ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວລາວບໍ່ກ້້າຕ້ານໂຄງການ ສ້າງເຂື່ອນ
Anonymous

Date:
ຊາວລາວບໍ່ກ້້າຕ້ານໂຄງການ ສ້າງເຂື່ອນ
Permalink   
 


ຊາວລາວບໍ່ກ້້າຕ້ານໂຄງການ ສ້າງເຂື່ອນ

ffb78e10-c77a-49e3-b701-6a127907bd19.jpeg

 ສປປລາວ ຄາດຫວັງວ່າ ຕົນ ຈະເປັນ ຫມໍ້ໄຟ ສຳລັບ ອາຊຽນ ແຕ່ ປະຊາຊົນ ຜູ້ທີ່ອາສັຍ ແມ່ນ້ຳຂອງ ເພື່ອການ ປະມົງ ແລະ ເປັນ ແຫລ່ງ ສະສົມ ອາຫານ ສຳລັບ ລ້ຽງ ຄອບຄົວ ຂອງ ພວກຂະເຈົ້າ ມີຄວາມ ຢ້ານກົວ ທີ່ຈະ ວິພາກ ວິຈານ ກ່ຽວກັບ ການສ້າງ ເຂຶ່ອນ ຕ່າງໆ ໃນລາວ.

 ນາຍ ສົມນຶກ ອາຍຸ 33 ປີ ຊາວປະມົງ ເວົ້າວ່າ ຊາວລາວ ຮູ້ດີວ່າ ສີ່ງໃດດີ ແລະ ບໍ່ດີ ຕໍ່ພວກຂະເຈົ້າ ແລະ ມີກຸ່ມທີ່ ເຫັນພ້ອມ ກັບ ການສ້າງ ເຂື່ອນ ແຕ່ກໍມີ ກຸ່ມທີ່ບໍ່ ເຫັນພ້ອມ ໃນແຕ່ລະ ກຸ່ມ ບໍ່ມີການ ຂັດແຍ່ງກັນ ແລະ ບໍ່ມີກຸ່ມໃດ ກ້າຄັດຄ້ານ ຕໍ່ຕ້ານ ການສ້າງເຂື່ອນ ໃນລາວ ຍ້ອນບໍ່ຢາກ ສ້າງບັນຫາ ໃຫ້ຕົນເອງ.

 ການທັກທ້ວງ ຫລື ປະທ້ວງ ໃນລາວ ຍາກທີ່ຈະ ເກີດຂຶ້ນໄດ້, ອົງການ ນິຣະໂທດກັມ ສາກົນ ແລະ ອົງການ ບໍ່ສັງກັດ ຣັຖບານ ຫລາຍ ອົງການ ໄດ້ສະແດງ ຄວາມເປັນຫ່ວງ ກ່ຽວກັບ ການ ຫາຍສາບສູນ, ການຈັບກຸມ ການທາຣຸນ ນັກເຄື່ອນໄຫວ, ການຂາດ ສິດ ເສຣີພາບ ແລະ ການລົງໂທດ ປະຫານ ຊີວິດ ແບບບໍ່ ສົມເຫດ ສົມຜົນ ໃນລາວ.

ເມື່ອກຸ່ມນັກ ວິຊາການ ຕ່າງປະເທດ ເວົ້າກ່ຽວກັບ ການສ້າງເຂຶ່ອນ ໃນລາວ ຊາວບ້ານ ຫລາຍຄົນ ກໍພາກັນ ຫລີກຫນີ ຍ້ອນຢ້ານ ມີບັນຫາ ກັບ ທາງການລາວ. ມີນັກຂ່າວ ໄປຖາມ ຊາວບ້ານ ກ່ຽວກັບ ໂຄງການ ເຂື່ອນ ດອນສະໂຮງ ຕໍ່ມາ ຊາວບ້ານ ຜູ້ນັ້ນ ກໍຖືກ ເຈົ້າຫນ້າທີ່ ຮັກສາ ຄວາມສງົບ ເຂດບ້ານ ຖາມເຖິງ ຊີວະປວັດ ທີ່ຢູ່ອາສັຍ ຂອງລາວ ແລະ ຫລາຍຄົນ ກໍຢ້ານ ອຳນາດ ຂອງພັກຣັຖ ຖ້າເວົ້າ ກ່ຽວກັບ ໂຄງການ ສ້າງເຂື່ອນ ໃນລາວ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard