ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ປະຊຸມສະພາຊຸດທີ 7 ຈົບລົງ ບັນຫາ ແກ້ບໍ່ຕົກ
Anonymous

Date:
ປະຊຸມສະພາຊຸດທີ 7 ຈົບລົງ ບັນຫາ ແກ້ບໍ່ຕົກ
Permalink   
 


ປະຊຸມສະພາຊຸດທີ 7 ຈົບລົງ ບັນຫາ ແກ້ບໍ່ຕົກ

image

 

 

ກອງປະຊຸມ ສມັຍ ສາມັນ ເທື່ອທີ 7 ຂອງສະພາ ແຫ່ງຊາດ ຊຸດທີ 7 ຂອງລາວ ໄດ້ໄຂຂຶ້ນ ໃນວັນທີ 7 ແລະ ປິດລົງ ໃນວັນທີ 25 ກໍຣະກະດາ 2014 ດັ່ງ ຍານາງ ປານີ ຢາທໍ່ຕູ້ ກັມການ ກົມການ ກົມການເມືອງ ສູນກາງ ພັກ ປະຊາຊົນ ປະຕິວັດ ລາວ ປະທານ ສະພາ ແຫ່ງຊາດ ໄດ້ກ່າວ ໃນໂອກາດ ປິດ ກອງປະຊຸມ ນັ້ນວ່າ:

"ໃນນາມ ປະທານ ກອງປະຊຸມ ຂ້າພະເຈົ້າ ຂໍປິດ ກອງປະຊຸມ ສມັຍ ສາມັນ ເທື່ອທີ 7 ຂອງ ສະພາ ແຫ່ງຊາດ ຊຸດທີ 7 ຢ່າງ ເປັນທາງການ ນັບແຕ່ ເວລານີ້ ເປັນຕົ້ນໄປ ຂໍຂອບໃຈ".

ເຖິງແມ່ນ ຍານາງ ໄດ້ກ່າວວ່າ ກອງປະຊຸມ 15 ວັນ ຄັ້ງນີ້ ໄດ້ຮັບ ຜົລສໍາເຣັດ ຢ່າງຈົບງາມ ກໍຕາມ. ແຕ່ກໍຍັງມີ ຫລາຍໆ ບັນຫາ ທີ່ຣັຖບາລ ຈະຕ້ອງໄດ້ ເອົາໃຈໃສ່ ແກ້ໄຂ, ບັນຫາ ເສຖກິດ ການເງິນ ແລະ ການສໍ້ຣາສ ບັງຫລວງ ກໍຍັງ ໜັກໜ່ວງ, ມີໜີ້ສິນ ຄຸມເຄືອ, ການຕັດໄມ້ ທໍາລາຍປ່າ ຍັງບໍ່ມີ ທ່າທີວ່າ ຈະຍຸຕິ ຫຼື ຫລຸດຜ່ອນ ລົງ, ຜົລກະທົບ ຕໍ່ ປະຊາຊົນ ແລະ ສິ່ງແວດລ້ອມ ຈາກ ການຕັດໄມ້ ທັງທີ່ຖືກ ກົດໝາຍ ແລະ ຜິດ ກົດໝາຍ, ຈາກການ ສ້າງເຂື່ອນ ໄຟຟ້າ ຂຸດຄົ້ນບໍ່ແຮ່ ຈາກ ການໃຫ້ ສໍາປະທານ ທີ່ດິນ ສ້າງເຂດ ເສຖກິດ ພິເສດ ເຂດ ເສຖກິດ ສະເພາະ ປູກ ຢາງພາລາ ແລະ ພືດພັນ ຊນິດອື່ນໆ ກໍຍັງແກ້ ບໍ່ຕົກ.

ສ່ວນທີ່ ແກ້ໄປ ກໍແກ້ ແບບບໍ່ ມີຄວາມ ຍຸຕິທັມ ສໍາລັບ ປະຊາຊົນ ບັນຫາ ຢາເສບຕິດ ການ ຄ້າມະນຸດ ເງິນເດືອນ ຂອງ ພະນັກງານ ຣັຖກອນ ແລະ ບັນຫາອື່ນໆ ທີ່ມີ ຄວາມສໍາຄັນ ແລະ ຈໍາເປັນ ສໍາລັບ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ລາວ ກໍຍັງແກ້ ບໍ່ໄດ້ ແມ່ນແຕ່ ຄາດໝາຍ ຂອງ ແຜນການ ສົກປີ 2013 2014 ທີ່ວ່າ ຈະເຮັດໃຫ້ ຍອດມູລຄ່າ ຜລິຕພັນ ພາຍ ໃນ ຫລື GDP ໄດ້ 8.3% ນັ້ນ ກໍຍັງ ໄດ້ພຽງ ປະມານ 7.6% ອັນຈະເຮັດ ໃຫ້ ບັນຫາ ສັງຄົມ ບໍ່ໄດ້ ຮັບການ ແກ້ໄຂ ພໍເທົ່າໃດ, ຍັງຈະ ຫຍຸ້ງຍາກ ສັບສົນ ແລະ ປັ່ນປ່ວນ ຢູ່ຕໍ່ໄປ ເຖິງ ວ່າຜູ້ນໍາ ພັກ ເວົ້າວ່າ ຈະສືບຕໍ່ ເພີ່ມທະວີ ການຊີ້ນໍາ ຊຸກຍູ້ ວຽກງານ ກໍ່ສ້າງ ຮາກຖານ ການເມືອງ, ພັທນາ ຊົນນະບົດ ຕິດພັນ ກັບການ ປະຕິບັດ ວຽກງານ 3 ສ້າງ ຢ່າງ ແຂງແຮງ ສູ້ຊົນ ປະຕິບັດ ບັນດາ ຄາດໝາຍ ສະຫັດສະວັດ ເພື່ອ ການພັທນາ ເປັນຕົ້ນ ໃນຂົງເຂດ ການສຶກສາ ແລະ ສາທາຣະນະສຸກ ໃຫ້ບັນລຸ ຕາມແຜນການ ທີ່ວາງໄວ້ ດັ່ງ ຈະຮູ້ໄດ້ ຈາກຄໍາ ເວົ້າ ຂອງປະທານ ສະພາ ແຫ່ງຊາດ ຢູ່ໃນ ໂອກາດ ປິດ ກອງປະຊຸມ ແລະ ເຖິງແມ່ນ ຈະມີການ ສັບປ່ຽນ ຍົກຍ້າຍ ແລະ ຂຶ້ນຕໍາແໜ່ງ ບຸຄລາກອນ ຂັ້ນນໍາ ຮວມທັງ ແຕ່ງຕັ້ງ ຮອງ ນາຍົກ ຣັຖມົນຕຣີ 2 ຄົນ ແລະ ຣັຖມົນຕຣີ 2 ຄົນ ແລະ ຍົກຍ້າຍ ຣັຖມົນຕຣີ 2 ຄົນ ໄປຮັບ ໜ້າທີ່ ໃໝ່ ຊຶ່ງ ມີການ ວິພາກ ວິຈານ ກັນວ່າ ມີການ ຂັດແຍ່ງກັນ ພາຍໃນ ຂັ້ນນໍາ ຂອງ ພັກ ແລະຣັຖ ແຕ່ ພັກ-ຣັຖ ອ້າງວ່າ ເປັນການ ສນອງຕອບ ກັບຄວາມ ຮຽກຮ້ອງ ຕ້ອງການ ໃນການ ປັບປຸງ ຄວາມ ເຂັ້ມແຂງ ໃຫ້ ແກ່ກົງຈັກ ບໍຣິຫານ ຣັຖ ຂັ້ນ ສູນກາງ ແລະ ທ້ອງຖິ່ນ ກໍຄື ການ ປະຕິບັດ ໜ້າທີ່ ຂອງ ຣັຖບາລ ໃຫ້ມີ ປະສິດທິຜົລ ຍິ່ງໆຂຶ້ນ.

ແຕ່ເຖິງຢ່າງໃດ ກໍຕາມ ສະມາຊິກ ສະພາ ແຫ່ງຊາດ ກໍໄດ້ ຮັບຟັງ, ມີຄໍາເຫັນ ແລະ ຮັບຮອງ ເອົາບົດ ຣາຍງານ ຂອງ ຣັຖບາລ ກ່ຽວກັບ ການຈັດຕັ້ງ ປະຕິບັດ ແຜນ ພັທນາ ເສຖກິດ ສັງຄົມ ແຜນ ງົບປະມານ ແຫ່ງຣັຖ 9 ເດືອນ ແລະ ວຽກງານ ທ້າຍ ສົກປີ 2013-14 ຈໍານວນ ນຶ່ງ ແຜນດັດແກ້ ງົບປະມານ ແຫ່ງຣັຖ ສົກປີ 2013-14 ແລະ ທິດທາງ ສົກປີ 2014-15 ພ້ອມກັນ ນັ້ນ ກອງປະຊຸມ ກໍຮັບຮອງ ເອົາການ ເຄື່ອນໄຫວ ວຽກງານ ຂອງ ອົງການ ກວດສອບ ແຫ່ງຣັຖ ຊຶ່ງ ດຣ. ວຽງທອງ ສີພັນດອນ ປະທານ ອົງການ ດັ່ງກ່າວ ໄດ້ ຣາຍງານວ່າ ໃນສົກ ປີນີ້ ຕາມແຜນ ການກວດສອບ ແມ່ນມີ 83 ຫົວໜ່ວຍ.

ແຕ່ມາຮອດ ປັດຈຸບັນ ປະຕິບັດ ໄດ້ 57 ຫົວໜ່ວຍ ຊຶ່ງຄນະ ປະຈໍາ ສະພາ ແຫ່ງຊາດ ສເນີໃຫ້ ປັບປຸງ ແບບແຜນ ກົນໄກ ແລະ ວິທີ ກວດສອບ ໃຫ້ມີ ປະສິດທິຜົລ ກວ່າເກົ່າ ເພື່ອ ສະກັດກັ້ນ ບັນຫາ ອັນບໍ່ດີ ຢູ່ໃນ ກົງຈັກ ການຈັດຕັ້ງ ຂອງຣັຖ ທີ່ ມີຢ່າງ ຫລວງຫລາຍ ໃນຂນະນີ້ ໃຫ້ລົດໜ້ອຍ ຖອຍລົງ.

ກອງປະຊຸມ ໄດ້ຮັບຮອງ ເອົາກົດໝາຍ 4 ສະບັບ ຄື: ກົດໝາຍ ວ່າດ້ວຍ ມາຕຖານ ກົດໝາຍ ວ່າດ້ວຍ ອາກອນ ມູລຄ່າເພີ່ມ, ກົດໝາຍ ວ່າດ້ວຍ ການກວດສອບ ອິສຣະ ແລະ ກົດໝາຍ ວ່າດ້ວຍ ການຕ້ານ ແລະສະກັດກັ້ນ ການຟອກເງິນ ແລະ ສນອງທຶນ ໃຫ້ແກ່ ການກໍ່ ການຮ້າຍ.

ແລະໄດ້ ປະກອບ ຄໍາເຫັນ ເບື້ອງຕົ້ນໃສ່ ຮ່າງກົດໝາຍ ວ່າດ້ວຍ ການແກ້ໄຂ ຄໍາຮ້ອງທຸກ ຂອງ ປະຊາຊົນ ທີ່ ຍັງມີ ເປັນຈໍານວນ ຫລວງຫລາຍ ເປັນຕົ້ນແມ່ນ ເຣື່ອງ ທີ່ດິນ ບ້ານເຮືອນ ຊຶ່ງ ທາງການ ລາວ ບັງຄັບໃຫ້ ປະຊາຊົນ ຈໍານວນ ບໍ່ໜ້ອຍ ໃນ ທົ່ວປະເທສ ໂຍກຍ້າຍ ອອກໜີ ຈາກບ້ານເຮືອນ ຈາກໄຮ່ນາ ຮົ້ວສວນ ຂອງ ພວກ ເຂົາເຈົ້າ ໂດຍທີ່ ຊົດເຊີຍ ຄວາມ ເສັຍຫາຍ ໃຫ້ແບບ ບໍ່ເປັນທັມ. ນອກນັ້ນ ກໍໄດ້ ປະກອບ ຄໍາເຫັນໃສ່ ບາງ ມາດຕຣາ ຂອງ ກົດໝາຍ ພາສີ ເພື່ອປັບປຸງ ແລະ ຮັບຮອງເອົາ ຢູ່ໃນ ກອງປະຊຸມ ສະພາ ແຫ່ງຂາດ ເທື່ອທີ 8 ທີ່ຈະຈັດຂຶ້ນ ໃນທ້າຍປີ ນີ້.

 

 



__________________
Anonymous

Date:
Permalink   
 

ບັນຫານຶ່ງ ທີ່ ກອງປະຊຸມ ໃຫ້ ຄວາມສົນໃຈ ແລະ ປະຊາຊົນ ທົ່ວໄປ ກໍວິຕົກ ກັງວົນ ນໍາຫລາຍ ທີ່ສຸດ ແມ່ນການ ຕັດໄມ້ ທໍາລາຍປ່າ ເປັນຂະບວນ ແບບຊະຊາຍ ຢ່າງ ຫລວງຫລາຍ ໃນຂນະທີ່ ຣັຖບາລລາວ ກັບຄືນມາ ເວົ້າເຖິງ ການຈັດສັນ 3 ປະເພດ ປ່າ ຄື: ປ່າສງວນ ແຫ່ງຊາດ ປ່າປ້ອງກັນ ແລະ ປ່າຜລິດ ຊຶ່ງກົດໝາຍ ວ່າດ້ວຍ ປ່າໄມ້ ກໍກໍານົດ ເອົາໄວ້ ຢ່າງ ແຈ້ງ ຢູ່ແລ້ວ ແລະ ການທີ່ ຣັຖບາລ ວາງເປົ້າໝາຍ ເອົາໄວ້ວ່າ ຈະຍົກ ຣະດັບ ການປົກຫຸ້ມ ເນື້ອທີ່ ປ່າໄມ້ ຂອງ ປະເທສ ໃຫ້ໄດ້ 65% ໃນປີ 2015 ແລະ 70% ໃນປີ 2020 ນັ້ນ ຫລາຍໆ ຄົນ ເວົ້າວ່າ ຄົງຈະ ບໍ່ສໍາເຣັດ ໄດ້ ຖ້າຫາກ ວ່າ ການຕັດໄມ້ ທໍາຣາຍປ່າ ເປັນຈໍານວນ ຫລວງຫລາຍ ຄືທີ່ ຜ່ານມາ ແລະ ໃນປັດຈຸບັນ ຊຶ່ງທ່ານ ດວງດີ ອິດທິຈັກ ສະມາຊິກ ສະພາ ແຫ່ງຊາດ ວ່າ ພຽງປີກາຍ ປີດຽວ ຣັຖບາລ ກໍໄດ້ ອະນຸມັດ ໃຫ້ຕັດໄມ້ ຢູ່ແຂວງ ບໍຣິຄໍາໄຊ ແຂວງດຽວ ເຖິງ 4 ແສນ ແມັດກ້ອນ:

"ປີກາຍນີ້ ຣັຖບາລ ກໍໄດ້ເຊັນ ໂກຕ້າໄມ້ ໃຫ້ ບໍຣິສັດ ໄປຂຸດຄົ້ນ ຢູ່ ແຂວງ ບໍຣິຄໍາໄຊ 4 ແສນແມັດກ້ອນ ບາດດຽວ".

ແລະ ທ່ານ ນູລິນ ສິນບັນດິດ ຣັຖມົນຕຣີ ກະຊວງ ຊັພຍາກອນ ທັມຊາດ ແລະ ສິ່ງແວດລ້ອມ ກໍໄດ້ ຣາຍງານ ຕໍ່ ກອງປະຊຸມ ສະພາ ແຫ່່ງຊາດ ວ່າ ແຕ່ລະປີ ມີການ ລັກລອບ ຕັດໄມ້ ເຜົາຖ່ານ ແລະ ຄ້າໄມ້ ແບບຜິດ ກົດໝາຍ ບໍ່ຕໍ່າກວ່າ 7 ແສນ ແມັດກ້ອນ. ທ່ານວ່າ ຍັງມີ ນັກ ທຸຣະກິດ ທັງພາຍໃນ ແລະ ຕ່າງປະເທດ ຈໍານວນນຶ່ງ ຈົງໃຈ ຣະເມີດ ກົດໝາຍ ແລະ ຣະບຽບການ ກ່ຽວກັບ ປ່າໄມ້ ໄດ້ ລັກລອບ ຕັດ ແລະ ຂົນໄມ້ ຜິດກົດໝາຍ ຮວມທັງໄມ້ ປະເພດ ຫວງຫ້າມ ແລະ ໄມ້ພິເສດ ທີ່ ໃກ້ຈະ ສູນພັນ ຊຶ່ງ ມີການ ວິພາກ ວິຈານ ກັນຢ່າງ ກວ້າງຂວາງ ວ່າ ການລັກລອບ ຕັດ ແລະ ຂົນໄມ້ ເປັນຈໍານວນ ຫຼວງຫລາຍ ຄືທີ່ວ່າ ນັ້ນ ແມ່ນ ຜູ້ມີສິດ ມີອໍານາດ ໃນກົງຈັກ ການຈັດຕັ້ງ ຂອງ ພັກແລະຣັຖ ສປປລາວ ມີ ສ່ວນຮ່ວມ ແລະ ໃຜເຮັດໄດ້ ກໍເຮັດ ເອົາຕາມ ອໍາເພີໃຈ ໂດຍບໍ່ ຫວາດຫວັ່ນ ຕໍ່ ຣະບຽບ ກົດໝາຍ ບ້ານເມືອງ ແຕ່ຢ່າງໃດ.

ກອງປະຊຸມ ໄດ້ຮັບຮອງ ເອົາ ການເຄື່ອນໄຫວ ວຽກງານ ປະຈໍາສົກ ປີ 2013-14 ແລະ ທິດທາງ ວຽກງານ ສົກປີ 2014-15 ຂອງ ອົງການ ອັຍການ ປະຊາຊົນ ສູງສຸດ ແລະ ສານ ປະຊາຊົນ ສູງສຸດ. ທ່ານ ຄໍາພັນ ສິດທິດໍາພາ ປະທານ ສານ ປະຊາຊົນ ສູງສຸດ ກ່າວວ່າ ໃນ 1 ປີ ຜ່ານມາ ມີຄະດີ ເຂົ້າມາສານ ປະຊາຊົນ ທຸກຂັ້ນ ທັງໝົດ 9,382 ເຣຶ່ອງ. ໃນນັ້ນ ຄ້າງມາ ແຕ່ປີກ່ອນ 1,613 ເຣຶ່ອງ. ທຽບໃສ່ ຣະຍະ ດຽວກັນ ຂອງ ປີຜ່ານມາ ເພິ່ມຂຶ້ນ 847 ເຣຶ່ອງ.

ນອກຈາກ ວຽກງານ ທີ່ ພົວພັນ ກັບ ຣັຖບາລ ກັບ ອົງການ ກວດສອບ ແຫ່ງຣັຖ ອົງການ ອັຍການ ປະຊາຊົນ ສູງສຸດ ແລະ ສານ ປະຊາຊົນ ສູງສຸດ ທີ່ວ່າມາ ນັ້ນແລ້ວ ກອງປະຊຸມ ຍັງໄດ້ ຮັບຮອງເອົາ ຜົລການ ເຄື່ອນໄຫວ ວຽກງານ ສົກ ປີ 2013-14 ແລະ ທິດທາງ ວຽກງານ ສົກປີ 2014-15 ຂອງ ສະພາ ແຫ່ງຊາດ ຊຸດທີ 7 ເອງ ນໍາດ້ວຍ.

ເຖິງວ່າ ກອງປະຊຸມ ສມັຍ ສາມັນ ເທື່ອທີ 7 ຂອງ ສະພາ ແຫ່ງຊາດ ຊຸດທີ 7 ແຫ່ງ ສປປລາວ ຈະ ຕີຣາຄາ ວ່າໄດ້ຮັບ ຜົລສໍາເຣັດ ຢ່າງຈົບງາມ ດັ່ງ ຍານາງ ປານີ ຢາທໍ່ຕູ້ ໄດ້ກ່າວ ໃນໂອກາດ ປິດກອງປະຊຸມ ນັ້ນຕອນ ນຶ່ງວ່າ:

"ກອງປະຊຸມ ສມັຍສາມັນ ເທື່ອທີ 7 ຂອງ ສະພາ ແຫ່ງຊາດ ຊຸດທີ 7 ໃນຄັ້ງນີ້ ໄດ້ຮັບ ຜົລສໍາເຣັດ ຢ່າງຈົບງາມ".

ແຕ່ກໍຍັງມີ ຫລາຍໆ ບັນຫາ ທີ່ ຜູ້ນໍາພັກ ປະຊາຊົນ ປະຕິວັດ ລາວ ຈະຕ້ອງໄດ້ ເອົາໃຈໃສ່ ແກ້ໄຂ ໃນຂນະທີ່ ເສຖກິດ ການເງິນ ຂອງ ປະເທສ ຍັງເປັນ ບັນຫາ ທີ່ ໜັກໜ່ວງ ງົບປະມານ ບໍ່ພຽງພໍ ມີໜີ້ສິນ ຄຸມເຄືອ ແມ່ນແຕ່ ເງິນເດືອນ ພະນັກງານ ຣັຖກອນ ກໍຍັງບໍ່ມີ ເບິກຈ່າຍໃຫ້ ຂະນະທີ່ ການສໍ້ຣາດ ບັງຫລວງ ແພ່ຂຍາຍ ຢ່າງກວ້າງຂວາງ ຕັ້ງແຕ່ ເທິງ ຮອດ ລຸ່ມ ທີ່ຍັງ ບໍ່ສາມາດ ຈະແກ້ໄຂ ໃຫ້ຕົກ ໄປໄດ້ ເຮັດໃຫ້ ສັງຄົມ ປັ່ນປ່ວນ ປະຊາຊົນ ໄດ້ຮັບ ຄວາມ ຫຍຸ້ງຍາກ ສັບສົນ ແລະ ມີຊີວິດ ການເປັນຢູ່ ດ້ວຍຄວາມ ລໍາບາກ.



__________________
Anonymous

Date:
Permalink   
 

 ພວກລີງ Chimpanzee ມັນແກ້ໃຂບັນຫາ ປທຊ ບ້ານເມືອງບໍໃດ້ດອກ.....ມັນແກ້ສິ້ນເມັຽມັນຫັ້ນໃດ້ຢູ່..



__________________
Anonymous

Date:
Permalink   
 

ໃນກໍລະນີດັ່ງກ່າວ,ຖ້າແມ່ນສາກົນເຂົາຈະເຮັດແນວໃດ?

ລຖບ ລາອອກ?

ຍຸມສະພາ?

ໃຜສຳນານດ້ານການເມືອງຊ່ວຍອະທິບາຍໃຫ້ແດ່.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard