ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ພໍ່ຄ້າໄມ້ກໍາລັງຮ້ອນໃຈເຄື່ອນ ຍ້າຍໄມ້
Anonymous

Date:
ພໍ່ຄ້າໄມ້ກໍາລັງຮ້ອນໃຈເຄື່ອນ ຍ້າຍໄມ້
Permalink   
 


ພໍ່ຄ້າໄມ້ກໍາລັງຮ້ອນໃຈເຄື່ອນ ຍ້າຍໄມ້

5488cd41-70be-46e7-a1af-d3a048b0c399.jpeg

 

ປັດຈຸບັນ ພວກ ພໍ່ຄ້າໄມ້ ໃນແຂວງ ພາກໃຕ້ ພວມວິ້ງເຕັ້ນ ຂໍໃບ ອະນຸຍາດ ເພື່ອຫາວິທີ ເຄື່ອນຍ້າຍໄມ້ ທີ່ ເກີນໂຄຕາ ອອກຈາກສາງ ພາຍຫລັງ ຣັຖບານ ປະກາດວ່າ ຈະສົ່ງ ເຈົ້າໜ້າທີ່ ລົງໄປ ກວດກາ ກິຈກັມ ຕ່າງໆ ໃນໂຮງເລື່ອຍ ແລະ ໂຮງງານ ເຮັດເຟີນີເຈີ, ຕາມ ການ ເປີດເຜີຍ ຂອງ ເຈົ້າໜ້າທີ່ ຜແນກ ກະສິກັມ ແລະປ່າໄມ້ ແຂວງ ຈໍາປາສັກ ທີ່ ຂໍສງວນຊື່ ແລະ ສຽງຕົນເອງ:

"ເຂົາກໍສົ່ງຄົນມາ ຖາມເນາະວ່າ ເຮັດ ເອກກະສານ ເຄື່ອນຍ້າຍ ໄມ້ໄດ້ບໍ່? ຄັນໄດ້ ລະຊີ່ໃຫ້ ກິນນໍ້າ ກິນໃນ". ທ່ານວ່າ ກະເຫັນ ເຂົາມາ ພົວພັນ ຫລາຍຄົນຢູ່ ແຕ່ເບິ່ງແລ້ວ ຄືຊິຍາກ ທາງຂັ້ນເທິງ ເພິ່ນສັ່ງຫ້າມ ເດັດຂ້າດ ໃນຊ່ວງນີ້ ບໍ່ຮູ້ຈັກ ວ່າໃຜ ຊີກ້າເຮັດ".

ປະມານ 2 ອາທິດ ຜ່ານມາ ຢູ່ກອງປະຊຸມ ສະພາ ແຫ່ງຊາຕ ສະໄໝ ສາມັນ ຊຸດທີ 7 ເທື່ອທີ່ 7 ໄດ້ມີຜູ້ແທນ ທ່ານນຶ່ງ ຍົກປະເດັນ ກ່ຽວກັບ ການຄ້າໄມ້ ຂຶ້ນມາ ຖົກຖຽງ ກັນຢ່າງ ດຸເດືອດ ຈົນເຮັດໃຫ້ ທ່ານ ທອງສິງ ທັມມະວົງ ນາຍົກ ຣັຖມົນຕຣີ ຮູ້ສຶກ ອຶດອັດໃຈ ທີ່ ຈະອອກ ຄໍາເຫັນ ຊຶ່ງ ໃນທີ່ສຸດ ກໍໄດ້ ບອກວ່າ ຈະຫາ ມາຕການ ຕ່າງໆ ເພື່ອແກ້ໄຂ ບັນຫາ ດັ່ງກ່າວ ໃຫ້ໄວ ທີ່ສຸດ.

ນຶ່ງ ໃນຈໍານວນ ມາຕການ ອັນດ່ວນທີ່ສຸດ ແມ່ນການ ສົ່ງ ເຈົ້າໜ້າທີ່ ລົງໄປກວດກາ ໂຮງເລື່ອຍ ໃນ ທົ່ວປະເທດ ເພື່ອ ໃຫ້ຮູ້ຈັກ ຢ່າງ ຄັກແນ່ ວ່າ ມີການຮັບຊື້ ແລະ ຂາຍໄມ້ ແບບຖືກ ຕ້ອງ ຕາມຣະບຽບ ການ ຫລືບໍ? ຢູ່ໃນໂຮງເລື່ອຍ ແຫ່ງຕ່າງໆ ມີການ ເຄື່ອນໄຫວ ຄ້າຂາຍໄມ້ ຕາມ ປະຣິມານ ທີ່ ທາງການ ອະນຸຍາດ ໃຫ້ ຫລືບໍ່? ເຈົ້າໜ້າທີ່ ປ່າໄມ້ ຫລາຍຄົນ ໃຫ້ຂໍ້ ສັງເກດວ່າ ໃນ ແຕ່ລະປີ ໂຮງ ເລື່ອຍ ຫລາຍແຫ່ງ ໃນລາວ ມີການ ຄ້າຂາຍໄມ້ ເກີນໂຄຕາ ທີ່ ທາງການ ອະນຸຍາດ ໃຫ້.

ໂຮງເລື່ອຍ ຫລາຍແຫ່ງ ມີສາງເກັບໄມ້ ຂນາດໃຫ່ຽ ທີ່ ສາມາດ ນໍາເອົາໄມ້ ຖ່ອນ ທີ່ເກີນໂຄຕາ ມາເກັບໄວ້ ຫລາຍພັນ ແມັດກ້ອນ ເພື່ອ ຫລີກລ່ຽງ ການ ກວດກາ ແລະ ບໍ່ໃຫ້ ຖືກຍຶດ ໄມ້ໄປ.



__________________
Anonymous

Date:
Permalink   
 

ລະຄອນສາກໃໝ່ທີ່ບັກເຕັ້ຍໝາກຂາມຂໍ່ດຽວກຳລັງສະແດງເພື່ອຕົບຕາປະຊາຊົນແລະປົກຄຸມ

ຫຸ້ມຫໍ່ຄວາມອັບອາຍຂາຍຂີ້ໜ້າຕົນເອງໃນການຕອບຄຳຖາມຂອງປະຊາຊົນຢູ່ສະພາທີ່ຜ່ານມາ

ກ່ຽວກັບປ່າໄມ້ເມືອງລາວແລະໂຮງເລື່ອຍເກີດຂຶ້ນໃນລາວຈົນນັບບໍ່ຖ້ວນ. ຖ້າຈະຈັດການກັລຜູ້

ທີ່ມີໄມ້ເກີນກຳໜົດແລະຜິດກົດໝາຍ ຈຳເປັນຫຍັງຈະປະກາດໃຫ້ພວກເຂົາຮູ້ລ່ວງໜ້າ. ພໍແຕ່

ອ້າປາກອອກກໍເຫັນຮູຊ້າງໃນຊອດຮູຂີ້ບາດດຽວໂລດ  ບັກເຕັ້ຍເອີຍ  ມຶງລາອອກສາ  ຄວາມຮູ້

ການສຶກສາ ແລະຄວາມປີຊາສາມາດຂອງມຶງບໍ່ສົມເປັນນາຍົກດອກ. ຂັ້ນວ່າໃນຄອບຄົວຂຶງມຶງ

ມຶງຍັງບໍ່ສາມາດຄວບຄຸມໄດ້ ມືຶງເປັນນາຍົກ ເມັຍມຶງເປັນປະເທານປະເທດ  ແລະ  ລູກຊາຍມຶງ

ເປັນພໍ່ຂອງປະທານປະເທດແລະນາຍົກ  ວ່າແຕ່ລູກເມັຍມຶງຢາກໄດ້ຫຍັງແມ່ນມຶງຈັດການໃຫ້

ໂລດທັ່ງໆທີ່ຮູ້ວ່າເປັນຂອງປະຊາຊົນແລະຂອງລັດ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard