທີ່ເປັນນັກຮຽນຊັ້ນປະຖົມແລະບໍ່ໄດ້ຮ່ຳຮຽນເລີຍ. ການໃຫ້ຊັ້ນຍົດສັກຂອງນັກສຶກສາທີ່ສມັກເຂົ້າເປັນທະຫານເປັນກາງໃນປີ

ທີ່ກ່າວມານັ້ນ ມໍ1 ໄດ້ ຈ່າຕຣີ, ມໍ2 ໄດ້ ຈ່າໂທ, ມໍ3 ໄດ້ ຈ່າເອກ ແລະ ມໍ4 ໄດ້ ວ່າທີຮ້ອຍຕຣີ. ມັທະຍົມປາຍ ປີ1 ໄດ້ຮ້ອຍຕຣີ, ປີ2 ໄດ້ຮ້ອຍໂທ ແລະ ປີທີ

3 ໄດ້ຮ້ອຍເອກ. ຜູ່ທີ່ຈະໄດ້ຊັ້ນດັ່ງທີ່ກ່າວມານັ້ນຕ້ອງໄດ້ຜ່ານການຂັດເລືອກດ້ວຍການສອບເສັງ ເພາະມີທະຫານທີ່ມາສມັກນັ້ນເປັນຫລາຍໆຮ້ອຍຄົນ ຖ້າ

ຜ່ານການສອບເສັງທີ່ໄດ້ຄະແນນດີເດັ່ນກໍຈະຖືກສົ່ງໄປຝຶກການທະຫານຢູ່ສອງປະເທດຄື ສະຫະພາບໂຊວຽດ ແລະ ຈີນແດງ, ແລະຜູ່ທີ່ບໍ່ຜ່ານກໍຖືກຝຶປຢູ່

ລາວແລະປະເທດໄທ. ເມື່ອພວກທີ່ຖືກສົ່ງໄປຝຶກຢູ່ຕ່າງປະເທດກັບມາບໍ່ພໍເດືອນກອງແລະແລະທ່ານເດືອນກໍແຍກທາງກັນແລະຫັນປາຍປືນມາສູ້ກັນ. ມີ

ນາຍທະຫານທີ່ຈົບການຝຶກມາແຕ່ໂຊວຽດ, ຈີນແດງແມ່ນຖືກມາຮວມກັນທີ່ຮານອຍ ວຽດນາມເໜືອ ແລ້ວຂຶ້ນຍົນຈາດຮານອຍມາລົງຄັງໄຂ ແລ້ວກໍມີ

ການສັບຊ້ອນເຂົ້າປະຈຳໜ້າທີ່ຕາມກົມກອງຕ່າງໆ. ສ່ວນທີ່ຝຶກຢູ່ໃນລາວແລະປະເທດໄທນັ້ນໄດ້ນຳມາຮວມກັນທີ່ເມືອງວັງວຽງແລະກໍໄດ້ຖືກສັບຊ້ອນໄປຢູ່

ແຕ່ລະກົມກອງຕ່າງໆເໝືອນກັນ. ດັ່ງທີ່ເຄີຍກ່າວມາແລ້ວກ່ອນໜ້ານີ້ວ່າ ການເມືອງຂອງໂລກປ່ຽນແປງໄປທູກຣະຍະຣະຍະ ການເມືອງພາຍໃນປະເທດ

ລາວຂອງເຮົາກໍປ່ຽນໄປເໝືອນກັນ ຈຶ່ງເປັນເກດໃຫ້ຣັຖະບານຂອງສຸວັນນະພູມາຕ້ອງອ່ອນແອລົງແລະໃນທີ່ສຸດຝ່າຍຂວາກໍສາມາດໄດາໄຊຊະນະໃນການ

ໄດ້ ສຸວັນນະພູມາ ມາເປັນຝ່າຍຂອງຕົນ ດັ່ງນັ້ນຄວາມສາມັກຄີຮ່ວຮົບຮ່ວຝ່າຍຂອງທະຫານເປັນກາງທີ່ກອງແລເປັນຜູ່ບັນຊາການນັ້ນກໍຖືກສຸວັນນະພູມ

ມາອອກຄຳສັງໃຫ້ແຍກອອກຈາກຝ່າ່ຍປະເທດລາວໂດຍທັນທີໃນຕົ້ນປີ 1963. ແທນທີ່ກອງແລຈະໄດ້ຮັບນາຍທະຫານທີ່ສົ່ງໄປຝຶກຢູ່ຈີນແດງ ແລະສະຫະ

ພາບໂຊວຽດເຂົ້າມາຮ່ວມໃນກອງກຳລັງຂອງຕົນ ເພາະພວດນັກຮຽນນັກສຶກສາທີ່ເຂົ້າໄປສມັກເປັນທະຫານກອງແລ ແຕ່ຜູ່ໄດ້ຮັບນາຍທະຫານເຫຼົ່ານັ້ຮແມ່ນ

ທ່ານເດືອນສູນນະຣາຊ ລູກນ້ອງຂອງກອງແລເອງ. ທ່ານເດືອນບໍ່ຍອມທຳຕາມຄຳສັ່ງຂອງເຈົ້າສຸວັນນະພູມມາແລະບໍ່ຍອມແຍກອອກຈາກການເປັນຝ່າຍ

ຫຼືຂ້າງຂອງຝ່າຍປະເທດລາວ, ດັ່ງນັ້ນທ່ານເດືອນຈຶ່ງໄດ້ປຽບກອງແລຢ່າງລົ້ນຖ້ວມເພາະໄດ້ນາຍທະຫານຫລາຍຮ້ອຍຄົນທີ່ຈົບການຝຶກຝົນເປັນຢ່າງດີບໍ່ວ່າ

ທາງວາງແຜນການຍຸທະສາດການສູ້ຮົບແລະຮັບມືຄູ່ຕໍ່ສູ້.

ກອງພັນທີ 2 ຂອງຝ່າຍປະເທດລາວ ຊຶ່ງມີທະຫານທ່ານເດືອນເຂົ້າສົມທົບຫລາຍຮ້ອຍຄົນພ້ອມກັບນາຍທະຫານມີ່ໄປຝຶກມາແຕ່ຈີນແດງແລະສະຫະພາບ

ໂຊວຽດຂອງກອງແລໃນເມື່ອກ່ອນ ຈຶ່ງກາຍເປັນກອງພັນທີ່ສູ້ຮົບເກ່ງແລະແຂງແກ່ນທີ່ສຸດ. ກອງພັນ 17B ບັນຊາການໂດຍ ພັນເອກ ເຈົ້າສີສຸວັນ ຜາສຸຂ

ແລະເຈົ້າລາດ ປະຈຳການແລະທີ່ໝັ້ນຢູ່ເມືອງຮ້ຽມ ຖືກຝ່າຍປະເທດລາວຕີແຕກແລະທຳລາຍຈົນກອງພັນນີ້ບໍ່ເຫຼືອຜູ້ບັນຊາການແລະແຕກສລາຍໄປໃນປີ

1966.  ກອງ 15 ເປັນກອງພັນຂອງ ເປັນກາງຮັກຊາດ ບັນຊາການໂດຍ ພັນເອກ ສີໄຄ ອະດີດນັກສຶກສາມໍປາຍປີທີ3 ວິທະຍາລັຍວຽງຈັນຊຶ່ງເປັນກອງ

ພັນທີ່ມີຜົນງານໃນການຕໍ່ສູ້ບໍ່ໜ້ອຍໜ້າກອງພັນທີ 2 ຂອງແນວລາວຮັກຊາດໃນສມັຍສົງຄາມຍັງຍືດເຍື້ອຢູ່ນັ້ນ.

(ຍັງມີຕໍ່)



__________________
Anonymous

Date:
Permalink   
 

 

ຂ້າພະເຈົ້າ ຂໍເພີ້ມເຕີ່ມ ຊື່  ຜູ້ບັນຊາການກອງພັນ ກ. 15 ຂອງ ກໍາລັງ ເປັນກາງຮັກຊາດ

ນັ້ນຄື : ພັນເອກ ສີໄຄ ສູນນະຣາຊ ຊຶງ ເປັນຫລານຊາຍ ຂອງ ທ່ານ ເດືອນ ສູນນະຣາຊ ນັ້ນເອງ.

ດ້ວຽຄວາມຮັກແພງ.



__________________
Anonymous

Date:
Permalink   
 

ຄືບໍ່ເຄີຍເຫັນ ບໍ່ເຄີຍຍີນເພີ່ນເຜີຍແຜ່ ຫຼື ກ່າວເຖີງເລື່ອງແບບນີ້ເລີຍ

 



__________________
Anonymous

Date:
Permalink   
 

Anonymous wrote:

ຄືບໍ່ເຄີຍເຫັນ ບໍ່ເຄີຍຍີນເພີ່ນເຜີຍແຜ່ ຫຼື ກ່າວເຖີງເລື່ອງແບບນີ້ເລີຍ

 


ຈະໃຫ້ຝ່າຍໃດກ່າວເຖິງ? ຝ່າຍແນວລາວຮັກຊາເແຮງແລ້ວ ແມ້ແຕ່ພົງສາວະດານລາວໃນຣາຊະການພະເຈົ້າຈັກະພັດແຜ່ນແຜ້ວແລະ

ເຈົ້າລ້ານຄຳແດງ ສົງຄາມລາວກັບອານາມ ຍ້ອນຂີ້ຊ້າງເຜືອກນັ້ນ ສປປ ລາວຍັງຕັດຖິ້ມໄປເລີຍ ບໍ່ໃຫ້ປະຊາຊົນລາວຜູ້ເກີດແຕ່ 75 ຂຶ້ນ

ມາຮູ້ຈັກປວັດນີ້. ມີຄົນລາວສ່ວນໜ້ອຍທີ່ຮູ້ເຣື່ອງແບບນີ້ຂອງກອງກຳລັງເປັນກາງຂອງສຸວັນນະພູມາແລະກອງແລ ແລະກອງກຳລັງ

ເປັນກາງຮັກຊາດຂອງທ່ານເດືອນສູນນະຣາຊ.

ຖ້າບໍ່ມີກອງແລ ເຈົ້າສູວັນນະພູມບໍ່ມີທາງຈະໄດ້ເປັນນາຍົກແລະມີອຳນາດ ແລະທະຫານຝ່າຍປະເທດລາວກໍບໍ໋ມີທາງທີ່ຈະເຕີບໂຕຂຶ້ນໄດ້

ເພາະເກືອບຈະຖືກດັບສູນໃຫ້ກ້ຽງແລ້ວ ແຕ່ ສູວັນນະພູມາສັ່ງທະຫານຖອຍທຸກໆຄັ້ງທີ່ທະຫານຝ່າຍວຽງຈັນຈະເຂົ້າຂຍ້ຳຊຳເໜືອ. ຖ້າຝ່າຍ

ຂວາຄົນໃດຄົນໜຶ່ງໄດ້ເປັນນາຍົກເຊັ່ນ ຜູຍ ຊະນະນິກອນ, ບຸນອູ້ມ ນະຈຳປາສັກ ຫລື ສີສຸກ ນະຈຳປາສັກ ພວກແນວລາວຮັກຊາດຄົງບໍ່

ເຫຼືອແຕ່ປິ 1969-70 ພຸ້ນ ແລະ ກໍຈະບໍ່ມີ ສປປ ລາວ ທຸກມື້ນີ້.



__________________
Anonymous

Date:
Permalink   
 

ท่าน เดือน เปันคนบ้านใด

 



__________________
Anonymous

Date:
Permalink   
 

 

ທ່ານ ເດືອນ ສູນນະຣາຊ ແມ່ນ ຄົນ ບ້ານຫ້ອມ ເມື່ອງ ຫາດຊາຍຟອງ ແຂວງກໍາແພງນະຄອນວຽງຈັນ,

ແມ່ນຫລານຂອງ ພໍ່ຕູ້ ອຶງ ບ້ານຫ້ອມ, ຄົນພື້ນຖານຈະຮູ້ເຖີ່ງປະຫວັດ ຂອງເພີ່ນດີ.



__________________
ຕອນ 5.

Date:
Permalink   
 

ກອງພັນ 15 ໂດຍການບັງຄັບບັນຊາການ ຂອງທ່ານເດືອນ ສູນນະຣາຊ (ປະຊາຊົນລາວສ່ວນຫລາຍນິຍົມເອີ້ນທ່ານໃຫ້ທ່ານເດືອນເພາະເພິ່ນເປັນອະດີດ

ທະຫານຝຣັ່ງມາກ່ອນໆທີ່ເພິ່ນຈະເຂົ້າມາສົມທົບກັບກອງແລເຮັດການປະຕິວັດ 8-9-60) ພາຍຫລັງກອງແລຖືກສຸວັນນຳພູມມາສັ່ງໃຫ້ຢຸດການຮ່ວມ

ຂ້າງກັບຝ່າຍປະເທດລາວໃນປີ 1964. ກອງພັນ 15 ເປັນກອງກຳລັງທີ່ອອກເຂື່ອນໄຫວແລະຈູ່ໂຈມຢູ່ໃນເຂດຊຽງຂວາງ ແລະ ບໍຣິຄັນ ເພາະເປັນຖື້ນຖານ

ທີ່ກອງພັນນີ້ຮູ້ຈັກແລະຄຸ້ນເຄີຍພູມຖານຂອງຍຸທະສາດດີ.   ຫລາຍໆຄັ້ງກໍຖືກຝ່າຍວຽງຈັນດັນຂຶ້ນໄປຮອດເຂດເມືອງຊຳກ່ອນສຸວັນນະພູມມາຈະສັງໃຫ້ທະ

ຫານວຽງຈັນຖອຍແລະຢຸດຮົບຊົ່ວຄາວທີ່ເອົາການເຈຣະຈາມາເປັນຂໍ້ອ້າງ ທີ່ຈິງແລ້ວແມ່ນບໍ່ໃຫ້ທະຫານຫຼືກອງກຳລັງຂອງຣັຖບານວຽງຈັນເຂົ້າຍຶດແຂວງ

ຫົວພັນຕ່າງຫາກ ເພາະເປັນຖານທີ່ໝັ້ນຂອງນ້ອງຊາຍຂອງເພິ່ນເອງ. ທ່ານເດືອນໄດ້ອອກຈາກການເປັນຜູ້ບັງຄັບບັນຊາກອງພັນ 15 ເຂົ້າໄປຢູ່ສູນກາງ

ການວາງແຜນຈູ່ໂຈມທີ່ເມືອງຊຳເໜືອຮ່ວມກັບທ່ານສຸພານຸວົງແລະຄນະ ພັນຕຣີ ສີໄຄ ຈຶ່ງຂຶ້ນເປັນຜູ່ບັງຄັບບັນຊາແທນທ່ານເດືອນມາແຕ່ປີ 1968 ນັ້ນ

ມາຈົນເຖິງວັນສັນຍາຕົກລົງສູ້ຮົບກັນແລະຈັດຕັ້ງຣັຖະບານແລະມົນຕຣີປະສົມການເມືອງຊົ່ວຄາວຂຶ້ນໃນປີ 1973.

ຄຳຂວັນຂອງຣັຖະບານແລິມົນຕຣີປະສົມການເວືອງຂອງລາວໃນປີ 1973:

                                                                       ພຣະຣາຊະອານາຈັກລາວ

                                          ສັນຕິພາຍ  ເອກະຣາດ  ເປັນກາງ  ເອກະພາບ ແລະ  ວັທະນາຖາວອນ.

ທ່ານນາຍພົນ ກຸປະສິດ ອະໄພ ເປັນຣັຖະມົນຕຣີ ກຊ ປ້ອງກັນປະເທດ ແລະ ທ່ານຄຳໄຕ ສີພັນດອນ ເປັນຮອງ ຊຶ່ງທາງຝ່າຍປະເທດລາວໄດ້ແຕ່ງຕັ້ງໃຫ້

ທ່ານເດືອນ ສູນນະຣາຊ ເປັນຮອງຫຼືຜູ້ຊ່ວຍຄຳໄຕ ສີພັນດອນ.  ນາຍພົນທ້າວມາ ໄດ້ກັບມາເຮັກປະຕິວັດເພື່ອສັງຫານນາຍພົນ ກຸປະສິ ອະໄພ ແລະຍຶດ

ອຳນາດຈາກເຈົ້າສຸວັນນະພູມມາ ເພື່ອໂຄ່ນລົ້ມຣັຖະບານປະສົມສອງຝ່າຍ ແລະປີ້ນສັນຍາແລະອະນຸສັນຍາລາວຮວທລາວທີ່ໄດ້ເຊັນກັນທີ່ເໍີຊແນວແລະສັນ

ຍາສັນຕິພາບທີ່ມີຜົນຢູ່ແລ້ວ ໃນປີ 1973 ປີດຽວກັນນັ້ນເອງທີ່ນາຍພົນທ້າວມາກັບມາເຮັດປະຕິວັດ. ແຜນການຂອງນາຍພົນທ້າວມາຄັ້ງທີ່ສອງນີ້ແມ່ນ

ນາຍພົນກຸປະສິດແລະພູມີໜໍ່ສວັນເປັນຜູ້ຮວ່ມຫົວຄິດເພື່ອຍຶດອຳນາດຈາກເຈົ້າສຸວັນນະພູມມາ. ນັບວ່າການປະຕິວັດຂອງ ນພ ທ້າວມາຄັ້ງສອງນີ້ແມ່ນ

ຍຶດໄດ້ທຸກໆຫ້ອງການຂອງຣັຖະບານ ຍັງເຫຼືອແຕ່ທີ່ ກຊ ປ້ອງກັນປະເທດ ຄ້າຍໂພນເຄັງເທົ່ານັ້ນ. ທະຫານທີ່ເຂົ້າມາແຕ່ປະເທດໄທຫລາຍຮ້ອຍຄົນແມ່ນ

ເຕັມໄປທົ່ວນະຄອນຫລວງວຽງຈັນ ແລະເບິ່ງສະຖານະການແມ່ນສຸວັນນະພູມມາຈະກຳລັງຍິນຍອມຈຳນົນຢູ່ແລ້ວ ເພາະທະຫານຝ່າຍວຽງຈັນຊຶ່ງນາຍພົນ

ກຸປະສິດກໍໃຫ້ການໜູນຫລັງນາຍພົນທ້າວມາຢູ່ແລ້ວເໝືອນກັນ.  ສຸວັນນະພູມມາໂທຣະສັບໄປປຶກສາກັບນາຍພົນກຸປະສິດແລະໃຫ້ຄຳໝັ້ໜສັນຍາກັບ

ກຸປະສິດວ່າຈະຍົກຕຳແໜ່ງນາຍົກຣັຖະມັນຕຣີໃຫ້ ຖ້າວ່າກຳຈັດນາຍພົນທ້າວມາໄດ້. ດ້ວຍຄວາມໂລບມາກໂລພາໃນການຢາກເປັນໃຫຍ່ເປັນໂຕຂອງກຸປະ

ສິດ ຈຶ່ງຫລົງກົນຂອງສຸວັນນະພູມມາ ຈຶ່ງສັ່ງການໃຫ້ຈິງເຮືອບິນ ເຕ 28 ຂອງນາຍພົນທ້າວມາ ທີ່ກຳລັງດັກຫົງຍົນລົງທີ່ຈະໂບມຕຶກຄ້າຍໂພນເຄັງ ປືນຖືກ

ຂາເບື້ອງຂວາ ນພ ທ້າວມາ ຕຶ່ງເສັຍຫຼັກ ແລະຍົນບິນໄປຕັດສາຍກາບຫຼັກອັງແຕນນາຂອງສະຖານນີມິທະຍຸກົມຈິຕະມິທະຍາທີ່ໂພນເຄັງ ຈຶ່ງບັນຊາຍົນ

ລົງທີ່ເດີ່ນບິນວັດໄຕ, ພໍຍົນລົງເຖິງເດີ່ນບິນແລະຈອດຢູ່ນັ້ນ ນາຍພະົນທ້າວມາກໍກ້າວລົງຍົບຍ່າງຂາດ້ຽງເພື່ອຈະເຂົ້າໄປຫາຣັດຈິນທະຫານຊຶ່ງນາຍພົນກຸໄປ

ຮັບເອົາເພື່ອເອົາໄປໂຮງໝໍ ແຕ່ພໍດີຍ່າງໄປເຖິງຮົດຈິບ ນາຍພົນກຸປະສິດກໍຍິງນາຍພົນທ້າວມາຕາຍຄາສນາມບິນວັດໄຕນັ້ນໂລດ (ຂ້າປິດປາກ). ທະຫານ

ທີ່ມາແຕ່ໄທແລະຈິໂກະຊາວໜຸ່ມວຽງຈັນທີ່ປະກອບອາວຸດໃນຕອນເຊົ້າມືດກ່ອນປະຕິວັດນັ້ນຕ່າງກໍແກ້ຊຸດທະຫານອອກແລະກໍເອົາປືນຖີມໄວ້ຕາມສະຖານ

ທີ່ຕ່າງໆເມື່ອຮູ້ວ່າທະຫານຂອງເຈົ້າສຸວັນນະູມມາຮັກສາສະຖານະການໄວ້ໄດ້.  ການປະຕິວັດຂອງນາຍພົນທ້າວມາໃນຄັ້ງສອງນີ້ກໍຫຼົ້ມເຫຼວຕາມເຄີຍແລະກໍ

ເສັຍຊີວິດໄປ ຍ້ອນກຸປະສິດຫັນຫລັງ ເພື່ອຫວັງເປັນນາຍົກຣັຖະມົນຕຣີເຫ່ງຣາຊະອນາຈັກລາວຕາມທີ່ສຸວັນນະພູມມາໃຊ້ກົນຫລອກ ແລະໃນທີ່ສຸດ ສຸວັນ

ນະພູມມາກໍສັ່ງໃຫ້ກຸປະສິດເກັບອາວຸດເຂົ້າສາງເພື່ອປະຕິບັດຕາມສັນຍາສອງຝ່າຍທີ່ໄດ້ເຊັນກັນໄວ້ໃນປີ 74. ທະຫານວຽງຈັນ ແລະທະຫານ ແນວລາວຮັກ

ຊາດຂອງສຸພານຸວົງຕ່າງຝ່າຍກໍເກັບອາວຸດເຂົ້າສາງ ແຕ່ກອງທັບປົດປ່ອຍປະຊາຊົນລາວ ທະຫານຂອງໄກສອນ ພົມວິຫານ ບໍ່ໄດ້ຢູ່ໃນສັນຍາທີ່ໄດ້ເຊັນກັນໄວ້

ຈຶ່ງບໍ່ໄດ້ປົດຫຼືເກັບອາວຸດເຂົ້າສາງຕາມທີ່ສັນຍາ. ວັງປາວກໍບໍຍອມປົດອາວຸດ ແລະດ່າສຸວັນນະພູມມາວ່າເປັນໃຈແນວລາວຮັກຊາດ ແລະກໍຮູ້ມາແຕ່ດົນແລ້ວ,

ວັງປາວສັ່ງມົ້ງຈັບອາວຸດສູ້ຕໍ່ໄປ ແຕ່ວັງປາວເອງຈະໄປພັກຜ່ອນຢູ່ອາເມຣິກາແລ້ວຈະກັບມາເປັນເຈົ້າຟ້າຂອງເຂດປົກຄອງພິເສດລ້ອງແຈ້ງຕາມສຸວັນນະພູມ

ມາວ່າຈະຍົກໃຫ້ພາຍຫຼັງສົງຄາມລາວສິ້ນສຸດລົງ.

(ຍັງມີຕໍ່)



__________________
Anonymous

Date:
Permalink   
 

 ພວກ ສະຫາຍກຽດ ລາວນອກ ແລະ ລາວຝ່າຍຂົວາ ຈົນເຂົ້າກະດູກດໍາ. ຫັລງຈາກ ປີ  1975 ເປັນຕົ້າມາ ປະກົດວ່າ ລາວຝ່າຍຂົວາໃດ້

 ສາບສູນ ສະຫລາຍໂຕໄປຈາກ ສັງຄົມ ການເປັນຢູ່ຂອງຊາດລາວ. ບັດນີ້ ປທຊ ບ້ານເມືອງ ແມ່ນຢູ່ໃນກໍາມືຂອງພວກ

ຝ່າຍຊ້າຍ ແລະ ຝ່າຍກາງແລ້ວ.  ປທຊ ຈະເຂັ້ມແຂງ  ອຸດົມຮັ່ງມີ ສັງຄົມຂອງຊາດຈະມີຄວາມເປັນທັມ  ຄວາມໝັ້ນຄົງຂອງຊາດ

ຈະ ຖືກປັບປຸງແກ້ໄຂໃຫ້ດີຂຶ້ນ  ປທຊ ຈະມີເອກກະຣາດ  ຊາຕາອະນາຄົດຂອງ ປທຊ ແມ່ນຢູ່ໃນກໍາມືຂອງພວກທ່ານແລ້ວ.

ພວກເຮົາ ລາວຝ່າຍຂົວາ ແມ້ ວ່າ ປທຊ ບ້ານເມືອງ ຈະມີ ການປ່ຽນແປງ ພວກ ເຮົາ ກໍຈະໄຊ້ຊີວິດຢູ່ ສະຫະຮັດອະເມຣິກາ

ນີ້ແລ້ວ.

 

     ປະຕິການ ພັດຖີ່ນ



__________________
ຕອນ 6.

Date:
Permalink   
 

ທຸກຄົນກໍເຫັນດ້ວຍຕາຕົນເອງພາຍຫລັງເກັບອາວຸດເຂົ້າສາງແລ້ວເກີດເຫດການຫຍັງຂຶ້ນທົ່ວປະເທດ ຝ່າຍເສັຍປຽບແມ່ນຝ່າຍວຽງຈັນ

ຝ່າຍໄດ້ປຽບແມ່ນຝ່າຍແນວລາວຮັກຊາດ ແຕ່ກໍບໍ່ມີໃຜສາມາດເຮັດຫຍັງໄດ້ເພາະອຳນາກທຸກຢ່າງຂຶ້ນກັບສຸວັນນະພູມມາຜູ່ດຽວ. ນາຍ

ພົນ ທອງລິດ ໂຈກເບັ່ງບູນ ເອີ້ນນາຍພົນ ກຸປະສິດ ອາໄພ ເຂົ້າພົບ ຊຶ່ງມີທ່ານນາຍພົນອຳຄາ, ນາຍພົນລີ ແລະ ພະຍາຜູຍ ຊະນະນິກອນ

ຮ່ວມໃນຄນະດ້ວຍຢູ່ທີ່ຫ້ອງການທີ2 ຄ້າຍໂພນເຄັງ ແລະກໍໄດ້ພາກັນດ່ານາຍພົນກຸທີ່ຫັກຫລັງນາຍພົນທ້າວມາທີ່ກັບມາເຮັດປະຕິວັດຄັ້ງ

ສອງເມື່ອປີຜ່ານມາ (1973) ເພາະວ່າຝ່າຍນາຍພົນທ້າວມາຍຶດໄດ້ທຸກໆກະຊວງທີ່ສຳຄັນໄດ້ແລ້ວ ແລະທະຫານທຸກເຫຼົ່າຕ່າງກໍລໍຖ້າຄຳສັ່ງ

ຈາກສີສຸກ ນະຈຳປາສັກ ທ່ານດຽວທີ່ຈະຍຶດຕົວປະກັນກໍຄືຄນະຣັຖະບານແລະມົນຕຣີປະສົມການເມືອງຂອງຝ່າຍປະເທດລາວແລະເຈົ້າສຸ

ວັນນະພູມມານາຍົກຣັຖະມັນຕຣີຂອງຣັຖະບານປະສົມແລະຈະປະກາດພະຍາຜູຍ ຊະນະນິກອນ ຂຶ້ນເປັນນາຍົກຂອງພຣະຣາຊະອານາຈັກ

ລາວ, ແຕ່ແຜນການຖືກທຳລາຍແລະຫັກຫລັງຈາກນ້ຳທືຂອງນາຍພົນກຸປະສິດຄົນດຽວ. ຫລັງຈາກນາຍພົນກຸໄປພົບນາຍພົນທອງລິດ

ແລ້ວກໍຮີບຟ້າວເຂົ້າຂໍພົບເຈົ້າສຸວັນນະພູມມາທີ່ບ້ານພັກເພິ່ນທັນທີ ແລະກໍລາຍງານທຸກຢ່າງທີ່ຖືກນາຍພົນທອງລິດແລະພວກເອີ້ນໄປ

ດ່າ. ມັນກໍຈິງດັ່ງນາຍພົນທອງລິດ ໂຈກເບັ່ງບູນ ດ່າແລະປະນາມນາຍພົນກຸປະສິດທີ່ຫັກຫລັງນາຍພົນທ້າວມາ ຖ້າບໍ່ດັ່ງນັ້ນ ພະຍາຜູຍ

ຊະນະນິກອນ ຂຶ້ນກຳອຳນາດແລະເປັນນາຍົກແລ້ວຣັຖບານຂອງສຸວັນນະພູມມາແລະມົນຕຣີປະສົມການເມືອງຂອງສຸພານຸວົງກໍຈະຖືກ

ທຳລາຍໄປຢ່າງແນ່ນອນ ເພາະມີປະເທດໄທ ແລະ ອິນໂດເນເຊັຍໃຫ້ການສນັບສນູນແລະອູ້ມຊູແຜນການໆປະຕິວັດຂອງນາຍພົນທ້າວມາ

ແລະພັກພວກທັງຢູ່ຕ່າງປະເທດແລະໃນປະເທດ.

1975 ເດືອນທັນວາ ວັນທີ 2 ອຳນາດທຸກຢ່າງຕົກໄປຢູ່ກັບຝ່າຍປະເທດລາວ. ທະຫານ ຕຳຣວດ ແລະຣາຊະການຂອງອະດິດຣາຊະອນາ

ຈັກທີ່ເຫຼືອຈາກຖືກຈັບກຸທໄປສັມະນາຕ່າງກໍພາຄອບຄົວສ່ຽງຊີວິດຫຼົບໜີອອກຈາກປະເທດ ເພາະຕ່າງກໍຖືກກັ່ນແກ້ງ ແລະບໍ່ກ້າສ່ຽງທີ່ຈະ

ຢູ່ຮ່ວມຣະບອບການປົກຄອງແບບສັງຄົມນິຍົມບໍ່ໄດ. ເຖິງວ່າຝ່າຍແນວລາວຮັກຊາດຈະປົດປ່ອຍທົ່ວປະເທດໄດ້ ແຕ່ກໍບໍ່ສາມາດປົດປ່ອຍ

ສມອງແລະແນວຄິດຂອງອະດີດປະຊາຊົນຝ່າຍວຽງຈັນໄດ້ທັນທີທັນໃດ ໂດຍສະເພາະລາວເຜົ່າມົ້ງຂອງວັງປາວແມ່ນຍັງຈັບອາວຸດຕໍ່ສູ້ກັບ

ທະຫານຂອງ ສປປ ລາວ ມານັບແຕ່ກ່ອນວັນທີ 2 ທັນວາ 75 ພຸ້ນ ແລະທະຫານຂອງຮັຖະບານ ສປປ ລາວ ຖືກຂ້າຕາຍແລະບາດເຈັບ

ເປັນສິບເປັນຊາວບໍ່ເວັ້ນແຕ່ລະວັນ ຈຶ່ງເປັນຜົນໃຫ້ຣັຖະບານຕ້ອງປະສົບກັບບັນຫາຣະດັບຊາດເກີດຂຶ້ນ.

(ຍັງມີຕໍ່)



__________________
Anonymous

Date:
Permalink   
 

ຕອນ 6. wrote:

ທຸກຄົນກໍເຫັນດ້ວຍຕາຕົນເອງພາຍຫລັງເກັບອາວຸດເຂົ້າສາງແລ້ວເກີດເຫດການຫຍັງຂຶ້ນທົ່ວປະເທດ ຝ່າຍເສັຍປຽບແມ່ນຝ່າຍວຽງຈັນ

ຝ່າຍໄດ້ປຽບແມ່ນຝ່າຍແນວລາວຮັກຊາດ ແຕ່ກໍບໍ່ມີໃຜສາມາດເຮັດຫຍັງໄດ້ເພາະອຳນາກທຸກຢ່າງຂຶ້ນກັບສຸວັນນະພູມມາຜູ່ດຽວ. ນາຍ

ພົນ ທອງລິດ ໂຈກເບັ່ງບູນ ເອີ້ນນາຍພົນ ກຸປະສິດ ອາໄພ ເຂົ້າພົບ ຊຶ່ງມີທ່ານນາຍພົນອຳຄາ, ນາຍພົນລີ ແລະ ພະຍາຜູຍ ຊະນະນິກອນ

ຮ່ວມໃນຄນະດ້ວຍຢູ່ທີ່ຫ້ອງການທີ2 ຄ້າຍໂພນເຄັງ ແລະກໍໄດ້ພາກັນດ່ານາຍພົນກຸທີ່ຫັກຫລັງນາຍພົນທ້າວມາທີ່ກັບມາເຮັດປະຕິວັດຄັ້ງ

ສອງເມື່ອປີຜ່ານມາ (1973) ເພາະວ່າຝ່າຍນາຍພົນທ້າວມາຍຶດໄດ້ທຸກໆກະຊວງທີ່ສຳຄັນໄດ້ແລ້ວ ແລະທະຫານທຸກເຫຼົ່າຕ່າງກໍລໍຖ້າຄຳສັ່ງ

ຈາກສີສຸກ ນະຈຳປາສັກ ທ່ານດຽວທີ່ຈະຍຶດຕົວປະກັນກໍຄືຄນະຣັຖະບານແລະມົນຕຣີປະສົມການເມືອງຂອງຝ່າຍປະເທດລາວແລະເຈົ້າສຸ

ວັນນະພູມມານາຍົກຣັຖະມັນຕຣີຂອງຣັຖະບານປະສົມແລະຈະປະກາດພະຍາຜູຍ ຊະນະນິກອນ ຂຶ້ນເປັນນາຍົກຂອງພຣະຣາຊະອານາຈັກ

ລາວ, ແຕ່ແຜນການຖືກທຳລາຍແລະຫັກຫລັງຈາກນ້ຳທືຂອງນາຍພົນກຸປະສິດຄົນດຽວ. ຫລັງຈາກນາຍພົນກຸໄປພົບນາຍພົນທອງລິດ

ແລ້ວກໍຮີບຟ້າວເຂົ້າຂໍພົບເຈົ້າສຸວັນນະພູມມາທີ່ບ້ານພັກເພິ່ນທັນທີ ແລະກໍລາຍງານທຸກຢ່າງທີ່ຖືກນາຍພົນທອງລິດແລະພວກເອີ້ນໄປ

ດ່າ. ມັນກໍຈິງດັ່ງນາຍພົນທອງລິດ ໂຈກເບັ່ງບູນ ດ່າແລະປະນາມນາຍພົນກຸປະສິດທີ່ຫັກຫລັງນາຍພົນທ້າວມາ ຖ້າບໍ່ດັ່ງນັ້ນ ພະຍາຜູຍ

ຊະນະນິກອນ ຂຶ້ນກຳອຳນາດແລະເປັນນາຍົກແລ້ວຣັຖບານຂອງສຸວັນນະພູມມາແລະມົນຕຣີປະສົມການເມືອງຂອງສຸພານຸວົງກໍຈະຖືກ

ທຳລາຍໄປຢ່າງແນ່ນອນ ເພາະມີປະເທດໄທ ແລະ ອິນໂດເນເຊັຍໃຫ້ການສນັບສນູນແລະອູ້ມຊູແຜນການໆປະຕິວັດຂອງນາຍພົນທ້າວມາ

ແລະພັກພວກທັງຢູ່ຕ່າງປະເທດແລະໃນປະເທດ.

1975 ເດືອນທັນວາ ວັນທີ 2 ອຳນາດທຸກຢ່າງຕົກໄປຢູ່ກັບຝ່າຍປະເທດລາວ. ທະຫານ ຕຳຣວດ ແລະຣາຊະການຂອງອະດິດຣາຊະອນາ

ຈັກທີ່ເຫຼືອຈາກຖືກຈັບກຸທໄປສັມະນາຕ່າງກໍພາຄອບຄົວສ່ຽງຊີວິດຫຼົບໜີອອກຈາກປະເທດ ເພາະຕ່າງກໍຖືກກັ່ນແກ້ງ ແລະບໍ່ກ້າສ່ຽງທີ່ຈະ

ຢູ່ຮ່ວມຣະບອບການປົກຄອງແບບສັງຄົມນິຍົມບໍ່ໄດ. ເຖິງວ່າຝ່າຍແນວລາວຮັກຊາດຈະປົດປ່ອຍທົ່ວປະເທດໄດ້ ແຕ່ກໍບໍ່ສາມາດປົດປ່ອຍ

ສມອງແລະແນວຄິດຂອງອະດີດປະຊາຊົນຝ່າຍວຽງຈັນໄດ້ທັນທີທັນໃດ ໂດຍສະເພາະລາວເຜົ່າມົ້ງຂອງວັງປາວແມ່ນຍັງຈັບອາວຸດຕໍ່ສູ້ກັບ

ທະຫານຂອງ ສປປ ລາວ ມານັບແຕ່ກ່ອນວັນທີ 2 ທັນວາ 75 ພຸ້ນ ແລະທະຫານຂອງຮັຖະບານ ສປປ ລາວ ຖືກຂ້າຕາຍແລະບາດເຈັບ

ເປັນສິບເປັນຊາວບໍ່ເວັ້ນແຕ່ລະວັນ ຈຶ່ງເປັນຜົນໃຫ້ຣັຖະບານຕ້ອງປະສົບກັບບັນຫາຣະດັບຊາດເກີດຂຶ້ນ.

(ຍັງມີຕໍ່)


                ສັນດານຄົນ: ຄືທໍຣະຍົດແລະຫັກຫຼັງກັນ...



__________________
ຕອນ 7.

Date:
Permalink   
 

ການນັດພົບລັບຂອງ ນາຍພົນກອງແລ ແລະທ່ານເດືອນ ສູນນະຣາຊ ທີ່ອຳເພີໂພນພິໄສ ຈັນຫວັດໜອງຄາຍ ປະເທດໄທ ພາຍຫລັງຜູ່ນຳທັງສອງຝ່າຍ

ຂອງລາວໄດ້ຕົກລົງແຕ່ງຕັ້ງຣັຖະບານແລະມົນຕຣີປະສົມການເມືອງຊົ່ວຄາວແຫ່ງຊາດຂຶ້ນໃນກາງປີ 1973. ກອງແລບິນຈາກຝຣັ່ງເສສໄປໄທແລະໄປ

ພັກເຊົາທີ່ອຳເພີໂພນພິໄສ ຈັງຫວັດໜອງຄາຍ ແລະສົ່ງຜູ້ຕາງໜ້າລົບເຂົ້າໄປພັກອາໄສຢູ່ທີ່ບ້ານຫ້ອມເມືອງຫາດຊາຍຟອງ ວຽງຈັນ ເພື່ອລໍຖ້າພົບກັບ

ທ່ານເດືອນ ສູນນະຣາຊ.  ຄວາມຄາດຫວັງຂອງກອງແລກໍປະກົດເປັນຈິງຂຶ້ນເພາະທ່ານເດືອນໄດ້ກັບມາຢ້ຽມຢາມແລະພັກເຊົາຢູ່ບ້ານເກີດເມືອງນອນ

ຂອງເພິ່ນ, ມີທະຫານເປັນອາລັກຂາເພິ່ນພຽງ 3 ຄົນທີ່ຄ້າງແຮວກັບເພິ່ນໃນລະຍະເວລາທີ່ເພິ່ນພັກເຊົາຢູ່ທີ່ບ້ານຫ້ອມນັ້ນ. ຕິຕໍ່ຂອງກອງແລກໍບໍ່ແມ່ນ

ຄົນອື່ນໄກ ເປັນຫລານຊາຍຂອງທ່ານເດືອນເອງທີ່ກອງແລສົ່ງໄປລາວເພື່ອສົ່ງຂ່າວລັບຫາທ່ານເດືອນແລະກໍເປັນພື້ນຖານບ້ານຫ້ອມນັ້ນ. ຫລັງຈາກທ່ານ

ເດືອນໄດ້ຊາບຂ່າວວ່າກອງແລນັດພົບທີ່ໂພນພິໄສ ແຕ່ທ່ານເດືອນບໍ່ສາມາດສ່ຽງທີ່ຈະຂ້າມໄປພົບເພາະມີທະຫານຄິດຕາມຢູ່ບໍ່ຂາດສາຍຕາຢູ່ 3 ຄົນ ເຖິງ

ຈະເປັນທະຫານທີ່ເພິ່ນເຊື່ອໃຈທີ່ສຸດກໍຈິງແຕ່ກໍລະວັງຕົວຢູ່ຕລອດ. ເມື່ອການເຈລະຈາບໍ່ເປັນທີ່ຮຽບຮ້ອຍເພາະທ່ານເດືອນປະຕິເສດທີ່ຈະຂ້າແມ່ນ້ຳຂອງ

ໄປພົບກອງແລ ແລະທ່ານເດືອນກໍບໍ່ສາມາດທີ່ຈະສເນີໃຫ້ກອງແລມາພົບເພິ່ນທີ່ບ້ານຫ້ອມແຕ່ປະການໃດ. ເມື່ອເປັນການທີ່ບໍ່ຕົກລົງກັນໄດ້ແລ້ວ ຕິດຕໍ່

ຂອງກອງແລຈຶ່ງເອົາຈົດໝາຍທີ່ຕຽມມາພ້ອມມອບໃຫ້ທ່ານເດືອນ ແລະໃຫ້ເປີດອ່ານທັນທີທັນໃດໂລດ. ເນື້ອໃນຂອງຈົດໝາຍນັ້ນລ້ວນແລ້ວແຕ່ເປັນຄຳ

ເຕືອນຈາກກອງແລແລະສັ່ງໃຫ້ທ່ານເດືອນເອົາໂຕໜີອອກຈາກປະເທດເພາະຄວາມປອດພັຍຂອງທ່ານເດືອນບໍ່ມີຮອດສອງເປີເຊັນຖ້າຍັງຢູ່ລາວ. ນາຍພົນ

ກອງແລໄດ້ຍົກຕົວຢ່າງຂອງເພິ່ນເອງທີ່ຖືກສຸວັນນະພູມມາຫັກຫລັງ ທັ່ງໆທີ່ເພິ່ນເປັນຜູ້ເຮັກປະຕິວັດແລະສຳເຣັດທັງມອບໜ້າທີ່ນາຍົກໃຫ້ອີກ ແຕ່ເມື່ອ

ເຂົາຫຼິ່ງເຫັນວ່າບໍ່ມີຄຸນຄ່າສຳຣັບເຂົາແລ້ວເຂົາກໍປັດເຂັ່ຍເຮົາຖີ້ມທັນທີທັນໃດ. ກອງແລຍັງເຕື່ອນທ່ານເດືອນໃນຈົດໝາຍນັ້ນ ໃຫ້ຣະວັງໄກສອນພົມວິຫານ

ແລະຄຳໄຕສີພັນດອນ ເພາະພວກນີ້ເປັນພວກຊ້າຍຈັດໂດຍກົງ, ຖ້າຈະຄິດເອົາບາຣະມີຂອງສຸພານູວົງມາປົກປ້ອງຕົນເອງນັ້ນໃຫ້ລືມໄປເລີຍ ເພາະສຸພານຸ

ວົງບໍ່ມີນ້ຳຢາຫຍັງໝົດ ຖ້າວ່າໄກສອນແລະຄຳໄຕຈະເຮັດຫຍັງລົງໄປ ເບິ່ງແຕ່ໄກສອນແລະຄຳໄຕສັ່ງຂ້າລູກຊາຍຂອງສຸພານຸວົງ ຜູ້ເປັນພໍ່ກໍຊ່ວຍລູກບໍ່ໄດ້

ໃນທີ່ສຸດລູກຊາຍກໍຖືກລອບສັງຫານໃນຕອນຂີ່ມ້າຈະອອກເດີນທາງໃນເຂດປົດປ່ອຍເກົ່າ.

ຫລັງອ່ານຈົດໝາຍຂອງກອງແລທ່ານເດືອນກໍແນມໜ້າຂຶ້ນເທິງຟ້າແລະບອກຕິດຕໍ່ຂອງກອງແລໃຫ້ພັກເຊົາຢູ່ນຳເພິ່ນອີກຈັກຄືນກ່ອນຈະກັບຄືນໄປໂພນ

ພິໄສ. ທ່ານເດືອນຂຽນຈົດໝາຍຕອບນາຍພົນກອງແລໃນຄືນນັ້ນທັນທີ ແລະເນື້ອໃນຈົດໝາຍນັ້ນມີຕອນໜຶ່ງລະບຸວ່າ ຂອບໃຈທີ່ເຕືອນສະຕິ ເມື່ອຍມາ

ນານແສນນານແລ້ວ ເຖິງຈະມີສິ່ງໃດເກີດຂຶ້ນກໍໃຫ້ມັນເກີດຂຶ້ນໂລດ ເອົາແຕ່ບຸນແລະວາສນາເພາະສິ່ງທີ່ຈະເກີດມັນຕ້ອງເກີດ ຈະຂໍຢຸເພຽງເທົ່ານີ້ ເຖິງເວ

ລາວພັກຜ່ອນແລ້ວ. ທ່ານເດືອນມີອາຍຸປະມານສິບປີແກ່ແ່ອນກອງແລ ກ່ອນກອງແລປະຕິວັດເພິ່ນມີຍົດຊັ້ນສູງກ່ອນກອງແລເພາະເພິ່ນໄດ່ຊັ້ນພັນຕຣີ

ສ່ວນກອງແລໄດ້ຮ້ອຍເອກ ແລະກອງແລກໍເປັນອະດີດຜູ່ຢູ່ພາຍໃຕ້ບັງຄັບບັນຊາຂອງທ່ານເດືອນ ແຕ່ປວັດສາດບໍ່ຂຽນໄວ້, ພາຍຫລັງກອງປະຕິວັດ ພຣະ

ເຈົ້າມະຫາຊິວິດພຣະຣາຊະທານຍົດໃຫ້ກອງແລເປັນພົນຈັຕະວາ ດັ່ງນັ້ນທ່ານເດືອນຈຶ່ງຕົກຕຳແໜ່ງມາຢູ່ພາຍໃຕ້ບັງຄັບບັນຊາຂອງກອງແລ.

ນັບແຕ່ 1973-75 ທ່ານເດືອນ ສູນນະຣາຊ ກໍເຊື່ອໃນຕົນເອງວ່າບໍ່ມີເຫດການອັນໃດຈະມາແຕະຕ້ອງເຖິງຕົວເພິ່ນເອງດັ່ງນາຍພົນກອງແລສົ່ງຈັດໝາຍ

ມາເຕືອນໄວ້ນັ້ນ ແຕ່, ພາຍຫລັງປົດປ່ອຍທົ່ປະເທດ ທ່ານເດືອນ ຕ້ອງເກີດຕົກຕະລຶງສິ່ງທີ່ເພິ່ນເຫັນການປ່ຽນແປງຂອງພັກລັດຫຼືອຳນາດການປົກຄອງ

ຂອງຣັຖະບານ ສປປ ລາວ ຊຶ່ງມີໄກສອນ ພົມວິຫານ ເປັນນາຍົກ, ສູພານຸວົງ ເປັນ ປະທານປະເທດ ແລະຄຳຂັວນຂອງປະເທດປ່ຽນດັ່ງນີ້:

 

                                                  ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

                   ສັານຕິພາບ  ເອກກະລາດ  ປະຂາທິປະໄຕ  ເອກກະພາບ  ວັດທະນາຖາວອນ  ແລະ  ກ້າວໜ້າທາງສັງຄົມ

 

ຢູ່ໃສ ເປັນກາງ?  ເຂົາຕັດເປັນກາງອອກແລ້ວຈາກຄຳຂັວນຂອງຊາດ ເມື່ອເຫັນເຊັ່ນນີ້ ທ່ານເດືອນເຣີ່ມຄິດເຖິງຄຳຕັກເຕືອນຂອງກອງແລຢູ່ໃນຈັດໝາຍ

ທີ່ເພິ່ນໃຫ້ຕິດຕໍ່ຂອງເພິ່ນນຳມາໃຫ້ອ່ານເມືອສັອງປີທີ່ຜ່ານມາ (1973). ພາຍຫລັງປົດປ່ອຍທົ່ວປະເທດ ໄດ້ມີການແຕ່ງຕັ້ງຄນະຣັຖະບານ ສປປ ລາວ ຂຶ້ນ

ແຕ່ບໍ່ມີຊື່ຂອງທ່ານເດືອນເປັນຣັຖມົນຕຣີຫຼືຣັຖະມົນຕຣີຊ່ວຍຂອງກະຊວງໃດກະຊວງໜຶ່ງເລີຍ ພຽງຖືກແຕ່ງຕັ້ງໃຫ້ເປັນທີ່ປຶກສາພິເສດຂອງກອງທັບປົດ

ປ່ອຍປະຊາຊົນລາວຊຶ່ງຄຳໄຕສີພັນດອນເປັນແມ່ທັບແລະຣັຖະມົນຕຣີກະຊວງປ້ອງກັນຊາດໃນເວລານັ້ນ. ແທນທີ່ທ່ານເດືອນຄົງຈະໄດ້ຮັບຕຳແໜ່ງຣັຖະມົນ

ຕຣີຊ່ວຍກະຊວງປ້ອງກັນຊາດ, ບໍ່ຕ່າງຫຍັງກັບສຸວັນນະພູມມາທີ່ຖືກແຕ່ງຕັ້ງໃຫ້ເປັນທີ່ປຶກສາປະທານປະເທດກໍຄືນ້ອງຊາຍເພິ່ນເອງທີ່ບໍ່ມີສິດບໍ່ມີສຽງໃນ

ການບໍຣິຫານປະເທດຫຼືອື່ນໆ.

 

(ຍັງມີຕໍ່)

 



__________________
Anonymous

Date:
Permalink   
 

       ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

                   ສັານຕິພາບ  ເອກກະລາດ  ປະຂາທິປະໄຕ  ເອກກະພາບ  ວັດທະນາຖາວອນ  ແລະ  ກ້າວໜ້າທາງສັງຄົມ

 

ຢູ່ໃສ ເປັນກາງ?  ເຂົາຕັດເປັນກາງອອກແລ້ວຈາກຄຳຂັວນຂອງຊາດ ເມື່ອເຫັນເຊັ່ນນີ້ ທ່ານເດືອນເຣີ່ມຄິດເຖິງຄຳຕັກເຕືອນຂອງກອງແລຢູ່ໃນຈັດໝາຍ

ທີ່ເພິ່ນໃຫ້ຕິດຕໍ່ຂອງເພິ່ນນຳມາໃຫ້ອ່ານເມືອສັອງປີທີ່ຜ່ານມາ (1973). ພາຍຫລັງປົດປ່ອຍທົ່ວປະເທດ ໄດ້ມີການແຕ່ງຕັ້ງຄນະຣັຖະບານ ສປປ ລາວ ຂຶ້ນ

ແຕ່ບໍ່ມີຊື່ຂອງທ່ານເດືອນເປັນຣັຖມົນຕຣີຫຼືຣັຖະມົນຕຣີຊ່ວຍຂອງກະຊວງໃດກະຊວງໜຶ່ງເລີຍ ພຽງຖືກແຕ່ງຕັ້ງໃຫ້ເປັນທີ່ປຶກສາພິເສດຂອງກອງທັບປົດ

ປ່ອຍປະຊາຊົນລາວຊຶ່ງຄຳໄຕສີພັນດອນເປັນແມ່ທັບແລະຣັຖະມົນຕຣີກະຊວງປ້ອງກັນຊາດໃນເວລານັ້ນ. ແທນທີ່ທ່ານເດືອນຄົງຈະໄດ້ຮັບຕຳແໜ່ງຣັຖະມົນ

ຕຣີຊ່ວຍກະຊວງປ້ອງກັນຊາດ, ບໍ່ຕ່າງຫຍັງກັບສຸວັນນະພູມມາທີ່ຖືກແຕ່ງຕັ້ງໃຫ້ເປັນທີ່ປຶກສາປະທານປະເທດກໍຄືນ້ອງຊາຍເພິ່ນເອງທີ່ບໍ່ມີສິດບໍ່ມີສຽງໃນ

ການບໍຣິຫານປະເທດຫຼືອື່ນໆ.

 

(ຍັງມີຕໍ່)

 


      ອີ່ລູງໄກສອນເວົ້າໄວ້ວ່າ: ສປປລ ຍັງມີຄວາມເປັນກາງຢູ່. ກາງນັ້ນກໍຄື: ກາງໝາກໄຂ່ຫໍາຢູ່

 

                           ໃນລະວ່າງສອງງ່າມຂາ.



__________________
ຕອນ 8.

Date:
Permalink   
 

ສັນຕິພາບທີ່ປວງຊົນລາວພາກັນຊື່ນຊົມແລະສລອງຕ້ອນຮັບທົ່ວປະເທດນັບແຕ່ເດືອນກຸມພາປີ 1973 ມານັ້ນກໍສິ້ນສຸດຈົບລົງໃນວັນທີ 2 ທັນວາ 1975

ເພາະຫລັງຈາກຝ່າຍແນວລາວຮັກຊາດຍຶດອຳນາດຈາກຣັຖະບານແລະມົນຕຣີປະສົມການເມືອງຊົ່ວຄາວທົ່ວປະເທດໄດ້ແລ້ວ ກໍເກີດມີສົງຄາມການຕາມລ້າ

ເຂັ່ນຂ້າອະດີດທະຫານຕຳຣວດແລະຣາຊະການພົລະເຮືອນຂອງອະດີດຣາຊະອານາຈັກ  ຈົນເປັນເຫດໃຫ້ແມ່ນ້ຳຂອງກາຍເປັນແມ່ນ້ຳທີ່ເຈືອປົນດ້ວຍເລືອດ

ຂອງຄົນລາວທີ່ຖືກໜ່ວຍປ້ອງກັນຮັກສາຊາຍແດນແລະກອງຫລອນຂອງ ສປປ ລາວ  ຍິງຕາຍຄາກາງນະທີທັງຜູ້ຍິງ ຜູ່ເຖົ້າ ເດັກນ້ອຍທາຣົກ ພະສົງສັມະ

ເນນນັບເປັນຫລາຍໝື່ນຄົນ. ການເລັ່ງລັດແຂ່ງຂັນສ້າງຜົນງານໃສ່ສ່ວນຕົວຕັນເອງຂອງຄົນຜູ່ທີຫວັງເປັນໃຫຍ່, ຜູ່ທີມີອັຄະຕິບາດໝາງກັນມາແຕ່ກ່ອນ,

ແລະຜູ່ທີມີຄວາມອິດສາບັງບຽດຢ້ານຄົນອື່ນຮັ່ງມີດີໄດ້ລື່ນຕົນເອງ ຈຶ່ງກັບກາຍເປັນຄົນທີ່ເປັນພັຍຕໍ່ສັງຄົມແລະຄວາມສງົບສຸຂປວງຊົນທັງຊາດ.   ຄົນຈຳ

ພວກນີ້ແມ່ນແຕ່ລະມື້ມີແຕ່ຊອກຫາເຣື່ອງໄປຟ້ອງອຳນາດການປົກຄອງວ່າຄົນນັ້ນເປັນແນວນີ້ ຄັນນີ້ເປັນແນວນັ້ນ, ຝ່າຍອຳນາດການປົກຄອງກໍບໍ່ມີການ

ສືບສວນແລະສອບສວນຫາຄວາມເທັດຈິງ ວ່າແຕ່ມີຄົນມາລາຍງານຈເປັນຄວາມຈິງຫຼືບໍ່ແມ່ນຄວາມຈິງແມ່ນຈັບໄປມ້ຽນໂລດ ຫລືຜູ່ທີໂຊກດີກໍຖືກໄປສັມະ

ນາເປັນຫ້າຫົກປີຈຶ່ງໄດ້ກັບຄືນສູ່ຄອບຄົວ. ເຫດການແບບນີ້ໄດ້ເກີດຂຶ້ນຢູ່ທຸກໆບ່ອນທົ່ວປະເທດຈຶ່ງເປັນຜົນໃຫ້ປະຊາຊົນອົດບໍ່ລົນທົນບໍ່ໄຫວຈຶ່ງໄດ້ພາກັນໜີ

ອອກຈາກບ້ານເກີດເມືອງນອນເພື່ອໄປຕາຍດາບໜ້າແລະຫາສ້າງຊີວິດໃໝ່ໃນຕ່າງແດນ.

ໜັກທີ່ສຸດແມ່ນເກີດສົງຄາມຫລັງຈາກສັນຕິພາບຣະຫວ່າງມົ້ງຫລືເຈົ້າຟ້າກັບກອງທັບປົດປ່ອຍປະຊາຊົນລາວ ເພາະວັງປາວບໍ່ຍອມນຳເອົາອາວຸດໄປເຂົ້າ

ສາງແລິບໍ່ຍອມປົດອາວຸດຕາມຄຳສັ່ງຂອງສຸວັນນະພູມມາ.    ການສູ້ຮົບເກີດຂຶ້ນແລະໜັກທີ່ສຸດແມ່ນຢູ່ໂຂງເຂດແຂວງຊຽງຂວາງ, ແຂວງບໍຣິຄັນ ແລະ

ແຂວງວຽງຈັນຕອນເໜືອ. ທະຫານແນວລາວຫຼືເພິ່ນປ່ຽນຊື່ໃໝ່ຫລັງປົດປ່ອຍທົ່ວປະເທດວ່າ ກອງທັບປົດປ່ອຍນັ້ນຕາຍແລະບາດເຈັບເປັນສິບເປັນຊາວ

ບໍ່ຂາດແຕ່ລະວັນ  (ບໍ່ນັບພາກກາງ ພາກໃຕ້ ແລະພາກເໜືອ ທີ່ມີການຕໍ່ສູ້ກັບໜ່ວຍກູ້ຊາດຂອງອະດີດທະຫານຣາຊະອານາຈັກ) ຈົນບໍ່ມີໂຮງໝໍໂຽງພໍທີ່

ປິ່ນປົວຜູ່ບາດເຈັບ. ເຂດທີ່ມີການສູ້ຮົບໜັກທີ່ສຸດແມ່ນເຂດເມືອງພູນ, ຜາແກະ, ຜາງູ, ພູຫວາຍ, ພູກອງເຂົ້າ, ພູວຽງ, ພູຄູນ ແລະ ພູເບັ້ຍ, ທາງປາກ

ຊັນຂຶ້ນໄປບໍຣິຄຳໄຊ ຂຶ້ນເຂດພິເສດຊຳທອງລ້ອງແຈ້ງກໍໜັກເໝືອນກັນ. ການສູ້ຮົບຂອງເຈົ້າຟ້າແລະແນວລາວໄດ້ສືບຕໍ່ກັນມາຢ່າວບໍ່ຢຸດຢັ້ງແລະດູເດືອດ

ທີ່ສຸດ ຈົນກອງພັນທີ 2 ອັນລືຊື່ຂອງແນວລາວຮັກຊາດໃນປາງສົງຄາມກ່ອນປົດປ່ອຍ ຖືກກອງກຳລັງຂອງເຈົ້າຟ້າທຳລາຍແລະສັງຫານຈົນບໍ່ເຫຼືອຮອດສິບ

ຄົນ ເພາະມົ້ງເຂົາບໍ່ຈູ່ໂຈມແບບໜ້າພະດານ ເຂົ້າຫລອນມາມ້ຽນຫົວໜ້າກອງພັນ ກອງຮ້ອຍ ເມື່ອຂາດຜູ້ນຳທະຫານກໍແຕກກະຈາຍຈຶ່ງເປັນໂອກາດທອງ

ຂອງມົ້ງມາຈອບຍິງແໍະຂ້າຕາຍແຕ່ລະມື້.

ຄຳໄຕ ສີພັນດອນ ເຫັນສະຖານະການໜັກໜ່ວງຂຶ້ນທຸກວັນທຸກວັນ ຈຶ່ງໄດ້ລາຍງານເຖິງນາຍົກໄກສອນເພື່ອຂໍຄວາມຊ່ວຍເຫຼືອຈາກວຽດນາມສົ່ງທະຫານ

ມາປາບມົ້ງຊ່ອຍ, ທາງຟາມວັນດົງກໍບໍ່ປະຕິເສດຈຶ່ງສົ່ງທະຫານວຽດເຂົ້າມາຊ່ອຍໜຶ່ງກອງພົນ ມີແຕ່ພວກແຂ້ວຄຳໃຈດຳອັມະຫິດທັງນັ້ນ. ພວກທະຫານ

ວຽດກອງພົນນີ້ແມ່ນປະຕິບັດສາມກ້ຽງກັບພວກມົ້ງ ວ່າແຕ່ເຂົາເຂົ້າບ້ານໃດ. ເຂົາຈູດເຜົາຮອດບ້ານ ເປົນທົ່ງໄຮ່ທົ່ງນາທີມີເຂົ້າພວມເປັນເກັບກ່ຽວ ຂ້າ

ຜູ່ຍິງ ເດັກນ້ອຍ ຜູ່ເຖົ້າແບບໄຮ້ມະນຸສຍາທັມ ເພາະສ່ວນຫລາຍເປັນປະຊາຊົນທັມະດາສາມັນທີ່ບໍ່ມີອາວຸດ ເປັນຊາວເຜົ່າມົ້ງທີ່ທຳມາຫາກິນເປັນປະຊາຊົນ

ທັມະດາເໝືອນກັນກັບປະຊາຊົນລາວທຸກຊົນເຜົ່າທົ່ວໆໄປ. ສ່ວນທະຫານເຈົ້າຟ້າເຂົາໜີອອກຈາບ້ານເຂົ້າປ່າໄປຢູ່ນຳຖ້ຳນຳປາຍຜາບ່ອນທະຫານອ້າຍນ້ອງ

ແລະວຽດນາມໄປບໍ່ເຖິງ, ພວກເຂົາຈະພາກັນອອກມາສີ່ຫ້າຄົນ ມາຈອບຫລອນຂ້ານາຍຂອງທະຫານອ້າຍນ້ອງແລະວຽດນາມ ສ່ວນຫລາຍແມ່ນເຂົາມັກ

ມາຈອບຍິງຕອນກິເຂົ້າແລງ ຕອນເຊົ້າ ແລະຕອນທະຫານລົງໄປອາບນ້ຳ.

ໃນປີ 1976 ໄກສອນແລະຄຳໄຕໄດ້ພາກັນວາງແຜນສັງຫານທ່ານເດືອນ ສູນນະຣາຊ ດ້ວຍການຮ່ວມມືຂອງປະເທດ ຄມນ ເຢັຍຣະມັນຕາເວັນອອກ. ມີ

ການວາງແຜນຂ້າທ່ານເດືອນມາເປັນປີຫລັງຈາກປົດປ່ອຍທົ່ວປະເທດ ແຕ່ບໍ່ມີໂອກາດທີ່ເໝາະສົວເພາະທ່ານເດືອນມີທະຫານປ້ອງກັນມືດີແລະເຊື່ອໃຈ

ໄດ້ເຖິງ 3 ນາຍ ແລະກໍບໍ່ໄດ້ວາງຂ້າງແມ້ແຕ່ວິນາທີດຽວ, ນອກຈາກປ້ອງກັນ 3 ນາຍນີ້ແລ້ວຍັງມີທະຫານທີ່ຍົງຈົງຮັກພັກດີຈໍ່ເພິ່ນຫລາຍຮ້ອຍຄົນ. ໃນ

ທີ່ສຸດຈຸດຈົບຂອງທ່ານເດືອນກໍກຳລັງຈະມາເຖິງເມື່ອທາງກອງບັນຊາການທະຫານສູງສຸດຂອງກອງທັບປົດປ່ອຍປະຊາຊົນລາວໄດ້ສເນີໃຫ້ທ່ານເດືອນໄປ

ຝຶກວິຊາທະຫານໜ່ວຍຄຳມັງໂດພິເສດທີ່ເຢັຍຣະມັນ ຄມນ.

(ຍັງມີຕໍ່)



__________________
Anonymous

Date:
Permalink   
 

ເດືອນ 5 ປີ 1975 ພະບາດສົມເດັດເຈົ້າມະຫາຊີວິດສີສວ່າງວັທະນາແລະພະມະເຫສີຊົງປະພາດຢ້ຽມຢາມເມືອງວຽງໄຊ

ແລະທ້ອງຖິ່ນຕ່າງໆຂອງແຂວງຫົວພັນ ຊຶ່ງພະອົງທັງສອງຖືກຕ້ອນຮັບຈາກໄພ່ຟ້າປະຊາກອນເປັນຢ່າງດີ ແລະທຸກຄົນ

ໃຫ້ຄວາມເຄົາຣົບນົບນ້ອມແລະຊື່ນອົກຊື່ນໃຈໃນການໄປຢ້ຽມຢາມຂອງພະອົງທັງສອງ.

ແຕ່ບໍ່ເຖິງປີຫລັງຈາກນັ້ນ ພະອົງທັງສອງກໍຖືກຄວບຄຸມຕົວໄປທໍຣະມານຢູ່ທີ່ສູນສັມະນາໃນເຂດທີ່ພະອົງທັງສອງກ່ອນ

ເຄີຍຖືກຕ້ອນຮັບຈາກໄພ່ຟ້າປະຊາກອນໃນຖານະເປັນກະສັດຂອງປະເທດ. ແຕ່ການກັບໄປຖິ່ນນັ້ນຂອງສອງພະອົງໃນຄັ້ງນີ້

ແມ່ນໄປໃນານມນັກໂທດທາງການເມືອງ ແລະຖືກທໍຣະມານຈົນພະອົງທັງສອງຕ້ອງຕອມໃຈສິ້ນພະຊົນໄປ ຍ້ອນສີມືຂອງຄາຕະກອນ

ໄກສອນ  ພົມວິຫານ, ຄຳໄຕ ສີພັນດອນ ແລະ ພະທາຍາດຂອງພະອົງທັງສອງກໍຄື ສຸພານຸວົງ ນັ້ນເອງ.

10561836_340685766084988_1403274955962197748_n_zpsdfc6c10d.jpg



__________________
Anonymous

Date:
Permalink   
 

 ພວກສະຫາຍຖືກ  ໄກສອນ ແລະ ວຽດນາມ ຕົ້ມ  ຈົນເປື່ອຍ  ປານ ເຈັກ ກຸ ຕົ້ມຊິ້ນເປື່ອຍ ໄສ່ເຝີ ຢູ່ວັດຖັ້ມຝ້າຍ ເມືອງປາກເຊ.

 ເປັນໝ້າອີ່ຕົນ ພວກສະຫາຍ ເປັນ-ກາງ-ໝາກ-ຂີ້-ຫໍາ ຖືກ ໄກສອນ ເຈົ້າເລ້ມານຍາ ຕົ້ມ ຍັງແຕ່ຫໍາ...ແກ່ວງ..ວາບ !!!ວາບ!!!

  ແລ້ວ ມາເລົ່າຄວາມທຸກ ຫຼື ສະແດງ ຄວາມໂງ່  ໃຫ້ ທ່ານຜູ້ອ່ານ  ຟັງ.  ພວກ ສະຫາຍ  ກໍ ບໍ່ແຕກຕ່າງຫັຍງກັບພວກ ຊາວເອັດ

ພິການ (ອົງການ), ຄະນະ ນາຍ ພົນກອງແລ່ນ (ກອງແລ), ນັກຮຽນນັກສຶກສາ ຈາກສະຖາບັນຕ່າ່ງໆ, ເຖົ້າສຸພານຸວົງສ໌ ແລະອ້າຍເຖົ້າ

ສຸວັນນະພູມາ....ພວກ ຄະນະ ມົນຕີຣ ປະສົມການເມືອງ  ນາຍທະຫານ ນັກສືບຕ່າງ....ລ້ວນແລ້ວແຕ່ເປັນ VICTIM  ຖືກໄກສອນ

ແປດມົງກຸດຕົ້ມ.  ຂໍແນ໋ະນໍາໃຫ້ ໄປຜູກຄໍຕາຍສາ!!!!!!ລະຈ໋ະ....ຢູ່ໄປກໍໝັກແຜ່ນດິນ.



__________________
ຕອນ 9.

Date:
Permalink   
 

ມີການເລື່ອນຍົດຊັ້ນແລະຕຳແໜ່ງໜ້າທີ່ໃຫ້ ທ່ານເດືອນ ສູນນະຣາຊ ຈາກພັນເອກກະໂດດຂ້າມຂຶ້ນມາເປັນພົນຕຣີໂລດໃນຕົ້ນປີ

1976 ພາຍຫລັງທະຫານເປັນກາງຮັກຊາດກອງພັນ 15 ປົດປ່ອຍຜາແກະແລະພູກູດໄດ້  ເຖິງວ່າບໍ່ແມ່ນການນຳຂອງທ່ານເດືອນ

ຢູ່ໃນສະໝໍຣະພູມແຕ່ກໍເປັນອະດີດກອງພັນທີ່ເຂັ້ມແຂງຊຶ່ງກໍ່ສ້າງຂຶ້ນມາຈາກນ້ຳມືຂອງເພິ່ນ.   ນອກຈາກການເລື່ອນຊັ້ນໃຫ້ທ່ານ

ເດືອນແລ້ວ ທາງສູນກາງກອງບັນຊາການສູງສຸດກອງທັບປະຊາຊົນໄດ້ໂອນກອງພັນ 15 ຊຶ່ງອະດີດໃສ່ຊື່ວ່າ ເປັນກາງຮັກຊາດ ມາ

ເປັນກອງທັບປົດປ່ອຍປະຊາຊົນຫຼືກອງທັບປະຊາຊົນເໝືອນກັນກັບກົມກອງອື່ນໆຂອງອະດີດທີ່ເປັນທະຫານອິສຣະ-ປະເທດລາວ-

ແນວລາວຮັກຊາດເຂົ້າມາເປັນໜຶ່ງດຽວທົ່ວປະເທດ.

ກອງແລໄດ້ສັ່ງການຈາກປາຣີສ ຝຣັ່ງເສສ ໄປຫາໜ່ວຍໃຕ້ດິນທີ່ສຳນັກງານລັບຕັ້ງຢູ່ອຳເພີໂພນພິໄສ ໜອງຄາຍ ໃຫ້ເຂົ້າໄປພົບ

ທ່ານເດືອນໂດຍດ່ວນເພື່ອນຳຂໍ້ມູນຂ່າວສານໄປໃຫ້ພາຍຫລັງທີ່ກອງໄດ້ຮັບຂ່າວການເລື່ອນຊັ້ນຂອງທ່ານເດືອນມັນເປັນສິ່ງທີ່ຜິດ

ປົກະຕິ ແລະກອງແລຍັງສັງເກດການເຫັນວ່າທ່ານເດືອນກຳລັງຖືກກັບດັກຂອງໄກສອນແລະຄຳໄຕຢູ່. ເດືອນກຸມພາ 76 ໜ່ວຍ

ໃຕ້ດິນຂອງກອງແລໄດ້ເຂົ້າພົບແລະນຳຂ່າວສານໄປໃຫ້ທ່ານເດືອນຕາມຄຳສັ່ງຂອງກອງແລ ແລະໄດ້ເຕືອນໃຫ້ທ່ານເດືອນມີສະຕິ

ລະວັງຕົວສູງໃນການດຳຣົງຕຳແໜ່ງໃດກໍຕາມເພາະກອງແລສັງເກດການທຸກຢ່າງແມ່ນບໍ່ມີພາດ, ຈຶ່ງສັ່ງໃຫ້ທ່ານເດືອນເອົາຕົວ

ຫຼົບໜີອອກຈາກລາວເມື່ອມີໂອກາດ. ກອງແລຍັງໃຫ້ໜ່ວຍໃຕ້ດິນຂອງເພິ່ນທີ່ສົ່ງໄປນັ້ນບອກທ່ານເດືອນໂດຍກົງໂລດວ່າກຳລັງ

ຕົກຢູ່ໃຕ້ກົນອຸບາຍຂອງຂັ້ນເທິງທີ່ເຮັດໃຫ້ທ່ານເດືອນຕາຍໃຈ ແລະເຂົາໄດ້ວາງແຜນນີ້ມາເປັນປີເຕັມໆແລ້ວ.  ທ່ານເດືອນບໍ່ໃສ່

ໃຈຕໍ່ກອງແລທີ່ຝາກຄວາມຕັກເຕືອນນັ້ນມາແລະຍັງບອກໜ່ວຍໃຕ້ດິນຂອງກອງແລຝາກໄປບອກກອງແລວ່າໃຫ້ເຊົາມາຫຍຸ້ງ

ກ່ຽວກັນອີກ ເພາະອຸດົມການມັນຕ່າງກັນແລ້ວ  ແລະ ຍັງເຕືອນໜ່ວຍໃຕ້ດິນຂອງກອງແລໃຫ້ຢຸດຂ້າມຂອງເຂົ້າມາປັ່ນປ່ວນຢູ່

ລາວອີກ ຖ້າບໍ່ດັ່ງນັ້ນຈະສັ່ງການຈັບກຸມທັນທີຖ້າຍັງຝືນ.  ທາງໜ່ວຍໃຕ້ດິນຂອງກອງແລຍັງສເນີໃຫ້ທ່ານເດືອນນຳໄປພິຈາຣະ

ຖ້າເຫັນດີເຫັນຊອບຕາມຄຳເຕືອນຂອງກອງແລແລະຢາກຫຼົບໜີອອກຈາກລາວໃຫ້ສັ່ງລູກຫຼານບ້ານຫ້ອມໄປພົບພວກເຂົາໄດ້

ທີ່ໂພນພິໄສ. ແທນທີ່ທ່ານເດືອນຕ້ອງນຳໄປພິຈາຣະນາ  ເພາະຮູ້ດີວ່າສິ່ງໃດທີ່ກອງແລສັນນິຖານແລະອ່ານເຫດການແມ່ນບໍ່ມີ

ຜິດພາດຕອນທີ່ທຳງານຮ່ວມກັນໃນອະດີດຜ່ານມາ, ຍ້ອນຄວາມຕາຍໃຈແລະເຊື່ອໝັ້ນໂຕເອງແລະຂັ້ນເທິງເກີນໄປຈຶ່ງບໍ່ສົນໃຈ

ກັບຄຳຕັກເຕືອນຂອງເພື່ອນຮ່ວມຮົບໃນອະດີດ.

ເປັນໄປຕາມແຜນທີ່ໄກສອນແລະຄຳໄຕໄດ້ວາງເອົາໄວ້ ໃນທີ່ສຸດທ່ານເດືອນກໍຖືກສົ່ງໄປຝຶກວີຊາທະຫານ,ທີ່ທາງຂັ້ນເທິງອ້າງອິງ

ວ່າເປັນບິຊາຄອມມັງໂດພິເສດ, ທີ່ເຢັຍຣະມັນ ຄມນ. ຍ້ອນຄວາມຕື່ນເຕັ້ນທີ່ໄດ້ເລື່ອນຊັ້ນຂ້າມຊັ້ນນາຍພົນຈັຕະວາຂຶ້ນມາຫາ

ພົນຕຣີບາດດຽວໂລດນັ້ນຈຶ່ງເຮັດໃຫ້ທ່ານເດືອນຂາດສະຕິ ຂາດຄວາມຮອບຄອບ, ຄວນອ່ານອາຍຸສັງຂານຂອງຕົນເອງວ່າຍ່າງ

ເຂົ້າຫຼັກຫົກຫຼັກເຈັດແລ້ວ ແມ່ນໝົດສັງຂານໃນການໄປຝຶກວິຊາທະຫານຄອມມັງໂດພິເສດແລ້ວ ວິຊາແບບນີມີແຕ່ພວກອາຍຸ

ສາມສິບລົງມາຫາຊາວເອັດ. ຄຽງຄູ່ກັນນັ້ນເພິ່ນຍັງຫຼົງລືມນຳເອົນຂ່າວສານທີ່ກອງແລຝາກຂ້າມະຫາສມຸດມາໃຫ້ໄປພິຈາຣະນາ,

ຖ້າທ່ານເດືອນນຳເອົາໄປຄິດເອົາໄປອ່ານໜ້ອຍໜຶ່ງ   ເພິ່ນກໍຍັງທັນປະຕິເສດຂໍ້ສເນີຂອງຂັ້ນເທິງທີ່ຈະສົ່ງເພິ່ນໄປຝຶກຢູ່ເຢັຍຣະ

ມັນ ເພາະຄຳສັ່ງນີອອກມາລຸນຫຼັງທີ່ກອງແລສົ່ງໜ່ວຍໃຕ້ດິນມາພົບເພິ່ນທີ່ບ້ານຫ້ອມຄັ້ງໃນສຸດທ້າຍນັ້ນ.

ການກະກຽມການອອກເດີນທາງຂອງທ່ານເດືອນໄປເຢັຍຣະມັນ ຄມນ ກໍເປັນໄປຕາມກົດກະຕິກາຂອງສາກົນ ມີການກວດພະ

ຍາດ ແລະສີດຢາກັນພະຍາດກ່ອນຈະມິສິດເຂົ້າປະເທດເຂົາໄດ້. ຫລານຊາຍຂອງທ່ານເດືອນຊຶ່ງເປັນນາຍແພທຢູ່ໂຮງໝໍສີສວ່າງ

ວົງໄດ້ເວົ້າຢອກແກມອິຫຼີລຸງຂອງຜູ້ກ່ຽວວ່າ: ລຸງເດືອນ ບໍ່ຢ້ານເຂົາສິດຢາສັ່ງບໍ່? ມັນບໍ່ຕາຍພ້ອມບາດໄດ໊ ມີຣະຍະສາມມື້ຫ້າມື້

ບາງເທື່ອເປັນອາທິດເປັນເດືອນກໍມີ ບໍ່ເອົາຫລານໄປນຳຫວາ ເພື່ອຄວາມປອດພັຍເພາະຫລານເບິ່ງສີນ້ຳຢາກໍຮູ້ໂລດຖ້າເປັນຢາ

ຊນິດທີ່ວ່ານັ້ນ ແຕ່ບໍ່ຕ້ອງເປັນຮ່ວງ ຫລານມີຢາແກ້ຢາຈຳພວກນັ້ນ ເມື່ອລຸງໄປສິດຢາມາແລ້ວມາຫາຫລານໆຈະສິດກັນໃຫ້ລຸງ.

ທ່ານເດືອນໄດ້ແຕ່ຫົວແລະຕອບຫລານຊາຍວ່າ ເຖົ້າປານນີ້ແລ້ວເປັນຫຍັງກໍບໍ່ກິແໜງດອກຫລານ ບໍ່ຕ້ອງຄຶໄປທາງບໍ່ສະເທດ

ແລະອັປະມົງຄຸນຫລາຍ ແຕ່ລຸງສັນຍາຈະມາຫາຫຼານຫລັງຈາກໄປສີດຢາມາ ກັນໄວ້ດີກ່ອນໝົດໂອກາດແມ່ນບໍ່ຫຼານ?  ວັນຈັນ

ເປັນວັນນັດໝາຍຂອງທ່ານເດືອນເຂົ້າກວດພະຍາດແລະສີດຢາ  ແລະ  ວັນຈັນດຽວກັນນີ້ກໍເປັນວັນທີ່ທາງໂຮງໝໍສີສວ່າງວົງ

ມີຄຳສັງສົ່ງນາຍແພທທີ່ເປັນຫຼານຂອງທ່ານເດືອນຂຶ້ໄປໂພນສວັນ ຊຽງຂວາງ ອ້າງອິງວ່າຂາດນາຍແພທ ໂຮງໝໍໂພນສວັນຕ້ອງ

ການຄວາມຊ່ວຍເຫຼືອດ່ວນ ເພາະມີທະຫານບາດເຈັບສາຫັດຈາກການສູ້ຮົບກັບມົ້ງຢ່າງຫຼວງຫຼາຍຈົນລັົ້ນໂຮງໝໍ. ນີ້ລະເຂົາວ່າ

ເໜືອຟ້າຍັງມີຟ້າ ໄກສອນແລະຄຳໄຕ ວາງແຜນທັງໝົດເພື່ອໃຫ້ຫຼານຊາຍຂອງທ່ານເດືອນອອກຫ່າງໄກຈາກວຽງຈັນຫຼືໂຮງໝໍ

ທີ່ທ່ານເດືອນຈະໄປກວດພະຍາດແລະສີດຢານັ້ນ ເພາະສະຖານທີ່ກໍແມ່ນຢູ່ໂຮງໝໍສີສວ່າງວົງນັ້ນເອງ.  ຫລັງຈາກກວດພະຍາດ

ສີດຢາກັນພະຍາດແລ້ວທາງກອງບັນຊາການກໍມີການກິນລ້ຽງສົ່ງທາງທ່ານເດືອນຂຶ້ນທີ່ສະໂມສອນທະຫານຄ້າຍໂພນເຄັງໃນຄືນ

ກ່ອນວັນເດີນທາງ.

ຂ່າວທ່ານເດືອນເປັນໂຣຄຫົວໃຈວາຍຕາຍຢູ່ເຢັຍຣະມັນກໍແຜ່ລາມໄປທົ່ວປະເທດ, ບາງຂ່າວກໍວ່າຕາຍຍ້ອນເປັນໂຣຄອະຫິວາ

ບາງກໍວ່າຕາຍຍ້ອນໂຣຄໄຂ້ຫວັດໃຫຍ່. ທ່ານເດືອນເສັຍຊີວິດພາຍຫລັງໄປເຖິງເຢັຍຣະມັນ ແຕ່ບໍ່ມີໃຜຮູ້ແນ່ນອນວ່າໄປຮອດປະ

ເທດນັ້ນໄດ້ຈັກມື້ຈຶ່ງຕາຍແລະຕາຍດ້ວຍເຫດຜົນອັນໃດ? ພາຍຫຼັງທ່ານເດືອນເສັຍຊີວິດແລ້ວ ແທນທີ່ທາງຣັຖະບານຄວນນຳ

ສົບມາມອບໃຫ້ຍາດພີ່ນ້ອງເພື່ອທຳພິທີບັນເພັນກຸສົນສົ່ງສະການຕາມປະເພນີ ແລະສຳຄັນຣັຖະບານ ສປປ ລາວ ກໍຄວນໃຫ້

ກຽດເພິ່ນເພາະຢ່າງໜ້ອຍທ່ານເດືອນກໍມີຄຸນງາມຄວາມດີສູ້ຮົບຄຽງບ່າຄຽງໄຫຼ່ກັບຝ່າຍປະເທດລາວມາແຕ່ປີ 1960 ຈົນເຖິງ

ວັນໄດ້ຮັບໄຊຊະນະໃນປີ 1975, ຣັຖະບານຄວນທຳພິທີສົ່ງສະການຢ່າງເປັນທາງການເພື່ອເປັນກຽດໃຫ້ແກ່ເພື່ອນຮວມຮົບຮ່ວມ

ອຸດົມການໆອັນດຽວກັນຢ່າງມີກຽດ. ແຕ່ຣັຖະບານໄດ້ນຳເອົາຂວດແກ້ວທີ່ມີແຕ່ກະດູກແລະຂີ້ເຖົ່າມາມອບໃຫ້ຄອບຄົວແລະຍາດ

ພີ່ນ້ອງເທົ່ານັ້ນ ບໍ່ຈັກວ່າແມ່ນກະດູກຫຍັງວໍ່ມີໃຜພິສູດໄດ້ ເຮັດແບບນີ້ກໍຍັງເຮັດໄດ້ອັນຣັຖະບານ ສປປ ລາວໃນຍຸກນັ້ນ.

 

(ຍັງມີຕໍ່)

 

 

 

 



__________________
Anonymous

Date:
Permalink   
 

ເຊີນທ່ານທັງຫຼາຍເບິ່ງເອົາ ຊົມເອົາ ແລ້ວເກັບໄວ້ເປັນສິ່ງທີ່ເຕືອນ

ວ່າອ້າຍນ້ອງພໍ່ດຽວກັນເຂົາບໍ່ຂ້າກັນຕາຍເດັດຂາດ.



__________________
Anonymous

Date:
Permalink   
 

forcedrebellion1_zpsab5627ca.jpg

ທະຫານເຈົ້າຟ້າທີ່ໄປຕີທະຫານເມືອງຢູ່ບ້ານຊ້ອນນາຊູແລະຂ້າພວກທະຫານເມືອງ

ນັ້ນຕາຍບໍ່ເຫຼືອແມ້ແຕ່ຄົນດຽວ ແລະຍຶດອາວຸດຂອງທະຫານເມືອງອ້າຍນ້ອງນັ້ນ

ປ່ຽນຈາກການຖມປືນກະຣັງ ເປັນກາບິນ M1 ມາເປັນປືນ AK47 ທີ່ຍຶດໄດ້ມານັ້ນ.



__________________
Anonymous

Date:
Permalink   
 

Anonymous wrote:

 ພວກສະຫາຍຖືກ  ໄກສອນ ແລະ ວຽດນາມ ຕົ້ມ  ຈົນເປື່ອຍ  ປານ ເຈັກ ກຸ ຕົ້ມຊິ້ນເປື່ອຍ ໄສ່ເຝີ ຢູ່ວັດຖັ້ມຝ້າຍ ເມືອງປາກເຊ.

 ເປັນໝ້າອີ່ຕົນ ພວກສະຫາຍ ເປັນ-ກາງ-ໝາກ-ຂີ້-ຫໍາ ຖືກ ໄກສອນ ເຈົ້າເລ້ມານຍາ ຕົ້ມ ຍັງແຕ່ຫໍາ...ແກ່ວງ..ວາບ !!!ວາບ!!!

  ແລ້ວ ມາເລົ່າຄວາມທຸກ ຫຼື ສະແດງ ຄວາມໂງ່  ໃຫ້ ທ່ານຜູ້ອ່ານ  ຟັງ.  ພວກ ສະຫາຍ  ກໍ ບໍ່ແຕກຕ່າງຫັຍງກັບພວກ ຊາວເອັດ

ພິການ (ອົງການ), ຄະນະ ນາຍ ພົນກອງແລ່ນ (ກອງແລ), ນັກຮຽນນັກສຶກສາ ຈາກສະຖາບັນຕ່າ່ງໆ, ເຖົ້າສຸພານຸວົງສ໌ ແລະອ້າຍເຖົ້າ

ສຸວັນນະພູມາ....ພວກ ຄະນະ ມົນຕີຣ ປະສົມການເມືອງ  ນາຍທະຫານ ນັກສືບຕ່າງ....ລ້ວນແລ້ວແຕ່ເປັນ VICTIM  ຖືກໄກສອນ

ແປດມົງກຸດຕົ້ມ.  ຂໍແນ໋ະນໍາໃຫ້ ໄປຜູກຄໍຕາຍສາ!!!!!!ລະຈ໋ະ....ຢູ່ໄປກໍໝັກແຜ່ນດິນ.


 ເວົ້າໜັກແທ້ພໍ່ອາວ ການທີ່ຄົນໆນຶ່ງເອົາເຣື່ອງປວັດຄວາມເປັນມາຂອງອະດີດມາເລົ່າແລະຂຽນສູ່

ກັນອ່ານກັນຟັງນັ້ນແມ່ນເປັນການເລົ່າຄວາມທຸກ ຫຼື ສແດງຄວາມໂງ່ໃຫ້ຄົນທັງຫຼາຍອ່ານຊັ້ນເບາະ?

ເຄີຍຕິດຕາມການຂຽນຂອງພໍ່ອາວນີ້ມາຕລອດແລະທັງເຫັນດີແລະຍິນດີນຳທຸກຄໍລຳທີ່ອາດຍາພໍ່ອາວ

ຂຽນ. ແຕ່ມາເທື່ອນີ້ບໍ່ເຫັນດີນຳການທີ່ພໍ່ອາວຂຽນຄຳເມນ ຜູ່ຂ້າທາເປັນສີແດງໄວ້ນັ້ນລະ. ຖ້າການ

ທີ່ຄົນຂຽນຫຼືເລົ່າເຣື່ອງອະດີດທີ່ເກີດຂຶ້ນແບບດຽວຝ່າຍເປັນກາງນັ້ນວ່າເປັນການຂາຍຂີ້ໜ້າຕົນເອງ

ຜູ່ຂ້າຢາກຖາມວ່າ ນັກປວັດສາດຫຼືພົງສາວະດນາລາວທີ່ຂຽນປວັດຂອງເຈົ້າອະນຸວົງທີ່ເສັຍໄຊໃຫ້ສຍາມ

ນັ້ນຂຶ້ນມາກໍແມ່ນການເລົ່າຄວາມທຸກແລະຄວາມໂງ່ຂອງປະເທດຕົນເອງໃຫ້ຜູ່ອ່ານແລະຜູ່ຟັງຕົ້ວຄັນຊັ້ນ!

ຜູ່ເພິ່ນຂຽນພວກເປັນກາງຂຶ້ນມານີ້ ຄິດວ່າດີທີ່ສຸດທີ່ສອນໃຫ້ຄົນລາວຫຼຸ້ນຫຼັງແລະຜູ່ທີ່ບໍ່ຮູ້ໄດ້ຮັບຮູ້ການ

ເມືອງແລະຄວາມເປັນມາຂອງປະເທດຕົນເອງໃນອະດີດກ່ອນຈະມາເປັນ ສປປ ລາວ.



__________________
Anonymous

Date:
Permalink   
 

ຫາກ  ທ່ານເດືອນ, ທ່ານສຸພານຸວົງສ໌ ແລະ ທ່ານ ກອງແລ ກັບຊາດມາເກີດ  ສັນດານ  ມັນກໍຕ້ອງ

ເຮັດຄືເກົ່າ  (ນັ້ນກໍຄື) :

 

ກ.ຊ່ວຍພວກໄກສອນ-ຫນູຮັກ ໃຫ່ເຂົ້າມາ  ຂ້າລ້າງເຊື້ອຊາດເຜົ່າພັນລາວໃຫ້ ຫົ້ລມຈົມ ປທຊ ບ້ານເມືອງໃຫ້ຈິບຫາຍວອດວາຍ

    ດິ່ງດັບລົງສູ່ຄວາມຫາຍຍະນະ........ໃນທີ່ສຸດ  ປທຊ....ກໍແຕກຫັກ,

ຂ.ຂົນຊາຕາອາວຸດ ໄປໃຫ້ພວກແນວລາວຂາຍຊາດ  ແລະ ພະຍາຍາມ ປະຕິວັດ ຄົດລົ້ມ ລຖບ ພະຣາຊອານາຈັກລາວໃຫ້ ລົ້ມລະລາຍ      ຈົນກູ້ເຂົ່າ ຈົມມຸມບໍ່ມີທາງອອກ,

ຄ. ຊ່ວຍໃຫ້ ເມືອງລາວ  ກາຍເປັນ ແກວ......ໄວ....ເທົ້າທີ່ຈະໄວໃດ້.

ງ. ນໍາພາ  ປທຊ ແລະ  ແອບຝຶກ ຄົນລາວລຸ້ນຫນ້າ ແລະ ລຸ້ນຕໍ່ໄປໃຫ້ເປັນໂຈນ ແລະ ໃຫ້ ສັງຄົມການເປັນຢູ່ຂອງຊາດ

   ຢູ່ກິນກັນແບບ ສັງຄົມໝາ.

ຈ.ໃສ່ຮ້າຍປ້າຍສີ ຄົນລາວຈໍາພວກອື່ນໆ ( ຜູ້ທີ່ບໍ່ຢູ່ໃນກະບວນການປຸ້ນຊາດຄືໂຕເອງ) ຫຼືປັດເຂັ່ຽໂຍນຄວາມຜິດໃຫ້ ພີ່ນ້ອງ

   ເພືອ່ນຮ່ວມຊາດດ້ວຍກັນ ວ່າ ເປັນ ປະຕິການ ຂາຍຊາຕ.

ສ.ເປັນໂຈນໃນ ປຸ້ນຊາດຍັງບໍ່ແລ້ວ......ພວກແກ່ ໃດໂນເສົາ ລ້ານປີ ຍັງໃດ້ຮຽກຮ້ອງໃຫ້ຕ່າງຊາດຄືວຽດນາມ ເຂົ້າມາຊ່ວຍ

   ປຸ້ນຈີ້ລັກເອົາຊັບພະຍາກອນຂອງຊາດ ໄປສ່າງຮັ່ງຄູນມີໃຫ້ ປທຊ ເຂົາ.

 

   ຜູ້ຂ້າ ປົງສັງຂານແລ້ວ ກັບປທ ບ້ານເມືອງ.

 



__________________
Anonymous

Date:
Permalink   
 

Anonymous wrote:
Anonymous wrote:

 ພວກສະຫາຍຖືກ  ໄກສອນ ແລະ ວຽດນາມ ຕົ້ມ  ຈົນເປື່ອຍ  ປານ ເຈັກ ກຸ ຕົ້ມຊິ້ນເປື່ອຍ ໄສ່ເຝີ ຢູ່ວັດຖັ້ມຝ້າຍ ເມືອງປາກເຊ.

 ເປັນໝ້າອີ່ຕົນ ພວກສະຫາຍ ເປັນ-ກາງ-ໝາກ-ຂີ້-ຫໍາ ຖືກ ໄກສອນ ເຈົ້າເລ້ມານຍາ ຕົ້ມ ຍັງແຕ່ຫໍາ...ແກ່ວງ..ວາບ !!!ວາບ!!!

  ແລ້ວ ມາເລົ່າຄວາມທຸກ ຫຼື ສະແດງ ຄວາມໂງ່  ໃຫ້ ທ່ານຜູ້ອ່ານ  ຟັງ.  ພວກ ສະຫາຍ  ກໍ ບໍ່ແຕກຕ່າງຫັຍງກັບພວກ ຊາວເອັດ

ພິການ (ອົງການ), ຄະນະ ນາຍ ພົນກອງແລ່ນ (ກອງແລ), ນັກຮຽນນັກສຶກສາ ຈາກສະຖາບັນຕ່າ່ງໆ, ເຖົ້າສຸພານຸວົງສ໌ ແລະອ້າຍເຖົ້າ

ສຸວັນນະພູມາ....ພວກ ຄະນະ ມົນຕີຣ ປະສົມການເມືອງ  ນາຍທະຫານ ນັກສືບຕ່າງ....ລ້ວນແລ້ວແຕ່ເປັນ VICTIM  ຖືກໄກສອນ

ແປດມົງກຸດຕົ້ມ.  ຂໍແນ໋ະນໍາໃຫ້ ໄປຜູກຄໍຕາຍສາ!!!!!!ລະຈ໋ະ....ຢູ່ໄປກໍໝັກແຜ່ນດິນ.


 ເວົ້າໜັກແທ້ພໍ່ອາວ ການທີ່ຄົນໆນຶ່ງເອົາເຣື່ອງປວັດຄວາມເປັນມາຂອງອະດີດມາເລົ່າແລະຂຽນສູ່

ກັນອ່ານກັນຟັງນັ້ນແມ່ນເປັນການເລົ່າຄວາມທຸກ ຫຼື ສແດງຄວາມໂງ່ໃຫ້ຄົນທັງຫຼາຍອ່ານຊັ້ນເບາະ?

ເຄີຍຕິດຕາມການຂຽນຂອງພໍ່ອາວນີ້ມາຕລອດແລະທັງເຫັນດີແລະຍິນດີນຳທຸກຄໍລຳທີ່ອາດຍາພໍ່ອາວ

ຂຽນ. ແຕ່ມາເທື່ອນີ້ບໍ່ເຫັນດີນຳການທີ່ພໍ່ອາວຂຽນຄຳເມນ ຜູ່ຂ້າທາເປັນສີແດງໄວ້ນັ້ນລະ. ຖ້າການ

ທີ່ຄົນຂຽນຫຼືເລົ່າເຣື່ອງອະດີດທີ່ເກີດຂຶ້ນແບບດຽວຝ່າຍເປັນກາງນັ້ນວ່າເປັນການຂາຍຂີ້ໜ້າຕົນເອງ

ຜູ່ຂ້າຢາກຖາມວ່າ ນັກປວັດສາດຫຼືພົງສາວະດນາລາວທີ່ຂຽນປວັດຂອງເຈົ້າອະນຸວົງທີ່ເສັຍໄຊໃຫ້ສຍາມ

ນັ້ນຂຶ້ນມາກໍແມ່ນການເລົ່າຄວາມທຸກແລະຄວາມໂງ່ຂອງປະເທດຕົນເອງໃຫ້ຜູ່ອ່ານແລະຜູ່ຟັງຕົ້ວຄັນຊັ້ນ!

ຜູ່ເພິ່ນຂຽນພວກເປັນກາງຂຶ້ນມານີ້ ຄິດວ່າດີທີ່ສຸດທີ່ສອນໃຫ້ຄົນລາວຫຼຸ້ນຫຼັງແລະຜູ່ທີ່ບໍ່ຮູ້ໄດ້ຮັບຮູ້ການ

ເມືອງແລະຄວາມເປັນມາຂອງປະເທດຕົນເອງໃນອະດີດກ່ອນຈະມາເປັນ ສປປ ລາວ.


 ເຫັນດີນຳຄຳເຫັນຂອງທ່ານທີ່ໃຊ້ຕົວອັກສອນສີຂຽວອ່ອນຂ້າງເທີງນີ້, ຜູ້ເພີ່ນອອກມາຕຳນິຄົນອື່ນ

ແບບຮຸນແຮງຄືແນວນັ້ນເຫັນວ່າບໍ່ສົມມາພາຄວນເລີຍ. ການທີ່ມີຜູ້ອົດສາສະລະເວລາມາຂຽນບົດ

ເລົ່າເລື່ອງທີ່ໜ້າສົນໃຈແບບນີ້ໃຫ້ຄົນຟັງມັນເປັນສີ່ງທີ່ດີແລ້ວ, ຢ່າງໜ້ອຍກໍ່ຍັງໃຫ້ຄົນອື່ນທີ່ຍັງບໍ່ຮູ້

ໄດ້ຮຽນຮູ້ປະວັດສາດການເມືອງຂອງລາວເຮົາ, ແມ່ນແຕ່ຕົວຜູ້ຂ້າເອງກໍ່ຍັງບໍ່ເຄີຍຮູ້ເລື່ອງທີ່ເພີ່ນເລົ່ານີ້.

ບໍ່ຄວນຈະເວົ້າວ່າຜູ້ນັ້ນໂງ່ ຜູ້ນີ້ຈ້າ ເສັຽຫົວເລີຍ, ຜູ້ຂ້າວ່າເພີ່ນເລົ່າເລື່ອງນີ້ສູ່ຟັງບໍ່ພຽງແຕ່ໃຫ້ຄົນຮູ້ປະວັດ

ສາດການເມືອງເທົ່ານັ້ນ ແຕ່ຍັງສອນໃຫ້ຄົນຮູ້ກ່ຽວກັບການມີສະຕິ ຮູ້ຄິດ ຮູ້ວິເຄາະສະຖານະການ ຮູ້ຈັກ

ລະມັດລະວັງກ່ຽວກັບເລື່ອງໃກ້ຕົວ ໃຫ້ມີໄຫວພິບທັນເຫດການ. ຄົງບໍ່ມີໃຜຢາກຈະພົບບັນຫາແບບນັ້ນ

ດອກ ແຕ່ສີ່ງທີ່ບໍ່ຄາດຄິດມັນອາດເກີດຂື້ນໄດ້ກັບທຸກຄົນ ແມ່ນແຕ່ຜົວ-ເມັຽນອນຄຽງໝອນກັນຢູ່ກໍ່

ຍັງຂ້າກັນໄດ້ ພີ່ນ້ອງ ຮ່ວມໄສ້ແມ່ດຽວກັນ ກໍ່ຍັງຂ້າກັນໄດ້, ດັ່ງສຸພາສິດບູຮານເວົ້າວ່າ: ຢ່າເຊື່ອໃຈທາງ

ຢ່າວາງໃຈຄົນ, ຟັງຄວາມຄົນມັນຈົນໃຈໂຕ. ແຕ່ຄົນເຮົາບາງຄັ້ງມັນກໍ່ເຜີໂຕ ລືມສຸພາສິດນີ້ໄປ



__________________
Anonymous

Date:
Permalink   
 

ເຖີ່ງທ່ານ ທີ່ ຂຽນປະຫວັດ ແລະ ເຫດ ການ ຕ່າງ ໆ ກ່ຽວ ກັບກອງ ກໍາລັງເປັນກາງຮັກຊາດ ທີຮັກແພງແລະນັບຖື !

ຂ້າພະເຈົ້າຂໍສະແດງຄວາມຍິນດີ ແລະ ສັນລະເສີນນໍ້າໃຈທີ່ທ່ານອົດສາພະຍາຍາມ ເສັຽສລະເວລາອັນລໍ້າຄ່າຂອງທ່ານ ມາ ຂຽນປະຫວັດຄວາມເປັນມາ ຂອງກອງກໍາລັງເປັນກາງຮັກຊາດ ກໍຄືຄວາມເປັນມາຂອງທ່ານ ເດືອນ ສູນນະຣາຊ ນັ້ນເອງ.

ຂ້າພະເຈົ້າເອງ ໃນນາມູຜ້ນຶ່ງ ທີຮູ້ ແລະ ໄກ້ສິດ ທ່ານ ເດືອນ ສູນນະຣາຊ, ໃນທີ່ນີ້ ! ຂ້າພະເຈົ້າ ຢາກ ເພີ້ມເຕີ່ມແລະ ດັດແປງບ່າງວັກຕອ່ນທີ່ ທ່ານຂຽນມານີ້, ບາງອັນກໍ່ມີສ່ວນ ຖືກ ບາງອັນມີສວນທີກົງກັນຂ້າມ ກັບຄວາມຈິ່ງ. ຂພຈ ຈະດັດແປງບາງພາກສວ່ນນີ້ ກໍເພື່ອໃຫ້ຜູ້ອ່ານ ແລະ  ເພື່ອໃຫ້ ລູກຫລານ ທີ່ ເກີດໃຫມ່ ໃຫ່ຍລຸນ ໄດ້ມີຂໍ້ມູນ ທີ ດີ ແລະ ມີຄວາມຈິ່ງຢ່າງຄັກແນ່ ໃນ ການຄົ້ນຄົ້ວ ໃນ ເຫດການ ດັ່ງກ່າວ..

1)  ຕໍາແຫນ່ງຂອງ ທ່ານເດືອນ

ປີ 1973 ຊື່ງເປັນປີເັຊນສັນຍາ ອານຸສັນຍາ ແລະ ຈັດຕັ້ງຣັຖບານປະສົມການເມືອງ ທ່ານ ເດືອນ ສູນນະຣາຊ ໄດ້ຖືກແຕ່ງຕັ້ງ ເປັນ ຮັຖມົນຕຣິຊ່ວຍວ່າການກະຊ່ວງ ພາຍໃນ ແລະ ສົງເຄາະ  ແລະ ໃນນັ້ນ ທ່ານກໍ່ຍັງເປັນຜູ້ບັນຊາການ ທະຫານສູງສຸດ ຂອງ ກອງ ກໍາລັງເປັນກາງຮັກຊາດ ຮອງຜູ້ບັນຊາການແມ່ນ ທ່ານ ຄໍາອ້ວນ ບຸບຜາ.

ໃນ ປີດ່ຽວກັນ 1973  ກໍຍັງມີສົງຄາມ ໃນ ເຂດພິເສດ ແລະ ກໍມີພ່ຽງ ກໍາລັງເປັນກາງ ເທົ່ານັ້ນທີ່ສູ້ລົບ ກັບ ກໍາລັງຂອງເຈົ້າຟ້າຢູ່. ສວ່ນກໍາລັງແນວລາວຮັກຊາດແມ່ນ ຄໍາໄຕ ສີພັນດອນ ເປັນຜູ້ບັນຊາການ ສູງສຸດ ແຕ່ບໍ່ໄດ້ອອກໄປສູ້ຣົບ ເຫມືອນພວກເປັນກາງຮັກຊາດ.

ທ່ານ ຄໍາອ້ວນ ບຸບຜາ ໃນ ເວລານັ້ນທ່ານ ຖືກແຕ່ງຕັ້ງເປັນ ຣັຖະມົນຕຮິຊ່ວຍວ່າການກະຊວງ ປ້ອງກັນປະເທດ ຊຶ່ງ ແມ່ນ ຄໍາໄຕ ສີພັນດອນ ເປັນ ຣັຖະມົນຕຣິວ່າການກະຊວງ.

ສະລູບແລ້ວ ໃນປີ 1973 ຣັຖະມົນຕຣິຊ່ວຍ ຈະແມ່ນ ຝ່າຍ ກາງຮັກຊາດ ທີໄດ້ຮັບຕໍາແຫນ່ງນີ້.

ທ່ານ ເດືອນ ສູນນະຣາຊໃດ້ ເປັນ ຣັຖະມົນຕຣິຊ່ວຍວ່າການກະຊ່ວງ ພາຍໃນ ຮອດ ປີ 1975 ຊຶ່ງເປັນ ປີຣົບລ້າງ ລະບອບເກົ່າທັງສີ້ນ, ຊຶ່ງເປັນປີ ຍຶດອໍານາດ ຫຼື ການປະຕິວັດເຢັນ ຂອງ ຝ່າຍຊ້າຍ ຂອງ ໄກສອນ ພົມວິຫານ ອອກ ຈາກ ທ່ານ ສຸພານຸວົງ ກໍຄື ກໍາລັງ ເປັນກາງຮັກຊາດ ແລະ ກໍາລັງ ປະຊາຊົນ ທຸກ ຊົນຊາດ ຊົນເຜົ່າ ທີ່ ຮັກຊາດ ແລະ ປະຊາທິປະໄຕ. 

ຫລັງຈາກນັ້ນ ທ່ານ ເດືອນ ສູນນະຣາຊ ໄດ້ຖືກແຕ່ງຕັ້ງ ເປັນ ຣັຖະມົນຕຣີຊ່ວຍ ວ່າການກະຊວງ ກະສີກໍາ ແລະ ປ່າໄມ້, ໃນລະຍະເວລາດ່ຽວກັນ ທ່ານ ເດືອນ ສູນນະຣາຊ ກໍ ໄດ້ ຖືກ ແຕ່ງຕັ້ງ ເປັນ ຮອງປະ ທານ ອົງການ ສັນຕິພາບໂລກ ໂດຍແມ່ນ ທ່ານ ເຈົ້າ ສຸກ ວົງສັກ ເປັນ ປະທານ. 

ອົງການ ສັນຕິພາບ ໂລກ ແມ່ນ ອົງການ ປະເທດທີບໍ່ຮວ່ມກຸມ ແລະ ປະເທດເປັນກາງ ເປັນພາຄີ, ສະນັ້ນ ປະເທດລາວ ແມ່ນ ທ່ານ ເດືອນ ແລະ ເຈົ້າ ສຸກ ວົງສັກ ເປັນຕົວແທນ.

2)  ວຽກງານ 1975 ຫາ 1978 ແລະ ບັ້ນຈົບ ຂອງ ທ່ານ ເດືອນ ສູນນະຣາຊ.

ນັບແຕ່ ປີ 1975 ທ່ານ ເດືອນ ໄດ້ ນໍາພາ ປະຊາຊົນ ເຮັດຮ່ອງ ຄອ່ງເຫືມອງ ຕ້ານໄພນໍ້າຖ້ວມ ຊື່ງ ເວລານັ້ນ ປະຊາຊົນ ນະຄອນຫລວງ ວຽງຈັນ ແມ່ນ ຫມັ້ນ ໃຈ ໄວ້ ກັບ ທ່ານ ເດືອນ ເປັນ ຢ່າງຫລວງ ຫລາຍ ແລະ ກໍ ເປັນ ເວລາ ທີ່່ ວຽດນາມ ມີຂໍ້ ຂັດແຍ່ງ ກັບ ຂະເມນ ແລະ ຂັດແຍ່ງ ກັບ ປະເທດ ຈີນ, ຄວາມ ຂັດແຍ່ງ ດັງກ່າວ ຈິງ ເປັນ ຜົນ ສະທ້ອນ ອັນ ໃຫ່ຍ ຫລວງ ໃຫ້ ພວກ ໄກສອນ ທີ ເທີດ ທູນ ວຽດນາມ, ຍ້ອນວ່າ ກໍາລັງເປັນກາງຮັກຊາດ ແມ່ນໄດ້ຮັບການສະນັບ ສະຫນູນ ຈາກ ປະເທດຈີນ ໂດຍກົງ.

ຈິງເປັນ ສາເຫດ ໃຫ້ ພວກໄກສອນ ລະ ຫມັດ ລະວັງ ກໍາລັງເປັນກາງຮັກຊາດ ຢ່າງບໍ່ຂາດ ຊາຍຕາ, ພວກເຂົາ ໄດ້ ໃຊ້ ກົນອຸບາຍອັນ ັອບປີສີກະບານ ທຸກຢ່າງເພືອ່ ດັບສູນ ແລະ ລົບລ້າງກໍາລັງດັ່ງກ່າວ.

ຕົກມາຮອດ ເດືອນສິງຫາ ຕໍ່ ກັນຍາ ປີ 1978 ທ່ານ ເດືອນ ສູນນະຣາຊ ໄດ້ຖືກແຕ່ງ ຕັ້ງໄປຮ່ວມກອງປະຊູມ ສັນຕິພາບ ໂລກ ທີ່ Addia Abeba ປະເທດ éthiopie, ຊຶ່ງມີ ຫ່ຽມ ພົມມະຈັນ ເປັນ ເລຂາ ປະຈໍາຕົວ ທ່ານ ເດືອນ ຕິດຕາມ ໄປພ້ອມ. ທ່ານ ຫ້ຽມ ພົມມະຈົນ ເປັນຄົນທ້ອງທີນ ຈາກວັງວຽງ ຮຽນຈົບຈາກປະເທດ ການາດາ, ອາດິດ ຜູ້ ອໍານວຍການ ໂຮງຮຽນ ການຊ່າງປາກປາສັກ 1978, ອາດິດ ເອກອະຂາຊະທູດ ປະຈໍາປະເທດ ໄທ 2004, ອາດິດ ຣັຖະມົນຕຣີຊ່ວຍວ່າການກະຊວງການຕ່າງ ປະເທດ 2009,

ຣັຖະມົນຕຣີ ຊ່ວຍວ່າການ ໄປສະນີ ແລະ ໂທລະຄົມມະນາຄົມ ໃນ ປັຈຸບັນ.

( ຍັງ ມີ ຕໍ໋ )



__________________
Anonymous

Date:
Permalink   
 

ທ່ານເດືອນ ສູນນະຣາຊ ກ່ອນ ຈະອອກ ເດີນທາງ ໄປ ປະຊຸມກ່ອນ 1 ມື້ ທ່ານໄດ້ຖືກເຊີນ ໄປ ສະຖານທູດວຽດນາມ ໂດຽແມ່ນ ທ່ານ ທູດເອງເປັນ ຜູ້ໂທລະສັບຫາ ທ່ານ ເດືອນ, ທ່ານກໍໄດ້ເຂົ້າພົບ ກັບ ອາລັກຂາປະຕົວທ່ານເອງ 2 ຄົນເປັນຜູ້ຕິດຕາມ, ໃນເວລາ ໂອລົມກັບທູດວຽດນາມຢູ່ນັ້ນ ທະຫານປະຈໍາຕົວ 2 ຄົນກໍ່ ຢືນເຝົ້າ ທ່ານ ເດືອນ ຢູ່

ຕະລອດເວລາ, ພະນັກງານສະຖານທູດ ກໍ່ ເອົາ ຈອກ ນໍ້າຊາ ມາເຊີບ ທ່ານ ແລະ ທູດ ແຕ່ປາກົດ ມີ 3 ຈອກ ແລະຈັດ ໄວ້ລະຍະຫ່າງຈາກກັນ. ທ່ານ ກໍໄດ້ດືມ ແລ້ວກໍເດີນທາງກັບບ້ານ. ຂພຈ ຈະບໍ່ລົງລະອຽດກ່ວານີ້ ຂໍໄຫ້ຜູ້ອ່ານຈົງກັນຕອ່ງເົອາ.

ເຣື້ອງກ່ຽວກັບ ການ ສັກຍານັ້ນ ແມ່ນ ບໍ່ມີຄວາມຈິງ, ມີແຕ່ທ່ານໄດ້ໄປຫາ ດຣ ໂພຄໍາ ເພື່ອເບີ່ງກ່ຽວກັບໂລກເບົ່າຫວານ ຂອງເພີ່ນ !!!!!!!!!

ມື້ຕໍ່ມາ ທ່ານ ເດືອນ ກໍ່ໄດ້ອອກເດີນທາງໄປ ເດີນ ຍົນວັດໄຕ່ ໂດຍມີລູກສາວ ລູກຊາຍພ້ອມພັນລະຍາຂອງ ເພີນໄປ ສົ່ງ, ຂພຈ ເອງ ກໍໄດ້ໄປພົບເພີນຄັ້ງສຸດທີ່ເດີນຍນວັດໄຕ ຊື່ງຊ່ວງນັ້ນ ມີສາຍການ ບີນໂຊວຽດ ມາຮັບເົອານັກສຶກສາທີ່ໄປຮຽນຕໍ່ ທີ່ ສະຫະພາບ ໂຊວຽດໃນ ເວລານັ້ນ. ທ່ານ ເດືອນ ໄດ້ ເດີນພ້ອມດ້ວຽ ຄນະຕິດຕາມ, ສາຍການບີນດັງກ່າວ ຈະລົງແວ່ Moscou ແລ້ວເດີນຕໍ່ໄປ Transit ຢູ່ berlin ນະຄອນຫຼວງ ຂອງປະເທດ ສາທານະລັດ ປະຊາທິປະໄຕ ເຍັຽລະມັນ ເປັນເວລາ 2 ມື້ ເພື່ອຕໍ່ ົຍນໄປ Addis abeba ປະເທດ éthiopie. ທ່ານ ເດືອນ ສູນນະຣາຊ ໄດ້ ຖື່ ເອົາໂອກາດໄປ ພົບປະ ແລະ ໂອລົມ ກັບ ນັກສືກສາ ລາວ ທີ່ ໄປ ສືກສາທີ່ ນັ້ນ, ທ່ານ ເດືອນ ໄດ້ ເສັຍຊີວິດ ລົງໃນເວລາຫຼັງຈາກ ພົບກັບສືກສາແລ້ວ. ມີຄວາມເວົ້າຄໍານຶ່ງ ຂອງ ທ່ານ ເດືອນ ທີ່ນັກສືກສາລາວ ຈົດຈໍາໄດ້ ດີວ່າ: " ພວກລູກຫລານ ນ້ອງນຸ່ງ ທີ່ ມາ ສືກສາ ກໍບໍ່ ແຕກຕ່າງຍັງ ກັບ ພວກເຈົ້າ ມາ ນໍາ ເົອາອານາຄົດ ອັນດີ ແລະ ວິຊາ ໄປສ້າງບ້ານແ່ປງ ເມືອງ, ທີ່ ຈະມີແຕ່ຄົນລາວ ເຮົາ ປົກຄອງກັນ ໂດຍບໍ່ມີຄົນຕ່າງຊາດມາ ແຊກແຊງ".

ອີກ 2 ມື້ ຕໍ່ມາ ຂພຈ ໄດ້ ຍິນ ວິທະຍຸກະຈາຍສຽງ ແຫ່ງ ປະເທດລາວ ໃນເວລາ 12 ໂມງ ທ່ຽງດ້ວຽ ຫູຕົວເອງວ່າ : ທ່ານ ເດືອນ ສູນະຣາຊ ໄດ້ ເຖີ່ງແກ່ມໍລະນະັກມ ທີ່ ປະເທດ ເຍັຽລະມັນ ຕາເວັນອອກ ດ້ວຽ ເສັ້ນ ເລຶອດຝ່ອຍ ແຕກ ໃນສະມອງ.  ວິທະຍຸຈະອອກປະກາດແບບ ນີ້ ທຸກໆ ລະຍະ ໃນ ຸ5 ນາທີ. 

( ທ່ານ ເດືອນ ສູນນະຣາຊ ເດີ່ນທາງໄປຄັ້ງນີ້ ແມ່ນ ໄປຮ່ວມປະຊູມ ສັນຕິພາບໂລກ ທີ່ ປະເທດ éthiopie ນະຄອນຫລວງ Addis abeba!  ເພີນບໍ່ໄດ້ໄປ ຮຽນ ວິຊາ ກອມ ມັງໂດ ຍັງຫມົດ ເລີຍ ທີ່ ປະເທດ ເຍັຽລະມັນ, ເໝື່ອນ ດັ່ງ ທ່ານ ຜູ້ເປັນເຈົ້າຂອງກະທູນີ້ ໄດ້ຂຽນລົງ. ດັງນັ້ນ ທ່ານຜູ້ ອ່ານ ຈົ່ງອ່ານ ຫິນຕ່ອງໄຫ້ທີຖ້ວນແລະ ຂໍ້ມູນ ຕ່າງ ໆ ອາດຈະນໍາພາ ໄຫ້ ປະຫວັດ ແລະ ເຫດການ ບໍ່ຈະແຈ້ງ ຈື່ງ ເປັນເຫດໄຫ້ ສັບສົນວູນວາຍ ແລະ ບໍ່ ມີ ຄວາມຈິງ, ແລະ ຈະເຣັດ ໄຫ້ ຄອບຄົວແລະ ລູກ ຫຼານຂອງເພີນ ບໍເພີ້ງ ພໍໃຈ.)

( ຍັງ ມີ ຕໍ່ )



__________________
Anonymous

Date:
Permalink   
 

3) ໃນ ຕອນ 8 ເວົ້າເຖີ່ງ ການ ນໍາ ສົບທ່ານ ເດືອນ ສູນນະຣາຊ ກັບຈາກ ປະເທດ ເຍັຽລະມັນ

 ໃນເວລານັ້ນ ເປັນເວລາ ນັກຮຽນ ກໍາລັງຈະເລີ້ມພັກ ສົກຮຽນ, ຂພຈ ເອງກໍຢູ່ໃນສະພາບເວລານັ້ນ! ເມືອ ພີ່ນ້ອງ ປ້ອງປ່າຍຮູ້ ເຖີ່ງເຫດການນີ້ແລ້ວກໍຟ້ອມຈັດແຈ່ງແລະ ລໍ ຖ້າສົບ ຈາກ ເຍັຽລະມັນ, ສະຖ່ານທີ ຖ້າຮັບສົບແມ່ນ ກະຊ່ວງ ກະສີກໍາ ແລະ ປ່າໄມ້ ທີ່ ຢູ່ແປ່ ກັບເດີນ ກິລາແຫ່ງຊາດ ນັ້ນເອງ ແລະ ປັຈຸບັນແມ່ນ ຫໍປະຕິພັນແຫ່ງຊາດ ເຫນື່ອ ຂື້ນໄປ ຈາກ ໂຮງແຮມ ລາວປຣາຊາ. ສະຖານແຫ່ງນີ້ ໃນສະໄຫ່ມລະບອບເກົ່າແມ່ນ ເປັນ ກະຊວງປ້ອງກັນປະເທດ ແລະ ເປັນສະຖານທີ ທີ່ ທ່ານ ເດືອນ ສູນນະຣາຊ ແລະ ນາຍ ພົນ ກອງແລ ປະກາດ ເຮັດ ລັຖະປະຫານ 9. 8. 1960....

ພີ່ນ້ອງ ປ້ອງປ່າຍ ພ້ອມທັງ ພະນັກງານ ຂ້າຣັຖະການ ປະຈໍາກະຊວງ, ແລະ ບັນດາ ນາຍທະຫານຈາກ ກອງ ກໍາລັງເປັນກາງຮັກຊາດ ມາ ຈາກທຸກພາກສ່ວນ ມາ ຕຽມ ຮັບຕ້ອນສົບຂອງ ເພີ່ນເປັນເວລາ ເກືອບ 4 ອາທິດເຕີມໆ. ສະພາບການໃນນະຄອນຫລວງ ວຽງຈັນ ໃນ ເວລານັ້ນ ຕົກຢູ່ໃນ ຮູບ ແບບ ອັນເປັນຫນ້າ ຍ້ານກົ່ວ ຫລາຍ ທີ່ ສຸດ, ຍ້ອນ ປະຊາຊົນແຕກຕື່ນ ເປັນຄັ້ງ ທີ່ 2 ຫລັງ ຈາກ ປີ 1975. ປະຊາຊົນ ຍ້ານຈະມີການ ຕໍ່ສູ້ ຫຼືເກີດຄວາມ ວຸ້ນວ່າຍຂື້ນ ໃນ ພາຍໃນ, ຍ້ອນ ພົນລະທະຫານກໍາລັງເປັນກາງຮັກຊາດ ສ່ວນຫລາຍ ທະຫານໃນເຂດແຂວງ ຊຽງຂວາງ ຊື່ງແມ່ນທີ່ໝັ້ນຂອງກໍາລັງເປັນກາງ ເກີດຄວາມ ບໍ່ພໍໃຈ ໃນ ການ ເສັຽຊີວິດ ຂອງຜູ້ນໍາເປັນກາງຮັກຊາດ ກໍຄື ຜູ້ບັນຊາການສູງສຸດ ຂອງພັກເປັນກາງ ຮັກຊາດ.

ໃນອາທິດ ທີ 4 ສົບຂອງ ທ່ານ ເດືອນ ກໍມາຮອດ ວຽງຈັນ ໂດຍມີ ຄອບຄົວລູກເມັຽ, ພີ່ນ້ອງຊັ້ນຈໍາ,  ເອກອະຄະຮາຊທູດ ເຍັຽລະມັນ ປະຈໍາ ລາວ, ພ້ອມດ້ວຍ ຜູ້ນໍາ ຂອງພັກເປັນກາງຮັກຊາດ, ບັນດາ ນາຍແລະ ພົນທະຫານ ຂອງກໍາລັງເປັນກາງ ແລະ ກອງກຽດຕິຍົດ ຄອ່ຍ ຖ້າຕ້ອນຮັບ. ເວລາຕໍ່ມາຂະບວນສົບກໍມາເຖີ່ງກະຊວງກະສີກໍາແລະປ່າໄມ້, ບັນດານາຍທະຫານໄດ້ແບກໂຮງສົບລົງຈາກລົດ ເຂົ້າໄປໃນກະຊວງ ເພື່ອຈະເປິດຫີບນັ້ນ ຈະຕ້ອງໃຊ້ເວລາສົມຄ່ວນຍ້ອນຫີບສົບແມ່ນ ຫູ້ມຫໍ່ດ້ວຽເຫລັກ ເພື່ອຈະນໍາເອົາສົບທ່ານ ເດືອນ ໄປໃສ່ໂລງສົບຕາມປະເພນີ. ຄນະຮັບຜິດເປິດໂລງກໍມີຈໍາກັດ ແລະ ລ້ວນແລ້ວແຕ່ແມ່ນ ພີນອ້ງ ລູກຫລານ ທີ່ໄກ້ສິດ ພ້ອມ ຄນະຜູ້ນໍາເປັນກາງ ແລະ ທ່ານ ຫມໍ ຜູ້ສໍາຄັນ ເຂົ້າຮ່ວມ ຄື: ດຣ. ວັນນະເຣດ ຣາຊພົນ, ດຣ. ບູນທັນ, ດຣ. ໂພຄໍາ, ດຣ ແສງຄໍາ ຕາມທີ່ ຂພຈ ຈໍາ ໄດ້.

ຫລັງຈາກນັ້ນ ກໍ່ ມີ ການ ຄົບຫງັນ ສົບ ກັນໄປ ີອກ 1 ອາທິດ, ຂພຈ ໄດ້ ພົບ ແລະໄດ້ ເຫັນໄດ້ ໂອລົມບາງ ຂັ້ນຕອ່ນ ກັບ ບັນດາ ນາຍແລະພົນທະຫານຂອງກໍາລັງເປັນກາງຮັກຊາດ, ເຂົາເຈົ້າເລົ່ານັ້ນ ກໍ ໄດ້ພາກັນ ຈົມ ທຸກຈົມຢາກ ທີ່ໄດ້ຮວ່ມຊີວິດໃນການຕໍ່ສູ້ ທຸກ ໆ ບັ້ນຣົບ ກັບ ທ່ານ ເດືອນ ບາງຄົນ ກໍ ຮ້ອງໄຫ້ ບາງຄົນ ຈະ ເວົ້າກົງ ແລະ ສະແດງ ອາການ ບໍ່ພໍໃຈກັບຝ່າຍ ແນວລາວ ຣັກຊາດ.

ເມື່ອເວລາ ມາຮອດມື້ສົ່ງສະການ ກໍ່ ມີ ພີ່ນອ້ງ ແລະ ປະຊາຊົນຈາກເມືອງ ຫາດຊ່າຍຟອງ, ປະຊາຊົນໃນນະຄອນຫລວງ, ພະນັກງານ, ນາຍ ແລະ ພົນ ທະຫານ ແລະ ຄນະ ຣັຖະບານ ພ້ອມດ້ວຽ ຄນະທູດ, ຂະບວນໄດ້ແຣ່ໄປ ຮອດເດີນ ທາດຫລວງ ໃນເວລາ ຕໍ່ມາ, ຈາກນັ້ນ ກໍມີການອ່ານ ຊີຫວະປະຫັວດ ຂອງ ທ່ານ ເດືອນ ສູນນະຣາຊ ໂດຍ ທ່ານ ເຈົ້າ ສຸກ ວົງສັກ. ຈາກນັ້ນ ກໍມີການວ່າງເພີງສົບ ແລະ ພິທີກໍຈົບລົງ.

( ໃນ ຂໍ້ນີ້ ຂພຈ ຢາກເວົ້າວ່າ ເຈົ້າຂອງ ກະູທນີ້ ແມ່ນ ເວົ້າ ບໍ່ກົງກັບຄວາມຈິງ ໂດຍ ທີ່ ທ່ານ ບໍ່ຮູ້ເຖີ່ງ ເຫດກາ່ນ ຕ່າງ ໆ, ທ່ານ ອາດ ຈະໄດ້ ຍິນ ຈາກ ຄົນ ເລົ່າ ສູ່ ທ່ານ ຟັງ ກໍ ເປັນໄດ້, ຂພຈ  ລົຄວາມເປັນຈີ່ງມາຂ້າງເຖີ່ງນີ້ ບໍ່ ຂພຈ ຈະ ຍົກຍ້ອງຝ່າຍນື່ງ ແລະ ຂົມອີກຝ່າຍນື່ງ. ຂພຈ ມີພຽງຢາກ ໄຫ້ ຄວາມ ເປັນຈີ່ງມີອາຍຸ ຍືນຍ່າວໄວ້ ເທົ່ານັ້ນ ເພື່ອ ລຸ້ນລູກແລະຫລານ ເຂົາເຈົ້າຈະໄດ້ມີຂໍ້ມູນ ອັນ ຖືກຕ້ອງ ເພື່ອນໍາໄປ ສືກສາຮຽນຮູ້ ). 

ດ້ວຽຄວາມ ນັບຖື ແລະ ຮັກແພງ

 

 



__________________
Anonymous

Date:
Permalink   
 

ຂອບໃຈທີ່ມາເພີ້ມເຕີມຄວາມເປັນຈິງ (ຖ້າຫາກເປັນດັ່ງທີ່ທ່ານກ່າວມານັ້ນ) ຂອງປວັດທ່ານເດືອນສູນນະຣາດນັບແຕ່

1973 ຫາ ວັນສຸດທ້າຍຊີວິດຂອງເພິ່ນ (ທ່ານວ່າເພິ່ນເສັຍຊິວິດ 1978).

ສິ່ງທີ່ຂ້າພະເຈົ້ນຢາກເຜີ້ມເຕີມກໍມີັດ່ງນີ້:

- ທ່ານເດືອນບໍ່ໄດ້ຖືກແຕ່ງຕັ້ງເປັນຣັຖະມົນຕຣີຫຍັງໝົດໃນຄນະຣັຖະບານປະສົມຊົ່ວຄາວແຫ່ງຊາດທີ່ຕັ້ງຂຶ້ນໃນປີ 73.

- ທ່ານເດືອນຖືກເຂົ້າກວດພະຍາດແລະສັກຢາກັນພະຍາດກ່ອນອອກເດີນທາງຫຼືຈະເດີນທາງໄປຕ່າງປະເທດ ນີ້ເປັນກົດໝາຍ

  ສາກົນທີ່ຈຳເປັນຕ້ອງມີໜັງສືຮັບຮອງການແພທ ແລະຜ່ານການກວດກາແລະສັກຢາກັນພະຍາດ. ການທີ່ໄປກິນຊາກິນແຊ

  ກັບທູດແກວນັ້ນເປັນເຣື່ອງໜຶ່ງຕ່າງຫາກ.

- ທ່ານເດືອນຖືກໄປປະຊຸມຢູ່ປະເທດເອທີໂອປີນັ້ນແມ່ຄວາມຈິງ ແຕ່ຫລັງຈາກປະຊຸມແລ້ວຕ້ອງກັບມາທີ່ເຢັຍຣະມັນແລະຢູ່ຝຶກ

  ການທະຫານຢູທີ່ນັ້ນເປັນເວລາຫຼືຫຼັກສູດ 6 ເດືອນ.

- ຫລັງປົເປ່ອຍທົ່ວປະເທດແລະແຕ່ງຕັ້ງຣັຖະບານ ສປປ ລາວ ກໍເໝືອນເດີມ ທ່ານເດືອນບໍ່ໄດ້ຖືກແຕ່ງຕັ້ງເປັນຣັຖະມົນຕີຣີ

  ກະຊວງໃດໝົດ.

- ສົບທ່ານເດືອນຖືກເຜົາຖີ້ມຢູ່ເຢັຍຣະມັນເພື່ອທຳລາຍຫຼັກຖານກ່ອນຈະມີພິທີເອົາສົບປອມສົ່ງມາ 6 ອາທິດພາຍຫລັງເສັຍຊີວິດ

  ເພາະລູກເມັຍແລະຍາດພີ່ນ້ອງຕໍ່ວ່າ.

- ຂໍ້ນີ້ສຳຄັນທີ່ສຸດ. ທ່ານວ່າທ່ານເດືອນເສັຍຊີວິດປີ 1978 ແມ່ນຜິດ ເພິ່ນເສັຍຊີວິດໃນເດືອນກັນຍາ ປີ 1976 ຫລັງປົດປ່ອຍບໍ່

  ຮອດປີ ສປປ ລາວ ມີອາຍຸໄດ້ພຽງ 9 ເດືອນ.

 

 



__________________
Anonymous

Date:
Permalink   
 

ປີ 1973 ບໍ່ມີກະຊວງພາຍໃນ ມີແຕ່ກະຊວງ ມະຫາດໄທ  ທ່ານເພັງ ພົງສະຫວັນ ເປັນລັດຖະມັນຕີ ແລະ ສະຫາຍ ອ້ວນ

ບຸບຜາ ເປັນລັດຖະມົນຕີຮອງ. ເຊື່ອວ່າບໍ່ມີຄົນຊື່ ເດືອນ ສູນນະລາດ ຢູ່ໃນກະຊວງມະຫາດໄທນີ້ແນ່ນອນ.

 

ເວົ້າເລື່ອງສົບຂອງ ສຫ ເດືອນ ສູນນະລາດ ນັ້ນ ຖືກເຜົາຢູ່ເບີລິນຕາເວັນອອກພາຍຫລັງເສຍຊີວິດໄດ້ 2 ມື້. ມີນັກສັຶກສາ

ລາວແລະທູດລາວໄປຮ່ວມພິທີປະມານຊາວກ່ວາຄົນ. ມື້ທີ່ສອງຫລັງເຜົາ ທູດລາວຮ່ວມດ້ວຍນັກສຶກສາກໍໄປຮັບເອົາກວດ

ໂຫຼກະດູກແລະຂີ້ເຖົ່າຂອງເພິ່ນແລ້ວສົ່ງໃຫ້ຄອບຄົວແລະຍາດພີ່ນ້ອງ. ນັກສຶກສາລາວຕ່າງກໍພາກັນຕໍ່ວ່າເປັນຫຍັງບໍ່ສົ່ງສົບ

ເພິ່ນຄືນປະເທດໃຫ້ຄອບຄົວເພິ່ນ, ທູດລາວວ່າ ລັດຖະບານລາວບໍ່ມີເງິນເພາະຄ່າຂົນສົ່ງແພງຫລາຍ ຈຳເປັນຕ້ອງເຮັດວິທີ

ນີ້ຈະປະຍັດເງິນຫລາຍລ້ານກີບ. ສ່ວນສົບທີ່ສົ່ງມາລາວ 4 ອາທິດຫລັງ ສຫ ເດືອນ ເສຍຊີວິດ ນັ້ນເປັນຫີບເຫຼັກບັນຈຸສົບຜູ່

ເສຍຊີວິດ ເປີດກໍຍາກ ບໍ່ມີໃຜຢັ້ງຢືນໄດ້ວ່າມີຫຍັງຢູ່ໃນຫີບເຫຼັກນັ້ນ? ເມື່ອນັກສຶກສາລາວຮູ້ວ່າທາງເຢຍລະມັນມີພິທີສົ່ງສົບ

ສຫ ເດືອນ ໄປໃຫ້ຄອບຄົວທີ່ເມືອງລາວ ກໍພາກັນໄປຕໍ່ວ່າ ແຕ່ກໍມິດໄປເມື່ອທູດລາວຂູ່ວ່າຢາກຮຽນຕໍ່ຫລືຢາກກັບບ້ານ?

 



__________________
Anonymous

Date:
Permalink   
 

 ອັນນີ້ແມ່ນນິທານກ້ອມ ຫຼື ເລື້ອງ ອັບປີ ຂອງພວກກຸ່ມຄອມມິວນິສ ແລະ ກຸ່ມຊ່ວຍພວກຄອມມິວນິສ.

ສະຫາຍເດືອນ, ສະຫາຍ ສຸພານຸວົງສ໌, ສະຫາຍກອງແລ, ສະຫາຍ ສຸວັນນະພູມາ ລ້ວນແລ້ວແຕ່ເປັນ ຜູ້

ສົມຮູ້ຮ່ວມຄິດ (Co- conspirator) ບໍ່ທາງກົງກໍ ທາງອ້ອມ ໃນການ ຄົດລົ້ມ ເຊື້ອຊາດເຜົ່າພັນລາວ.

ດັ່ງນັ້ນ  ຈໍາເລີຍຈໍາພວກນີ້ ລ້ວນແລ້ວແຕ່  ມືເປື້ອນເລືອດ ບໍ່ແຕກຕ່າງຫັຍງຈາກບັກ ເພດສະຄາດ ໄກສອນ ພົມວິຫານ.

ຈະມາແກ້ໂຕວ່າ ກຸ່ມໂຕ ພັກພວກໂຕເປັນຄົນດີ........ເຫັນວ່າເປັນການຂຽນໃຫ້ໂຕເອງຖືກ ແລະ ຂຽນລາຍງານດອກໄມ້.

 



__________________
ຕອນ 10.

Date:
Permalink   
 

ນອກກະໂທງ:

ປະກົດວ່າມີຄົນເຂົ້າມາເຜີ້ມເຕີມປວັດຂອງ ທ່ານເດືອນ ສູນນະຣາຊ ຈາກປີ 1973 ຫາ ວັນສຸດທ້າຍຊີວິດຂອງເພິ່ນ.

ເຖິງຢ່າງໃດກໍຕາມ ຂ້າພະເຈົ້າຜູ່ຂຽນປວັດຂອງຝ່າຍເປັນກາງແລະເປັນກາງຮັກຊາດນີ້ຂະບໍ່ຕັດສິນວ່າຜິດຫຼືຖືກເພາະ

ຂ້າພະເຈົ້າເຄີຍກ່າວໄວ້ກ່ອນໝູ່ໝົດໃນຕອນ ທີ1 ວ່າບໍ່ມີໃຜຂຽນແລະຢັ້ງຢືນຄວາມເປັນຈິງຂອງຄວາມເປັນກາງ ຫຼື

ຝ່າຍກາງໄວ້ບໍ່ວ່າຝ່າຍວຽງຈັນ ຝ່າຍແນວລາວຮັກຊາດ ຫຼື ຝ່າຍເປັນກາງເອງ. ຂ້າພະເຈົ້າຂຽນປວັດຝ່າຍກາງນີ້ອອກ

ມາກໍລ້ວນແລ້ວໄດ້ມາຈາກການອ່ານຂ່າວ ປະສົມກັບປະສົບການໂຕຈິງຂອງຕົນເອງທີ່ກ່ຽວຂ້ອງກັບການເມືອງລາວ

ແຕ່ປີ 1945 ຫາ 75, ສາມສິບປີຂອງການເມືອງລາວ. ເຖິງຢ່າງໃດກໍຕາມຂໍຂອບໃຈທຸກຄົນທີ່ເຂົ້າມາອ່ານແລະອອກ

ຄວາມຄິດຄວາມເຫັນເຜີ້ມເຕີມ ມານະໂອກາດນີ້ດ້ວຍ.    

ພາຍຫລັງການເສັຍຊີວິດຂອງທ່ານເດືອນ ສູນນະຣາຊ ໄດ້ເຮັດໃຫ້ຝ່າຍເປັນກາງຮັກຊາດທີ່ຍັງຈົງຮັກພັກດີຕໍ່ເພິ່ນເກີດຄວາມບໍ່ພໍໃຈຂຶ້ນ

ແລະກໍບໍ່ມີໃຜຈະຄາດຝັນວ່າຊີວິດເພິ່ນຈະມາຈົບລົງແບບງ່າຍດາຍເຊັ່ນນີ້ ເພາະທ່ານເດືອນຍັງແຂງແຮງແລະຮ່າງກາຍສົມບູນທຸກຢ່າງ

ສຳຄັນສຸດແມ່ນຄົນທີ່ຢູ່ໃກ້ສິດເພິ່ນທີ່ອອກກຳລັງກາຍຮ່ວມເພິ່ນທຸກເຊົ້າທຸກແລງ. ຣັຖະບານ ສປປ ລາວ ແມ່ນບໍ່ໃຫ້ຄຳຕອບໃຜທັງສິ້ນ

ທີ່ຖາມກ່ຽວກັບການຕາຍຂອງທ່ານເດືອນ   ແລະ ໃນຍຸກນັ້ນນັກຂ່າວຕ່າງປະເທດຂອງປະເທດເສຣີກໍບໍ່ມີຫລາຍທີ່ເຂົ້າໄປທຳຂ່າວຢູ່ລາວ

ນອກຈາກປະເທດໄທ ຍີ່ປຸ່ນ ແລະ ອອສເຕຣເລັຍ ເທົ່ານັ້ນທີ່ຣັຖະບານລາວມີນະໂຍບາຍອະນຸຍາດໃຫ້ທຳຂ່າວໃນລາວ ແຕ່ບໍ່ໃຫ້ອອກຈາກ

ຂອບເຂດກຳແພງນະຄອນວຽງຈັນ. ສ່ວນນັກຂ່າວຕ່າງປະເທດຂອງປະເທດສັງຄົມນິຍົມແມ່ນຣັຖະບານື ສປປ ລາວໃຫ້ໄປຫາຂ່າວທົ່ວປະ

ເທດໄດ້ແຕ່ຕ້ອງຜ່ານການກວດກາຂອງເຈົ້າໜ້າທີ່ລາວທຸກຢ່າງກ່ອນຈະນຳຂ່າວອອກສູ່ສັງຄົມໄດ້. ດັ່ງນັ້ນການເສັຍຊີວິດຂອງທ່ານເດືອນ

ຈິງງຽບຫາຍໄປຕາມວັນເວລາທີ່ຜ່ານໄປ ໃນທີ່ສຸດກໍມິດເອົາໄປຊື່ໆ.

ປະຊາຊົນຄົນລາວແລະຊາວຕ່າງປະເທດທີ່ອາສັຍຢູ່ໃນນະຄອນຫລວງວຽງຈັນແມ່ນບໍ່ຮູ້ວ່າຍັງມີການສູ້ຮົບກັນຢູ່ເຂດນອກນະຄອນຫລວງ,

ນອກຈາກຮູ້ຮົບກັບພວກເຈົ້າຟ້າມົ້ງແລ້ວຍັງມີການຕໍ່ສູ້ກັບໜ່ວຍກູ້ຊາດຂອງອດີດນາຍແລະພົນທະຫານເກົ່າຂອງອະດີດຝ່າຍຣັຖະບານ

ວຽງຈັນຢູ່ຕາມແນວຊາຍແດນລາວໄທແຕ່ເໜືອເຖິງໃຕ້ ຊຶ່ງສ້າງຄວາມເສັຍຫາຍໃຫ້ທະຫານຂອງຝ່າຍ ສປປ ລາວ ຢ່າງໜັກ. ສາງອາວຸດ

ແລະສະບຽງອາຫານຂອງ ສປປ ລາວຖືກທຳລາຍເຜົາຖີ້ມໄປຫລາຍແຫ່ງ, ຣົຖລະລຽງຂົນສົ່ງອາວຸດແລະສະບຽງອາຫານຂອງທະຫານຖືກ

ມົ້ງແລະກອງກຳລັງກູ້ຊາດດັກສະກັດຍິງເຜົາທຳລາຍຕາມເສັ້ນທາງເລຂທີ 13 ແຕ່ເໜືອເຖິງໃຕ້ຢ່າງບໍ່ຂາດແຕ່ລະວັນ.

 

ທີ່ວັງວຽງ ຍົນເຮລີຄ໊ອບແຕ ຂົນທະຫານອ້າຍນ້ອງທີ່ບາດເຈັບແລະເສັຍຊີວິດມາໄວ້ແລະປິ່ນປົວຢູ່ໂຮງໝໍໂອບີ້ວັງວຽງບໍ່ຕ່າງຫຍັງກັບຕອນ

ສມັຍຂົນທະຫານຮັບຈ້າງໄທຂຶ້ນຊຳທອງລ່ອງແຈ້ງ, ເມືອງສຸຍ ແລະ ທົ່ງໄຫຫີນໃນປິ 1969-70.  ທະຫານອ້າຍນ້ອງທີ່ເສັຍຊີວິດແລະບາດ

ເຈັບນັ້ນແມ່ນມາຈາກການສູ້ຮົບກັບມົ້ງ ແລະມາຈາກທາງພູຄູນ, ເມືອງພູນ, ພູຫວາຍ, ຜາແກະ, ພູວຽງ, ຜາງູ, ນານ່ານ, ເມືອງກີມ,

ລ້ອງໂປດ, ພູກູດ ແລະ ພູເບັ້ຍ. ທະຫານທີ່ເສັຍຊິວິແລະບາດເຈັບທີ່ນຳມາທີ່ວັງວຽງນັ້ນແມ່ນທະຫານໃໝ່ທີ່ຖືກເກນຫລັງຈາກປົດປ່ອຍປີ

75 ເປັນສ່ວນຫລາຍແລະກໍເປັນຄົນພື້ນຖານຈາກວຽງຈັນຂຶ້ນໄປຮອດວັງວຽງ, ແລະພາກສ່ວນໜຶ່ງແມ່ນສົ່ງໄປທາງໂພນສວັນແລະກໍເປັນ

ທະຫານອ້າຍນ້ອງມນເຂດປົດປ່ອຍເກົ່າເປັນສ່ວນຫລາຍ. ທະຫານອ້າຍນ້ອງທີ່ຖືກບາດເຈັບໃນການສູ້ຮົບກັບມົ້ງແມ່ລົ້ນໂຮງໝໍທັງສອງ

ແຫ່ງກໍຄືທີ່ວັງວຽງແລະໂພນສວັນ, ໜ້ອຍໜັກໜ້ອຍໜາທີ່ເຂົາຈະນຳມາປິ່ນປົວຢູວຽງຈັນເພາະຣັຖະບານ ສປປ ລາວ ປິດຫູບັງຕາປະຊາ

ຊົນແລະທູດຕ່າງປະເທດ ວ່າບໍ່ມີສົງຄາມຫຼືການຕໍ່ສູ້ຂອງຝ່າຍຕໍ່ຕ້ານຣະບອບໃໝ່ດັ່ງທີ່ເປັນຂ່າວອອກມາກ່ອນໜ້ານັ້ນ.

ພັນເອກ ສີໄຄ ຜູ່ບັງຄັບບັນຊາກອງພັນ 15 ອະດີດກອງກຳລັງຂອງກອງແລແລະທ່ານເດືອນ ກອງພັນດຽວທີ່ທຳການສູ້ຮົບກັບພວກມົ້ງ

ມາແຕ່ປີ 1974 ເປັນຕົ້ນມາ, ນອກຈາກກອງພັນ 15 ເປັນກາງຮັກຊາດນີ້ແລ້ວ ກໍມີ ກອງພັນທີ່1 ແລະ ກອງພັນທີ2 ອັນລືຊື່ໃນປວັດ

ສາດຂອງກອງກຳລັງຂອງແນວລາວຮັກຊາດໄດ້ເຂົ້າມາຮ່ວມກັນກວາດລ້າງມົ້ງຕາມແຜນການຂອງຄຳໄຕ ສີພັນດອນ. ແຕ່ບໍ່ໜ້າເຊື່ອ

ກອງພັນທີ2 ອັນລືຊື່ຖືກກອງກຳລັງເຈົ້າຟ້າທຳລາຍຢູ່ຜາງູຈົນບໍ່ເຫຼືອຮອດເປັນກອງພັນ ທັງລູກນ້ອງທັງນາຍຖືກມົ້ງມ້ຽນຈົນກ້ຽງ. ກອງ

ພັນທີ1 ກໍຖືກດັບຢູ່ພູກູດແລະພູເບັ້ຍໃນສາມເດືອນຕໍ່ມາຫລັງການພັງທະລາຍຂອງກອງພັນທີ2໋ ຍັງເຫຼືອແຕ່ກອງພັນ 15 ທີ່ຍັງຄົງຕົວ

ຢູ່ໄດ້ ຈະເປັນດ້ວເຫດຜົນອັນໃດແມ່ນບໍ່ມີໃຜສາມາດຮູ້ໄດ້ ສິ່ງທີ່ແນ່ໆກໍຄືກອງພັນນີ້ສ່ວນຫລາຍແມ່ນນາຍທະຫານຜ່ານການຝຶກຝົນແລະ

ຮ່ຳຮຽນການທະຫານມາຈາກສາມປະເທດຄື ຈີນ, ໂຊຫວຽດ ແລະ ໂປໂລຍ ທັງນັ້ນ.  ຜູ້ກອງ ສີໄຄ ຕໍ່ສູ້ກັບມົ້ງຈົນເຖິງວັນສຸດທ້າຍທີ່ມົ້ງໄດ້

ໝົດກອງກຳລັງແລະອາວຸດໃນປິ 1990 ແລະຫລັງຈາກນັ້ນຊື່ສຽງຂອງ ຜູ່ກອງສີໄຄ ກໍມິດໄປເລີຍ, ຂ້າພະເຈົ້າພະຍາຍາມຕິດຕາມຂ່າວ

ຄາວຂອງເພິ່ນແຕ່ກໍບໍ່ມີຂ່າວຄືບໜ້າຫຍັງໝົດ. ນາຍທະຫານຂັ້ນຊັ້ຊຮ້ອຍເອກໃນປີ 75-76 ນັ້ນເປັນພົນໂທ ພົນເອກ ແລະເປັນຣັຖະ

ມົນຕຣີປ້ອງກັນຊາດກໍມີ ເພາະພວກນີ້ແມ່ນທະຫານຝ່າຍປະເທດລາວຫຼືແນວລາວຮັດຊາດທັງນັ້ນ. ຜູ້ກອງສີໄຄ ຄວນໄດຮັບຍົດພົນ

ເອກຖ້າເພິ່ນເປັນທະຫານຂອງຝ່າຍປະເທດລາວ ແຕ່ເພິ່ນເປັນທະຫານເປັນກາງຮັກຊາດ ຈຶ່ງບໍ່ເຫັນເພິ່ນມີບົດບາດຫຍັງໃນຣັຖະບານ

ຂອງ ສປປ ລາວ.

ອັນນີແລ້ວສທີ່ຂ້າພະເຈົ້າຂຽນວ່າ ຕໍ່ສູ້ຄຽງຂ້າງຮ່ວມກັນມາແຕ່ປີ 60 ເຖິງວັນໄດ້ໄຊຊະນະ...ບໍ່ມີຫຍັງເລີຍ! ທັງກອງແລ ທັງທ່ານເດືອນ

ແລະ ຜູ່ກອງສີໄຄ ແມ່ນຖືກກຳຈັດອອກຈາກວົງການໆເມືອງຂອງສອງຝ່າຍ. ສ່ຽງຕາຍມາຈົນໄດ້ໄຊຊະນະ ແຕ່ ຖືກ ຂ້າຄວາຍເຖົ້າກິນ

ລາດແລ້ວນາ.

 

(ຈົບ)

 

 

 



__________________
Anonymous

Date:
Permalink   
 

ຕອນ 10. wrote:

ນອກກະໂທງ:

ປະກົດວ່າມີຄົນເຂົ້າມາເຜີ້ມເຕີມປວັດຂອງ ທ່ານເດືອນ ສູນນະຣາຊ ຈາກປີ 1973 ຫາ ວັນສຸດທ້າຍຊີວິດຂອງເພິ່ນ.

ເຖິງຢ່າງໃດກໍຕາມ ຂ້າພະເຈົ້າຜູ່ຂຽນປວັດຂອງຝ່າຍເປັນກາງແລະເປັນກາງຮັກຊາດນີ້ຂະບໍ່ຕັດສິນວ່າຜິດຫຼືຖືກເພາະ

ຂ້າພະເຈົ້າເຄີຍກ່າວໄວ້ກ່ອນໝູ່ໝົດໃນຕອນ ທີ1 ວ່າບໍ່ມີໃຜຂຽນແລະຢັ້ງຢືນຄວາມເປັນຈິງຂອງຄວາມເປັນກາງ ຫຼື

ຝ່າຍກາງໄວ້ບໍ່ວ່າຝ່າຍວຽງຈັນ ຝ່າຍແນວລາວຮັກຊາດ ຫຼື ຝ່າຍເປັນກາງເອງ. ຂ້າພະເຈົ້າຂຽນປວັດຝ່າຍກາງນີ້ອອກ

ມາກໍລ້ວນແລ້ວໄດ້ມາຈາກການອ່ານຂ່າວ ປະສົມກັບປະສົບການໂຕຈິງຂອງຕົນເອງທີ່ກ່ຽວຂ້ອງກັບການເມືອງລາວ

ແຕ່ປີ 1945 ຫາ 75, ສາມສິບປີຂອງການເມືອງລາວ. ເຖິງຢ່າງໃດກໍຕາມຂໍຂອບໃຈທຸກຄົນທີ່ເຂົ້າມາອ່ານແລະອອກ

ຄວາມຄິດຄວາມເຫັນເຜີ້ມເຕີມ ມານະໂອກາດນີ້ດ້ວຍ.    

ພາຍຫລັງການເສັຍຊີວິດຂອງທ່ານເດືອນ ສູນນະຣາຊ ໄດ້ເຮັດໃຫ້ຝ່າຍເປັນກາງຮັກຊາດທີ່ຍັງຈົງຮັກພັກດີຕໍ່ເພິ່ນເກີດຄວາມບໍ່ພໍໃຈຂຶ້ນ

ແລະກໍບໍ່ມີໃຜຈະຄາດຝັນວ່າຊີວິດເພິ່ນຈະມາຈົບລົງແບບງ່າຍດາຍເຊັ່ນນີ້ ເພາະທ່ານເດືອນຍັງແຂງແຮງແລະຮ່າງກາຍສົມບູນທຸກຢ່າງ

ສຳຄັນສຸດແມ່ນຄົນທີ່ຢູ່ໃກ້ສິດເພິ່ນທີ່ອອກກຳລັງກາຍຮ່ວມເພິ່ນທຸກເຊົ້າທຸກແລງ. ຣັຖະບານ ສປປ ລາວ ແມ່ນບໍ່ໃຫ້ຄຳຕອບໃຜທັງສິ້ນ

ທີ່ຖາມກ່ຽວກັບການຕາຍຂອງທ່ານເດືອນ   ແລະ ໃນຍຸກນັ້ນນັກຂ່າວຕ່າງປະເທດຂອງປະເທດເສຣີກໍບໍ່ມີຫລາຍທີ່ເຂົ້າໄປທຳຂ່າວຢູ່ລາວ

ນອກຈາກປະເທດໄທ ຍີ່ປຸ່ນ ແລະ ອອສເຕຣເລັຍ ເທົ່ານັ້ນທີ່ຣັຖະບານລາວມີນະໂຍບາຍອະນຸຍາດໃຫ້ທຳຂ່າວໃນລາວ ແຕ່ບໍ່ໃຫ້ອອກຈາກ

ຂອບເຂດກຳແພງນະຄອນວຽງຈັນ. ສ່ວນນັກຂ່າວຕ່າງປະເທດຂອງປະເທດສັງຄົມນິຍົມແມ່ນຣັຖະບານື ສປປ ລາວໃຫ້ໄປຫາຂ່າວທົ່ວປະ

ເທດໄດ້ແຕ່ຕ້ອງຜ່ານການກວດກາຂອງເຈົ້າໜ້າທີ່ລາວທຸກຢ່າງກ່ອນຈະນຳຂ່າວອອກສູ່ສັງຄົມໄດ້. ດັ່ງນັ້ນການເສັຍຊີວິດຂອງທ່ານເດືອນ

ຈິງງຽບຫາຍໄປຕາມວັນເວລາທີ່ຜ່ານໄປ ໃນທີ່ສຸດກໍມິດເອົາໄປຊື່ໆ.

ປະຊາຊົນຄົນລາວແລະຊາວຕ່າງປະເທດທີ່ອາສັຍຢູ່ໃນນະຄອນຫລວງວຽງຈັນແມ່ນບໍ່ຮູ້ວ່າຍັງມີການສູ້ຮົບກັນຢູ່ເຂດນອກນະຄອນຫລວງ,

ນອກຈາກຮູ້ຮົບກັບພວກເຈົ້າຟ້າມົ້ງແລ້ວຍັງມີການຕໍ່ສູ້ກັບໜ່ວຍກູ້ຊາດຂອງອດີດນາຍແລະພົນທະຫານເກົ່າຂອງອະດີດຝ່າຍຣັຖະບານ

ວຽງຈັນຢູ່ຕາມແນວຊາຍແດນລາວໄທແຕ່ເໜືອເຖິງໃຕ້ ຊຶ່ງສ້າງຄວາມເສັຍຫາຍໃຫ້ທະຫານຂອງຝ່າຍ ສປປ ລາວ ຢ່າງໜັກ. ສາງອາວຸດ

ແລະສະບຽງອາຫານຂອງ ສປປ ລາວຖືກທຳລາຍເຜົາຖີ້ມໄປຫລາຍແຫ່ງ, ຣົຖລະລຽງຂົນສົ່ງອາວຸດແລະສະບຽງອາຫານຂອງທະຫານຖືກ

ມົ້ງແລະກອງກຳລັງກູ້ຊາດດັກສະກັດຍິງເຜົາທຳລາຍຕາມເສັ້ນທາງເລຂທີ 13 ແຕ່ເໜືອເຖິງໃຕ້ຢ່າງບໍ່ຂາດແຕ່ລະວັນ.

 

ທີ່ວັງວຽງ ຍົນເຮລີຄ໊ອບແຕ ຂົນທະຫານອ້າຍນ້ອງທີ່ບາດເຈັບແລະເສັຍຊີວິດມາໄວ້ແລະປິ່ນປົວຢູ່ໂຮງໝໍໂອບີ້ວັງວຽງບໍ່ຕ່າງຫຍັງກັບຕອນ

ສມັຍຂົນທະຫານຮັບຈ້າງໄທຂຶ້ນຊຳທອງລ່ອງແຈ້ງ, ເມືອງສຸຍ ແລະ ທົ່ງໄຫຫີນໃນປິ 1969-70.  ທະຫານອ້າຍນ້ອງທີ່ເສັຍຊີວິດແລະບາດ

ເຈັບນັ້ນແມ່ນມາຈາກການສູ້ຮົບກັບມົ້ງ ແລະມາຈາກທາງພູຄູນ, ເມືອງພູນ, ພູຫວາຍ, ຜາແກະ, ພູວຽງ, ຜາງູ, ນານ່ານ, ເມືອງກີມ,

ລ້ອງໂປດ, ພູກູດ ແລະ ພູເບັ້ຍ. ທະຫານທີ່ເສັຍຊິວິແລະບາດເຈັບທີ່ນຳມາທີ່ວັງວຽງນັ້ນແມ່ນທະຫານໃໝ່ທີ່ຖືກເກນຫລັງຈາກປົດປ່ອຍປີ

75 ເປັນສ່ວນຫລາຍແລະກໍເປັນຄົນພື້ນຖານຈາກວຽງຈັນຂຶ້ນໄປຮອດວັງວຽງ, ແລະພາກສ່ວນໜຶ່ງແມ່ນສົ່ງໄປທາງໂພນສວັນແລະກໍເປັນ

ທະຫານອ້າຍນ້ອງມນເຂດປົດປ່ອຍເກົ່າເປັນສ່ວນຫລາຍ. ທະຫານອ້າຍນ້ອງທີ່ຖືກບາດເຈັບໃນການສູ້ຮົບກັບມົ້ງແມ່ລົ້ນໂຮງໝໍທັງສອງ

ແຫ່ງກໍຄືທີ່ວັງວຽງແລະໂພນສວັນ, ໜ້ອຍໜັກໜ້ອຍໜາທີ່ເຂົາຈະນຳມາປິ່ນປົວຢູວຽງຈັນເພາະຣັຖະບານ ສປປ ລາວ ປິດຫູບັງຕາປະຊາ

ຊົນແລະທູດຕ່າງປະເທດ ວ່າບໍ່ມີສົງຄາມຫຼືການຕໍ່ສູ້ຂອງຝ່າຍຕໍ່ຕ້ານຣະບອບໃໝ່ດັ່ງທີ່ເປັນຂ່າວອອກມາກ່ອນໜ້ານັ້ນ.

ພັນເອກ ສີໄຄ ຜູ່ບັງຄັບບັນຊາກອງພັນ 15 ອະດີດກອງກຳລັງຂອງກອງແລແລະທ່ານເດືອນ ກອງພັນດຽວທີ່ທຳການສູ້ຮົບກັບພວກມົ້ງ

ມາແຕ່ປີ 1974 ເປັນຕົ້ນມາ, ນອກຈາກກອງພັນ 15 ເປັນກາງຮັກຊາດນີ້ແລ້ວ ກໍມີ ກອງພັນທີ່1 ແລະ ກອງພັນທີ2 ອັນລືຊື່ໃນປວັດ

ສາດຂອງກອງກຳລັງຂອງແນວລາວຮັກຊາດໄດ້ເຂົ້າມາຮ່ວມກັນກວາດລ້າງມົ້ງຕາມແຜນການຂອງຄຳໄຕ ສີພັນດອນ. ແຕ່ບໍ່ໜ້າເຊື່ອ

ກອງພັນທີ2 ອັນລືຊື່ຖືກກອງກຳລັງເຈົ້າຟ້າທຳລາຍຢູ່ຜາງູຈົນບໍ່ເຫຼືອຮອດເປັນກອງພັນ ທັງລູກນ້ອງທັງນາຍຖືກມົ້ງມ້ຽນຈົນກ້ຽງ. ກອງ

ພັນທີ1 ກໍຖືກດັບຢູ່ພູກູດແລະພູເບັ້ຍໃນສາມເດືອນຕໍ່ມາຫລັງການພັງທະລາຍຂອງກອງພັນທີ2໋ ຍັງເຫຼືອແຕ່ກອງພັນ 15 ທີ່ຍັງຄົງຕົວ

ຢູ່ໄດ້ ຈະເປັນດ້ວເຫດຜົນອັນໃດແມ່ນບໍ່ມີໃຜສາມາດຮູ້ໄດ້ ສິ່ງທີ່ແນ່ໆກໍຄືກອງພັນນີ້ສ່ວນຫລາຍແມ່ນນາຍທະຫານຜ່ານການຝຶກຝົນແລະ

ຮ່ຳຮຽນການທະຫານມາຈາກສາມປະເທດຄື ຈີນ, ໂຊຫວຽດ ແລະ ໂປໂລຍ ທັງນັ້ນ.  ຜູ້ກອງ ສີໄຄ ຕໍ່ສູ້ກັບມົ້ງຈົນເຖິງວັນສຸດທ້າຍທີ່ມົ້ງໄດ້

ໝົດກອງກຳລັງແລະອາວຸດໃນປິ 1990 ແລະຫລັງຈາກນັ້ນຊື່ສຽງຂອງ ຜູ່ກອງສີໄຄ ກໍມິດໄປເລີຍ, ຂ້າພະເຈົ້າພະຍາຍາມຕິດຕາມຂ່າວ

ຄາວຂອງເພິ່ນແຕ່ກໍບໍ່ມີຂ່າວຄືບໜ້າຫຍັງໝົດ. ນາຍທະຫານຂັ້ນຊັ້ຊຮ້ອຍເອກໃນປີ 75-76 ນັ້ນເປັນພົນໂທ ພົນເອກ ແລະເປັນຣັຖະ

ມົນຕຣີປ້ອງກັນຊາດກໍມີ ເພາະພວກນີ້ແມ່ນທະຫານຝ່າຍປະເທດລາວຫຼືແນວລາວຮັດຊາດທັງນັ້ນ. ຜູ້ກອງສີໄຄ ຄວນໄດຮັບຍົດພົນ

ເອກຖ້າເພິ່ນເປັນທະຫານຂອງຝ່າຍປະເທດລາວ ແຕ່ເພິ່ນເປັນທະຫານເປັນກາງຮັກຊາດ ຈຶ່ງບໍ່ເຫັນເພິ່ນມີບົດບາດຫຍັງໃນຣັຖະບານ

ຂອງ ສປປ ລາວ.

ອັນນີແລ້ວສທີ່ຂ້າພະເຈົ້າຂຽນວ່າ ຕໍ່ສູ້ຄຽງຂ້າງຮ່ວມກັນມາແຕ່ປີ 60 ເຖິງວັນໄດ້ໄຊຊະນະ...ບໍ່ມີຫຍັງເລີຍ! ທັງກອງແລ ທັງທ່ານເດືອນ

ແລະ ຜູ່ກອງສີໄຄ ແມ່ນຖືກກຳຈັດອອກຈາກວົງການໆເມືອງຂອງສອງຝ່າຍ. ສ່ຽງຕາຍມາຈົນໄດ້ໄຊຊະນະ ແຕ່ ຖືກ ຂ້າຄວາຍເຖົ້າກິນ

ລາດແລ້ວນາ.

 

(ຈົບ)

 

 ສະບາຍດີແລະຂອບໃຈນຳທ່ານຜູ້ຂຽນປວັດພັກເປັນກາງ!

 

 


 



__________________
Anonymous

Date:
Permalink   
 



__________________
Anonymous

Date:
Permalink   
 

 ຊ່ວຍກັນ ພີ່ນ້ອງເພືອ່ນຮ່ວມຊາດ. ທວນທຸງຂອງຄວາມເປັນຊາດລາວ ນັບມື້ນັບ ເນີ້ງ ເອ່ນ  ເຊ້ວ ລົງເຊ້ວລົງ

ເປັນອັນວ່າ ຄວາມເປັນຊາດລາວ ຢູ່ໃນຂັ້ນຫັນໃຈປາ.....ຂ້າງຫຶ່ນງ ຢູ່ປາກ ວຽດນາມ ກໍາລັງ

ໂມ່ມກືນ.....ແລະອີກຂ້າງຫຶ່ນງ  ຢູ່ໃນປາກຈີນ ກໍາລັງຫຍໍ້າ ກໍາລັງຄ້ຽວ.



__________________
Anonymous

Date:
Permalink   
 

ກໍຍ້ອນ ກອງແລ ແລະ ສຸວັນນະພູມມາ ປະເທດລາວຈຶ່ງກາຍເປັນ

ແບບນີ້. ຕົ້ນຕໍກໍມາຈາກສາມພໍ່ລູກທີ່ກໍ່ຕັ້ງກອງກຳລັງອິສຣະແລະ

ຣັຖະບານເຖື່ອນຂຶ້ນຢູ່ທີ່ບາງກອກປະເທດໄທ ນັ້ນກໍຄື ເພັຊະຣາຊ

ສຸວັນະພູມມາ ແລະ ສຸພານຸວົງ. ໄສ້ໃນທ້ອງກັບກາຍເປັນໜອນ.



__________________
Anonymous

Date:
Permalink   
 

Anonymous wrote:

ກໍຍ້ອນ ກອງແລ ແລະ ສຸວັນນະພູມມາ ປະເທດລາວຈຶ່ງກາຍເປັນ

ແບບນີ້. ຕົ້ນຕໍກໍມາຈາກສາມພໍ່ລູກທີ່ກໍ່ຕັ້ງກອງກຳລັງອິສຣະແລະ

ຣັຖະບານເຖື່ອນຂຶ້ນຢູ່ທີ່ບາງກອກປະເທດໄທ ນັ້ນກໍຄື ເພັຊະຣາຊ

ສຸວັນະພູມມາ ແລະ ສຸພານຸວົງ. ໄສ້ໃນທ້ອງກັບກາຍເປັນໜອນ.


    ເວົ້າຖືກຫລາຍ ໃ້ຄະແນນ  A+ or perfect  score = 100/100



__________________
Anonymous

Date:
Permalink   
 

Anonymous wrote:
Anonymous wrote:

ກໍຍ້ອນ ກອງແລ ແລະ ສຸວັນນະພູມມາ ປະເທດລາວຈຶ່ງກາຍເປັນ

ແບບນີ້. ຕົ້ນຕໍກໍມາຈາກສາມພໍ່ລູກທີ່ກໍ່ຕັ້ງກອງກຳລັງອິສຣະແລະ

ຣັຖະບານເຖື່ອນຂຶ້ນຢູ່ທີ່ບາງກອກປະເທດໄທ ນັ້ນກໍຄື ເພັຊະຣາຊ

ສຸວັນະພູມມາ ແລະ ສຸພານຸວົງ. ໄສ້ໃນທ້ອງກັບກາຍເປັນໜອນ.


    ເວົ້າຖືກຫລາຍ ໃ້ຄະແນນ  A+ or perfect  score = 100/100


        ຈະເປັນກາງ ເດືອນ ສູນນະລາດ ຈະເປັນກາງກອງແລ ຈະເປັນ ພັກພວກຂອງ ນພ ສິງກະໂປ  ຈະເປັນ ຜູ້ຊຸກຍູ້ ຄະນະຂອງສຸພານຸວົງສຸ ຈະເປັນຜູ້ສື່ສັດຕໍ່ສຸວັນນາ ຫຼື ກຸ່ມກາງ ໝາກຂີ້ຫໍາອື່ນໆ ພວກນີ້ແມ່ນມົດ  CREDIT ແລ້ວ

ສໍາລັບ ປຊຊລ ທາງດ້ານການເມືອງ. ຜູ້ທີ່ເຫັນດີໃຫ້ການຊຸກຍູ້ມີແຕ່:   ພະຍານາກ ກັບທ້າວ ລິເຈີດ ໄຊສະມອນ.



__________________
Anonymous

Date:
Permalink   
 

ກໍຍ້ອນ ກອງແລ ແລະ ສຸວັນນະພູມມາ ປະເທດລາວຈຶ່ງກາຍເປັນ

ແບບນີ້. ຕົ້ນຕໍກໍມາຈາກສາມພໍ່ລູກທີ່ກໍ່ຕັ້ງກອງກຳລັງອິສຣະແລະ

ຣັຖະບານເຖື່ອນຂຶ້ນຢູ່ທີ່ບາງກອກປະເທດໄທ ນັ້ນກໍຄື ເພັຊະຣາຊ

ສຸວັນະພູມມາ ແລະ ສຸພານຸວົງ. ໄສ້ໃນທ້ອງກັບກາຍເປັນໜອນ.

_________________________________________

ສາມພໍ່ລູກໃດນີ້ ສາມພໍ່ລູກກ້ອງຫວ່າງຂາຫວາ? 

ພໍ່ຂອງສຸວັນນະພູມາ ແລະສຸພານຸວົງແມ່ນ ອຸປະຮາດບຸນຄົງບໍ່ແມ່ນ ເພັດຊະລາດ

ຂ້ອຍໂລດຄັນແຂ້ວນຳຄົນບໍ່ຮູ້ແລ້ວເຮັດຢາກຮູ້



__________________
Anonymous

Date:
Permalink   
 

   ໃຜວ່າເມືອງລາວເສົ້າ.........................ເຊົາສາເຍີຢ່າຟ້າວວ່າ

 ແກວ ຫລຸເຂົ້າມາແໝ້ນອຶ້ງຕຶ້ງ................ຄຶງລາວໄວ້ໃຫ້ຮັ່ງມີ

 

 ໃຜວ່າເມືອງລາວມ້ວຍ...................ຊວຍລົງຈະຊິ້ນຊາດ

 ຈີນ ເປັນທາດຮັບໄຊ້.......................ຊູສ້າງຊາດລາວ....ດອກນາ.

 

   ໄກສອນ  ພົມວິຫານ, ນາຣົກຂຸມທີສິບແປດ.



__________________
Anonymous

Date:
Permalink   
 

Anonymous wrote:

ກໍຍ້ອນ ກອງແລ ແລະ ສຸວັນນະພູມມາ ປະເທດລາວຈຶ່ງກາຍເປັນ

ແບບນີ້. ຕົ້ນຕໍກໍມາຈາກສາມພໍ່ລູກທີ່ກໍ່ຕັ້ງກອງກຳລັງອິສຣະແລະ

ຣັຖະບານເຖື່ອນຂຶ້ນຢູ່ທີ່ບາງກອກປະເທດໄທ ນັ້ນກໍຄື ເພັຊະຣາຊ

ສຸວັນະພູມມາ ແລະ ສຸພານຸວົງ. ໄສ້ໃນທ້ອງກັບກາຍເປັນໜອນ.

_________________________________________

ສາມພໍ່ລູກໃດນີ້ ສາມພໍ່ລູກກ້ອງຫວ່າງຂາຫວາ? 

ພໍ່ຂອງສຸວັນນະພູມາ ແລະສຸພານຸວົງແມ່ນ ອຸປະຮາດບຸນຄົງບໍ່ແມ່ນ ເພັດຊະລາດ

ຂ້ອຍໂລດຄັນແຂ້ວນຳຄົນບໍ່ຮູ້ແລ້ວເຮັດຢາກຮູ້


 ຂ້າພະເຈົ້າພິມຜິດ ທີ່ຈິງແລ້ວແມ່ນຂ້າພະເຈົ້າຈະຂຽນ ສາມອ້າຍນ້ອງ ເພັຊະຣາຊ

ສຸວັນນະພູມມາ ແລະ ສຸພານຸວົງ. ບໍ່ແມ່ນຂ້ອຍບໍ່ຮູ້ແລ້ວເຮັດຢາກຮູ້ຄືເຈົ້າເວົ້າດອກ ແຕ່ຢ່າງໃດ

ກໍຂໍຂອບໃຈທີ່ມາແກ້ໄຂດັດແປງໃຫ້. ຂ້ອຍຮູ້ປວັດຂອງຕະກູນນີ້ແຕ່ຮຽນຢູ່ ປ3 ກ່ອນເມືອງລາວ

ແຕກພຸ້ນວ່າເຈົ້າເພັຊະຣາດກັບສຸວັນນະພູມມາເປັນອ້າຍນ້ອງຄີງຮ່ວມພໍ່ແມ່ດຽວກັນ ສ່ວນສຸພານຸວົງນັ້ນ

ເປັນນ້ອງຂອງເພັຊະຣາດແລະສຸວັນນະພູມມາພໍ່ດຽວກໍຄືມະຫາອຸປລາດ ບຸນຄົງ ແຕ່ຄົນລະແມ່ແມ່.



__________________
Anonymous

Date:
Permalink   
 

Anonymous wrote:
Anonymous wrote:

ກໍຍ້ອນ ກອງແລ ແລະ ສຸວັນນະພູມມາ ປະເທດລາວຈຶ່ງກາຍເປັນ

ແບບນີ້. ຕົ້ນຕໍກໍມາຈາກສາມພໍ່ລູກທີ່ກໍ່ຕັ້ງກອງກຳລັງອິສຣະແລະ

ຣັຖະບານເຖື່ອນຂຶ້ນຢູ່ທີ່ບາງກອກປະເທດໄທ ນັ້ນກໍຄື ເພັຊະຣາຊ

ສຸວັນະພູມມາ ແລະ ສຸພານຸວົງ. ໄສ້ໃນທ້ອງກັບກາຍເປັນໜອນ.

_________________________________________

ສາມພໍ່ລູກໃດນີ້ ສາມພໍ່ລູກກ້ອງຫວ່າງຂາຫວາ? 

ພໍ່ຂອງສຸວັນນະພູມາ ແລະສຸພານຸວົງແມ່ນ ອຸປະຮາດບຸນຄົງບໍ່ແມ່ນ ເພັດຊະລາດ

ຂ້ອຍໂລດຄັນແຂ້ວນຳຄົນບໍ່ຮູ້ແລ້ວເຮັດຢາກຮູ້


 ຂ້າພະເຈົ້າພິມຜິດ ທີ່ຈິງແລ້ວແມ່ນຂ້າພະເຈົ້າຈະຂຽນ ສາມອ້າຍນ້ອງ ເພັຊະຣາຊ

ສຸວັນນະພູມມາ ແລະ ສຸພານຸວົງ. ບໍ່ແມ່ນຂ້ອຍບໍ່ຮູ້ແລ້ວເຮັດຢາກຮູ້ຄືເຈົ້າເວົ້າດອກ ແຕ່ຢ່າງໃດ

ກໍຂໍຂອບໃຈທີ່ມາແກ້ໄຂດັດແປງໃຫ້. ຂ້ອຍຮູ້ປວັດຂອງຕະກູນນີ້ແຕ່ຮຽນຢູ່ ປ3 ກ່ອນເມືອງລາວ

ແຕກພຸ້ນວ່າເຈົ້າເພັຊະຣາດກັບສຸວັນນະພູມມາເປັນອ້າຍນ້ອງຄີງຮ່ວມພໍ່ແມ່ດຽວກັນ ສ່ວນສຸພານຸວົງນັ້ນ

ເປັນນ້ອງຂອງເພັຊະຣາດແລະສຸວັນນະພູມມາພໍ່ດຽວກໍຄືມະຫາອຸປລາດ ບຸນຄົງ ແຕ່ຄົນລະແມ່ແມ່.


     

     ທ້າວບຸນຄົງ ນີ້ເປັນຄົນ Horny , playboy and womanizer ມີເມັຽຫລາຍຄົນຫລາຍ X,Y, Z ..and X to the infinity . ແມ່ທ້າວສຸພານຸວົງ-ໄອ້ ໝວດ ໝ້າພະ ໃຈເສືອ, ເປັນເມັຽຄົນທີ ສິບ. ທ້າວສຸພານຸວົງສ໌  ຫຼື ສື່ຫິ້ລນວ່າ ທ້າວຄໍາຝັ້ນ  ຖືກເຈົ້າ ຖືກຈອມ  ລັງແກ່  ເອົາລັດເອົາປຽບ ເນືອ່ງຈາກວ່າ ມານດາ ທ້າວ ຄໍາຝັ້ນນີ້ເປັນ ເຊື້ອໄຜ່... ພວກເຊື້ອເຈົ້າ ເຊື້ອຈອມໃນສໄໝນັ້ນ ເບີ່ງ ທ້າວຄໍາຝັ້ນ  ເປັນ  ກາ-ແກມ-ຫົງ. ດ້ວຍເຫດຜົນນີ້ ມານ-ໃນ-ອະ-ນາ-ຄົດ ສື່ ທ້າວຄໍາຝັ້ນ

ຈັ່ງກຽດ ເຈົ້າຈອມ ເຂົ້າກະດູກດໍາ.

 

  ນອກຈາກນັ້ນ ຍັງມີຂ່າວ ຊຸບຊິບ ບໍ່ເປັນທາງການ ບໍ່ສາມາດຈະ Confirm ໃດ້ວ່າ: ເປັນທັມມະດາ ເຈົ້າພະຍາມະຫາກະສັດໃນສໄໝນັ້ນມີເມັຽຫລາຍ ໂຄຍດຽວ

(ຂໍເວົ້າແຈ້ງໆ ສານໍ) ບໍ່ສາມາດຈະ ສິ້ເມັຽ ໃຫ້ ຄົບ ທຸກຄົນໃດ້ ແລະ ຕອບສະຫນອງ ຕັນຫາ ຕາມຄວາມຕ້ອງການຂອງເມັຽໃດ້ ແມ່ສຸພານຸວົງສ໌ (ຍ້ອນເປັນເຊື້ອໄຜ່)

ຈັ່ງໃດ້ຖືກ ຈັດຕັ້ງໃຫ້ົໄປຕໍານັກຢູ່ ຫໍໂຮງ ໄກຈາກ  ມະເຫສີ ທີ່ມີເຊື້ອສາຍເປັນເຈົ້າເປັນຈອມ. This is one of the form of discrimination and segregation base on whenever you come from royal family or not. ຍ້ອນຄວາມເຢັນຊາ ເມີນເຊີຍ ຄັ້ງຄາຍ ( ຫຼື ຄຽວ)  ແມ່ສຸພານຸວົງສ໌ ຈັ່ງໃດ້ (ລັກ) ຫິ້ລນກັບ ຄົນໄຊ້ ຊຶ້ງເປັນ ຊາວວຽດນາມທີ່ ມາອາສັຍ ຢູ່  ປທລ ໃນສໄໝນັ້ນ. Any thing is possible. Please, do not rule out.

 

  ຈາກຂໍ້ມູນນີ້  ຫາກສົມມຸດວ່າມັນເປັນຄວາມຈິງ (ສຸພານຸວງົສ໌ ເທົ້ານັ້ນ ທີ່ ສາມາດຮັບຮູ້ ແລະ ບອກເຮົາໃດ້) ເຮົາສາມາດ ສະຫລຸບໃດ້ວ່າ ສຸພານຸວົງສ໌ ກໍແມ່ນ

ລາວ-ແກວ ບໍ່ແຕກຕ່າງຫັຍງຈາກ ຫໍລ ກົງ ກົງ ໄກສອນ  ພົມວິຫານ, ບັດຊົບ ຄໍາໄຕ, ອັບປີ ສະມານ ວິຍະເກດ ແລະ ລາວ-ແກວ ອື່ນໆ.

 

  ບົດພິສູດ: ຂໍ້ທີຫຶ່ນງ: ເບີ່ງ ຈາກ ມຸມມອງ circumstantial evidence ການປະພຶດ ປະຕິກິຣິຍາ ຕ່າງໆ ສຸພານຸວົງສ໌ ນອກຈາກ ຈະມັກ ລຸ້ມຫົລງ  ຕົກຫຸລມຮັກກັບແກວມັກມົດຂີ້ແລ້ວ.....ສຸພານຸວົງສ໌ ຍັງໃດ້ ປົງ ຍອມ ແຕ່ງງານກັບ ມອບຊີວິດ ໃຫ້ເມັຽ ຜູ້ຊຶ້ງ ເປັນຄົນແກວ. ມັນກໍເປັນການແຕ່າງງານ ເສບສົມເສືອ່ມຍົງກັນຢ່າງ ພໍໃຈ ເນືອ່ງຈາກວ່າ ເປັນ ການແຕ່ງງານ ລະວ່າງ:

   

                                   ແກວ-ລາວ (ສຸພານຸວົງສ໌)   ແຕ່ງກັບ  ແກວ ແທ້ໆ....

 

ຂໍ້ພິສູດທີສອງ: ຍ້ອນສຸພານຸວົງສ໌ ຮູ້ສຶກວ່າຕົນເອງ ເປັນ ແກວ ຜູ້ກ່ຽວຈັ່ງໃດ້ຫລອກເອົາ ເຈົ້າມະຫາຊີວິດ ພ້ອມດ້ວຍ  ຄະນະ ມົນຕຣີ ປະສົມການເມືອງ ຊຶ້ງສວ່ນໃຫ່ຍເປັນຄົນລາວລຸ່ມ ເອົາໄປປາດຄໍ ຢູ່ ວຽງໄຊ ໃຫ້ ລະອຽດ. ນະໂຍບາຍສາມກ້ຽງ. It is is pay back time......

 

ຄວາມອໍາມະຫິດອັນນີ້ ກໍບໍ່ແຕກຕ່າງຫັຍງຈາກ  ຄວາມອໍາມະຫິດຂອງ ຫລໍ ກົງ ກົງ ໄກສອນ  ພົມວິຫານ ຊຶ້ງເປັນ ລາວແກວທີ່ ໃດ້ ເອົາ ຂ້າຣາຊການທະຫານ ຕໍາລວດ ປຊຊລ ສວ່ນໃຫ່ຍ ໄປ ສັງຫານ ຂ້າ ໃຫ້ດັບສູນ. ຈາກ ບົດຮຽນ ຂອງການສົມທຽບນີ້ ເຮົາ ສາມາດ ເຂົ້າໃຈໃດ້ວ່າ : ຫລັກຖານທາງອ້ອມ ສາມາດບົ່ງບອກໃດ້ເຖີງ

ຄວາມຮູ້ສຶກ ເຈດຕະນາ ຄວາມຕັ້ງໃຈ ຄວາມຜູກພັນໃນສາຍເລືອດ ແລະ ເຊື້ອຊາດຂອງ ນັກ ຜດກ ແຕ່ ລະຄົນ.



__________________
Anonymous

Date:
Permalink   
 

 ຂໍຕື່ມແນ່ເດີ ຍາທ່ານ.  ອີງຕາມຂໍ້ມູນສືບສວນສອບສວນມາໃດ້ ແມ່ທວດ ທ້າວ ແຊມ ພົມມະຈັນ ຫຼື  SN Overseaman ແມ່ນເປັນເມັຽ ຄົນທີ ສິບເອັດຂອງທ້າວບຸນົຄງ.

ດັ່ງນັ້ນ ທ້າວແຊມ ພົມມະຈັນນີ້ກໍ ອາດ ເວົ້າໃດ້ວ່າ  ເປັນ ຫລານ ຫ່າງໆ ຂອງ ແກວ-ລາວ ສຸພານຸວົງສ໌. ໂຮ!!! ສໍາພໍບັກເວນນີ້ຈັ່ງ ມັກ ຣະບອບ ຜດກ. ມັນຊຸກຍູ້ ລູງໝວດມັນ.;



__________________
Anonymous

Date:
Permalink   
 

       ເປັນຫັຍງ ລາວໂຮມລາວສາມຄັ້ງ ສຸພານຸວົງສ໌ ບໍ່ຕ້ອງການເຂົ້າຮ່ວມວົງສາຄະນະຍາດ-ເປີດເອີດເຕີດ ໄປວຽດນາມ  ໄປຫາພໍ່ໂຫຈິມິນ?

     

                                                                                      ຄໍາຕອບ:

     

      ກ. ບໍ່ທັນໃດ້ຄົດລົ້ມ ຣາຊວົງ ພວກວັງໝ້າ ໃດ້ສໍາເຣັດ-ພວກທີ່ລັງກຽດ ລັງແກ ເອົາປຽບເອົາລັດ ສຸພານຸວົງສ໌ ຕອນ ຍັງໄວ. ໝາຍຄວາມວ່າ ສຸພານຸວົງສ໌ກຽດຊັງ ພວກນີ້

          ເຂົ້າກະດູກດໍາ,

      ຂ. ຕ້ອງກໍາຈັດພວກລາວລຸ່ມ (ພວກບໍໃດ້ ຖິ້ມບັດເອົາສຸພານຸວງົສ໌ ເປັນຜູ້ນໍາ)ແລະ ຄົດລົ້ມຣາຊບັນລັງລົງໃດ້ ຕົນເອງຈັ່ງສາມາດເປັນ ປທປທ ໃດ້ ຢ່າງບໍ່ມີອຸບປະສັກ,

      ຄ.ຈ້ອງຖ້າໂອກາດທອງ ຂ້າລ້າງ ພວກ ລາວລຸ່ມ ໃຫ້ພິນາດ ໂດຍສະເພາະ  ພວກຄົນດີມີສິນທັມ ຍ້ອນ ສຸພານຸວົງສ໌  ເອງ ມີຄວາມຮູ້ສຶກວ່າ ຕົນເປັນ ແກວ ແລະ

         ມີຄວາມຜູກພັນກັບແກວ  ຫລາຍກົ່ວາ ລາວ. ລາວໂຮມລາວ ບໍ່ມີຄວາມໝາຍ ສໍາລັບສຸພານຸວງົສ ເພາະ ສຸພານຸວົງສ໌ ມີເຊືອສາຍພໍ່ ເປັນ ແກວ.



__________________
Anonymous

Date:
Permalink   
 

ຍ້ອນເປັນກາງຮັກຊາດຮ່ວມມືກັບແນວລາວຮັກຊາດ ຈຶ່ງເຮັດໃຫ້ພວກເຮົາມີວັນນີ້ ວັນແຫ່ງໄຊຊະນະ ເຮັດໃຫ້ບັນດາພວກປລາໄຊພາກັນຈົ່ມທຸກ ເລົ່າປະຫວັດສາດແບບບໍ່ຖືກຄວາມເປັນຈິງ ຕົວະໄດ້ຕົວະດີ ປານອ່ານນິຍາຍນ້ຳເນົ່າກໍບໍ່ປານ!!!

 

ຍ້ອນໄດ້ຕໍ່ສູ້ຄຽງຂ້າງຮ່ວມກັນມາແຕ່ປີ 60 ເຖິງວັນໄດ້ໄຊຊະນະ, ເຖິງຈະບໍ່ໄດ້ຢູ່ໃນພວກເປັນກາງຮັກຊາດ ຫຼື ແນວລາວຮັກຊາດ ແຕ່ຂ້ອຍກໍໄດ້ມີຢູ່ມີກິນ ມີຄວາມສຸກຕາມອັດຕະພາບ!!! ກົງກັນຂ້າມກັບພວກເຈົ້າທີ່ຍາມໃດກໍຈົ່ມທຸກຈົ່ມຍາກ ຍ້ອນຕໍ່ຕ້ານການປະຕິວັດ ກໍເລີຍຕົກຢູ່ໃນສະພາບຄືຊູ່ມື້ນີ້! ຍັງບໍ່ທັນສວາຍດອກ ພໍ່ຕູ້ເອີຍ! ຄັນປ່ຽນໃຈ ກໍຍັງສາມາດມີຄວາມສຸກຮ່ວມກັບພວກເຮົາໄດ້!!!



__________________
Anonymous

Date:
Permalink   
 

Anonymous wrote:

ຍ້ອນເປັນກາງຮັກຊາດຮ່ວມມືກັບແນວລາວຮັກຊາດ ຈຶ່ງເຮັດໃຫ້ພວກເຮົາມີວັນນີ້ ວັນແຫ່ງໄຊຊະນະ ເຮັດໃຫ້ບັນດາພວກປລາໄຊພາກັນຈົ່ມທຸກ ເລົ່າປະຫວັດສາດແບບບໍ່ຖືກຄວາມເປັນຈິງ ຕົວະໄດ້ຕົວະດີ ປານອ່ານນິຍາຍນ້ຳເນົ່າກໍບໍ່ປານ!!!

 

ຍ້ອນໄດ້ຕໍ່ສູ້ຄຽງຂ້າງຮ່ວມກັນມາແຕ່ປີ 60 ເຖິງວັນໄດ້ໄຊຊະນະ, ເຖິງຈະບໍ່ໄດ້ຢູ່ໃນພວກເປັນກາງຮັກຊາດ ຫຼື ແນວລາວຮັກຊາດ ແຕ່ຂ້ອຍກໍໄດ້ມີຢູ່ມີກິນ ມີຄວາມສຸກຕາມອັດຕະພາບ!!! ກົງກັນຂ້າມກັບພວກເຈົ້າທີ່ຍາມໃດກໍຈົ່ມທຸກຈົ່ມຍາກ ຍ້ອນຕໍ່ຕ້ານການປະຕິວັດ ກໍເລີຍຕົກຢູ່ໃນສະພາບຄືຊູ່ມື້ນີ້! ຍັງບໍ່ທັນສວາຍດອກ ພໍ່ຕູ້ເອີຍ! ຄັນປ່ຽນໃຈ ກໍຍັງສາມາດມີຄວາມສຸກຮ່ວມກັບພວກເຮົາໄດ້!!!


 ຊ່າງມີມັນສະໝອງແລະແນວຄິດຕ່ຳໆ ແລະພ້ອມກັບດ້ອຍການສຶກສາ ຈຶ່ງກາຍເປັນຄົນທີ່ບໍ່ເຂົ້າໃຈເລື່ອງທີ່

ເພິ່ນຂຽນອອກມາວ່າມີຄວາມໝາຍແນວໃດກັບສັງຄົມແລະການເມືອງລາວໃນອະດີດ. ຄົນທີ່ມີແນວຄິດຕ່ຳໆແບບນີ້ລ້ວນແລ້ວ

ແຕ່ເປັນຄົນທີ່ຖືກລ້າງສະໝອງມາແຕ່ເກີດ ຈຶ່ງຖືປະຫວັດສາດເປັນເໝືອນລະຄອນນ້ຳເໜົ່າຄືມັນເວົ້າ. ຜູ່ຂຽນເລື່ອງນີ້ອາດບໍ່ແມ່ນ

ຄົນຢູ່ນອກປະເທດ ອາດເປັນຄົນຢູ່ໃນ ສປປ ລາວກໍເປັນໄດ້. ເລື່ອງມີຄວາມສຸກນັ້ນຢູ່ໃສກໍມີຄວາມສຸກທີ່ນັ້ນ ຕ່າງແຕ່ວ່າຫາມັນພໍ້ບໍ່?

ຄົນຢູ່ລາວ 7 ລ້ານຄົນນັ້ນ ຜູ່ທີ່ມຄວາມສຸກແທ້ໆນັ້ນບໍ່ຮອດລ້ານຄົນດອກ. 6 ລ້ານຄົນນັ້ນເປັນຄົນທຸກຍາກໝົດ. ສະມາຊິກພັກລັດ

ແລະຄອບຄົວຜູ້ທີ່ເປັນມະຫາເສດຖີໂຮມເຂົ້າກັນບໍ່ຮອດ 5 ແສນຄົນ. ຄົນລາວຢູ່ເມືອງນອກບໍ່ມີໃຜທຸກຕາຍຈັກຄົນ ນັ່ງຢູ່ລ້າໆ

ກໍມີອາຫານກິນແລະເງິນໃຊ້. ມັນຜູ້ອອກຄວາມເຫັນຂ້າງເທິງນີ້ກໍບໍ່ຕ່າງຫຍັງກັບຄົນ ສປປ ລາວ ໃນຈຳນວນ 6 ລ້ານຄົນທີ່ຫາເຊົ້າກິນຄ່ຳ

ຫຼືບໍ່ມີອັນຮອດຈະກິນກໍເປັນໄດ້ ແຕ່ຖືກລ້າງສະໝອງເລີຍກັາຍເປັນໝາຮັບໃຊ້ຂອງເສດຖີພັກລັດທີ່ສໍ້ໂກງເງິນລັດ ແລະດິນດອນຕ່ອນຫຍ້າ

ຂອງປະຊາຊົນໄປຂາຍໃຫ້ເຈັກໃຫ້ແກວ ມັນກໍອອກມາເຫົ່າແທນນາຍມັນພໍໃຫ້ເຂົາຖີ້ມກະດູກຫຼ້ອນມາໃຫ້ມັນແຫ້ນ.



__________________
Anonymous

Date:
Permalink   
 

Anonymous wrote:

 ອັນນີ້ແມ່ນນິທານກ້ອມ ຫຼື ເລື້ອງ ອັບປີ ຂອງພວກກຸ່ມຄອມມິວນິສ ແລະ ກຸ່ມຊ່ວຍພວກຄອມມິວນິສ.

ສະຫາຍເດືອນ, ສະຫາຍ ສຸພານຸວົງສ໌, ສະຫາຍກອງແລ, ສະຫາຍ ສຸວັນນະພູມາ ລ້ວນແລ້ວແຕ່ເປັນ ຜູ້

ສົມຮູ້ຮ່ວມຄິດ (Co- conspirator) ບໍ່ທາງກົງກໍ ທາງອ້ອມ ໃນການ ຄົດລົ້ມ ເຊື້ອຊາດເຜົ່າພັນລາວ.

ດັ່ງນັ້ນ  ຈໍາເລີຍຈໍາພວກນີ້ ລ້ວນແລ້ວແຕ່  ມືເປື້ອນເລືອດ ບໍ່ແຕກຕ່າງຫັຍງຈາກບັກ ເພດສະຄາດ ໄກສອນ ພົມວິຫານ.

ຈະມາແກ້ໂຕວ່າ ກຸ່ມໂຕ ພັກພວກໂຕເປັນຄົນດີ........ເຫັນວ່າເປັນການຂຽນໃຫ້ໂຕເອງຖືກ ແລະ ຂຽນລາຍງານດອກໄມ້.

 


 ພວກທະຫານແນວລາວຮັກຊາດຫຼືຍຸກນັ້ນທີ່ຮູ້ກັນດີທີ່ສຸດແມ່ນທະຫານອິສຣະທີ່ຄົນນິຍົມເອີ້ນທີ່ສຸດແມ່ນພວກອິສຣະຂາຍຊາດ. 

ເວົ້າເຣື່ອງຄວາມໂຫດຮ້າຍຫລືຄວາມຊົ່າຊ້າສາມານທີ່ພວກມັນກະທຳຕໍ່ໄທບ້ານຂ້ອຍຫລັງທີ່ພວກມັນມາຕີທະຫານຝ່າຍຂວາທີ່ມາຕັ້ງ

ທີ່ໝັ້ນຫຼືຄ້າຍຢູ່ທີ່ບ້ານຂ້ອຍ, ບ້ານບໍ່ຫ້ວຍຄະ, ແຕກໃນປີ 1967. ບ້ານນີ້ຕັ້ງຢູ່ໃຕ້ປາກນ້ຳແບງທີ່ມາປ່ອງໃສ່ແມ່ນ້ຳຂອງແລະເປັນ

ໝູ່ບ້ານທີ່ມີປະມານ 45 ຫຼັງຄາເຮືອນ, ມີໂຮງຮຽນແລະສຸຂສາລາ (ອະນາໄມບ້ານ) ຊຶ່ງມີນາຍຄຣູຄົນໜຶ່ງ ແລະ ນາຍໝໍປະຈຳບ້ານຄົນ

ໜຶ່ງ. ພາຍຫລັງພວກອິສຣະຍຶດຄ້າຍທະຫານແລະບ້ານຂ້ອຍໄດ້, ຊຶ່ງມີການສູ້ຮົບກັນນານກ່ວາ 3 ຊົ່ວໂມງ ຕັ້ງແຕ່ 5 ໂມງເຊົ້າຈົນເຖິງ 8

ເຊົ້າ,​ ສິ່ງທີ່ພວກທະຫານອິສຣະມັນເຮັດກ່ອນໝູ່ແມ່ນສັ່ງໃຫ້ປະຊາຊົນໝົດທຸກຄົນໃນບ້ານ ທັງຜູ້ເຖົ້າເດັກນ້ອຍຍິງຊາຍໃຫ້ໄປເຕົ້າໂຮມກັນ

ຢູ່ທີ່ເດີ່ນໂຮງຮຽນ ແລະຊັກຖາມວ່າໃຜເປັນນາຍບ້ານ ນາຍຄຣູ ແລະນາຍໝໍໃຫ້ອອກມາສເນີຕົວພາຍໃນເວລາ 15 ນາທີ. ນາຍຄູແລະ

ນາຍໝໍເປັນຄົນໃນບ້ານຂ້ອຍເອງມີ່ເພິ່ນຮຽນຈົບມາແຕ່ຫລວງພະບາງແລ້ວມາປະຈຳການຢູ່ບ້ານ, ນາຍບ້ານອອກມາສເນີຕົວບ່າເປັນພໍ່ບ້ານ

ແລະບອກພວກທະຫານອິສຣະໄປວ່າ ນາຍຄູກັບໄປບ້ານເພິ່ນເພາະໂຮງຮຽນປິດສອນ ແລະນາຍໝໍກໍບໍ່ຢູ່ ເພິ່ນໄປເອົາຢາຢູເມືອງຫຼວງໄດ້ສອງ

ມື້ແລ້ວ (ນາຍບ້ານຕົວະ) ພວກມັນ. ໃນທັນທີທັນໃດນັ້ນຍົນ ເຕ 28 ດັກຫົງລົງມາແລ້ວປ່ອຍໂບມລົງໃສ່ຄ້າຍທະຫານຢູ່ຫົວບ້ານ ຫ່າງຈາກ

ເດີ່ນໂຮງຮຽນປະມານ 500 ແມັດ, ລຳທີສອງດັກລົງມາອີກແລະຈຸດນີ້ເປັນປາກຫ້ວຍຄະປ່ອງໃສ່ແມ່ນ໊ຳຂອງ ເພາະມີຕົ້ນໄຮໃຫຍ່ 3 ຕົ້ນແລະມີ

ເງີບຫີນບັກໃຫຍ່ໆເປັນສິບກ້ອນ ເໝາະສະຣັບເປັນທີ່ກຳບັງແລະບີ້ລູກປືນ ມີທະຫານອິສຣະເປັນ 40-50 ຄົນໄປຫຼົບລີ້ຢູ່ທີ່ນັ້ນ ແມ່ນຕາຍແລະ

ເຈັບເນັຍຣະນາດ. ພໍສຽງໂບມຂອງ ເຕ 28 ດັງ ຕຶມ ຕຶມ ສອງບາດຊ້ອນກັນ ນາຍທະຫານອິສຣະຜູ້ເອີ້ນໄທບ້ານໝູ່ຂ້ອຍໄປເຕົ້າໂຮວກັນຢູ່ເດີ່ນ

ໂຮງຮຽນກໍຊັກປືນນ້ອຍມັນອອກມາຍິງພໍ່ບ້ານທັນທີ ເປັນແຕ່ບຸນລູກປືນຖືກກົກແຂນເບື້ອງຊ້າຍ ເຫັນນາຍບ້ານລົ້ມຝຸບລົງແລ້ວບໍ່ເໜັງບໍ່

ຕິງ. ໄທບ້ານໝູ່ຂ້ອຍກໍພາກັນແຕກຕື່ນແລ່ນລົງຫ້ວຍ ແຕ່ພວກສັນດານທະຫານອິສຣະທີ່ພວກເຂົາວ່າເປັນທະຫານຂອງປະຊາຊົນແລະຮັກປະ

ຊາຊົນນັ້ນເປີດສາກຍິງໄທບ້ານໝູ່ຂ້ອຍທີ່ພວມແລ່ນລົງໄປລີ້ຢູ່ຫ້ວຍ ເປັນເຫດໃຫ້ໄທບ້ານຂ້ອຍຕາຍ 6 ຄົນ ບາດເຈັບເປັນຊາວ. ພວກມັນຍິງໄທ

ຊ້ານໝູ່ຂ້ອຍແລ້ສບໍ່ແລ້ວ ມັນເອົາໄຟຈູດເຮືອນເປົາເລົ້າເຂົ້າທີ່ຢູ່ນອກບ້ານ (ເລົ້າເຂົ້າໄທນບານຂ້ອຍເພິ່ນບໍ່ປຸກໄວ້ໃນບ້ານ ເພາະຢ້ານບາດໄຟໄໝ້

ບ້ານມາຈ່ໄໝ້ເລົ້າເຂົ້າພ້ອມ ແຕ່ພວກໝາສີ້ແມ່ທະຫານອິສຣະມັນເອົໄຟເຜົາ). ບໍ່ພໍສອງນາທີ ເຕ 28 ສອງລຳນັ້ນກັບມາອີກ ແລະດັກຫົວລົງມາ

ແປຕ່ບໍ່ຍິງບໍ່ປ່ອຍລູກໂບມລົງ ແລ້ວກໍບິນໜີໄປເລີຍ. ພໍແຕ່ບົນ ເຕ28 ໝີໄປ ບັກຫົວໜ້າທະຫານອິສຣະນັ້ນກໍຕະໂກນອອກມາວ່າ ເຫັນບໍ່ຜົນ

ງານຂອງພວກສັຕຣູ ພວກຈັກະພັດມັນຍິງຮອດປະຊາຊົນແລະເຜົາຮອດບ້ານເຮືອນປະຊາຊົນ. ຫລັງຈາກນັ້ນບໍ່ພໍຊົ່ວຟມງຫລັງຈາກໄທບ້ານພາ

ກັນຊ່ວຍພີ່ນ້ອງໄທບ້ານຜູ້ບາດເຈັບແລະເສັຍຊີວິດ, ບັກຫົວໜ້າທະຫານອິສຣະບັກເກົ່ນັ້ນລະກໍມາສັ່ງໃຫ້ຜູ້ລອງນາຍບ້ານ (ພໍ່ບ້ານບາເເຈັບ)

ເກນເອົາຊາຍສະກັນ ມາໝົດບ້ານເພື່ອລຳລຽງທະຫານພວກມັນທີ່ບາດເຈັບແລະຊາກສົບທີ່ພວກມັນຕາຍຢູ່ປາກຫ້ວຄະຍ້ອນໂບມຂອງ ເຕ28

ອອກຈາກບ້ານຂຶ້ນໄປປາກແຊງ. ໃນທັນໃດທີ່ພວກຖືກເກນມາລຳລຽງອອກເດີນທາງໄປນັ້ນ ທະຫານຝ່າຍຣັຖະບານກໍກັບມາຍ່ອງພວກທີ່ເຫຼືອ

ຕາຍແລະບາດເຈັບບໍ່ຮອດ 20 ຄົນ ແຕກສະນະໂມໄປ ແລະກໍຈັບບັກຫົວໜ້າໃຫຍ່ມັນໄດ້ ເພາະໄທບ້ານຫຸ້ມເອົາໄມ້ຕານຫາມທຸບຫົວມັນ. ທະ

ທານຣັຖະບານເຂົ້າມາຍຶດພື້ນທີ່ຄືນໄດ້ພາຍໃນ 6 ຊົ່ວໂມງຫຼັງຈາກທີ່ຖືກພວກອິສຣະຕີແຕກຕອນ 8ໂມງເຊົ້າ.

ປະຊາຊົນໄທບ້ານຂ້ອຍເປັນຮ້ອຍຕ່າງກໍເຫັນເຫດການທີ່ເກີດຂຶ້ນວ່ານາຍຂອງທະຫານອິສຣະເອົາປືນນ້ອຍຂັດຢູ່ແອວມັນອອກມາຍິງພໍ່ບ້ານ

ຕອນສຽງໂບມຂອງ ເຕ 28 ແຕກ ແລະທະຫານທີ່ອາລັກຂາມັນເອົາປືນຍິງໄທບ້ານຕູຂ້ອຍທີ່ກຳລັງພາກັນແລ່ນລົງຫ້ວຍເພື່ອໄປລີ້ເຕ 28 ແລະ

ກໍເຫັນທະຫານອິສຣະເອົາໄຟເຜົາເຮືອນແລະເລົ້າເຂົ້າ. ພວກເຂົາທັນເຜົາເຮືອນໄປ 13 ຫຼັງ ແລະເລົ້າເຂົ້າ 6 ເລົ້າ.  ການກະທຳຂອງພວກທະຫານ

ແນວລາວຮັກຊາດຕໍ່ບ້ານຂ້ອຍແມ່ຊົ່ວຊ້າສາມານທີ່ສຸດ. ປານນັ້ນວ່າພມກມັນມີສິລທັມປະວັດ ຮູຂີ້ກູນີ້ ອັນສິລທັມປະຕິວັດພວກສູນັ້ນ. ຖ້າບໍ່

ມີນາຍຄຣູແລະນາຍໝໍປະຈຳບ້ານນັ້ນ ບ້ານຂ້ອຍແຮງສິໝຸ່ນກ່ອນນີ້ ເພາະວ່າຄຣູແລະໝໍເພິ່ນມີປົດສຳລອງທີ່ທະຫານເອົາໃຫ້ໄລ້ຢ່ງລັບໆແມ້ແຕ່ພໍ່

ບ້ານກໍບໍ່ຮູ້. ພໍທະຫານຝ່າຍເຮົາຖືກຕີແຕກ ນາຍຄຣູແລະນາຍໝໍກໍຕິດຕໍ່ກັບພາຍນອກໄດ້ ແລະຮູ້ຮອດວ່າທະຫານອິສຣະເຂົາໄປເຕົ້າໂຮມກັນ

ຢູ່ບ່ອນໃດ ໄທບ້ານຢູ່ບ່ອນໃດ? ບ້ານຂອຍແຕກວັນດຽວກໍຍຶດໄດ້ຄືນກໍຍ້ອນໄທບ້ານໝູ່ຂ້ອຍໂຮມແຮງໂຮມໃຈກັນ ແຕ່ໜ້າເສັຍດາຍໄດ້ກາຍເປັນ

ບ້ານຮ້າງໄປຣະຍະໜຶ່ງໃນປີ 1970 ຫາ 73 ເພາະພວກແນວລາວຮັກຊາດມັນມາແກ້ແຄ້ນໄທບ້ານຂອ້ຍຫລັງພວກມັນມາຍຶດໄດ້ຄັ້ງທີສອງໃນປີ

70 ໄທບ້ານອົະຍົບໜີກ່ອນພວກທະຫານແກວແດງຈະມາຕີ ແລະພວກໄທບ້ານຜູ້ເພິ່ນບໍ່ໜີອອກຈາກບ້ານແມ່ນຖືກພວກອິສຣະຂ້າຖິ້ມແລະ

ຈັບຂຶ້ນໄປປາກແບງໝົດ. ຫລັງສົງຄາມແລະປົດປ່ອຍທົ່ວປະເທດກໍມີຄົນສ່ວນໜ້ອຍທີ່ກັນຄືນບ້ານເດີມ ສ່ວນຫລາຍໄທບ້ານຂ້ອຍແມ່ນມາຢູ່

ອາເມຣິກາແລະຝຣັງເຄີ່ງບ້ານ.



__________________
Anonymous

Date:
Permalink   
 

Anonymous wrote:

ຍ້ອນເປັນກາງຮັກຊາດຮ່ວມມືກັບແນວລາວຮັກຊາດ ຈຶ່ງເຮັດໃຫ້ພວກເຮົາມີວັນນີ້ ວັນແຫ່ງໄຊຊະນະ ເຮັດໃຫ້ບັນດາພວກປລາໄຊພາກັນຈົ່ມທຸກ ເລົ່າປະຫວັດສາດແບບບໍ່ຖືກຄວາມເປັນຈິງ ຕົວະໄດ້ຕົວະດີ ປານອ່ານນິຍາຍນ້ຳເນົ່າກໍບໍ່ປານ!!!

 

ຍ້ອນໄດ້ຕໍ່ສູ້ຄຽງຂ້າງຮ່ວມກັນມາແຕ່ປີ 60 ເຖິງວັນໄດ້ໄຊຊະນະ, ເຖິງຈະບໍ່ໄດ້ຢູ່ໃນພວກເປັນກາງຮັກຊາດ ຫຼື ແນວລາວຮັກຊາດ ແຕ່ຂ້ອຍກໍໄດ້ມີຢູ່ມີກິນ ມີຄວາມສຸກຕາມອັດຕະພາບ!!! ກົງກັນຂ້າມກັບພວກເຈົ້າທີ່ຍາມໃດກໍຈົ່ມທຸກຈົ່ມຍາກ ຍ້ອນຕໍ່ຕ້ານການປະຕິວັດ ກໍເລີຍຕົກຢູ່ໃນສະພາບຄືຊູ່ມື້ນີ້! ຍັງບໍ່ທັນສວາຍດອກ ພໍ່ຕູ້ເອີຍ! ຄັນປ່ຽນໃຈ ກໍຍັງສາມາດມີຄວາມສຸກຮ່ວມກັບພວກເຮົາໄດ້!!!


            ບັກ  ເງີກ ຫງາກ ສະມອງລິງເອີຍ!!!! ແກວມັກຄົນ ປະເພດ ມຶງນີ້ແລ້ວ  ມາເປັນຜູ້ນໍາພໍມັນຈະໃດ້  ຈູງດັງ  ຄືຄວາຍຕູ້. ສະມອງປັນຍາມຶງມັນໄປໃສມົດ

       ຕາມຶງບໍ່ເຫັນບໍ່ວ່າ ປທຊ  ແຕກ ຫັກ  ລາວກໍາລັງຈະຊິ້ນຊາດ. ສະມອງມຶງຫັ້ນປູ້ຫຍໍ້ຄື ສະມອງ ສຸພານຸວົງສ໌ ແລະ ໄກສອນ ຫຼື ອາດ ໝາເອົາໄປກິນມົດ.

       ມຶງໄປກິນຂິ້ສາແທນທີ່ຈະກິນເຂົ້າ.



__________________
Anonymous

Date:
Permalink   
 

                                                                                                            ລາຍງານ ຂໍ້ສະຫລຸບ ໃນສະຕະວັດທີ່ຜ່ານມາ.

                     

                                   ອີງຕາມຂໍ້ມູນ ຫັລກຖານ  ເທີງ ທາງກົງ  ແລະ ທາງອ້ອມ ເທີງ ຜູ້ຫຼິ້ນ ແລະ ຜູ້ສົມຮູ້ຮ່ວມຄິດ ຢູ່ໃນເຫດການ (Main and key players)  ເຮົາອາດສາມາດເວົ້າໃດ້ວ່າ: ການ

            ຄົດລົ້ມເຊື້ອຊາດເຜົ່າພັນລາວ ການທໍາໃຫ້ ປທຊ ຈິບຫາຍວອດວາຍ ໃນທີ່ສຸດ  ປທຊ ກໍດິ່ງດັບລົງສູ່ຄວາມຫາຍຍະນະ....ແລະ ແຕກຫັກ ເປັນປ່ຽງໆ ແມ່ນເກີດຈາກນໍ້າມືຂອງ:

           

           ກ. ກຸ່ມຝ່າຍຊ້າຍ ຂອງ ພ ປຊຊ ປຕວລ ທີ່ນິຍົມວຽດນາມ ຊຶ້ງມີ ໄກສອນ ພົມວິຫານ  ເປັນຫົວຫອກຫົວດາບ  ລັ່ນໄກ ຈູດໄຟ,

           

          ຂ. ກຸ່ມ ແນວລາວຮັກຊາດ  ຊຶ້ງມີສຸພານຸວົງສ໌ ເປັນ WORK HORSE   ຫຼິ້ນ ເປັນເຍືອ່ລໍ້ ເອົາພວກ ພະຣາຊອານາຈັກລາວ ໃຫ້ ໝົ້ນເຂົ້າໄປຖືກແຮ້ວ,

         

         ຄ.  ກຸ່ມ ເປັນກາງ ໃຫ້ການຊຸກຍູ້  ສັນຍາສັນຕິພາບ ວຽງຈັນ 1973 ຢ່າງຫົ້ລມຫົວຈົມທ້າຍທີ່ມີ ສຸວັນນະພູມາ ເປັນຜູ້ນໍາ ແລະ ໃດ້ ມັດສອກເອົາພວກ ພະຣາຊອານາຈັກລາວໃຫ້ນ້ອງຊາຍສັງຫານ,

 

          ງ. ກຸ່ມເປັນກາງ ເທີງ ກາງເດີືອນ ສຸນນະລາວ ເທີງ ກາງກອງແລະ ມີສວ່ນຊ່ວຍໃຫ້ ແນວລາວນັກຊາດ ໃດ້ກໍາລັງແຂງແກ່ນຂຶ້ນ,

 

          ຈ.ກຸ່ມ ຊາວເອັດອົງການ ທໍາການ ລຸກຮື້ຂຶ້ນ ຍຶດອໍານາດການປົກຄອງ,

 

           ສ. ກຸ່ມນັກຮຽນຈາກ ສະຖາບັນຕ່າງໆ ທີ່ ປະທ້ວງ ແລະ ເດີນກະບວນເອົາ ພະຍາດ ມະເຮັງ ແຕ່ປ່າເຂົ້າມາບ້ານ,

 

        ຫັວງວ່າ ພວກ ເຮົາ ປຊຊລ ໃນນາມ Juror ຈະເວົ້າອອກເປັນສຽງດຽວກັນວ່າ: ຄົນຈໍາພວກນີ້ຄືຄົນຂາຍຊາດ ບໍ່ທາງກົງກໍທາງອ້ອມ.



__________________
Anonymous

Date:
Permalink   
 

ຖ້າກອງແລບໍ່ເຮັດປະຕິວັດ 9-8-60 ນັ້ນ ສຸວັນນະພູມມາ ກໍບໍ່ໄດ້ເປັນນາຍຍົກ ກໍຍ້ອນຄວາມຢາກເປັນໃຫຍ່ເປັນໂຕ

ຂອງຝ່າຍກາງເອງທີ່ຫວັງຄອງຄວາມເປັນໃຫຍ່ໃນປະເທດ. ຖ້າປະຕິບັດເປັນກາງຈິງໆໂດຍບໍ່ເຂົ້າຂ້າງຝ່າຍຊ້າຍຫຼືຝ່າຍຂວາ

ຍຶດຖືອຳນາດທີ່ຕົນເອງມີຢູ່ ແລະປະກາດບໍ່ຂຶ້ນກັບຝ່າຍໃດ, ຈັດຕັ້ງຄນະຣັຖບານເປັນກາງໂດຍກົງຢ່າງບໍ່ໃຫ້ມີຄນະຣັຖະມົນ

ຕຣີຈາກຝ່າຍຂວາແລະຊ້າຍເຂົ້າຮ່ວມ ແລະເຊີດຊູພະມະຫາກະສັດຊົງເປັນປະມຸກແຫ່ງຊາດ ເຊື່ອແນ່ວ່າຫຳລັງຂອງແນວລາວຮັກ

ຊາດໃນຣະຍະນັ້ນແມ່ນພັງທະລາຍຢ່າງບໍ່ຕ້ອງສົງໄສ. ເມື່ອກອງແລະໄດ້ຮັບຜົນສຳເຣັດໃນການເຮັດປະຕິວັດ ກອງແລບໍ່ຄວນ

ຍົກທີ່ນັ່ງນາຍົກໃຫ້ແກ່ສຸວັນນະພູມມາທັງໆທີ່ຮູ້ຢູ່ແລ້ວວ່າສຸວັນນະພູມມາກໍອ່ຽງຊ້າຍມາຕລອດຊຶງເຣີ່ມຕົ້ນແຕ່ຕອນເຈົ້າເພັຊະຣາດ

ຜູ້ເປັນອ້າຍປົບໜີຈາກລາວໄປຕັ້ງຣັຖບານພັດຖິ່ນຂຶ້ນຢູ່ທີ່ບາງກອກປະເທດໄທ ແລະຣັຖບານພັດຖິ່ນຊຸດນີ້ກໍມີສຸພານຸວົງແລະສຸວັນນະ

ພູມມາຮ່ວມຢູ່ນຳ ແລະຍິ່ງໄປກ່ອນນັ້ນແມ່ນຣັຖະບານພັດຖິ່ນນີ້ປະກາດຕໍ່ຕ້ານຣັຖະບານຣາຊະອານາຈັກທີ່ຂຶ້ນກັບຝຣັ່ງ ແລະມີຊື່

ວ່າ ຣັຖະບານອິສຣະ ຕໍ່ສູ້ເພື່ອກອບກູ້ເອກະຣາດຄືນຈາກຝຣັ່ງເສສ. ປວັດອັນແຈ່ມແຈ້ງຂອງສອງອ້າຍນ້ອງນີ້ກໍບົ່ງບອກແລ້ວວ່າເປັນ

ຄົນຮຽນຈົບສາມັນສຶກສາຂັ້ນມໍຕົ້ນແລະມໍປາຍຢູ່ຮາໂນຍວຽດນາມກ່ອນຈະເດີນທາງໄປຮຽນຕໍ່ທີ່ປະເທດຝຣັ່ງເສດ, ແລະສອງອ້າຍ

ນ້ອງນີ້ຖືກສ້ຽມສອນລັດທິເມົາແລະລັດທິໂຫເຂົ້າສມອງເປັນ ຄມນ ໝົດຕົນໝົດໂຕເລີຍ.

ເວົ້າຮວມແລ້ວຜູ້ເຂັ່ນຂ້າທຳລາຍເຜົ່າພັນຂອງຊາດແລະປະຊາຊົນລາວແມ່ນສອງອ້າຍນ້ອງສຸວັນນະພູມມາແລະສຸພານຸວົງນີ້.



__________________
Anonymous

Date:
Permalink   
 

 

th?&id=HN.608055081737259908&w=300&h=300&c=0&pid=1.9&rs=0&p=0

 

ເປັນທັມມະດາໃນກົລໄກເທັກນິກຂອງກົດໝາຍ  ຈໍາເລີຍເມືອ່ໃຫ້ການຕອນໝ້າສະພາແຫ່ງຊາດ ແກ່ກັມມາທິການຜູ້ແທນຕ່າງໆ ຫຼື ໃຫ້ປາກຄໍາຕໍ່ໝ້າ ໄອຍະການສານ ຜ່ານການສອບຖາມຈາກ

ຜູ້ ປະກອບສໍານວນຄະດີເອີ້ນວ່າ  District Attorney  ຈໍາເລີຍຈະຕ້ອງບ່າຍບ່ຽງໂຍນຄວາມຜິດໃຫ້ຜູ້ອື່ນ ຫຼື ເວົ້າເປີດໂປ່ງ ການກະທໍາ ຂອງກຸ່ມອື່ໆ ເພືອ່ຕົນເອງຈະຕ້ອງຖືກຫລຸດໂທດລົງ. ວິທີ

ການຕື້ນໆນີ້ ພວກ ສປປລ ແລະ ພວກ ຝ່າຍເປັນກາງຕ່າງ ຄະນະ ຕ່າງຂຽນໃຫ້ໂຕເອງຖືກ ຕ່າງຄະນະ ຕ່າງ ທາສີ ແຕ່ງເພດ ໝຸ່ງຮົ່ມໃຫ້ຕົນເອງເປັນພະເອກ " ຂ້ອຍເປັນຄົນຮັກຊາດໃຫລ   "

ເພືອ່ປ່ຽນທັສນະຄົນອື່ນໃຫ້ເຂົ້າໃຈຕາມຈຸດປະສົງຂອງຕົນແລະ ຄະນະຕ້ອງການ. ພີ່ນ້ອງເພືອ່ນຮ່ວມຊາດທີ່ຮັກແພງ  ບັນຫາການແຕກຫັກຂອງ ຊາດລາວ ເປັນ ບັນຫາ ໃຫ່ຍ (Elephant problem)

ແລະ ຫັລກຖານ ຢັ້ງຢືນໝັກແໝ້ນ ບໍ່ມີອໍານາດໃດ ......ຈະສາມາດຫລືບລ້າງ ຖົມຮອຍມົນທີນ  ຂອງ ຫັລກຖານນີ້ໃດ້.

  



__________________
Anonymous

Date:
Permalink   
 

ພວກຝ່າຍຊ້າຍແລະ ຝ່າຍເປັນກາງ ພີ່ນ້ອງເພືອ່ນ ຮ່ວມຊາດ ທີ່ຮັກແພງ.

 

   ຮັດແນວໃດ ປທຊ  ຈະອອກຈາກ ແຮ້ວ ມໍຣະນະຂອງວຽດນາມ? ເຮັດແນວໃດ ປທຊ ຈະສາມາດ

ປະຮ້າງ  ສັນຍາມິດຕະພາບແບບພິເສດລາວ-ວຽດ?

 

ຄໍາປຣິສນານີ້.....ພວກທ່ານເອງເປັນ ຄົນຜູກ.  ເມືອ່ພວກທ່ານເອງເປັນຄົນຜູກ...

..ພວກທ່ານເອງ ຕ້ອງເປັນຄົນແກ້.  

 

ມັນມີຄວາມເປັນທັມບໍທີ່ຈະໃຫ້ ຄົນລຸ້ນກ່ອນ...ມາຜູກມັດ  ຊາຕາກັມຂອງ ປທຊ  ໃຫ້ຄົນລຸ້ນໄໝ່

ກ. ຕ້ອງມາຢູ່ໃນຄວາມຂັດແຍ້ງ,

ຂ.ຕ້ອງມາ ສໍາຮ໋ະ ລ້າງຂີ້ (ຄົນລຸ້ນເກົ່າ) ແລະ ແກ້ໃຂ?

 

     ຄໍາຕອບນີ້ແມ່ນຢູ່ໃນຫົວໃຈຂອງ ນັກ ສະຕິຊາດ ລາວທຸກໆ ຄົນ.



__________________
Anonymous

Date:
Permalink   
 

ເປັນຄວາມອ່ອນແອທາງກ້ານການເມືອງແລະຜ່າຍແພ້ທາງດ້ານການທະຫານຂອງຝ່າຍ

ຂວາຕ່າງຫາກທີ່ເຮັດໃຫ້ໄສ້ກັບເກີດເປັນໜອນຂຶ້ນໄດ້.           ດາບຂອງຕົນເອງຕັດຄໍ

ຄົນຂອງຕົນເອງ ທີ່ເຈົ້າບຸນອູ້ມ ນະຈຳປາສັກ ເປັນນາຍົກຣັຖະມົນຕຣີ ໄດ້ປະຕິຮູບການ

ເມືອງແລະກົດຣັຖະທັມະນູນໃໝ່ຂຶ້ນທີ່ໄດບັນຍັດອອກມາວ່າບໍ່ໃຫ້ກະສັດມີສິດຫຼີ້ນການ

ເມືອງ ແຕ່ສຸວັນນະພູມມາແລະສູພານຸວົງເປັນທາຍາດຂອງກະສັດແຕ່ມີສິດຫຼີ້ນການເມືອງ

ໄດ້. ຜູຍ ຊະນະນິກອນເຄີຍເຕືອນຜູ່ແທນຣາຊະດອນໃນສະພາວ່າ ໄສ້ກຳລັງຈະກັບເກີດເປັນ

ໜອນ ບໍ່ພໍຮອດເດືອນ ກອງແລກໍປະຕິວັດແລ້ວຍົກຕຳແໜ່ງນາຍົກໃຫ້ສຸວັນນະພູມມາ

ຊຶ່ງຜູ່ກ່ຽວຄວນເປັນນາຍົກເອງເມື໋ອເຮັດຣັຖະປະຫານສຳເຣັດ ແລະກໍບໍ່ເປັນທີ່ເຜິ່ງພໍໃຈຂອງ

ຝ່າຍຂວາ ແຕ່ກໍບໍ່ມີທ່ານນາຍພົນແລະຣັຖະມົນຕຣີທ່ານໃດກ້າອ້າປາກອອກມາຄັດຄ້ານ

ເພາະໃຜໆກໍຍັງຮ່ວງໜ້າທີ່ແລະຕຳແໜ່ງ ເພາະກອງແລປະກາດຈະບໍ່ລົບລ້າງຄນະຣັຖະມົນຕຣີ

ແລະພວກນາຍພົນຫຼືຜູ່ບັນຊາການທະຫານສູງສຸດແລະນາຍພົນຜູ່ບັງຄັບພາກແຕ່ລະພາກ.

ມີແຕ່ນາຍພົນທ້າວມາຜູ່ບັງຄັບທະຫານອາກາດຜູ່ດຽວທີ່ໃຈກ້າອອກມາກໍ່ຣັຖະປະຫານໂຄ່ນ

ລົ້ມຣັຖະບານຂອງສຸວັນນະພູມມາໃນປີ 1967 ແຕ່ບໍ່ສຳເຣັດທັງໆທີ່ຍຶດໄດ້ທຸກໆກະຊວງທີ່ສຳຄັນ

ແຕ່ຜົນສຸດທ້າຍກໍຜ່າຍແພ້ໄປເພາະມີຄົນຫັກຫລັງ.

ຄວາມອ່ອນແອຂອງຝ່າຍຂວາຈຶ່ງເປັນຜົນໃຫ້ຝ່າຍກາງມີອຳນາດສູງສຸດ ແລະໃນທີ່ສຸດຝ່າຍຂວາ

ກໍໄດ້ຫາຍສາບສູນອອກຈາກການເມືອງລາວເພາະພວກເພິ່ນພາກັນເຂົ້າໄປສະຫວາມິພັກຕໍ່ຝ່າຍ

ກາງແລະເປັນຝ່າຍກາງທົ່ວປະເທດນັບແຕ່ປິ 1965 ເຖິງ 1975 ຊຶ່ງສຸວັນນະພູມມາເປັນນາຍົກ

ນານເຖິງ 10ປີ ລຽນກັນຈົນເຖິງວັນສຸດທ້າຍທີ່ເພິ່ນມອບອຳນາດແລະປະເທດຊາດໃຫ້ນອ້ງຊາຍກໍ

ຄືສຸພານຸວົງ ໃນວັນທີ 2 ທັນວາ 1975 ຕາມຄວາມຕ້ອງການຂອງນ້ອງຊາຍທີ່ຢາກໃຫ້ປະເທດ

ລາວເປັນປະເທດອິສຣະແລະປົກຄອງດ້ວຍຣະບອບ ຄມນ ຜະເດັດການ ແລະມີແກວມາເປັນຜູ່

ບົ່ງການຊີ້ຂາດຊະຕາກັມຂອງບ້ານເມືອງດັ່ງພວກເຮົາເຫັນຢູ່ທຸກວັນນີ້ນັ້ນແລ........



__________________
Anonymous

Date:
Permalink   
 

ໍເດືອນ ສູນນະລາດ ຖືກແຕ່ງຕັ້ງເປັນລັດຖະມົນຕີລອງຂອງກະຊວງມະຫາດໄທໃນສະໄໝລັດຖະບານ

ປະສົມສອງຝ່າຍປີ 1973. ເພິ່ນດຳລົງຕຳແໜ່ງນີ້ມາໄດ້ປີກວ່າໆພາຍຫລັງ ພະຍາເພັງ ພົງສວັນ ລັດຖະ

ມົນຕີວ່າການ ກຊ ມະຫາດໄທ ຖືກສຸວັນນະພູມມາສັ່ງໃຫ້ໄປຢ້ຽມຢາມນາຍແລະພົນຕະຫລວດທີ່ໄປສຳ

ມະນາຢູ່ເມືອງວຽງໄຊ ພໍໄປເຖິງສູນສຳມະນາແລະມີການກິນລ້ຽງຕ້ອນຮັບກັນເປັນຢ່າງດີ ແຕ່ພໍຮຸ່ງເຊົ້າວັນ

ໃໝ່ຂຶ້ນມາ ພະຍາເພັງ ພົງສວັນ ກໍຖືກເຊີນເຂົ້າໄປຢ້ຽມຢາມສູນສຳມະນາສົບຮາວ ເມື່ອເດີນທາງໄປເຖິງ

ກໍຖືກແປ້ສອກແລ້ວຍັດໃສ່ກົງຂັງທີ່ພວກແນວລາວເອີ້ນວ່າ ວຽງໄຊ ໂຮເຕັນ ທີ່ເປັນຫ້ອງຍາວ 10X6ມ ແຕ່

ບັນຈຸນັກໂທດໃສ່ແຕ່ລະຫ້ອງ 30 ຄົນ. ແທນທີ່ ເດືອນ ສູນນະລາດ ຈະໄດ້ຂຶ້ນເປັນລັດຖະມົນຕີ ກຊ ມະຫາດໄທ

ແທນພະຍາເພັງ ພົງສວັນ ແຕ່ຖືກສົ່ງໄປເປັນລັດຖະມົນຕິຮອງ ກຊ ກະສິກຳແລະປ່າໄມ້. ພາຍຫຼັງປົດປ່ອຍ

ທົ່ວປະເທດ ກໍຖືກຍ້ານໄປເປັນທີ່ປຶກສາ ຄຳໄຕ ສີພັນດອນ ແຕ່ຢູ່ໃນຕຳແໜ່ງແລະເງິນເດືອນຂອງລັດຖະມົນຕີ

ຊ່ວຍ ກຊ ກະສິກຳແລະປ່າໄມ້. ເວົ້າຮວມແລ້ວ ເດືອນ ສູນນະລາດບໍ່ມີຫ້ອງການປະຈຳຕຳແໜ່ງມາແຕ້ເລີ່ມ

ຕົ້ນແຕ່ຕອນເປັນຮອງລັດຖະມົນຕີ ກຊ ມະຫາດໄທ ເພາະເພິ່ນຈັດໂຕະເຮັດການຮ່ວມຢູ່ຫ້ອງດຽວກັບນາຍຕະ

ຫຼວດຄົນນຶ່ງໃນຊັ້ນ ຂຸນພິທັກຕຳຫຼວດເອກ ສ່ຳກັບບໍ່ມີທີ່ເປັນຂອງຕົວເອງຈົນຮອດມື້ຈົບຊີວິດຂອງຕົນເອງ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard