ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ລັດຖະມົນຕີໂຍທາທິການຊີ້ແຈງການກໍ່ສ້າງເສັ້ນທາງຮ່ອມ ແລະ ບາງໂຄງການຖືກໂຈະ
Anonymous

Date:
ລັດຖະມົນຕີໂຍທາທິການຊີ້ແຈງການກໍ່ສ້າງເສັ້ນທາງຮ່ອມ ແລະ ບາງໂຄງການຖືກໂຈະ
Permalink   
 


ລັດຖະມົນຕີໂຍທາທິການຊີ້ແຈງການກໍ່ສ້າງເສັ້ນທາງຮ່ອມ ແລະ ບາງໂຄງການຖືກໂຈະ

10389645_810960405602300_5498340790368488872_n.jpg

 

ບັນຫາ​ໂຄງການ​ກໍ່ສ້າງ​ເສັ້ນທາງ​ຮ່ອມ​ຢູ່​ນະຄອນຫລວງ​ວຽງ​ຈັນ ທີ່​ມີ​ຄວາມ​ຄືບ​ໜ້າ​ມາ​ຫລາຍ​ສົມຄວນ​ໃນ​ໄລຍະ​ຕົ້ນ ແລະ ໃນເວລາ​ຕໍ່​ມາ​ກໍ່​ໄດ້​ຖືກ​ໂຈະຄື​ກັບ​​ໂຄງການ​ກໍ່ສ້າງ​ເສັ້ນທາງ​ 3 ໂຄງການ​ຢູ່​ແຂວງ​ໄຊ​ຍະ​ບູລີ ທີ່​ໄດ້​ຈັດ​ຕັ້ງ​ປະຕິບັດ​ມາ​ສຳ​ເລັດ​ເປັນ​ສ່ວນ​ໃຫຍ່ ແລະ ໄດ້​ຖືກ​ໂຈະ ​ເຊັ່ນ​ດຽວ​ກັນອັນ​ໄດ້​ສ້າງ​ຄວາມ​ສົນ​ໃຈ ໃຫ້​ກັບ​ປະຊາຊົນໂດຍ​ສະມາຊິກ​ສະພາ​ແຫ່ງ​ຊາດ​ແຕ່ ລະ​ເຂດ​ໄດ້​ນຳ​ເອົາ​ຂໍ້​ຂ້ອງ​ໃຈ​ດັ່ງກ່າວ​ສະ​ເໜີ​ຜ່ານ​ກອງ​ປະຊຸມ​ສະ​ໄໝ​ສາມັນສະພາ​ແຫ່ງ​ຊາດ​ເທື່ອ​ທີ 7 ແລະ ​ໃນ​ອາທິດ​ທີ່​ຜ່າ​ນມາ ທ່ານ ດຣ. ບຸນ​ຈັນ ສິນ​ທະ​ວົງ ລັດຖະມົນຕີ​ວ່າການ​ກະຊວງ​​ໂຍທາ​ທິການ ແລະ ຂົນ​ສົ່ງ ​ໄດ້​ໃຫ້​ຄຳ​ຊີ້​ແຈງ​ເຖິງ​ສະພາບ​ຄວາມ​ເປັນ​ຈິງຂອງ​ການ​ກໍ່ສ້າງ​ເສັ້ນທາງ​ດັ່ງກ່າວ​ຢ່າງ​ກົງ​ໄປ​ກົງ​ມາ.

     ຕໍ່​ບັນຫາການ​ກໍ່ສ້າງ​ເສັ້ນທາງ​ຮ່ອມ​ໂດຍການ​ມີ​ສ່ວນ​ຮ່ວມ​ຂອງ​ປະຊາຊົນ ຢູ່ນະຄອນຫລວງວຽງ​ຈັນ ທ່ານ​ລັດຖະມົນຕີ​ມີ​ຄຳ​ເຫັນ​ວ່າ: ນະ​ໂຍບາຍ​ກໍ່ສ້າງ​ທາງ​ຮ່ອມທີ່​ມີ​ສ່ວນ​ຮ່ວມ​ຂອງ​ປະຊາຊົນ​ນີ້ ແມ່ນ​ເລີ່ມຈັດ​ຕັ້ງ​ປະຕິບັດ​ຢູ່​ນະຄອນຫລວງ​ວຽງ​ຈັນ, ​ໂດຍ​ແມ່ນ​ໂຄງການ​ພັດທະນາ ​ແລະ ບໍລິການ​ຕາມ​ຕົວ​ເມືອງ​ວຽງ​ຈັນ (ອພບ) ໃນ​ປີ 2005-2009 ໂດ​ຍທຶນ​ກູ້​ຢືມ​ຂອງ ADB. ການຈັດ​ຕັ້ງ​ປະຕິບັດ​​ໂຄງ ການ​ມີ​ສ່ວນ​ຮ່ວມ​ຂອງ​ປະຊາຊົນ​ເວລາ​ນັ້ນ​ແມ່ນ​ແບ່ງ​ເປັນ 3 ພູດ​ຄື: ປະຊາຊົນ 10%,

ລັດຖະບານ 28% ​ແລະ ADB 62% ​ແລະ ​ໄດ້​ກຳນົດ​​ເຖິງວິທີ​ການຈັດ​ຕັ້ງ​ປະຕິບັດ​ແມ່ນໄດ້​ມີ​ການ​ສຳ​ຫລວດ​ອອກ​ແບບ ​ແລະ ປະ​ເມີນ​ມູນ​ຄ່າ​ການ​ກໍ່ສ້າງ, ​ກຳນົດ​ເອົາ​ແບບ ແລະ ມູນ​ຄ່າ​ການ​ກໍ່ສ້າງ​ນຳ​ໄປ​ປຶກສາ​ກັບ​ປະຊາຊົນ ຜູ້​ທີ່​ມີ​ສ່ວນ​ຮ່ວມ​ໃນ​ເຂດ​ໂຄງການ​ຕັ້ງ​ຢູ່ເພື່ອ​ເປັນ​ເອກະ​ພາບຕໍ່​ຈຳ​ນວນ ​ເງິນ​ທີ່​ຈະ​ຊຳລະ​ສະ​ສາງ ​ແລະ ​ວ່າ​ຈ້າງ​ການ​ກໍ່ສ້າງ​ຜູ້​ທີ່​ຊະນະ​ການ​ປະມູນ​ເພື່ອ​ລົງມື​ຈັດ​ຕັ້ງ​ ປະຕິບັດ. ມາຮອດ​ປີ 2009 ໂຄ​ງການ​ດັ່ງກ່າວ​ໄດ້​ກາຍ​ເປັນ​ຕົວ​ແບບ​ທີ່​ດີ​ຂອງ​ ADB ແລະ ສອດຄ່ອງ​ກັບ​ນະ​ໂຍ ບາຍ​ຂອງ​ພັກ-ລັດຖະບານ​ທີ່​ວ່າ: “ລັດ​ກັບ​ປະຊາຊົນ​ພ້ອມ​ກັນ​ເຮັດ”, ຊຶ່ງ​ໂຄງການ​ກໍ່ສ້າງ​​ເບື້ອງ​ຕົ້ນ​ມີ​ຄວາມ​ຍາວ 165 ກິ​ໂລ​ແມັດ ກວມ​ເອົາ 5 ເມືອງ, ​ຕົກ​ມາ​ຮອດ​ປີ 2011 ໂຄງການ​ເສັ້ນທາງ​ຊອຍ​​ໄດ້​ຮັບ​ການ​ຂະຫຍາຍ​ຈັດ​ຕັ້ງ​ປະຕິບັດ​ຢ່າງ​ເປັນ​ຂະ​ ບວນໂດຍ​ໄດ້​ເພີ່ມ​ການ​ປະກອບສ່ວນ​ຂອງ​ປະຊາຊົນ​ຈາກ 10% ມາ​ເປັນ 30%, ຊຶ່ງ​ເປັນ​ນະ​ໂຍບາຍ​ຂອງນະຄອນຫລວງ​ວຽງ​ຈັນ​ມອບ​ໃຫ້​ເມືອງ​ເປັນ​ເຈົ້າ​ຂອງ​ ໂຄງການ​. ໃນ​ເວລາ​ຕໍ່​ມາສະພາບ​ການ​ກໍ່ ສ້າງ​ໄດ້​ມີ​ການ​ປ່ຽນ​ແປງ​ຍ້ອນ​ປະຊາຊົນ​ບໍ່​ມີ​ທຶນ​ປະກອບສ່ວນ ເພາະ​ເປັນເງິນ​ຈຳນວນ​ຫລາຍ ລາຍ​ຈ່າຍ​ຕໍ່​ຄອບຄົວ​ບໍ່​ສາມາດ​ຈ່າຍ​ໃຫ້​ຜູ້​ເໝົາ​ໄດ້, ນະຄອນຫລວງ​ເອງ​ກໍ່​ບໍ່​ມີ​ງົບປະມານ​ຊຳລະ​ໃຫ້​ຜູ້​ຮັບ​ເໝົາ ​ແລະ ເສັ້ນທາງ​ຈຳນວນ​ໜຶ່ງ​ກໍ່ສ້າງ​ບໍ່​ໄດ້​ມາດ​ຕະຖານປະຊາຊົນ​ບໍ່​ຍອມ​ຈ່າຍ​ເງິນ, ຈຶ່ງ​ເຮັດ​ໃຫ້​ຫລາຍ​​ໂຄງການ​ຖືກ​ຢຸດ​ສະ​ງັດ.

     ພາຍຫລັງ​​ທີ່​ໄດ້​​ໂຈະ​ 3 ໂຄງການຢູ່ແຂວງໄຊຍະບູລີ, ​ມາ​ແຕ່​ປີ 2013​​-2014, ທາງ​ກະຊວງ​ໂຍທາ​ທິການ ແລະ ຂົນ​ສົ່ງ ກໍ​ໄດ້​ລົງ​ຕິດ ຕາມ​ສະພາບ​ຕົວ​ຈິງ ​ແລະ ຜ່ານ​ການ​​ປຶກສາ​ຫາລື​ຮ່ວມ​ກັບພາກ ສ່ວນ​ກ່ຽວຂ້ອງ​ເຫັນ​ວ່າ: ໂຄງການ​ຈຳນວນ​ໜຶ່ງ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ແທ້ໆ ແລະ ​ທາງ​ແຂວງ​ດັ່ງກ່າວ​ໄດ້​ສືບຕໍ່​ດຳ​ເນີນ​ການ​ກໍ່ສ້າງ​ຢູ່, ສ່ວນ​ໂຄງການ​ທີ່​ຖືກ​ໂຈະການ​ກໍ່ສ້າງ​ຍ້ອນ ບໍ່​ມີ​ຊື່​ໂຄງການ​ຢູ່ສາລະບານ​ງົບປະມານ​ສົກ​ປີ 2013-2014. ສຳລັບ​ໂຄງ ການ​ຢູ່​ແຂວງ​ໄຊ​ຍະ​ບູລີ ຈຳນວນ 3 ໂຄງການ​ມີ​ຄື: ​ໂຄງ ການ​ສ້າງ​ທາງ ແຕ່​ປາກ​ລາຍ-​ເມື​ອງທົ່ງ​ມີ​ໄຊ ຍາວ 68,8 ກິ​ໂລ​ແມັດ ສຳ​ເລັດ​ແລ້ວ 58%, ​ໂຄງການ​ປູ​ຢາງ​ເມືອງ​ໄຊ​ຍະ​ບູລີ-​ໄຊ​ສະຖານ ຍາວ 65 ກິ​ໂລ​ແມັດ ສຳ​ເລັດ​ແລ້ວ 84% ​ແລະ ​ໂຄງການ​ແຕ່​ເມືອງ​ເງິນ-ຊຽງ​ຮ່ອນ ຍາວ 118 ກິ​ໂລ​ແມັດ ສຳ​ເລັດ​ແລ້ວ 85%, ​ເຊິ່ງ 3 ໂຄງການ​ດັ່ງກ່າວ ທາງ​ກະຊວງ​ໂຍທາ​ທິການ ແລະ ຂົນ​ສົ່ງ ​ໄດ້​ເອົາ​ເຂົ້າ​ແຜນ​ໂຄງການ​ສຶບຕໍ່​ຂອງ​ງົບປະມານ​ປີ 2014-2015 ແລ້ວ, ດ້ວຍ​ເຫດຜົນ​ທີ່​ຈຳ​ເປັນ​ທີ່​ສຸດ​ເຊັ່ນ: ​ເສັ້ນທາງ​ໄດ້​ກໍ່ສ້າງ​ຊັ້ນ​ພື້ນ​ທາງ​ໝົດ​ແລ້ວ, ບາງຊ່ວງ​ໄດ້​ປູຢາງ 2 ຊັ້ນ​ແລ້ວ ​ແລະ ບາງ​ຊ່ວງ​ກໍ​ປູຢາງ​ຊັ້ນ 1, ຖ້າ​ປະ​ໄວ້​ດົນ​ຈະ​ເຮັດ​ໃຫ້​ຊັ້ນ​ພື້ນ​ທາງ​ມີ​ການ​ເຊາະ​ເຈື່ອນ ຈະ​ເສຍ​ເງິນ​ຫລາຍ​ກວ່າ​ເກົ່າ, ໜ້າ​ທາງ​ປູຢາງ​ຊັ້ນ 1 ກໍຈະ​​ເປ່​ເພ, ຖ້າ​ຈະ​ປູ​ຊັ້ນ​ 2 ໃນຕໍ່ໜ້າ​ຈະ​ເປັນ​ຂຸມ​ຫລາຍ ຈະ​ຕ້ອງ​ໄດ້​ຂູດ​ຮື້​ຖິ້ມ​ແລ້ວ​ປູ​ຄືນ​ໃໝ່ ຈຶ່ງ​ຈະ​ສາມາດ​ປູຢາງ​ 2 ​ຊັ້ນ​ໄດ້ ແລະ ເປັນ​ເສັ້ນທາງ​ທີ່​ໄປ​ສູ່​ເຂດ​ຍຸດ​ທະ​ສາດ​ຊາຍ​ແດນ ໂດຍ​ສະ​ເພາະ​ແມ່ນເສັ້ນທາງ​ແຕ່​ປາກ​ລາຍ-​ເມືອງ​ທົ່ງ​ມີ​ໄຊ.


__________________
Anonymous

Date:
RE: ລັດຖະມົນຕີໂຍທາທິການຊີ້ແຈງການກໍ່ສ້າງເສັ້ນທາງຮ່ອມ ແລະ ບາງໂຄງການຖືກໂຈະ
Permalink   
 


ເງີນພາສີແຕ່ລະປີກະເກັບທຸກປີ ພໍຈະສ້າງຖົນທາງກະມາເກັບເງີນນຳປະຊາຊົນ ພໍໂຄ້ງການບໍ່ແລ້ວກະມາບອກວ່າປະຊາຊົນ

ບໍ່ມີທືນປະກອບສ່ວນແລະອີກເສັ້ນທາງຈຳນວນໜື່ງສ້າງບໍ່ໄດ້ມາດຕະຖານປະຊາຊົນບໍ່ຍອມຈ່າຍເງີນ "ສຸດທ້າຍກະຖີ້ມທຸກຢ່າງໃສ່ປະຊາຊົນ"



__________________
Anonymous

Date:
Permalink   
 

ລັດຖະບານລາວໂທດແຕ່ປະຊາຊົນ, ເພິ່ນເອງຄືສິດີຫມົດບໍ່ມີບ່ອນຕິ



__________________
Anonymous

Date:
Permalink   
 

ປະທານປະເທດ, ນາຍົກ, ຣັຖພມົນຕຣີ, ຣັຖະມົນຕຣີຊ່ວຍ, ນາຍພົນທະຫານ ແລະ

ຕຳຣວດ, ເຈົ້າເເຂວງ, ເຈົ້າເມືອງ ທີ່ມາຈາກມູນເຊື້ອຂອງການປະຕິວັດໃນເມື່ອກ່ອນ

ນັ້ນລ້ວນແລ້ວແຕ່ເປັນພວກໂຮງຮຽນໄຟໄໝ້ທັງນັ້ນ. ຖ້າພວກມັນບໍ່ກຳຈັດນັກວິຊາ

ການ, ບຸກຄາລະກອນ ແລະ ປັນຍາຊົນ ຝ່າຍວຽງຈັນຕອນປົດປ່ອຍໃໝ່ໆນັ້ນ ປານນີ້

ປະເທດລາວຈເຣີນໄປໄກກ່ວານີ້ປະມານ 30 ປີ ແລ້ວ. ເຊີນໃຫ້ສ້າງໄປໂລດອີກ 50 ປີ

ແລ້ວໃຫ້ ອຸດອນ ຂອນແກ່ນ ປະເທດໄທຢຸດສ້າງສາພັທະນາໄປ 50 ປີ ຄືກັນ, ຕິດວ່າ

ວຽງຈັນນັ້ນຈ້າງຈະເທົ່າກັບເຄິ່ງນຶ່ງຂອງ ອຸດອນ ແລະ ຂອນແກ່ນ ທຸກມື້ນີ້.

ມີແຕ່ພວກແດກບ້ານກິນເມືອງ ແລ້ວມາໂທດໃສ່ປະຊາຊົນ ສັນດານເກົ່າບໍ່ຍອມຖິ້ມ

ທີ່ບໍ່ຍອມຮັບວ່າຕົນເອງຜິດ.



__________________
Anonymous

Date:
Permalink   
 

ຢ່າເວົ້າໃຫ້ເພີ່ນຫລາຍ ເພີ່ນແຮ່ງມີຄວາມຮູ້ສູງ ເພີ່ນໄດ້ ດຣ ພຸ້ນ

ມີວິໄສທັດກວ້າງ ຍາວ ໄກ ແກ້ໄຂບັນຫາເກັ່ງ

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard