ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຄວາມອ່ອນແອ ໃນ ລະບົບການບໍລິຫານຂອງລັດ
Anonymous

Date:
ຄວາມອ່ອນແອ ໃນ ລະບົບການບໍລິຫານຂອງລັດ
Permalink   
 


ຮູບນີເປັນພຽງຕົວຍ່າງນ້ອຍໆ ອັນໜື່ງທີ່ຢາກຍົກໃຫ້ເຫັນຄວາມບໍ່ສັກສິດຂອງລະບຽບ ກົດໝາຍ

ຄວາມອ່ອນແອຂອງລະບົບການຄຸ້ມຄອງບໍລິຫານໃນອຳນາດລັດ ຄວາມປ່ອຍປະລະເລີຍໃນໜ້າທີ່

ຂອງອົງການທີ່ຮັບຜິດຊອບຂອງລັດ. ຝົນຕົກເທື່ອໃດຖະໜົນຫົນທາງນ້ຳຖ້ວມຂັງເທື່ອນັ້ນ, ຍັງດີທີ່ວ່າປີນີ້ຝົນບໍ່ຫຼາຍ

ຈື່ງບໍ່ຖືກຖ້ວມຫຼາຍ. ສາເຫດກໍຍ້ອນຮ່ອງລະບາຍນ້ຳ ແລະ ພື້ນທີ່ອ່າງເກັບຖືກຖົມເພື່ອການປຸກສ້າງ,

ລະບົບທໍ່ລະບາຍນ້ຳຖືກອັດຕັນເປັນອຳມະພາດໝົດ ທັ້ງທີ່ກໍ່ສ້າງດີແລ້ວ, ຍ້ອນຂາດການຄຸ້ມຄອງຜັງເມືອງ

ຂາດການບູລະນະສ້ອມແປງ, ຂາດການດູແລຮັກສາ ຂອງ ພາກສ່ວນ ໂຍທາ, ອພບ, ອຳນາດການປົກຄອງເມືອງ, ...

ບໍ່ເຄີຍມີມາດຕະການ ແລະ ວິທີການແກ້ໄຂແນວໃດເລີຍ

15442742760045314524.jpg79555473821532104544.jpg

30998889248779177849.jpg00903209255728530444.jpg

acttr?p=YTI3NDgzMzM3NTa5oLo1vjAurIzxEdT8IanQkyExFw1CHKHSYhHUVo9UmcYxJAAkx8H0Ox53IjyGy6R3muV5LxAr43XllnPe28P0pEknAlUNn63s%2F%2FWBQs1Iwe3kwMUaZC1QPIIkUBMMdWS%2FQPtmsBabKKeZY5m9PQT%2F1mnzbKfh3qU8PGcPcbaVJg%3D%3D&m=FP30_%3A_not_top&t=1408168898339



__________________
Anonymous

Date:
Permalink   
 

ມັນບໍ່ແມ່ນຕີ.ເຈ ົ້າເວ ົ້າຍ້ອນບໍ່ໄດ້ຜົນປະໂຫຍດນຳຕີເບາະທ່ານ



__________________
Anonymous

Date:
Permalink   
 

ເວບນີ້ ມັກ ກອບປີ ຂອງໝູ່ມາໃຊ້ດີເນາະ



__________________
Anonymous

Date:
Permalink   
 

ສມັຍກ່ອນ 75 ຝົນຕົກມາ 7ມື້ 7ຄືນ ຄືບໍ່ເຫັນນ້ຳຈະອັ່ງຖ້ວມຖນົນຢູ່ໃນ 4 ຕົວເມືອງຂອງກຳແພງນະຄອນດອກ

ຂັ້ນວ່າຍຸກນັ້ນຮເປັນຍຸກທີ່ມີ Technology ຫຼ້າຫຼັງກ່ອນຍຸກນີ້. ອັນນີ້ມະຫຍັງຝົນຕົກມາຮ່າດຽວບໍ່ຮອດຊົ່ວໂມງທີ່

ຝົນຫລັ່ງລົງມາ   ນ້ຳກໍຫົ້ງຖ້ວມອັ່ງຢູ່ເປັນມື້ເປັນຄືນດັ່ງເຫັນຢູ່ໃນຮູບນັ້ນ ຂັ້ນວ່າຍຸກນີ້ເປັນຍຸກ Technology ສູງ

ທຸກຢ່າງທັນສມັຍໝົດບໍ່ວ່າອຸປະກອນແລະຄົນ  ໂດຍສະເພາະ ສປປ ລາວ ຍຸກນີ້ມີ ດລ. ແລະ ສຈ. ກອງກັນເຕັມ

ບ້ານເຕັມເມືອງຈູ່ນຜູ່ນແຕ່ບໍ່ມີປັນຍາເຮັດໃຫ້ນ້ຳໄຫຼລົງສູ່ແມ່ນ້ຳຂອງໂດຍສະດວກ.     ພິເສດສຸດແມ່ນປະຊາຊົນ

ລາວທີ່ອາສັຍຢູ່ນະຄອນຫຼວງກ່ອນ 75 ນັ້ນ ບໍ່ວ່າຄົນສາມັນທັມະດາຂຶ້ນເຖິງຜູ່ໃຫຍ່ໄມ້ສູງແລະມີອຳນາດແມ່ນພາ

ກັນເຄົາຣົບຕໍ່ກົດກະຕິກາແລະຂໍ້ຣະບຽບວ່າດ້ວຍການຮັກສາຄວາມສອາດຂອງບ້ານເມືອງຊ່ອຍກັນ ສຳຄັນທີ່ສຸດ

ແມ່ນການຮັກສາຂີ້ເຫື້ຽອເພື່ຶບໍ່ໃຫ້ໄຫຼລົງໄປອຸດຕັນຖໍ່ຣະບາຍນ້ຳຕາມສອງຂອບທາງຂອງຖນົນ, ທຸກຄົນຕ້ອງນຳຂີ້

ເຫື້ຽອໄປຖິ້ມທີ່ສະຖານທີ່ທາງການອະນຸຍາດໃຫ້. ທາງຣາຊະການໂຍທາແລະເທສະບານກໍໄດ້ຮ່ວມໃນກັນຮັກສາຖໍ່ຣະ

ບາຍນ້ຳແລະຂີ້ເຫື້ຽອເປັນພິເສດແລະເຈົ້າຄອງກຳແພງນະຄອນຫຼວງມັກລົງພື້ນທີ່ທຸກໆເດືອນເພື່ອກວດກາຄວາມ

ຄືບໜ້າຂອງການປະບັດງານຂອງພະແນກທີ່ຮັບມິດຊອບຮັກສາຖໍ່ຣະບາຍນ້ຳໃຫ້ຢູ່ໃນສະພາບດີແລະຕຽມພ້ອມ

ທີ່ຈະຣະບາຍນ້ຳໃຫ້ໄຫຼສະດວກເພື່ອບໍ່ໃຫ້ນ້ຳອັ່ງຖວ້ມຖນົນຫາກມີຝົນຫຼັ່ງລົງມາ.        ແຕ່ໃນຍຸກນີ້ທຸກມື້ນີ້ ປະຊາ

ຊົນທີ່ອາສັຍຢູ່ນະຄອນຫຼວງນັບແຕ່ປະຊາຊົນຄົນທັມະດາຂຶ້ນຮອດຜູ່ໃຫຍ່ໄມ້ສູງແລະມີອຳນາດບໍ່ພາກັນເຄົາຣົບຕໍ່

ກົດກະຕິກາແລະຂໍ້ຣະບຽບວ່າດ້ວຍການຮັກສາຄວາມສະອາດຂອງບ້ານເມືອງຊ່ອຍກັນ, ຜູ່ມີອຳນາດແລະໜ້າທີ່ການ

ງານສູງແຮງສຳຄັນ ຮ່ອງຣະບາຍນ້ຳຢູ່ໜ້າບ້ານກໍເອົາດິນມາຖົມແລ້ວປິຊີມັງລົງທັບຍຶດເອົາເປັນທາງເຂົ້າໜ້າບ້ານ

ຂອງຕົນເອງ ດີບໍ່ດີເອົາແພເຕັນມາມຸງກວມເອົາອີກ ແລະພາກັນເທຂີ້ເຫື້ຽອລົງໃສ່ຖໍ່ຫຼືຮ່ອງຣະບາຍນ້ຳນັ້ນ. ເຫັນຄົນ

ເອົາຂີ້ຂະຍະໄປຖອກເຕັມສອງຂອບທາງແລະກໍຕັນຮ່ອງນ້ຳທັງສອງຂອບທາງ ບາດຝົນຕົກລົງມານ້ຳກໍຜັດເອົາຂີ້ເຫື້ຽອ

ນັ້ນໄຫຼລົງໄປຕັນຕາມຈຸດຕ່າງໆແລະກໍທະວີຄູນຂຶ້ນໄປເລື້ອຍໆ ໃນທີ່ສຸດກໍຕັນທັງເມືອງເລີຍ ດັ່ງນັ້ນບໍ່ວ່າຝົນໜ້ອຍຫຼື

ຫລາຍ ຮ່ານ້ອຍ ຮ່າໃຫຍ່ ນ້ຳໃົນກໍຈະຫົ້ງຂຶ້ນຖ້ວມຖນົນທົ່ວໂຕເມືອງກຳແພງນະຄອນໂລດ.



__________________
Anonymous

Date:
Permalink   
 

ຄິດວ່າ ບໍ່ໄດ້ອ່ອນແອ ແຕ່ ບໍລິຫານບໍເປັນຫລາຍກ່ວາ(ຄວບຄຸ້ມຄົນກັນເອງບໍ່ໄດ້ ໃຜໃຫ່ຍໃຜມີອຳນາດແຫ່ງໃຊ້ທາງລັດ ແບບ ບໍ່ໄປຕາມກົດໝາຍ)  ແລະ ຍັງໃຊ້ວິທີບໍລິຫານ ແບບຍົກ ສົງຄາມໂລກທີ່ໜື່ງພຸ້ນ



__________________
Anonymous

Date:
Permalink   
 

ມັນເປັນຄືກັນໝົດທົ່ວໂລກຫັນລະທ່ານເອີຍ ອາເມລິການໍ້າກະຍັງຖ້ວມ



__________________
Anonymous

Date:
Permalink   
 

Anonymous wrote:

ມັນເປັນຄືກັນໝົດທົ່ວໂລກຫັນລະທ່ານເອີຍ ອາເມລິການໍ້າກະຍັງຖ້ວມ


 ທ່ານກໍ່ເວົ້າແບບຄືວ່າຄົນອື່ນບໍມີຫົວຄິດປັນຍາຫຍັງໝົດແທ້ໆນໍ

ເວົ້າຄືວ່າຄົນອື່ນເຂົາເປັນຄົນໄຮ້ເຫດຜັນເອົາແທ້ເອົາວ່າ.

ຖ້າຫາກຖ້ວມແບບສົມເຫດສົມຜົນ ຫຼື ວ່າເປັນໄພທຳມະຊາດທີ່ຮຸນແຮງ

ບໍ່ມີໃຜສາມາດຕ້າໄດ້ ເຂົາກໍ່ບໍ່ເວົາຫຍັງດອກ. ອັນນີ້ລະສີ່ງທີ່ລັດຖະບານ

ເອົາເງີນພາສີ ປຊຊ ໄປລົງທືນສ້າງມາຈົບດີແລ້ວພັດປ່ອຍປະລະເລີຍໃຫ້

ກຸ່ມຄົນສ່ວນນ້ອຍໄປທຳລາຍໝົດ, ສະພາບທາງດ້ານທຳມະຊາດທີ່ຄວນຮັກ

ສາໄວ້ຄືຮ່ອງນ້ຳທຳມະຊາດ, ໜອງ, ບືງ ຕ່າງໆ ພາກັນຖົມໝົດ

ນີ້ລະຄືເຫດຜົນທີ່ພາໃຫ້ເກີດຜົນກະທົບ ປຊຊ ເຂົາຈົ່ມວ່າ, ລະບຽບມີ ກົດໝາຍ

ມີ ແຕ່ກາຍເປັນປື້ມນິຍາຍໄປຊື່ໆ ບໍ່ມີຜົນບັງຄັບໃຊ້



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard