ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສຳມະນາກ່ຽວກັບຂັ້ນຕອນພິເສດ ດ້ານສິດທິມະນຸດ
Anonymous

Date:
ສຳມະນາກ່ຽວກັບຂັ້ນຕອນພິເສດ ດ້ານສິດທິມະນຸດ
Permalink   
 


ສຳມະນາກ່ຽວກັບຂັ້ນຕອນພິເສດດ້ານສິດທິມະນຸດ

DSC05212.jpg

​ໃນ​ວັນ​ທີ 15 ສິງຫານີ້, ກົມ​ສົນທິສັນຍາ ​ແລະ ກົດໝາຍກະ ຊວງ​ການ​ຕ່າງປະ​ເທດ ​ໃນ​ນາມ​ກອງ​ເລຂາ​ຄະນະ​ຊີ້ນຳ​ລະດັບ​ຊາດ​ໃນ​ການ​ປະສານ​ງານ​ດ້ານ​ສິດທິ​ມະ ນຸດ ​ໄດ້​ຈັດຕັ້ງກອງ​ປະ ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ຂັ້ນຕອນ​ພິ​ເສດ​ດ້ານ​ສິດທິ​ມະນຸດຂອງ ສະຫະປະຊາຊາດຂຶ້ນທີ່ນະຄອນ ຫຼວງວຽງຈັນ ​ໂດຍ​ຮັບ​ການ​ສະ ໜັບສະໜູນ​ຈາກ​ສະຖານທູດ​ອົດ​ສະຕຣາລີ​ປະຈຳ ສປປ ລາວ (ອົງ ການ​ອົດ​ສະ​ເອດ). ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ ພົງ​ສະຫວັດ ບຸບຜາ ລັດຖະມົນຕີຫົວ ໜ້າ​ຫ້ອງ​ວ່າການ​ປະ ທານ​ປະ​ເທດ, ປະທານ​ຄະນະ​ຊີ້ນຳ​ລະດັບ​ຊາດ​​ການ​ປະສານ​ງານ​ດ້ານ​ສິດ ທິ​ມະນຸດ ​ແລະ ທ່ານ ຈອນ ວິນ​ລຽມ (John Williams) ​ເອກ​ອັກ ຄະ​ລັດຖະທູດ​ອົດ​ສະຕຣາລີ​ປະ ຈຳ ສປປ ລາວ​ ,ໂດຍມີ​ທ່ານ ສາ​ສະ​ດາ​ຈານ Vitit Muntathorn ຈາກ​ມະຫາວິທະຍາ​ໄລ​ຈຸລາ​ລົງ​ກອນ ປະ​ເທດ​ໄທ ມາ​ຮ່ວມ​ເປັນ​ຜູ້​ບັນລະຍາຍ​ພິ​ເສດ​ ແລະ ມີ​ຜູ້ຕາງ ໜ້າບັນດາ​ກະຊວງ​. ອົງການ​ຈັດ ຕັ້ງທີ່​ກ່ຽວຂ້ອງ​, ທູຕານຸທູດ, ອົງ ການ​ເຄືອ​ຂ່າຍ ​ສປຊ, ອົງການ​ຈັດຕັ້ງສາກົນ​ອື່ນໆເຂົ້າຮ່ວມ​ປະ ມານຮ້ອຍຄົນ

      ປະທານກ່າວໃນພິທີວ່າ: ກອງ​ປະຊຸມ​ສຳ​ມະ​ນາ​​ຄັ້ງນີ້ ​ແມ່ນ​ແນ​ໃສ່​ເພື່ອ​ສ້າງ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ຂັ້ນຕອນ​ພິ​ເສດ​ດ້ານ​ສິດ ທິ​ມະນຸດ​ຂອງ ສປຊ ​ເພື່ອ​ກະ ກຽມ​ຄວາມ​ພ້ອມ​ຂອງ ສປປ ລາວ ​ໃນ​ການ​ພິຈາລະນາ​ເຊື້ອ​ເຊີນ​ຜູ້​ລາຍ​ງານ​ພິ​ເສດ ສປຊ ມາ​ຢ້ຽມຢາມ ສປປ ລາວ ຕາມ​ຄວາມ​ເໝາະ​ສົມ ​ເພື່ອ​ປະຕິບັດ​ຕາມ​ຂໍ້​ສະ​ເໜີ​ແນະ​ພາຍ​ໃຕ້​ກົນ​ໄກ​ທົບ​ທວນ​ປະຈຳ​ໄລຍະ​ຂອງ​ສະ ພາ​ສິດທິ​ມະນຸດ ສປຊ ຮອບ​ວຽນ​ທີ​ໜຶ່ງ​ທີ່ ສປປ ລາວ ​ໄດ້​ຜ່ານ​ການ​ທົບ​ທວນ​ໃນ​ປີ 2010 ຜ່ານ​ມາ ​ແລະ ກະກຽມ​ໃຫ້​ແກ່​ການ​ທົບ​ທວນ​ໃນ​ຮອບ​ວຽນ​ທີ​ສອງ​ໃນຕົ້ນປີ 2015. ສປປ ລາວ ຍາມ​ໃດ​ກໍ​ມີ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ອັນ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ​ໃນ​ການ​ຮ່ວມ​ມື​ກັບ​ກົນ​ໄກ​ສິດທິ​ມະ ນຸດ​ຂອງ ສປຊ. ສປປ ລາວ ​ເປັນ​ພາຄີ​ສົນທິສັນຍາ​ຫລັກ​ດ້ານ​ສິດ ທິ​ມະນຸດ 7 ສະບັບ ​ແລະ ​ໄດ້​ມີ​ການ​ຮ່ວມ​ມື​ກັບ​ກົນ​ໄກ​ຜູ້​ລາຍ​ງານ​ພິ​ເສດ​ໃນ​ການ​ປົກ​ປ້ອງ ແລະ ສົ່ງ​ເສີມ​ສິດທິ​ມະນຸດ​ຂອງ​ສະພາ​ສິດທິ​ມະນຸດ ສປຊ ​ໃນ​ໄລ ຍະ​ຜ່ານ​ມາ ​ລວມທັງ​ການ​ຕ້ອນ ຮັບ​ການ​ຢ້ຽມຢາມ​ຂອງ​ຜູ້​ລາຍ​ງານ​ພິ​ເສດ ສປຊ ກ່ຽວ​ກັບ​ເສລີ ພາບ​ດ້ານ​ສາສະໜາ​ໃນ​ປີ 2008.
    ປະທານ ​ໃຫ້ຮູ້ວ່າ: ການຢ້ຽມ ຢາມ​ຂອງ​ຜູ້​ລາຍ​ງານ​ພິ​ເສດ​ຈະ​ຕ້ອງ​ບົນ​ພື້ນຖານ​ການ​ເຊື້ອ​ເຊີນ​ຂອງ​ປະ​ເທດ ​ກ່ຽວຂ້ອງ ແລະ ການ​ເຄື່ອນ​ໄຫວ​ເຮັດ​ວຽກ, ລວມ ທັງ​ການ​ຕີ​ລາຄາ​ການ​ປະຕິບັດ​ສິດທິ​ມະ​ນຸດ​ຂອງ​ຜູ້​ລາຍ​ງານ​ພິ​ເສດ​ຈະ​ຕ້ອງ​ ຢູ່​ໃນ​ຂອບ​ຂອງ​ຫລັກການ​ຂອງ​ກົດ​ບັດ​ ສປຊ, ໂດຍ​ສະ​ເພາະ​ແມ່ນຫລັກການ​ແຫ່ງ​ການ​ເຄົາລົບ​ເອກະລາດ, ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ແລະ ບໍ່​ແຊກ​ແຊງ​ເຂົ້າວຽກ​ງານ​ພາຍ​ໃນ​ຂອງ​ກັນ. ພ້ອມ​ດຽວ​ກັນນີ້, ຜູ້​ລາຍ​ງານ​ພິ​ເສດ​ຈະ​ສາມາດ​ປະກອບສ່ວນ​ຢ່າງ​ແທ້​ຈິງ​ໃນ​ການ​ສົ່ງ​ເສີມ ​ແລະ ປົກ​ປ້ອງ​ສິດທິ​ມະນຸດ​ໃນ​ລະດັບ​ສາ ກົນ​ຕາມ​ພາລະ​ບົດບາດ​ຂອງ​  ຕົນ​, ແຕ່​ຈະ​ຕ້ອງ​ໄດ້ຄຳນຶງ​ເຖິງ​ຫລັກ ການ​ພາວະ​ວິ​ໄສ, ບໍ່​ເລືອກ​ປະຕິບັດ, ບໍ່​ມີ​ການຈຳ​ແນ​ກ, ບໍ່​ໃຊ້​ມາດຕະຖານ​ສອງ​ໜ້າ ​ແລະ ບໍ່​ນຳ​ໃຊ້​ເພື່ອ​ຈຸດປະສົງ​ທາງ​ການ​ເມືອງ. ​ໃນ​ກອງ​ປະຊຸມ​ສຳ​ມະ​ນາ​ດັ່ງກ່າວ ຜູ້​ເຂົ້າຮ່ວມ​ໄດ້​ແລກ ປ່ຽນ​ຂໍ້​ມູນ​ຂ່າວສານ​ກັບ​ຜູ້​ຊ່ຽວ ຊານ​ກ່ຽວ​ກັບ​ຫລັກການ ​ແລະ ພາກ​ປະຕິບັດ​ຕົວ​ຈິງ​ຂອງ​ກົນ​ໄກ​ຜູ້​ລາຍ​ງານ​ພິ​ເສດ​ຂອງ ສປຊ ອັນ​ໄດ້​ເຮັດ​ໃຫ້​ຜູ້​ເຂົ້າຮ່ວມ້​ມີ​ຄວາມ​ຮັບ​ຮູ້ ​ແລະ ຄວາມ​ເຂົ້າ​ໃຈ​ຕື່ມ​ກ່ຽວ​ກັບ​ການ​ເຮັດ​ວຽກ​ຂອງ​ກົນ​ໄກ​ຜູ້​ລາຍ​ງານ​ພິ​ເສດ ສປຊ ກໍ​ຄື​ລະບົບ​ສິດທິ​ມະນຸດ​ຂອງ​ອົງ ການ​ສະຫະ​ປະຊາ​ຊາດ.

acttr?p=YTI5MTI5NjE2ODIHwxySdbd6hLNxmd615s8pxhtqK4KS0LhgzPw%2FpqyHmHxtGiMLqxLM%2FmPd%2BcBl8MRm3qxJ0n018sBiGOH0jSLGovkZu%2Fbps5CwlPcbVYUxsUlAnqHrsmV6oYZw9iYRBDmoGxQRsSpljKmh2FvTdP7%2BC9ALrGTMUIj5w8lOshYbLg%3D%3D&m=FP30_%3A_not_top&t=1408334640315

acttr?p=YTI5MTI5NjE2ODIHwxySdbd6hLNxmd615s8pxhtqK4KS0LhgzPw%2FpqyHmHxtGiMLqxLM%2FmPd%2BcBl8MRm3qxJ0n018sBiGOH0jSLGovkZu%2Fbps5CwlPcbVYUxsUlAnqHrsmV6oYZw9iYRBDmoGxQRsSpljKmh2FvTdP7%2BC9ALrGTMUIj5w8lOshYbLg%3D%3D&m=FP30_%3A_not_top&t=1408334987636



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard