ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ພະນັກງານພັກລັດ ບໍ່ຊອບທຳ
Anonymous

Date:
ພະນັກງານພັກລັດ ບໍ່ຊອບທຳ
Permalink   
 


ຫ້ອງການທີ່ດິນ ຂໍໃຫ້ສັງຄົມແຈ້ງດ່ວນ ເມື່ອເຫັນພະນັກງານບໍ່ຊອບທຳ

10155940_814689881896019_7951089696978515393_n.jpg?oh=f52908404dfa608a109ae1f24b5681f9&oe=5455083B

 

ທ່ານ ອະໂນໄທ ຈັນທະລັງສີ ຮອງຫົວໜ້າກົມທີ່ດິນກະຊວງ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມໄດ້ກ່າວຕໍ່ສື່ ມວນຊົນເມື່ອບໍ່ດົນມານີ້ວ່າ: ປັດຈຸບັນ, ຍອມຮັບວ່າກະແສວິຈານ ຂອງສັງຄົມທີ່ມີຕໍ່ຂະແໜງການ ພວກເຮົາແມ່ນຫລວງ ຫລາຍພາຍມາກ ແລະ ມີບາງກໍລະນີໄດ້ ກາຍເປັນປະກົດການຫຍໍ້ທໍ້ສັງຄົມ, ເຊິ່ງບັນ ຫາດັ່ງກ່າວສ່ວນ ໜຶ່ງເກີດຈາກຄວາມ ບໍ່ເຂົ້າໃຈ ຂອງປະຊາຊົນຕໍ່ຂະແໜງການທີ່ດິນ ແລະ ອີກສ່ວນໜຶ່ງກໍເກີດຈາກພະນັກງານທີ່ດິນຈຳນວນໜຶ່ງມີພຶດຕິກຳສວຍ ໂອກາດ ນຳໃຊ້ໜ້າທີ່ຕຳແໜ່ງຂອງຕົນເພື່ອຫາຜົນປະໂຫຍດ ແບບບໍ່ຊອບທຳໂດຍສະເພາະ ການກັກເອກກະສານຂອງປະຊາຊົນໄວ້ດົນນານ ເພື່ອທ່ວງດຶງແກ່ຍາວເວລາແລ້ວ ສ້າງເງື່ອນໄຂຕໍ່ລອງເພື່ອກ້າວ ໄປສູ່ການແກ້ໄຂແບບນອກຫລັກການເຊິ່ງພຶດ ຕິກຳໃນ ລັກສະນະ ເຊັ່ນນີ້, ນອກຈາກເປັນການ ສວຍໂອກາດຫາຜົນປະໂຫຍດ ແບບບໍ່ຊອບທຳແລ້ວຍັງເປັນການກະທຳທີ່ຜິດຕໍ່ຈັນຍາບັນ, ຈັນຍາທຳ ແລະ ລະບຽບຂອງພະນັກງານລັດຖະກອນທັງເປັນການສ້າງຄວາມອັບປະໂຫຍດ ໃຫ້ປະຊາຊົນກໍ ຄືສັງຄົມ, ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບຮຽບຮ້ອຍ ແລະ ສ້າງຄວາມ ເຊື່ອມເສຍຕໍ່ພາບພົດບົດບາດໃນການຊີ້ນຳ-ນຳພາ ຂອງພັກ ແລະ ລັດນຳດ້ວຍ.

ສະນັ້ນ, ໃນຕໍ່ໜ້ານີ້, ເພື່ອເຮັດໃຫ້ບັນຫາດັ່ງກ່າວຫລຸດຜ່ອນລົງ ແລະ ໃຫ້ພະນັກງານລັດຖະກອນໃນຂະແໜງທີ່ດິນກຳໄດ້ແນວທາງນະໂຍບາຍຂອງ ພັກ ແລະ ເຄົາລົບລະບຽບກົດໝາຍຂອງລັດທັງເປັນ ການເພີ່ມທະວີ ຄວາມເປັນເຈົ້າຕື່ນຕົວໃນ ການຮັບໃຊ້ສັງຄົມກໍຄືປະຊາຊົນ ເຊິ່ງເປັນຜູ້ທີ່ເສຍພາສີເປັນເງິນ ເດືອນພະນັກງານລັດນັ້ນ, ຂະ ແໜງທີ່ດິນຈະເພີ່ມທະວີການສຶກສາອົບຮົມການເມືອງແນວຄິດ, ສ້າງຈັນຍາບັນ ແລະ ຈັນຍາທຳ ໃຫ້ພະນັກງານຫລາຍກວ່າ ເກົ່າ ແລະ ຮຽກຮ້ອງໃຫ້ສັງຄົມ ກໍຄືປະຊາຊົນ ແລະ ພາກສ່ວນອື່ນໆ ຊ່ວຍເປັນຫູເປັນຕາໃນການຕິດຕາມ, ກວດກາ ແລະ ສ່ອງແສງໃຫ້ຂະແໜງການທີ່ດິນຮູ້ທັນທີເມື່ອພົບເຫັນພະນັກງານທີ່ດິນມີ ພຶດຕິກຳເຄື່ອນໄຫວແບບບໍ່ຊອບທຳໂດຍໃຫ້ລາຍ ງານຜ່ານທາງໂທລະສັບ ຫລື ສົ່ງຈົດໝາຍມາຫາກະຊວງ, ກົມ, ພະແນກ ຫລື ຫ້ອງການທີ່ດິນຢູ່ແຕ່ລະແຂວງ ເພື່ອຈະໄດ້ດຳ ເນີນການກວດກາ ແລະ ມີມາດຕະການຕໍ່ຜູ້ທີ່ກະທຳຜິດຕາມລະບຽບກົດໝາຍ.



__________________
Anonymous

Date:
Permalink   
 

ແຈ້ງໄປກໍ່ສໍ່າໄປບອກພວກທ່ານຫາວິທີທຳລາຍຫຼັກຖານລ້າໆ ຫົວໜ້າທີ່ດີນນະຄອນຫລວງສັ່ງລູກນ້ອງໄປອອກໃບຕາດີນທີ່ເປັນຂອງລັດ,

ຂອງລວມ ແລ້ວຂາຍ ຫຼື ອອກໃຫ້ນາຍທຶນ ຢູ່ແຖວເມືອງນາຊາຍທອງ, ເມືອງສີໂຄດ, ເມືອງໄຊທານີ ແລະ ເມືອງອື່ນໆ ໂດຍຄິດ 30 ຫາ 50 ເປິເຊັນ

ຂອງມູນຄ່າ ໂດຍມອບໃຫ້ເມຍເປັນນາຍໜ້າປະສານງານ ພວກທ່ານນອນຢູ່ໃສຄືບໍ່ຮູ້ ຫຼື ມີສ່ວນແບ່ງນຳ



__________________
Anonymous

Date:
Permalink   
 

ກາຍເປັນ ປະເພນີ ຂອງລັດຖະກອນລາວໄປແລ້ວ ເພາະ ລະບົບການຮຽນ ກໍແມ່ນ ຈ້າງຮຽນ, ຈ້າງເອົາ ຄະແນນ, ເອົາເງິນ ຍັດໃສ່ຊອງໃຫ້ ອາຈານ

ເພາະ ບໍ່ໄດ້ ມາຮຽນ, ຄາ ໄປນັ່ງກິນເບັຍ ຢູ່ແຄມຂອງກັບໝູ, ການເຂົ້າດຮັດວຽກ ເຮັດການ ກໍ ຈ້າງເຂົ້າ ແລະດັ່ງນັ້ນ ໃນເມືອເຂົາ ໄດ້ ເຂົ້າໄປມີອຳນາດແລ້ວ

ມັນກໍເລີຍ ເຮັດແບບ ທີ່ ເຂົາ ເຄີຍພົບພໍ້ເຫດການຜ່ານມາ, ຫາໂອກາດ ຂູດຮິດກິນ ອັນນີ້ ເປັນຄວາມຈິງ ເດີ ພີ່ນ້ອງເອິຍ.



__________________
Anonymous

Date:
Permalink   
 

ຂ້າພະເຈົ້າແລ່ນອອກໃບຕາດີນປູກສ້າງຂອງຂ້າພະເຈົ້າເອງແຕ່ ເດືອນ 5/2011ຈົນມາຮອດເດືອນ7/2014ຈື່ງໄດ້ ສາຍເຫດພ/ງເພີ່ນວ່າຄ່ານ້ຳມັນ

ຫນ້ອຍແລະບໍ່ຕໍ່ເນືອງ ຂ້າພະເຈົ້າເລີຍຖາມວ່າທໍ່ໃດພ/ງ ຕອບຢ່າງບໍ່ອຽງອາຍວ່າທັງຫມົດແມ່ນ 30000 ບາດແຕ່ຂ້າພະເຈົ້າຂໍວ່າຈັກ24000ໄດ້ບໍ?

ເພີ່ນວ່າຊິຊ້ວຍແລ້ວເອົາເງີນໃຫ້ເພີ່ນບໍ່ພໍ2ມື້ .ໂທມາບອກວ່າໃບຕາດີນຖາວອນເຈົ້າໄດ້ແລ້ວເດີ  ຂ້າພະເຈົ້າ ງົງເລີຍບາດຊິໄດ້ງ່າຍຂະນາດ...........!



__________________
Anonymous

Date:
Permalink   
 

 

ເທດສະນາໄດ້ດີ ປານຄູບາສູດບັ້ງກັນຫລອນ

ດີຕາຍແຕ່ເວົ້າ ບໍ່ເຫັນເຮັດຫຍັງໄດ້ ພໍເປັນຕາສິແຕກຈັກຄົນ !

 

 



__________________
Anonymous

Date:
Permalink   
 

ໃຫ້ມາກວດແດ່ສະຫວັນທ່ານເອີຍສະເໜີອອກໃບຕາດິນ3,ີແລະຍັງບໍ່ໄດ້

 



__________________
Anonymous

Date:
Permalink   
 

ແມ່ນແລ້ວ!!!!!.ແຕ່ເພິ່ນຊອບກິນ,ຊອບຫຼີ້ນ,ຊອບມ່ວນ,ຊອບຖູອອກ,ຖູເຂົ້າກັບສາວນ້ອຍລຸ້ນຫຼານ,ເຫຼັນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard