ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຈູມ ມາລີ ໄຊຍະສອນ ໄປຮັບຄຳສັ່ງຈາກນາຍ ເໜືອຫົວ
Anonymous

Date:
ຈູມ ມາລີ ໄຊຍະສອນ ໄປຮັບຄຳສັ່ງຈາກນາຍ ເໜືອຫົວ
Permalink   
 


meeting.jpg

ໂດຍຕອບສະໜອງຕາມຄຳເຊີນ ຂອງສະຫາຍ ຫງວຽນ ຟູ ຈ້ອງ, ເລ ຂາທິ ການໃຫຍ່ຄະນະບໍລິຫານງານ ສູນກາງພັກ ກອມມູນິດຫວຽດນາມ, ສະຫາຍ ຈູມ ມາລີ ໄຊຍະສອນ ເລຂາ ທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ແລະ ຄະນະຜູ້ແທນຂັ້ນສູງຂອງລາວໄດ້ ຢ້ຽມ ຢາມ ສສ ຫວຽດນາມ ແຕ່ວັນ ທີ 18-21 ສິງຫາ 2014. ຮ່ວມເດີນທາງ ໄປຢ້ຽມຢາມຫວຽດນາມໃນຄັ້ງນີ້ມີ ສະຫາຍ ທອງລຸນ ສີສຸລິດ ກຳມະ ການກົມການເມືອງສູນກາງພັກ, ຮອງນາຍົກລັດ ຖະມົນຕີ, ຫົວໜ້າຄະ ນະພົວພັນຕ່າງປະເທດສູນກາງພັກ, ລັດຖະມົນຕີວ່າການກະຊວງການ ຕ່າງປະເທດ; ສະຫາຍ ຈັນສີ ໂພສີ ຄຳ ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນ ກາງພັກ; ສະຫາຍ ຄຳພັນ ພົມມະທັດກຳມະການສູນກາງພັກ, ຫົວໜ້າ ຫ້ອງວ່າການສູນກາງພັກ; ສະຫາຍ ສູນທອນ ໄຊຍະ ຈັກ, ກຳມະການສູນກາງພັກ, ຮອງຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ, ລັດຖະມົນຕີຊ່ວຍວ່າການກະຊວງການ ຕ່າງປະເທດ ແລະ ສະຫາຍ ສົມພອນ ສີ ຈະເລີນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ.  

        ໃນໄລຍະຢູ່ຢ້ຽມຢາມ, ສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາພັກປະຊາຊົນປະ ຕິວັດລາວ, ປະທານປະເທດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ພົບປະກັບສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະ ພົບປະກັບສະຫາຍ ເຈືອງ ເຕິນ ຊາງ ກໍາມະ ການກົມ ການເມືອງສູນກາງພັກ, ປະທານປະເທດແຫ່ງ ສສ ຫວຽດນາມ. ໃນບັນຍາກາດທີ່ເຕັມໄປດ້ວຍນໍ້າໃຈມິດຕະພາບ ອັນດູດດື່ມ, ຄວາມສາມັກຄີແບບພິເສດ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນນັ້ນ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການທີ່ພົ້ນເດັ່ນຂອງແຕ່ລະພັກ, ແຕ່ລະປະເທດ, ຕີລາຄາກ່ຽວກັບການພົວພັນຮ່ວມມືລະຫວ່າງສອງປະເທດ ໃນໄລຍະທີ່ຜ່ານມາ ແລະ ພ້ອມກັນປຶກສາຫາລືກ່ຽວ ກັບທິດທາງການເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີພິ ເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມໃນຕໍ່ໜ້າ; ນອກນັ້ນການນຳຂອງສອງປະເທດຍັງໄດ້ມີການ ແລກປ່ຽນຄຳ ຄິດເຫັນ ແລະ ຕີລາຄາກ່ຽວກັບສະພາບການ ພາກພື້ນ ແລະ ສາກົນຈຳນວນໜຶ່ງທີ່ສອງຝ່າຍສົນໃຈນຳກັນ.
            ສະຫາຍ ຈູມມາລີ ໄຊຍະສອນ ໄດ້ສະແດງຄວາມພາກ ພູມໃຈທີ່ໄດ້ໄປຢ້ຽມຢາມ ສສ ຫວຽດນາມ ແລະ ໄດ້ມີໂອ ກາດພົບປະກັບບັນດາເພື່ອນມິດ, ສະຫາຍອ້າຍນ້ອງຜູ້ສະໜິດສະໜົມຂອງປະຊາຊົນລາວ ອີກເທື່ອຫນຶ່ງ ໄດ້ສະແດງຄວາມ ຂອບອົກຂອບໃຈຢ່າງຈິງໃຈຕໍ່ສະຫາຍເລຂາທິການໃຫຍ່ ຫງວຽນ ຟູ ຈ້ອງ ແລະ ສະຫາຍປະທານປະເທດ ເຈືອງ ເຕິນ ຊາງ, ບັນດາສະຫາຍການນຳຂັ້ນສູງພັກ, ລັດຫວຽດ ນາມ, ອົງຄະນະພັກ, ອຳນາດການປົກຄອງພ້ອມດ້ວຍປະຊາ ຊົນຊາວນະຄອນ ໂຮ່ຈິມິງ ແລະ ແຂວງເລິມດົ່ງທີ່ໄດ້ໃຫ້ການ ຕ້ອນຮັບອັນສະໜິດສະໜົມ ອົບ ອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດ ມິດຕະພາບ ຖານສະຫາຍອ້າຍ ນ້ອງ, ໄດ້ສະແດງຄວາມຊົມ ເຊີຍຕໍ່ຜົນສຳເລັດອັນໃຫຍ່ຫຼວງ,ສໍາຄັນ ແລະ ມີຄວາມໝາຍປະ ຫວັດສາດ ທີ່ພັກ, ລັດ ແລະ ປະ ຊາຊົນຫວຽດນາມອ້າຍນ້ອງ ຍາດມາໄດ້ໃນພາລະກິດແຫ່ງ ການປ່ຽນແປງໃໝ່ເຊິ່ງເປັນກຳ ລັງໃຈອັນ ແຮງກ້າໃຫ້ແກ່ປະຊາຊົນລາວໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ຂອງລາວ; ສະແດງຄວາມເຊື່ອ ໝັ້ນວ່າ ພາຍໃຕ້ການນຳພາອັນຖືກຕ້ອງ ແລະ ສະຫລາດສ່ອງ ໃສຂອງພັກກອມມູນິດຫວຽດ ນາມ, ປະຊາຊົນຫວຽດນາມ ອ້າຍນ້ອງ ຈະສືບຕໍ່ປະຕິບັດບັນດາເປົ້າໝາຍທີ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກກອມມູນິດ ຫວຽດນາມວາງອອກຢ່າງມີຜົນສຳ ເລັດ ອັນຈົບງາມ; ສະຫາຍ ຈູມມາລີ ໄຊຍະສອນ ຍັງໄດ້ຕີລາ ຄາສູງສາຍພົວພັນມິດຕະພາບທີ່ ເປັນມູນເຊື້ອ, ຄວາມສາມັກຄີພິ   ເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ- ຫວຽດນາມທີ່ນັບມື້ນັບໄດ້ຮັບ ການເສີມຂະຫຍາຍເຂົ້າສູ່ ລວງເລິກ, ມີປະສິດທິຜົນ ແລະ ແທດ ເຫມາະຕົວຈິງໃນທຸກຂົງເຂດ; ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງທີ່ໄດ້ໃຫ ການສະໜັບສະໜູນຊ່ວຍເຫລືອ ອັນໃຫຍ່ຫລວງ, ລໍ້າຄ່າ, ທັນ ການ ແລະ ໝົດຈິດ ໝົດໃຈແກ່ພັກ, ລັດ ແລະ ປະຊາຊົນລາວ ໃນເມື່ອກ່ອນ ກໍຄືໃນປັດຈຸບັນ; ພ້ອມທັງຢືນຢັນວ່າເຖິງວ່າຈະຢູ່ ໃນສະຖານະການ ອັນໃດກໍຕາມ, ສປປ ລາວ ກໍຈະເຮັດສຸດຄວາມ ສາມາດຂອງຕົນພ້ອມກັບ ສສ ຫວຽດນາມເພື່ອປົກປັກຮັກສາ ແລະ ເສີມຂະ ຫຍາຍສາຍພົວ ຄວາມສາມັກຄີພິເສດນັ້ນໃຫ້ນັບມື້ນັບມີປະສິດທິຜົນເພື່ອຄວາມ ວັດທະນາຖາວອນຂອງແຕ່ລະ ປະເທດ, ເພື່ອພາລະກິດສັນຕິ ພາບ, ສະຖຽນລະພາບ, ການ ຮ່ວມມື ແລະ ການພັດທະນາຢູ່ ໃນພາກພື້ນ ແລະ ໃນໂລກ. ສະ ຫາຍເລ ຂາທິການໃຫຍ່ ຫງວຽນ ຟູ ຈ້ອງ ແລະ ສະຫາຍປະທານ ປະເທດ ເຈືອງ ເຕິນ ຊາງ ຕີລາ ຄາສູງການຢ້ຽມຢາມ ສສ ຫວຽດ ນາມ ຂອງສະຫາຍ ຈູມມາລີໄຊຍະສອນ ເລຂາທິການ ໃຫຍ່, ປະທານປະເທດແຫ່ງ ສປປ ລາວ ແລະ ໄດ້ສະແດງ ຄວາມຊົມ ເຊີຍ ແລະ ອວຍພອນ ບັນດາຜົນສໍາເລັດອັນໃຫຍ່ຫຼວງ, ສຳຄັນ, ຮອບດ້ານທີ່ພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ ຍາດ ມາໄດ້ໃນໄລຍະທີ່ຜ່ານມາ, ສະແດງຄວາມເຊື່ອໝັ້ນວ່າພາຍ ໃຕ້ການນຳພາອັນຖືກຕ້ອງຂອງພັກ ປປ ລາວ, ປະຊາຊົນລາວ ອ້າຍນ້ອງຈະສາມາດຜ່ານຜ່າ ບັນດາຂໍ້ຫຍຸ້ງຍາກ, ປະຕິບັດບັນ ດາມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ ປປ ລາວ ວາງ ອອກ ແລະ ແຜນພັດທະນາເສດຖະກິດ ແຫ່ງຊາດ 5 ປີ ຄັ້ງທີ VII ໃຫ້ມີ ຜົນສໍາເລັດ, ດຳເນີນກອງຊຸມ ໃຫຍ່ 3 ຂັ້ນເພື່ອກ້າວ ໄປສູ່ການ ດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກ ປປ ລາວ ໃນຕໍ່ໜ້າ; ບັນດາສະຫາຍ ການນຳຂັ້ນສູງ ທັງຢູ່ສູນກາງ ແລະ ທ້ອງຖິ່ນຂອງ ສສ ຫວຽດນາມ ໄດ້ຕີລາຄາສູງຕໍ່ສາຍ ພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກ ຄີພິເສດ ແລະ ການ ຮ່ວມມືຮອບດ້ານລະຫວ່າງສອງ ພັກ ສອງລັດ ແລະ ປະຊາຊົນ ສອງຊາດຫວຽດນາມ-ລາວ ທີ່ນັບມື້ນັບ ໄດ້ຮັບການເສີມຂະ ຫຍາຍເຂົ້າສູ່ລວງເລິກ, ແທດ ຕົວຈິງແລະມີປະສິດທິຜົນໃນທຸກຂົງເຂດອັນເປັນການປະກອບ ສ່ວນຢ່າງ ຕັ້ງໜ້າເຂົ້າໃນພາລະ ກິດແຫ່ງການປ່ຽນແປງໃໝ່, ການປົກປັກຮັກ ແລະ ສ້າງສາປະເທດຊາດຂອງສອງປະເທດ; ສະແດງ ຄວາມຂອບໃຈຕໍ່ພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງທີ່ໄດ້ໃຫ້ການຊ່ວຍເຫລືອອັນໃຫຍ່ຫລວງ, ລໍ້າຄ່າໃນພາລະກິດປົດ ປ່ອຍຊາດ ແລະ ທ້ອນໂຮມປະເທດຊາດໃນເມື່ອກ່ອນ ກໍຄືພາລະກິດແຫ່ງການປ່ຽນ ແປງໃໝ່, ສ້າງສາ ແລະ ປົກປັກຮັກສາ ປະເທດຊາດຫວຽດນາມ ໃນປັດຈຸບັນ.
        ນອກນັ້ນ, ສະຫາຍ ຈູມ ມາລີ ໄຊຍະສອນ ເລຂາທິການ ໃຫຍ່, ປະທານປະເທດໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບ ຂອງສະຫາຍ ເລ ແທງ ຫາຍ ກຳມະ ການກົມການເມືອງສູນກາງພັກ ກອມມູນິດຫວຽດນາມ, ເລຂາ ຄະນະພັກນະຄອນ ໂຮ່ຈີ່ມິງ ແລະ ສະຫາຍ ຫງວຽນ ຊວັນ ຕ້ຽນ, ກຳມະການສູນກາງພັກ, ຮອງ ເລຂາພັກ, ປະທານຄະນະກຳ ມະການປະຊາຊົນ ແຂວງເລິມດົ່ງ, ຢ້ຽມຢາມພື້ນຖານການຜະລິດ ແລະ ວັດທະນະທຳຈຳນວນໜຶ່ງຂອງນະຄອນໂຮ່ຈິມິນ ແລະ ແຂວງເລິມດົ່ງ. ການມາຢ້ຽມ ຢາມ ສສ ຫວຽດນາມ ຄັ້ງນີ້ ເປັນ ການປະກອບສ່ວນອັນສໍາຄັນ ເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບ ທີ່ມີມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມໃຫ້ນັບມື້ຈະເລີນຍິ່ງໆຂຶ້ນກວ່າເກົ່າ.

acttr?p=YTIzMjUxMDQxNji5oLo1vjAurIzxEdT8IanQ2az4AG0ky9BZG5yei9CgjZA%2FKZB3FlTP%2Bxic6FEH9sV3muV5LxAr43XllnPe28P0Zv%2BiNFw%2FikMwmGiTn4bPEoCd0v94yFY7ovdkVZXzJJK%2FQPtmsBabKNOw4sjgwSlA0x3diaudLWXnL%2BLnDVGW8Q%3D%3D&m=FP30_%3A_not_top&t=1408686575834

acttr?p=YTE3ODA4MjcyMzYZrCxT8pIqreSqzF8fmRzBj3dU44q0czNi6UBEx5zq%2FB5zkl3r5qBs00XQyoPMbbnOwNtZeGC7ODLPlqIu%2Fm8CqXFuVpLN7w26OpfyYOd2PCcbJ7O05iu9uIQs5f5OG9NCaJOv%2FGB8vjVF5oqj%2BawIO%2BeGVnNDvf82CKVWv%2BQCeA%3D%3D&m=FP30_%3A_not_top&t=1408730620480



__________________
Anonymous

Date:
RE: ຈູມ ມາລີ ໄຊຍະສອນ ໄປຮັບຄຳສັ່ງຢາກນາຍ ເໜືອຫົວ
Permalink   
 


ລະ​ຫ່ວາງ ພັກ ຄອມມູນິດຫວຽດນາມ ​ແລະ ພັກປະຊາຊົນ ປະຕິວັດລາວ ​ແມ່ນ​ພັກ​ໃດ ບໍລິຫານ​ປະ​ເທດ​ໄດ້​ດີ​ກ່ວາ​ກັນ?



__________________
Anonymous

Date:
Permalink   
 

ຂ ຶ້ນກັບໂຕຊີ້ຫວັດindicator



__________________
Anonymous

Date:
Permalink   
 

ເປັນທັມມະດາ  ປທ ຫົວເມືອງຂຶ້ນ (Colony) ຄື ສປປລ ກໍຕ້ອງໄປລາຍງານ ປທ

ເຈົ້າອານານິຄົມ (Imperial Power) ຄື ວຽດນາມ. ໃຫ້ພວກເຈົ້າຄົນລາວເຂົ້າໃຈວ່າ:

 

ໄກສອນ ພົມວິຫານ ໃດ້ເຊັນ ຍອມເອກກະຣາດ ອະທິປະຕັຍ ໃຫ້ວຽດນາມເປັນຜູ້ ຄຸ້ມຄອງແຕປີ 1977 ພຸ້ນ.

ພວກເຈົ້າຄົນລາວ ມີນາຍໄໝ່ແລ້ວ(New Master) ເຮົາຕ້ອງ ຍອມກົ້ມຫົວ ນັບຖື ແລະ ທໍາໃຈ ຮັບຮູ້ຄວາມຈິງນີ້.

 



__________________
Anonymous

Date:
RE: ຈູມ ມາລີ ໄຊຍະສອນ ໄປຮັບຄຳສັ່ງຈາກນາຍ ເໜືອຫົວ
Permalink   
 


557000009934601.JPEG557000009934602.JPEG

ລາວບໍ່ມີ ເອກກະຣາດ ອະທິປະຕັຍ, ໃຫ້ວຽດນາມເປັນຜູ້ ຄຸ້ມຄອງແຕ່ປີ 1977 ພຸ້ນມາ

ຈົນເຖິງປະຈຸບັນນີ້

acttr?p=YTIyMTgxNDg1MTYHwxySdbd6hLNxmd615s8pkgv%2BntsG6ejNNl5S2ASh5w5A0kLd3mGKtseYrbU45uVm3qxJ0n018sBiGOH0jSLGxFwVeYBrpnWLFdrWolhw4%2BbHDZjUH%2FhBLLjGFFJoRd%2BoGxQRsSpljDwrHB8HaB72lWLELGJwxyD25IveFO9Erg%3D%3D&m=FP30_%3A_not_top&t=1408731960950



__________________
Anonymous

Date:
Permalink   
 

Anonymous wrote:

557000009934601.JPEG557000009934602.JPEG

ລາວບໍ່ມີ ເອກກະຣາດ ອະທິປະຕັຍ, ໃຫ້ວຽດນາມເປັນຜູ້ ຄຸ້ມຄອງແຕ່ປີ 1977 ພຸ້ນມາ

ຈົນເຖິງປະຈຸບັນນີ້

acttr?p=YTIyMTgxNDg1MTYHwxySdbd6hLNxmd615s8pkgv%2BntsG6ejNNl5S2ASh5w5A0kLd3mGKtseYrbU45uVm3qxJ0n018sBiGOH0jSLGxFwVeYBrpnWLFdrWolhw4%2BbHDZjUH%2FhBLLjGFFJoRd%2BoGxQRsSpljDwrHB8HaB72lWLELGJwxyD25IveFO9Erg%3D%3D&m=FP30_%3A_not_top&t=1408731960950


 10613813_1455951811357497_1579739455_n_zpse78782bc.jpg

ເອີ້ນໄປ ເຕືອນ ຫາ້ມຈັບໄມ້ເຖື່ອນ ທີ່ຣົດບັນທຸກໄມ້ແລ່ນເຂົ້າ ຫວຽດນາມ



__________________
Anonymous

Date:
Permalink   
 

ເອີ້ນໄປຮ້າຍທີ່ຈູມມະລີໄປດົມຫຳຈີນ



__________________
Anonymous

Date:
Permalink   
 

Anonymous wrote:

ຂ ຶ້ນກັບໂຕຊີ້ຫວັດindicator


ບໍຮູ້ວ່າ ການບໍລິຫານປະເທດ ມັນມີຈັກ Indicator?

 



__________________
Anonymous

Date:
Permalink   
 

Anonymous wrote:
Anonymous wrote:

ຂ ຶ້ນກັບໂຕຊີ້ຫວັດindicator


ບໍຮູ້ວ່າ ການບໍລິຫານປະເທດ ມັນມີຈັກ Indicator?

 


 ຜູ່ບົງການໃຫຍ່ມີ 11 ໂຕ



__________________
Anonymous

Date:
Permalink   
 

ໄດ້ຍິນໝັດແໝວວ່າຈູມມະລີໄປອໍເຊາະວຽດນາມໃຫ້ມາຊ່ອຍເຫຼືອດັດແປງກົດຣັຖທັມນູນ
ເພາະບັນດານັກກົດໝາຍທີ່ໄດ້ ດຣ. ບໍ່ສາມາດເຮັດໄດ້. ອະນາຄົດຂອງປະເທດລາວໄດ້ຕົກ
ໄປຢູ່ໃນອົ້ງມືຂອງວຽດນາມໄປແລ້ວບໍ?

__________________
Anonymous

Date:
Permalink   
 

ການໄປ ວຽດນາມ ຂອງ ທ່ານ ຈູມມະລີ ໄຊຍະສອນ ຫົວໜ້າ ພັກ ປະຊາຊົນ ປະຕິວັດ ລາວ ໃນ ທ້າຍເດືອນ ສິງຫາ 2014 ນີ້ ກໍເພື່ອ ຂໍຄວາມເຫັນ ໃນການ ແກ້ໄຂ ຣັຖທັມນູນ ສປປ ລາວ.

ການ ແລກປ່ຽນ ການຢ້ຽມຢາມ ຊຶ່ງ ກັນແລະກັນ ຣະຫວ່າງ ຜູ້ນໍາ ສູງສຸດ ສປປລາວ ແລະ ວຽດນາມ ມີມາ ຢ່າງລຽນຕິດ ແລະ ຄັ້ງ ຫລ້າສຸດ ນີ້ ກໍແມ່ນ ທ່ານ ຈູມມະລີ ໄຊຍະສອນ ເລຂາທິການ ໃຫຽ່ ຄນະ ບໍຣິຫານ ງານ ສູນກາງ ພັກ ປະຊາຊົນ ປະຕິວັດ ລາວ ໄປ ຢ້ຽມຢາມ ວຽດນາມ ແຕ່ວັນທີ 18 ຫາ ວັນທີ 21 ສິງຫາ 2014 ຊຶ່ງ ເຫັນວ່າ ມີ ຈຸດປະສົງ ທາງ ການເມືອງ ຫຼາຍກວ່າ ໃນຂນະທີ່ ຜູ້ນໍາລາວ ກໍາລັງ ຫ້າງຫາ ກະຕຣຽມ ປັບປຸງ ແກ້ໄຂ ຣັຖທັມນູນ ຂອງຕົນ ທີ່ ບໍ່ສອດຄ່ອງ ກັບ ສະພາບ ຄວາມເປັນຈິງ ຂອງ ສັງຄົມ ລາວ ຢູ່ນີ້, ຈະເຫັນໄດ້ ຈາກ ການປະກອບ ຄນະ ຜູ້ແທນ ຊຶ່ງ ຄົນສໍາຄັນ ກໍມີແຕ່ ທ່ານ ທອງລຸນ ສີສຸລິດ ກັມການ ກົມການເມືອງ ສູນກາງ ພັກ ຣັຖມົນຕຣີ ກະຊວງ ການ ຕ່າງປະເທສ ແລະ ທ່ານ ຈັນສີ ໂພສີຄໍາ ເລຂາທິການ ສູນກາງ ພັກ, ຫົວໜ້າ ຄນະຈັດຕັ້ງ ສູນກາງພັກ ເທົ່ານັ້ນ.

ທ່ານ ຈູມມະລີ ໄດ້ພົບປະ ກັບ ທ່ານ ຫງວຽນ ຟູ ຈ໊ອງ ເລຂາທິການ ໃຫຽ່ ຄນະ ບໍຣິຫານ ງານ ສູນກາງ ພັກ ຄອມມິວນິສ ວຽດນາມ ຊຶ່ງ ມີ ການກ່າວຂານ ກັນວ່າ ເປັນພັກ ທີ່ ໃຫ້ກໍາເນີດ ພັກ ປະຊາຊົນ ປະຕິວັດ ລາວ ໄດ້ພົບປະ ກັບ ທ່ານ ເຈືອງ ເຕິນ ຊາງ ກັມການ ກົມການເມືອງ ສູນກາງ ພັກ ປະທານ ປະເທສ ວຽດນາມ.

ການ ພົບປະກັນ ຄັ້ງນີ້ ກໍຄືກັນ ກັບ ທຸກໆຄັ້ງ ຜ່ານມາ ແຕ່ລະຝ່າຍ ຕ່າງ ກໍສະແດງ ອອກ ທາງພາຍນອກ ໃຫ້ເຫັນເຖິງ ມິຕພາບ ອັນດູດດື່ມ ຄວາມ ສາມັກຄີ ພິເສດ ການຮ່ວມມື ຮອບດ້ານ ແລະ ຄວາມ ໄວ້ວາງ ໃຈ ຊຶ່ງກັນ ແລະກັນ ຂນະທີ່ ເມື່ອ ທ້າຍເດືອນ ກໍຣະກະດາ ທີ່ ຜ່ານມານີ້ ໃນຣະຫວ່າງ ທີ່ ພົບປະກັບ ທ່ານ Xi Jinping ເລຂາທິການ ໃຫຽ່ ຄນະ ບໍຣິຫານ ງານ ສູນກາງ ພັກ ຄອມມິວນິສ ຈີນ ຢູ່ ກຸງ ປັກກິ່ງ ເມື່ອ ທ້າຍ ເດືອນ ກໍຣະກະດາ ທີ່ ຫາກໍ ຜ່ານມານີ້ ທ່ານ ຈູມມະລີ ໄຊຍະສອນ ກໍໄດ້ກ່າວ ເຖິງການ ເພີ່ມ ທະວີ ມິຕພາບ ແລະ ຄວາມ ສາມັກຄີ ອັນເປັນ ມູນເຊື້ອ ຣະຫວ່າງ ປະຊາຊົນ 2 ຊາດ ລາວ-ຈີນ ແລະ ທັງວ່າ ຈະ ສົ່ງເສີມ ການຮ່ວມມື ຮອບດ້ານ ທັງສາຍ ພັກແລະຣັຖ ຣະຫວ່າງ 2 ປະເທສ ບົນພື້ນຖານ ຂອງການ ພົວພັນ ແບບ ຄູ່ຮ່ວມມື ຍຸທສາດ ຮອບດ້ານ ໝັ້ນຄົງ ຍາວນານ ໂດຍສະແດງ ອອກ ເຖິງ ໄມຕຣີຈິດ ມິຕພາບ ແລະ ຄວາມ ໄວ້ເນື້ອ ເຊື່ອໃຈ ຈີນ ຊຶ່ງ ນັກ ສັງເກດ ການ ການເມືອງ ເບິ່ງຄືວ່າ ສິ່ງ ດັ່ງກ່າວ ກະທົບ ໂດຍກົງ ຕໍ່ ວຽດນາມ ທີ່ມີການ ຂັດແຍ່ງ ກັນແຮງ ກັບ ຈີນ ກ່ຽວກັບ ບັນຫາ ເຂດນໍ້າ ດິນແດນ ຢູ່ທະເລ ຈີນ ໃຕ້ ອັນເປັນທາງ ເດີນ ເຮືອສິນຄ້າ ທີ່ ສໍາຄັນ, ແຫລ່ງ ການປະມົງ ແລະ ເຊື່ອກັນວ່າ ອູດົມ ໄປດ້ວຍ ຊັພຍາກອນ ທັມຊາດ ເຊັ່ນ ນໍ້າມັນ ແລະ ແກັສ ຊຶ່ງ ວຽດນາມ ອ້າງ ເປັນ ກັມມະສິດ ສ່ວນນຶ່ງ ຂນະທີ່ ຈີນ ອ້າງເອົາ ເກືອບວ່າ ທັງໝົດ.

ຢ່າງໃດ ກໍຕາມ ຜູ້ນໍາ ສປປລາວ ປັດຈຸບັນ ກໍ ພຍາຍາມ ຫລີກລ້ຽງ ບັນຫາ ຂັດແຍ່ງ ຣະຫວ່າງ ວຽດນາມ ແລະ ຈີນ ທີ່ວ່ານັ້ນ ຂນະທີ່ ຕົນ ຕ້ອງໄດ້ ອາສັຍ ພັຍເພິ່ງ ການຊ່ວຍເຫລືອ ອັນຈໍາເປັນ ແລະ ຮີບດ່ວນ ຂອງ ທັງ 2 ປະເທສ ນີ້ຢູ່ ເຖິງແມ່ນ ໃນທີ່ສຸດ ຕົນຈໍາເປັນ ທີ່ ຈະຕ້ອງໄດ້ ເຂົ້າຂ້າງໃດ ຂ້າງນຶ່ງ ຫລື ຝ່າຍໃດ ຝ່າຍນຶ່ງ ຢ່າງຫລີກລ້ຽງ ບໍ່ໄດ້ ເມື່ອ ສະພາບການ ບັງຄັບ ແລະ ເວລານັ້ນ ມາເຖິງ. ກ່ອນ ສະພາບການ ບັງຄັບ ແລະ ເວລານັ້ນ ມາເຖິງ ທາງການ ລາວ ກໍຈະເວົ້າ ດີ ທໍາດີ ກັບທັງ ວຽດນາມ ແລະ ຈີນ ຢູ່ຕໍ່ໄປ ດັ່ງ ທີ່ ຈະຮູ້ໄດ້ ຢູ່ໃນມະຕິ 9 ຂອງ ພັກ. ເວົ້າສະເພາະ ຕໍ່ ວຽດນາມ ທ່ານ ຈູມມະລີ ໄດ້ກ່າວວ່າ:

"ພັກເຮົາ ແລະຣັຖ ເຮົາໄດ້ຍຶດໝັ້ນ ຢ່າງສເມີ ຕົ້ນ ສເມີປາຍ ສາຍພົວພັນ ມິຕພາບ ອັນ ຍິ່ງໃຫຽ່ ຄວາມ ສາມັກຄີ ພິເສດ ແລະ ການຮ່ວມມື ຮອບດ້ານ ກັບ ສສ ວຽດນາມ".

ກ່ຽວກັບ ເຣື່ອງນີ້ ນັກ ສັງເກດການ ການເມືອງ ເຫັນວ່າ ພາຍນອກ ເບິ່ງຄືວ່າ ຜູ້ນໍາ ສປປລາວ ເອົາຕົວ ອອກຫ່າງ ຫລື ລອດອອກຈາກ ບັນຫາ ຂັດແຍ່ງ ທີ່ ເປັນພື້ນຖານ ແລະ ຮຸນແຮງ ຣະຫວ່າງ 2 ປະເທສ ວຽດນາມ ກັບ ຈີນ ນັ້ນໄດ້ ຄືວ່າ ສປປ ລາວ ຢູ່ສະບາຍ ແລະ ຢາກໃຫ້ 2 ປະເທສ ນີ້ແກ້ໄຂ ຂໍ້ຂັດ ແຍ່ງ ນັ້ນ ທາງການທູດ ໂດຍ ສັນຕິວິທີ. ແຕ່ໃນ ເນື້ອແທ້ ແລະ ໃນສ່ວນເລິກ ແລ້ວ ແມ່ນ ຮ້ອນຮົນ ແລະ ພຍາຍາມ ເຮັດທຸກສິ່ງ ທຸກຢ່າງ ເພື່ອບໍ່ໃຫ້ ຕົນ ຈົນຕາແຈ ແລະ ຕົກເຂົ້າຫລຸມ ຂອງ ຄວາມຂັດແຍ່ງ ທີ່ວ່ານັ້ນ ເຖິງແມ່ນວ່າ ໃນຣະຫວ່າງ ພົບປະ ກັບ ທ່ານ ຫງຽວນ ຟູ ຈ໊ອງ ແລະ ຜູ້ນໍາ ວຽດນາມ ຄົນອື່ນໆ ທ່ານ ຈູມມະລີ ໄຊຍະສອນ ໄດ້ຢືນຢັນ ວ່າ ເຖິງວ່າ ຈະຢູ່ໃນ ສະຖານະການ ອັນໃດ ກໍຕາມ ສປປລາວ ກໍຈະເຮັດ ສຸດຄວາມ ສາມາດ ຂອງຕົນ ພ້ອມກັບ ສສວຽດນາມ ເພື່ອ ປົກປັກ ຮັກສາ ແລະ ເສີມຂຍາຍ ສາຍ ພົວພັນ ຄວາມ ສາມັກຄີ ພິເສດ ນັ້ນ ໃຫ້ນັບມື້ ນັບມີ ປະສິດທິຜົລ ເພື່ອຄວາມ ວັທນາ ຖາວອນ ຂອງ ແຕ່ລະ ປະເທສ ເພື່ອ ພາລະກິດ ສັນຕິພາບ ສະເຖັຽຣະພາບ ການຮ່ວມມື ແລະ ການພັທນາ ຢູ່ ໃນພາກພື້ນ ແລະ ໃນໂລກ.

 

acttr?p=OTE3MjE3NzcwMx2%2F20nRnri6Up8FFt53PIsFpcpNFeBAUqEnD0MoIl5EfB8uze9VHU1bXBcJtwFuNmberEnSfTXywGIY4fSNIsYSZD5h53xYBD%2B8Cv9%2BxE1PO3wjpWlTqWgiZaeliSW%2BeqgbFBGxKmWMuqHBQsRK4ox9tOKCxCXUuyukOQltCtN0&m=FP30_%3A_not_top&t=1409015698808

acttr?p=YTE0MTk3ODg2NjQHwxySdbd6hLNxmd615s8pd0qSfzvYahvNNl5S2ASh5wPgotVStYIxzTSMir97MJWHzqyhdgyI132GDi50Lf%2BuRy1VVOcQKoRz1rpJ5sbWbCH3HxtMELU55YmIQs5Mdd%2BLtcRonH%2BP%2FpildpL5sRJkA5R2sJh03YK7aenKeA6LJQ%3D%3D&m=FP30_%3A_not_top&t=1409015741428



__________________
Anonymous

Date:
Permalink   
 

ໃນຣະຫວ່າງ ການ ໄປຢ້ຽມຢາມ ວຽດນາມ ຄັ້ງ ຫລ້າສຸດ ນີ້ ກໍວ່າໄດ້ ປຶກສາ ຫາລື ກັນ ກ່ຽວກັບ ທິດທາງ ແຫ່ງການ ເພີ່ມທະວີ ສາຍພົວ ພັນມິຕພາບ ຄວາມ ສາມັກຄີ ພິເສດ ແລະ ການຮ່ວມມື ຮອບດ້ານ ລາວ ວຽດນາມ ໃນ ຕໍ່ໜ້າ ແລະ ທັງ ກ່ຽວກັບ ສະພາບການ ພາກພື້ນ ແລະ ສາກົນ ຈໍານວນນຶ່ງ ຊຶ່ງ ທັງສອງຝ່າຍ ບໍ່ໄດ້ ເປີດເຜີຍ ໃຫ້ ພາຍນອກ ຮູ້ວ່າ ມີບັນຫາ ຢູ່ ທະເລຈີນໃຕ້ ນັ້ນນໍາ ຫລືບໍ່. ໃນການ ໄປ ຢ້ຽມຢາມ ວຽດນາມ ຂອງ ທ່ານ ຈູມມະລີ ໄຊຍະສອນ ຄັ້ງນີ້ ທ່ານ ວັນລັງ ຄໍາສີ ຜູ້ຕາງໜ້າ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ປະຈໍາ ສະຫະຣັຖ ອະເມຣິກາ ມີຂໍ້ ສັງເກດ ຫລາຍຢ່າງ ຮວມທັງ ບ່ອນຍົນ ໄປລົງ ກໍບໍ່ ແມ່ນ ຮ່າໂນ້ຍ ເມືອງຫລວງ ຂອງ ວຽດນາມ ແຕ່ຫາກໄປ ລົງ ນະຄອນ ໂຮຈິມິນ:

"ແຕ່ວ່າການ ຢ້ຽມຢາມ ເທື່ອນີ້ ມີແປກ ນ້ອຍນຶ່ງ ໄປຕ້ອນຮັບ ກັນຢູ່ ໄຊງ່ອນ ພຸ້ນໃດ໋ ຕາມຂ່າວ ຂອງ Vientiane Times ວ່າຊັ້ນເທາະ ໄປ໋ ກະເປັນໜ້າ ສັງເກດ ກ່ອນ ໄປຢ້ຽມຢາມ ວຽດນາມ ຄັ້ງນີ້ ແມ່ນເພີ່ນ ໄດ້ໄປ ຢ້ຽມຢາມ ຈີນ ເພີ່ນໄດ້ ໄປ ວຽດນາມ ອີກ ຊັ້ນນະ ອັນນີ້ມັນ ກໍ ສໍ່ສະແດງ ແນວນຶ່ງອີກ ເພາະວ່າມັນ ລັກສນະ ປະຈໍາ ຢູ່ແລ້ວ ຄັນວ່າ ຜູ້ນໍາລາວ ນີ້ອອກໄປ ຢ້ຽມຢາມ ຫຼື ວ່າມີການ ຕິດຕໍ່ ກັບ ຕ່າງ ປະເທສ ທຸກໆຄັ້ງ ວຽດນາມ ພຍາຍາມ ເຊື້ອເຊີນ ໃຫ້ ຜູ້ນໍາລາວ ນີ້ໄປ ຄັນໄປ ກະວ່າໄປ ຢ້ຽມຢາມ ສາຍສໍາພັນ ຄືເກົ່າ ເຮັດຫຍັງ ກະຕາມ ລາວ ຈະຕ້ອງໄດ້ ໄປຣາຍງານ ໃຫ້ ວຽດນາມ ຖືວ່າ ເປັນຫຸ່ນ ຂອງ ວຽດນາມ ກະວ່າໄດ້".

ແຕ່ ເຖິງຢ່່າງໃດ ກໍມີ ຣາຍງານວ່າ ທ່ານ ຈູມມະລີ ໄດ້ ຕີຣາຄາ ສູງ ສາຍພົວພັນ ທີ່ ມີມູນເຊື້ອ ຄວາມ ສາມັກຄີ ພິເສດ ຣະຫວ່າງ ສອງພັກ ສອງຣັຖ ແລະ ປະຊາຊົນ ສອງ ຊາດລາວ ວຽດນາມ ທີ່ນັບມື້ ນັບໄດ້ ຮັບການ ເສີມຂຍາຍ ເຂົ້າສູ່ ລວງເລິກ, ມີ ປະສິດທິຜົລ ແລະ ແທດຕົວຈິງ ໃນທຸກ ຂົງເຂດ. ພ້ອມກັນ ນັ້ນ ທ່ານກໍໄດ້ ສະແດງ ຄວາມ ຂອບໃຈ ຢ່າງເລິກເຊິ່ງ ຕໍ່ພັກ ຣັຖ ແລະ ປະຊາຊົນ ວຽດນາມ ທີ່ໃຫ້ການ ສນັບ ສນູນ ຊ່ວຍເຫລືອ ອັນໃຫຽ່ຫຼວງ ລໍ້າຄ່າ ທັນການ ແລະ ໝົດຈິດ ໝົດໃຈ ແກ່ພັກ ຣັຖ ແລະ ປະຊາຊົນ ລາວ ເມື່ອ ກ່ອນ ກໍຄືໃນ ປັດຈຸບັນ.

ໃນການ ໄປຢ້ຽມຢາມ ວຽດນາມ ແຕ່ ວັນທີ 18 ຫາວັນທີ 21 ສິງຫາ ນີ້ ນອກຈາກ ໄດ້ພົບປະ ກັບ ທ່ານ ຫງຽວນ ຟູ ຈ໊ອງ ເລຂາທິການ ໃຫຽ່ ຄນະ ບໍຣິຫານ ງານ ສູນກາງ ພັກ ຄອມມິວນິສ ວຽດນາມ ກັບ ທ່ານ ເຈືອງ ເຕິນ ຊາງ ປະທານ ປະເທສ ວຽດນາມ ແລ້ວ ທ່ານ ຈູມມະລີ ໄຊຍະສອນ ຍັງໄດ້ຖືກ ຕ້ອນຮັບ ຈາກ ທ່ານ ເລ ແທັງ ຫາຍ ກັມການ ກົມການເມືອງ ສູນກາງ ພັກ, ເລຂາ ຄນະພັກ ນະຄອນ ໂຮຈິມິນ, ໄດ້ ຢ້ຽມຢາມ ພື້ນທີ່ ການຜລິດ ແລະ ວັທນະທັມ ຈໍານວນ ນຶ່ງ ຢູ່ ນະຄອນໂຮຈິມັນ ແລະ ແຂວງ ເລິມດົ່ງ.

ສລຸບຄວາມ ແລ້ວ ເຫັນວ່າ ໃນການ ໄປ ຢ້ຽມຢາມ ວຽດນາມ ແລະ ການພົບປະ ຣະຫວ່າງ ທ່ານ ຈູມມະລີ ໄຊຍະສອນ ແລະ ທ່ານ ຫງຽວນ ຟູ ຈ໊ອງ ຄັ້ງນີ້ ມີ ແຕ່ເວົ້າເຖິງ ການ ຢືນຢັນ ແນວທາງ ນະໂຍບາຍ ຂອງ ແຕ່ລະ ຝ່າຍ ໃຫ້ກັນຮູ້ ອີກຕື່ມ, ເປັນການ ຢ້ຽມຢາມ ຕາມ ປົກກະຕິ ທີ່ເຄີຍ ປະຕິບັດ ກັນມາ ຕາມ ປະເພນີ ຂອງ ຜູ້ນໍາ ສູງສູດ ສອງ ປະເທສ ທີ່ ປົກຄອງ ດ້ວຍ ຣະບອບ ຜະເດັດການ ນີ້ ແຕ່ ນັກການເມືອງ ຄາດວ່າ ໃນເຣື່ອງ ຕ່າງໆທີ່ ທາງ ຝ່າຍລາວ ແຈ້ງໃຫ້ຝ່າຍ ວຽດນາມ ນັ້ນ ມີຮວມທັງ ການປັບປຸງ ຣັຖທັມນູນ ຂອງ ສປປລາວ ທີ່ ທາງການລາວ ໄດ້ ຈັດຕັ້ງ ຄນະ ກັມການ ຣະດັບ ຊາດ ຊຶ່ງ ປະກອບ ດ້ວຍ 17 ຄົນ ອັນມີ ຍານາງ ປານີ ຢາທໍ່ຕູ້ ປະທານ ສະພາ ແຫ່ງຊາດ ເປັນປະທານ.

acttr?p=YTE0MTk3ODg2NjQHwxySdbd6hLNxmd615s8pd0qSfzvYahvNNl5S2ASh5wPgotVStYIxzTSMir97MJWHzqyhdgyI132GDi50Lf%2BuRy1VVOcQKoRz1rpJ5sbWbCH3HxtMELU55YmIQs5Mdd%2BLtcRonH%2BP%2FpildpL5sRJkA5R2sJh03YK7aenKeA6LJQ%3D%3D&m=FP30_%3A_not_top&t=1409015772774



__________________
Anonymous

Date:
Permalink   
 

ຖ້າຈູມມະລີມາຫາໂອບາມາ, ວຽດນາມຈະມີປະຕິກິຣິຍາແນວໃດ?

__________________
Anonymous

Date:
Permalink   
 

ຂ້າພະເຈົ້າຄິດວ່າ ຜູ້ນຳເຮົາ ຄວນເຮັດໃຫ້ປະຊາຊົນ ຮັກ, ສັດທາ ແລະ ເຫລື່ອມໃສ ຕອບຂໍ້ຂ້ອງໃຈຕໍ່ປະຊາຊົນ ແບບມີເຫດມີຜົນ ແລະຈິງໃຈໃນການ

ແກ້ໄຂບັນຫາ. ຍົກບັນຫາຂື້ນມາ ບໍ່ແມ່ນເຊື່ອງບັນຫາ (ບໍ່ໃຫ້ມີລັກສະນະຄຳແກ້ຕົວ ຄືຫລາຍທ່ານ ທີ່ເວົ້າໃນປະຊຸມສະພາທີ່ຜ່ານມາ)

ແລະຂ້າພະເຈົ້າເຊື່ອວ່າ ປະຊາຊົນລາວເຮົາ ມີຄວາມສາມາດທີ່ຈະແຂ່ງຂັນ ໃນ 10 ປະເທດ ອາຊຽນ ໄດ້ ຂໍພຽງແຕ່ ພັກ ແລະລັດ ເອົາຈິງເອົາຈັງ ວາງມາດຕະຖານ ເງື່ອນໄຂໃນການສຶກສາ ​ແລະ​ສົ່ງ​ເສີມ​ການ​ກະສິກຳ ​ແບບ

ມີ​ວິທະຍາສາດ ແລະນຳພາການປາບປາມການສໍ້ໂກງ.

​ແລະ​ອອກ​ຄຳ​ຂັວນວ່າ "ຜູ້ນຳບໍ່ໂກງ​ກິນ" ຜູ້ນຳ​ເຮັດ​ໄດ້​ບໍ?



__________________
Anonymous

Date:
Permalink   
 

Anonymous wrote:

ຂ້າພະເຈົ້າຄິດວ່າ ຜູ້ນຳເຮົາ ຄວນເຮັດໃຫ້ປະຊາຊົນ ຮັກ, ສັດທາ ແລະ ເຫລື່ອມໃສ ຕອບຂໍ້ຂ້ອງໃຈຕໍ່ປະຊາຊົນ ແບບມີເຫດມີຜົນ ແລະຈິງໃຈໃນການ

ແກ້ໄຂບັນຫາ. ຍົກບັນຫາຂື້ນມາ ບໍ່ແມ່ນເຊື່ອງບັນຫາ (ບໍ່ໃຫ້ມີລັກສະນະຄຳແກ້ຕົວ ຄືຫລາຍທ່ານ ທີ່ເວົ້າໃນປະຊຸມສະພາທີ່ຜ່ານມາ)

ແລະຂ້າພະເຈົ້າເຊື່ອວ່າ ປະຊາຊົນລາວເຮົາ ມີຄວາມສາມາດທີ່ຈະແຂ່ງຂັນ ໃນ 10 ປະເທດ ອາຊຽນ ໄດ້ ຂໍພຽງແຕ່ ພັກ ແລະລັດ ເອົາຈິງເອົາຈັງ ວາງມາດຕະຖານ ເງື່ອນໄຂໃນການສຶກສາ ​ແລະ​ສົ່ງ​ເສີມ​ການ​ກະສິກຳ ​ແບບ

ມີ​ວິທະຍາສາດ ແລະນຳພາການປາບປາມການສໍ້ໂກງ.

​ແລະ​ອອກ​ຄຳ​ຂັວນວ່າ "ຜູ້ນຳບໍ່ໂກງ​ກິນ" ຜູ້ນຳ​ເຮັດ​ໄດ້​ບໍ?


     ໃຫ້ສະຫາຍເຂົ້າໃຈວ່າ ລຖບ ສປປລ ແລະ ຜູ້ນໍາ ບໍ່ແມ່ນ ເປັນ ລຖບ ມາຈາກ ປຊຊ ເພື່ອ ປຊຊ ແລະ ດ້ວຍ ປຊຊ.

  ຫາກເປັນດັ່ງນັ້ນ ມີເຫດຜົນຫັຍງ ທີ່ພວກໂຈນ ປ່າຈໍາພວກນີ້   ຈະໃຫ້ ປຊຊລ ຮັກ ມີສັດທາ ແລະ ເຫື້ລອມໃຈ ຕໍ່ ຜູ້ນໍາ ແລະ ລຖບ?

   ພັກ ແລະ ຜູ້ນໍາ ບໍ່ແຄ  ປຊຊລ ດອກ. ຢ່າລືມວ່າພັກ ປຊຊ ປຕວລ ໃດ້ ອໍານາດມາ ດ້ວຍການຕົ້ມຕົ໋ວ ປິ້ນສັນຍາ...

   ເອົາມືເຊັນ....ແລ້ວ ເອົາຕີນລືບ.  ແກວ ໃດ້ ຍໍ ທ້າວ ສຸພານຸວົງສ໌ ແລະ ທ້າວໄກສອນ ໝັ່ງບັນລັງ. ດັ່ງນັ້ນ ວັນທີສອງທັນວາ

  ຈັ່ງເປັນ ວັນຊາດ ຂອງ  ສປປລ ເປັນຊາດທີ່ເກີດໄໝ່.....ອີງຕາມ DNA ຂອງ doctor Ho Chi Minh ບອກວ່າ ສປປລ..ແມ່ນ

 

          .ອອກມາຈາກ ຫີ  ແກວ



__________________
Anonymous

Date:
Permalink   
 

Anonymous wrote:
Anonymous wrote:
Anonymous wrote:

ຂ ຶ້ນກັບໂຕຊີ້ຫວັດindicator


ບໍຮູ້ວ່າ ການບໍລິຫານປະເທດ ມັນມີຈັກ Indicator?

 


 ຜູ່ບົງການໃຫຍ່ມີ 11 ໂຕ


 ປູ້ໂພດ



__________________
Anonymous

Date:
Permalink   
 

   ສະບາຍດີ ພີ່ນ້ອງເພືອ່ນຮ່ວມຊາດທີ່ຮັກແພງທັງໃນ ແລະ ນອກ ປທ.

 

ພາບພົດ ຜົນອອກມາເຫັນໃດ້ຢ່າງ ປະຈັກຕາຢູ່ແລ້ວວ່າ: ລາວເທີງຊ້າຍເທີງຂົວາແມ່ນ ເປັນ ຝົນມໍຣະສຸມທໍາລາຍຊາດ ມຸ່ນອຸ໋ຍປຸ໋ຍ ປານຮໍາ ຈາກໂຮງສີເຂົ້າເຈັກຟັດ ເມືອງ ປາກເຊ

ປຊຊລ ຕາດໍາໆ ຜູ້ທີ່ ບໍ່ສັງກັດໃນຊ້າຍໃນຂົວາ ຕ້ອງໃດ້ມາຮັບກັມ ຮັບຄວາມເດືອດຮ້ອນ ບາງພາກສ່ວນກາຍເປັນຄົນຊິ້ນຊາດຊິ້ນແຜ່ນດິນ...ຍ້ອນການຂັດແຍ້ງ ບ້າໆບໍ່ໆ ຍອມເປັນ

ຂ້ອຍຂ້າມາ້ໄຊ້ຕ່າງຊາດຂອງພັກການເມືອງຕ່າງໆ. ອັນໃນຄວາມເປັນຈິງອີງຕາມຫັລກຖານ ແມ້ວ່າ ຝ່າຍຂົວາຈະຊົ່ວຊ້າ  ຫາກປຽບໄສ່ກຸ່ມ ສຸກພານຸວົງສ໌-ໄກສອນ ແມ່ນບໍ່ໃດ້ ເຖີງ 5% ຂອງຄວາມ

ຫາຍຍະນະທີ່ບັກເຖົ້າສອງໂຕນີ້ ທໍາ ປະ ປະ ປ ະ ປະ ປະ ປະ ປະ ປະ ປະ  ໄວ້ໃຫ້ແກ່ຊາດ ແກ່ ປຊຊລ.

 

      ຄົນລາວລຸ້ນໄໝ່ ແລະ ລຸ້ນໝ້າ ຕ້ອງແບກພາລະໝັກ   ມ້ຽນຂີ້........ບັກເຖົ້າສະຫລາດສ່ອງໃສສອງໂຕນີ້.



__________________
Anonymous

Date:
Permalink   
 

Anonymous wrote:

   ສະບາຍດີ ພີ່ນ້ອງເພືອ່ນຮ່ວມຊາດທີ່ຮັກແພງທັງໃນ ແລະ ນອກ ປທ.

 

ພາບພົດ ຜົນອອກມາເຫັນໃດ້ຢ່າງ ປະຈັກຕາຢູ່ແລ້ວວ່າ: ລາວເທີງຊ້າຍເທີງຂົວາແມ່ນ ເປັນ ຝົນມໍຣະສຸມທໍາລາຍຊາດ ມຸ່ນອຸ໋ຍປຸ໋ຍ ປານຮໍາ ຈາກໂຮງສີເຂົ້າເຈັກຟັດ ເມືອງ ປາກເຊ

ປຊຊລ ຕາດໍາໆ ຜູ້ທີ່ ບໍ່ສັງກັດໃນຊ້າຍໃນຂົວາ ຕ້ອງໃດ້ມາຮັບກັມ ຮັບຄວາມເດືອດຮ້ອນ ບາງພາກສ່ວນກາຍເປັນຄົນຊິ້ນຊາດຊິ້ນແຜ່ນດິນ...ຍ້ອນການຂັດແຍ້ງ ບ້າໆບໍ່ໆ ຍອມເປັນ

ຂ້ອຍຂ້າມາ້ໄຊ້ຕ່າງຊາດຂອງພັກການເມືອງຕ່າງໆ. ອັນໃນຄວາມເປັນຈິງອີງຕາມຫັລກຖານ ແມ້ວ່າ ຝ່າຍຂົວາຈະຊົ່ວຊ້າ  ຫາກປຽບໄສ່ກຸ່ມ ສຸກພານຸວົງສ໌-ໄກສອນ ແມ່ນບໍ່ໃດ້ ເຖີງ 5% ຂອງຄວາມ

ຫາຍຍະນະທີ່ບັກເຖົ້າສອງໂຕນີ້ ທໍາ ປະ ປະ ປ ະ ປະ ປະ ປະ ປະ ປະ ປະ  ໄວ້ໃຫ້ແກ່ຊາດ ແກ່ ປຊຊລ.

 

      ຄົນລາວລຸ້ນໄໝ່ ແລະ ລຸ້ນໝ້າ ຕ້ອງແບກພາລະໝັກ   ມ້ຽນຂີ້........ບັກເຖົ້າສະຫລາດສ່ອງໃສສອງໂຕນີ້.


 10427366_709093915793259_6129640319566293196_n.jpg?oh=fb86103ead8beba0da1ee2e942ba1a89&oe=5464D6BA

ສັງເກດເບີ່ງໃຫ້ດີໆແລ້ວ ລາວເຮົາເຂົ້າກັນໄດ້ດີ ຊ້າຍ,ຂົວ,ກາງ,

ບັກ ໄກສອນ ໂຜ່ຫົວຂື້ນມາ ທຳໃຫ້ປະເທດຊາດ ແຕກຫັກ

acttr?p=YTQxMjYwMzMzMDkHwxySdbd6hLNxmd615s8pkgv%2BntsG6ejNNl5S2ASh58%2B3p7dc1jk%2FtseYrbU45uVm3qxJ0n018sBiGOH0jSLGqXFuVpLN7w1ZbEV32yjrAicbJ7O05iu9MLR1HPD7scIGZgTQinj905jhkvs2LVhTg8rz3S63865XFCxv4BaOIQ%3D%3D&m=FP30_%3A_not_top&t=1409247927462



__________________
Anonymous

Date:
Permalink   
 


 10427366_709093915793259_6129640319566293196_n.jpg?oh=fb86103ead8beba0da1ee2e942ba1a89&oe=5464D6BA

ສັງເກດເບີ່ງໃຫ້ດີໆແລ້ວ ລາວເຮົາເຂົ້າກັນໄດ້ດີ ຊ້າຍ,ຂົວ,ກາງ,

ບັກ ໄກສອນ ໂຜ່ຫົວຂື້ນມາ ທຳໃຫ້ປະເທດຊາດ ແຕກຫັກ

acttr?p=YTQxMjYwMzMzMDkHwxySdbd6hLNxmd615s8pkgv%2BntsG6ejNNl5S2ASh58%2B3p7dc1jk%2FtseYrbU45uVm3qxJ0n018sBiGOH0jSLGqXFuVpLN7w1ZbEV32yjrAicbJ7O05iu9MLR1HPD7scIGZgTQinj905jhkvs2LVhTg8rz3S63865XFCxv4BaOIQ%3D%3D&m=FP30_%3A_not_top&t=1409247927462


 ພາບນີ້ແມ່ນການເດີນຂະບວນປະທ້ວງໃຫ້ສະຫະຣັດອອກຈາກລາວໃນປີ 1956 ຂອງຝ່າຍເປັນກາງ

ແລະແນວລາວຮັກຊາດທີ່ເມືອງຝັ້ນເມືອງເຄິງ ທົ່ງໄຫຫີນ. ຢູ່ຂວາມືຂອງຮູບໃບນີ່ທີ່ໃສ່ຊຸດສາກົນຍ່າງ

ກົ້ມໜ້າແມ່ນເຈົ້າສຸວັນນະພູມມາຕອນປົບໜີຝ່າຍຂວາໄປລີ້ພັຍຢູ່ທົ່ງໄຫຫີນ. ຢູ່ຕໍ່ກໍມີການເຈລະຈາ

ແລະສັນຍາລວມລາວ 3 ຝ່າຍຂຶ້ນທີ່ນ້ານນາມອນ ເມືອງວັງວຽງແຂວງວຽງຈັນ ແລະສຸວັນນະພູມາກໍ

ກັບຄືນສູ່ວຽງຈັນພ້ອມດ້ວຍຄນະ.

ຮູບໃບນີ້ບໍ່ແມ່ນຕອນນັກຮຽນນັກສຶກສາປະທ້ວງໄລ່ຊາວອາເມຣິກັນອອກຈາກລາວໃນປິ 1973-74

ເດີ້.



__________________
Anonymous

Date:
Permalink   
 

Anonymous wrote:

 10427366_709093915793259_6129640319566293196_n.jpg?oh=fb86103ead8beba0da1ee2e942ba1a89&oe=5464D6BA

ສັງເກດເບີ່ງໃຫ້ດີໆແລ້ວ ລາວເຮົາເຂົ້າກັນໄດ້ດີ ຊ້າຍ,ຂົວ,ກາງ,

ບັກ ໄກສອນ ໂຜ່ຫົວຂື້ນມາ ທຳໃຫ້ປະເທດຊາດ ແຕກຫັກ

acttr?p=YTQxMjYwMzMzMDkHwxySdbd6hLNxmd615s8pkgv%2BntsG6ejNNl5S2ASh58%2B3p7dc1jk%2FtseYrbU45uVm3qxJ0n018sBiGOH0jSLGqXFuVpLN7w1ZbEV32yjrAicbJ7O05iu9MLR1HPD7scIGZgTQinj905jhkvs2LVhTg8rz3S63865XFCxv4BaOIQ%3D%3D&m=FP30_%3A_not_top&t=1409247927462


 ພາບນີ້ແມ່ນການເດີນຂະບວນປະທ້ວງໃຫ້ສະຫະຣັດອອກຈາກລາວໃນປີ 1956 ຂອງຝ່າຍເປັນກາງ

ແລະແນວລາວຮັກຊາດທີ່ເມືອງຝັ້ນເມືອງເຄິງ ທົ່ງໄຫຫີນ. ຢູ່ຂວາມືຂອງຮູບໃບນີ່ທີ່ໃສ່ຊຸດສາກົນຍ່າງ

ກົ້ມໜ້າແມ່ນເຈົ້າສຸວັນນະພູມມາຕອນປົບໜີຝ່າຍຂວາໄປລີ້ພັຍຢູ່ທົ່ງໄຫຫີນ. ຢູ່ຕໍ່ກໍມີການເຈລະຈາ

ແລະສັນຍາລວມລາວ 3 ຝ່າຍຂຶ້ນທີ່ນ້ານນາມອນ ເມືອງວັງວຽງແຂວງວຽງຈັນ ແລະສຸວັນນະພູມາກໍ

ກັບຄືນສູ່ວຽງຈັນພ້ອມດ້ວຍຄນະ.

ຮູບໃບນີ້ບໍ່ແມ່ນຕອນນັກຮຽນນັກສຶກສາປະທ້ວງໄລ່ຊາວອາເມຣິກັນອອກຈາກລາວໃນປິ 1973-74

ເດີ້.


   ຄອບໃຈ ທ່ານຫລາຍໆ ທີ່ໃຫ້ຄວາມກະຈ່າງແຈ້ງ. ຕາຜູ້ຂ້າກໍສະວ່າງຂຶ້ນແນ່ ຮູ້ຈັກວ່າອັນໃດເປັນອັນໃດ ລາຍລະອຽດ

  ທີ່ທ່ານໃຫ້ມາ ທໍາໃຫ້ ການວິເຄາະວິຈັຍງ່າຍຂຶ້ນ. ອີງຕາມຄໍາໃຫ້ການຂອງທ່ານຈາກ ຫັລກຖານຂອງຮູບພາບນີ້

  Anti-American ແມ່ນເປັນພະຍາດມະເຮັງ ເຮື້ອຮັງ ສໍາເຮື້ອມາຢ່າງຊ້ານານ. ຫາກ ສະຫະຣັດອະເມຣິກາ ມັນຊົ່ວຊ້າ

  ຫລາຍ ລ້າຫົວເມືອງຂຶ້ນ ປທ ຕ່າງໆ  ຖາມພວກທ່ານ ຜູ້ອ່ານວ່າ ສຫຣອມຣກ ຕ້ອງການຫັຍງຈາກ ລາວ?

 

 (ກ). ແກງ ໝໍ່ໄມ້ ບໍ? ອະເມຣິກັນ ກິນແກງໝໍ່ໄມ້ບໍ?

  (ຂ). ແຈ່ວແມງດາບໍ?  ອະເມຣິກນັ ກິນແຈ່ວແມງດາບໍ?

  (ຄ). ອະເມຣິກາ ຕ້ອງການ ນໍ້າມະຍາງຈາກລາວບໍ? ອະເມຣິກາໄຕ້ກະບອງ ແລະ ຕ້ອງການນໍ້າມະຍາງຈາກລາວ ບໍ?

 

  ການປະທ້ວງນີ້ ສະແດງໃຫ້ເຫັນຢ່າງເດັ່ນຊັດວ່າ ເປັນການແຊກແຊງຈາກ   ແລະ ມີ   ໂຊວຽດ ແລະ ຈີນແດງ  ຢູ່ເບື້ອງຫັລງ ມ່ານພະກັ້ງເຫັລກ.

 

     ຫາກເຮົາ ບໍ່ມັກໝັງ ໝ້າ ສຫຣອມຣກ ເປັນ ຫັຍງ  ພວກທ່ານ ຈັ່ງແລ່ນຕາຍ  ນໍາກົ້ນມາ ປທ ຈັກກະພັດ?

 

    ມີບ່ອນໃດ ດິນດອນຕອນຫ້ຍາຂອງລາວທີ່ ສຫຣອມຣກ ເອາົໄປ?

(ກ). ສິບສອງພັນນາລື້.....ອະເມຣິກາເອົາບໍ?  (Yes ) or (No).

(ຂ). ສິບສອງເຈົ້າໄທຍ.....ອະເມຣິກາເອົາບໍ?  (Yes ) or (No).

(ງ). ພາກອີ່ສານ ເດ......ອະເມຣິກາເອົາບໍ?  (Yes ) or (No).

 

    ໃຫ້ພວກ ຕາບອດ ຕາຍບໍ່ຫລາບ...ເກັບເອົາຄໍາປຣິສນານີ້ໄປຄຶດໄປອ່ານ......



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard