ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ພັກລັດ ບໍ່ສາມາດ ບັນລຸເປົ້າໝາຍໄດ້ "ຍອ້ນພາກັນໂກງ"
Anonymous

Date:
ພັກລັດ ບໍ່ສາມາດ ບັນລຸເປົ້າໝາຍໄດ້ "ຍອ້ນພາກັນໂກງ"
Permalink   
 


ຄະນະ​ພັດທະນາ​ຊົນນະບົດ​ຄາດ​ຄະ​ເນ​ວ່າ: ​ເປັນ​ໄປ​ໄດ້​ຍາກ​ໃຫ້​ບ້ານທຸກ​ຍາກ​​ບັນລຸ​​ໂຕ​ເລກ 11ເປິເຊັນ ​ໃນ​ປີ 2015

7rkyts8u+copy.jpg

ຄະນະ ​ພັດທະນາ​ຊົນນະບົດ ແລະ ລຶບລ້າງ​ຄວາມທຸກ​ຍາກ​ຂັ້ນ ສູນ​ກາງ ​ໃຫ້​ຮູ້​ວ່າ: ​ໃນ​ປີ 2011 ທົ່ວ​ປະ​ເທດ​ມີ​ບ້ານ​ທຸກ​ຍາກ​ປະມານ 3.175 ບ້ານ ​ເທົ່າ​ກັບ 37,69% ​ແລະ ​ໃນ​ 3 ປີຜ່ານມາ, ສາມາດ​ລຶບລ້າງ​ບ້ານ​ທຸກ​ຍາກ​ໄດ້ 886 ບ້ານ ​ເທົ່າ​ກັບ 9,97%, ສະ​ເລ່ຍຫລຸດ​ລົງ​ພຽງ 5% ​ເຊິ່ງຖື​ວ່າ​ມີ​ຄວາມ​ເປັນ​ໄປ​ໄດ້​ຍາກ​ທີ່​ຈະ​ບັນລຸ​ໂຕ​ເລກ 11% ​ໃນ​ປີ 2015. ຕໍ່​ບັນຫາ​ດັ່ງ ກ່າວ, ທ່ານ ບຸນ​ເຮືອງ ດວງ​ພະຈັນ ຫົວໜ້າ​ຄະນະ​ພັດ ທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ ກ່າວ​ວ່າ: ການ​ແກ້​ໄຂ​ບ້ານ​ທຸກ​ຍາກ​ແມ່ນ​ຕ້ອງ​ນຳ​ໃຊ້​ທຶນຮອນ​ຫລາຍ​ເຂົ້າ​ໃນ​ການ​ ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ທີ່​ຈຳ​ເປັນ​ເປັນຕົ້ນ​ເສັ້ນທາງ, ໂຮງ ຮຽນ, ສຸກ ສາລາ, ນ້ຳສະອາດ ແລະ ອື່ນໆ ອັນ​ທີ່​ຍັງ​ໜັກໜ່ວງ​ແມ່ນ​ບັນຫາ​ເສັ້ນທາງ​ຄົມມະນາ ຄົມ​ເຂົ້າ​ເຖິງ​ບ້ານ, ປັດຈຸບັນ ຍັງ​ມີ​ບ້ານ​ທີ່​ບໍ່​ມີ​ເສັ້ນທາງ​ເຂົ້າ​ເຖິງ​ໄດ້​ຕະຫລອດ​ປີ ມີ​ເຖິງ 2.291 ບ້ານ ເທົ່າ​ກັບ 26,72% ຂອງ​ຈຳນວນ​ບ້ານ​ທັງ​ໝົດ​ທົ່ວ​ປະ​ເທດ ​ແລະ ບ້ານ​ທີ່​ບໍ່​ມີ​ເສັ້ນທາງ​ເຂົ້າ​ເຖິງ​ສະ ດວກລ້ວນ​ແລ້ວ​ແຕ່​ຢູ່​ເຂດ​ຊົນນະ ບົດ​ຫ່າງ​ໄກ​ສອກຫລີກ, ທຸລະ ກັນດານ, ​ເຂດ​ທີ່​ໝັ້ນການ​ປະຕິ ວັດ ​ແລະ ​ເຂດ​ທີ່​ຍັງ​ບໍ່​ມີ​ຄວາມ​ສະ ຫງົບ. ການ​ລົງທຶນ​ເຂົ້າ​ໃນ​ການ​ກໍ່​ສ້າງ​ເສັ້ນທາງ​ສ່ວນ​ໃຫຍ່​ແມ່ນ​ລັດ​ເປັນ​ຜູ້​ ລົງທຶນ, ​ແຕ່​ຄື​ດັ່ງ​ພວກ​ເຮົາ​ຮັບ​ຮູ້​ນຳ​ກັນ​ແລ້ວງົບປະ ມານ​ລັດ​ພັດ​ມີ​ຈຳກັດ.

      ອີງ ​ຕາມຜົນ​ການ​ກວດກາ, ຕີ​ລາຄາ​ຄວາມທຸກ​ຍາກ ​ແລະ ພັດ ທະນາ ປະຈຳ​ປີ 2013 ທີ່​ສັງ​ລວມ​ໄດ້​ຈາກ​ບັນດາ​ແຂວງ ​ແລະ ເມືອງ ​ແມ່ນ​ມີ 10 ​ແຂວງ ຍັງ​ມີ​ບ້ານ​ທຸກ​ຍາກ ກວມ​ອັດຕາ​ສູງ ໃນ​ນີ້ມີ 4 ​ແຂວງ ຄື​ຜົ້ງສາລີ, ຫົວ ພັນ, ອຸດົມ​ໄຊ ​ແລະ ​ເຊ​ກອງ. ບ້ານ​ທຸກ​ຍາກ​ກວມ​ອັດຕາ​ສູງ​ກວ່າ 50% ຂຶ້ນ​ໄປ ​ເຊິ່ງ 10 ​ແຂວງ​ດັ່ງກ່າວ​ແມ່ນ​ເປັນ​ໄປ​ໄດ້​ຍາກ​ທີ່​ຈະ​ບັນລຸ​ໄດ້​ໃນ​ປີ 2015, ສ່ວນ​ອີກ 8 ​ແຂວງ ຄື​ໄຊ​ຍະ​ບູລີ, ຫລວງ​ພະ​ບາງ, ຊຽງ​ຂວາງ, ວຽງ​ຈັນ, ບໍລິ​ຄຳ​ໄຊ, ສະຫວັນ​ນະ​ເຂດ, ຈຳປາ​ສັກ ​ແລະ ນະຄອນຫລວງ​ວຽງ​ຈັນ ​ແມ່ນ​ມີ​ຄວາມ​ສາມາດ​ຈະ​ບັນລຸ​ໄດ້​ຕາມ​ຄາດໝາຍ 11% ​ໃນ​ປີ 2015. ສາ​ເຫດ​ຕົ້ນຕໍ​ຂອງ​ບ້ານ​ທຸກ​ຍາກ​ກໍ​ຍັງ​ແມ່ນ​ບໍ່​ມີ​ທາງ​ເຂົ້າ​ເຖິງ​ທຽວ​ໄດ້ ​ຕະຫລອດ​ປີ, ປະຊາຊົນ​ມີ​ລາຍ​ຮັບ​ຕ່ຳ ​ແລະ ບໍ່​ມີນ້ຳສະອາດ​ຊົມ​ໃຊ້.


__________________
Anonymous

Date:
RE: ພັກລັດ ບໍ່ສາມາດ ບັນລຸເປົ້າໝາຍໄດ້ "ຍອ້ນພາກັນໂກງ"
Permalink   
 


ບໍ່ມີກົດໝາຍຄວບຄຸມບໍເຂົາຈຶ່ງໂກງໄດ້?



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard