ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ກ່ອນປີ 1975 ລາວມີຈັກເຂື່ອນ
Anonymous

Date:
ກ່ອນປີ 1975 ລາວມີຈັກເຂື່ອນ
Permalink   
 


ຂອບໃຈທີ່ໃຫ້ຂໍ້ມູນ



__________________
Anonymous

Date:
Permalink   
 

ນຳ້ງື່ມ 15MW ນ້ຳດົງ 1MW ເຊລະບຳ 1MW

ຄືບໍຖາມດຽວນີ້ມີຈັກເຂື່ອນ? ນັບບໍ່ຫລອ້ນ  



__________________
Anonymous

Date:
Permalink   
 

Anonymous wrote:

ນຳ້ງື່ມ 15MW ນ້ຳດົງ 1MW ເຊລະບຳ 1MW

ຄືບໍຖາມດຽວນີ້ມີຈັກເຂື່ອນ? ນັບບໍ່ຫລອ້ນ  


 ມີແຕ່ເຂື່ອນ ຟຟ ນ້ຳງຶ່ມເທົ່ານັ້ນທີ່ເຊົ່າ ຟຟ ຈາກໄທມາສ້າງ ຫລັງຈາກສ້າງສຳເຣັດແລ້ວກໍສົ່ງ ຟຟ ໄປໄຊ້ໜີ້

ຄືນໃຫ້ໄທແຕ່ປີ 1971 ເຖິງ 1986 ກໍຈະໝົດ (15ປີ ໝົດໜີ້ຕາມສັນຍາທີ່ເຊັນກັນໄວ້ກັບຣັຖະບານເຈົ້າສຸວັນນະພຸມມາ)

ແຕ່ບໍ່ຮູ້ນຳຣັຖະບານ ສປປ ລາວ ເຮັດແນວໃດໄປເຊັນສັນຍາກັນໄທແນວໃດຜົນສຸດທ້າຍຍັງຊື້ ຟຟ ຄືນຈາກໄທມາໃຊ້

ເທົ່າທຸກມື້ນີ້ ທັງໆທີ່ ຟຟ ຜລິດຈາກປະເທດໂຕເອງແທ້ໆ.

ສ່ວນ ຟຟ ທີ່ ຜລິດຈາກເຂື່ອນ້ຳດົງ ຫຼວງພະບາງແມ່ນໃຊ້ສະເພາະຫຼວງພະບາງ ແລະ ເຂື່ອນ ເຊລະບຳ ກໍໃຊ້ສະເພາະເມືອງ

ປາກເຊເທົ່ານັ້ນ ສອງເຂື່ອນນີ້ບໍ່ໄດ້ເຊົ່າ ຟຟ ມາແຕ່ໄທເໝືອເຂື່ອນ້ຳງື່ມ ເພາະເປັນເຂື່ອນຂນາດນ້ອຍ.

ກ່ອນ 75 ຣັຖະບານໄດ້ລົບລ້າງແຜນການສ້າງເຂື່ອນນ້ຳຂອງ ຄືເຂື່ອນຜາມອງ ທີ່ໄຊຍະບູຣີ ( ເຂື່ອທີ່ກຳລັງສ້າງທຸກມື້ນີ້) ນັກ

ສຶກສາແລະປະຊາຊົນປະທ້ວງຣັຖະບານບໍ່ໃຫ້ສ້າງເພາະທຳລາຍທັມະຊາດແລະສິ່ແວດລ້ອມ ທຳລາຍປະຊາກອນປາທຸກຊນິດ

ແລະໃນທີ່ສຸດ ຣັຖະບານກໍລົບລ້າງແຜນການເຂື່ອ ຟຟ ຜາມອງ.

ຍຸກນີ້ ມີຮອດຕ່າງປະເທດແລະ ປຊຊ ລາວພາກັນປະທ້ວງສ້າງເຂື່ອນ ໄຊຍະບູຣີ ແຕ່ຣັຖະບານ ຊູຊູຫິນະທານັງສ້າງຈົນໄດ້ ເພາະຕ້ອງ

ການເງິນສ່ວນແບ່ງເຂົ້າກະເປົາເມັຍນ້ອຍຫຼືກິກ.

 



__________________
Anonymous

Date:
Permalink   
 

ເຂື່ອນຜາມອງມັນຢູ່ເທິງວຽງຈັນໄປປະມານ 20ຫລັກທໍ່ນັ້ນເດີ ຢູ່ພູພະນັງນີ້ເອງ ແຕ່ຖ້າບໍ່ໄດ້ປົດປອ່ຍກອ່ນ ທັງເຂື່ອນຜາມອງ ແລະນຳເທີນ 1 ແມ່ນຕອ້ງສ້າງແນ່ນອນ ຍອ້ນແຜນຂອງອະເມລິກາຢາກຕັດການບຸກຄືບຫນ້າຂອງກຳລັງແນວລາວ ການສ້າງຜາມອງ ແມ່ນຈະທຳໃຫ້ ຊະນາຄາມ ເມືອງເຟືອງ ຫີນເຫີບ ຈົມນຳ ລວມທັງ ຈັງຫວັດເລີຍຂອງໄທ ສວ່ນນຳເທີນ1 ແມ່ນແບ່ງປະເທດເປັນສອງທອ່ນໄປເລີຍ ແຕ່ຍັງພໍເປັນໄປໄດ້ຢູ່ນະ ໂດຍສະເພາະນຳເທີນ1ສ້າງແນ່ນອນ ສ້າງຂະຫນາດຕຳລົງແລະບໍ່ຖວ້ມຮອດເມືອງວຽງທອງ ສວ່ນຜາມອງ ຄົງຍາກ ຄົນໄທຕ້ານຫລາຍ ຕອ້ງໃຫ້ ປະຢຸດ ຢູ່ນານຮອດ 20ປີກອ່ນ

__________________
Anonymous

Date:
Permalink   
 

ມັນແມ່ນແທ້ຫວາທີ່ພວກຢູ່ເຖົ້າບາງຄົນເວົ້າຢູ່ພາວທອກວ່ານະໂຍບາຍໝໍ້ໄຟແຫ່ງເອເຊຍ
ແລະນະໂຍບາຍປະເທດເຊື່ອມໂຍງທີ່ລັດຖະບານລາວກໍາລັງນຳມາໃຊ້ໃນແຜນການ
ພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ປີ ຄັ້ງທີ 6 ແມ່ນສືບຕໍ່ຈາກພວກລັດຖະບານວຽງຈັນ
ບໍ່ແມ່ນໂຄງການຂອງບັນດາ ດຣ. ທີ່ນັ່ງຕົບມືໃນສະພາແຫ່ງຊາດລາວ?

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard