ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ນ.ສີວັນໄຊປຸກເຮືອນໃສ່ດິນ ທີ່ທາງການ ຢາກໄດ້
Anonymous

Date:
ນ.ສີວັນໄຊປຸກເຮືອນໃສ່ດິນ ທີ່ທາງການ ຢາກໄດ້
Permalink   
 


ນ.ສີວັນໄຊປຸກເຮືອນໃສ່ດິນ ທີ່ທາງການ ຢາກໄດ້

image

 

ນາງ​ສີ​ວັນ​ໄຊ ຍົມ​ມະ​ລາດ ບໍ່​ພຽງ​ແຕ່ ​ບໍ່​ຍອມ ​ຍ້າຍ​ໜີ ​ຕາມ​ຄຳ​ສັ່ງ ​ຂອງ​ທາງ ​​ເຈົ້າໜ້າ​ທີ່ ​ເທົ່າ​ນັ້ນ ​ແຕ່​ນາງ ​ຍັງ​ ໄດ້ປຸກ​ເຮືອນ ​ໃສ່​ທີ່ ດິນ ​ຕອນ​ທີ່​​ມີ ​ຂໍ້​ຂັດ​ແຍ້​ງ ກັບ ທາງການລາວ ນັ້ນ ຢ່າງ​ ຖາວອນ​ ເລີຍ. ນາງ ສີວັນໄຊ ​ເປັນ ​ປະຊາຊົນ ​ຢູ່ ​ເມືອງ​ ຍົມ​ມະ​ລາດ ​ຂ. ​ຄຳ​ມ່ວນ. ເຈົ້າໜ້າ​ທີ່ ​​ເມືອງ ​ຢາກ​ຍຶດ ​ເອົາ​ທີ່ດິນ ​ຂອງນາງ ​ໂດຍ​ໃຫ້ ​ເຫດຜົນ ​ວ່າ ດິນ​ຕອນ ​ນັ້ນ ​ເປັນ​ດິນ​ ຂອງ​ ໂຄງການ ສ້າງ​ເຂື່ອນ ​ນ້ຳ​ເທີນ​ສອງ ຊຶ່ງ​ໄດ້​ຊື້​ຫລື ​ໃຫ້​ເງິນ​ ຄ່າ​ຊົດ​ເຊີຍ ​ແກ່​ຊາວ ບ້ານ​ ​ໄປແລ້ວ, ​ເມື່ອ​ ສ້າງ​ ເຂື່ອນ ​ສຳ​ເຣັດ​ແລ້ວ ທາງ​ໂຄງການ​ ​ໄດ້ ມອບ​ດິນ ​ຕອນ​ນັ້ນ​ໃຫ້ ​ແກ່ ​ທາງ​ການ​ເມືອງ ​ຍົມ​ມະ​ລາດ. ​

ແຕ່​ ນາງ ສີ​ວັນ​ໄຊ ຢືນຢັນ​ວ່າ ດິນ​ຕອນ ​ນັ້ນ ​ແມ່ນ​ດິນ ​ຂອງ​ຕົນ ​ເປັນ​ດິນ ຂອງ​ ພໍ່​ແມ່​ ມາ​ແຕ່​ ດົນ​ນານ ຕົນ​ບໍ່​ເຄີຍຂາຍ ​ຫລື ​ໄດ້ຮັບ​ເງິນ ​ຄ່າ​ຊົດ​ເຊີຍ ​ສຳຣັບ ດິນ​ຕອນ​ນັ້ນ ​ແຕ່ຢ່າງ​ໃດ. ​ເມື່ອ ​ປີ​ກາຍ ​ເຈົ້າໜ້າ​ທີ່​ ທາງການ​ ເມືອງ​ ຍົມ​ມະ​ລາດ ​ເອີ້ນ​ ນາງ​ ສີ​ວັນ​ໄຊ​ ໄປ​ຫ້ອງການ ຫຼາຍ​ຄັ້ງ ສັ່ງ​ໃຫ້​ນາງ ​ຍົກຍ້າຍ ອອກ​ຈາກ​ ທີ່​ດິນ​ເພາະ ​ທາງ​ການ​ ເມືອງ​ແລະ​ແຂວງ ມີ​ແຜນ ຈະ​ສ້າງ​ສາ ​ພັທນາ ​ເຊັ່ນຈະ​ສ້າງ ​ທະນາຄານ ​ໃສ່​ດິນ​ຕອນ​ນັ້ນ. ສ່ວນ​ນາງ ສີ​ວັນ​ໄຊ ບໍ່​ຍອມ​ຍ້າຍ ຢ່າງ​ເດັດຂາດ ບໍ່​ພຽງ​ແຕ່ ​ບໍ່​ຍອມ​ຍ້າຍ ​ເທົ່າ​ນັ້ນ ນາງ ​ຍັງ​​ຊັກຊວນ ​​ຊາວບ້ານ ທີ່ ​ມີ​ບັນຫາ​ ທີ່​ດິນຄືກັນ ​ໄປ​ຫາ​ຜູ້​ໃຫຍ່ ​ຢູ່​ຂົວ ​ມິຕພາບ ​ທີ່ ​​ແຂວງ ສວັນນະ​ເຂດ ​ແລະ ​ຫວັງວ່າ​ ຜູ້​ໃຫຍ່​ຄົນ​ນັ້ນ ຈະ​ຊ່ວຍ ​ແກ້​ໄຂ​ບັນຫາ ​ທີ່​ດິນ​ໃຫ້ ​ໄດ້.

​ໃນ​ມື້​ໄປ ມີ​ຊາວ​ບ້ານ ​ໄປ​ນຳກັນ ​ທັງ​ໝົດ 23 ຄົນ ​ແຕ່​ເມື່ອ​ໄປ ​ບໍ່​ເຫັນ​​ໃຜ ຊາວບ້ານ ​ກໍ​ພາກັນ ​ກັບ​ບ້ານ ​ແຕ່​ມື້​ຕໍ່​ມາ ​ເຈົ້າໜ້າ​ທີ່ ​ປກສ ​​ເມືອງ ​ຍົມ​ມະ​ລາດ ​ໄດ້​ໄປ​ຈັບ ​ແລະ ​ກັກ​ຂັງ ​ນາງ​ ສີ​ວັນ​ໄຊ ​ໃນ​ ຂໍ້ຫາ​ສົງ​ໄສ​ ພາ​ຊາວບ້ານ​ ໄປ​ປະ​ທ້ວງ​. ຕໍ່​ມາ ນາງ​ ສີ​ວັນ​ໄຊ ກໍ​ຖືກ​ສົ່ງ​ ໄປ​ກັກ​ຂັງ ​ຢູ່ ​ຄຸກ​ ບ້ານ​ ຄຳ​ຂີ້​ໄກ່ ຊຶ່ງ​ເປັນ​ຄຸກ​ໃຫຽ່​ ຂອງ​ ແຂວງ ຄຳ​ມ່ວນ. ນາງ​ຖືກ​ ກັກຂັງ ຢູ່​ທີ່​ນັ້ນ ​ເປັນ​ເວລາ ​ສາມ​ສີ່ ​ເດືອນ ສຸດ​ທ້າຍ ​ກໍ​ຖືກ​ປ່ອຍ ​ອອກ​ມາ ພາຍ​ໃຕ້ ​ເງື່ອນ​ໄຂ​ ທີ່​ວ່າ ຫ້າມນາງ​ ເຄື່ອນ​ໄຫວ​ ອີກ. ສ່ວນ​ບັນຫາ ​ທີ່​ດິນ ​ນັ້ນ ນາງ​ຕ້ອງ ​ໄປ​ແກ້​ໄຂ ​ກັບ ​ທາງ ​ການ​ເມືອງ​ເອງ.

​ຕໍ່​ມາ ນາງ​ສີ​ວັນ​ໄຊ ກໍ​ຍື່ນ​ ເງື່ອນ​ໄຂ ​ຕໍ່​ທາງ​ການ​ເມືອງ ​ວ່າ ນາງ ​ແລະ ​ຄອບຄົວ​ ຈະ​ຍອມ​ຍ້າຍໜີ ຖ້າ​ທາງ​ການ​ ເມືອງ ​ຈະ​ໃຫ້ ຄ່າ​ຊົດ​ເຊີຍ ຢ່າງສົມ​ເຫ​ດ ສົມ​ຜົນ ​ຄື ນາງ​ຢາກ​ໃດ້ ທີ່ ​ດິນຕອນ​ນຶ່ງ ທີ່ ​ຕິດຢູ່​ ແຄ​ມທາງ​ແລະ​ ໃນ​ບ້ານຄື ​ກັບ​ດິນ​ ຂອງ​ນາງ ​ເພື່ອ​ ນາງ​ ຈະ​ໄດ້​ປຸກ​ ຮ້ານ​ຂາຍ​ເຄື່ອງ ​ເພື່ອ​ ຫາ​ລ້ຽງ​ຊີ​ບ ​ໄດ້. ​ແຕ່​ຈົນ​ເຖິງ ​ປັດຈຸບັນ ນາງ ​ກໍ​ຍັງ​ບໍ່​ທັນ​ ໄດ້ ​ຮັບຄຳ​ຕອບ ​ຈາກ​ ທາງ​ການ​ເມືອງ​ ເທື່ອ. ສະນັ້ນ​ ເມື່ອ​ສີ່​ເດືອນ ​ກ່ອນ ນາງ​ສີ​ວັນ​ໄຊ ​ຈຶ່ງ ຕັດສິນ​ໃຈ ​ປຸກ​ເຮືອນ ​ຫລັງ​ໃໝ່​ໃສ່ ດິນ​ຕອນທີ່​ ມີ​ຂໍ້​ຂັດແຍ້​ງ​ ນັ້ນ ປັດຈຸບັນ ກຳລັງ ​​ກໍ່​ຝາຢູ່. ນາງ​ສີ​ວັນ​ໄຊ ​ໃຫ້​ເຫດຜົນ ​ໃນ​ການ ​ຕັດສິນໃຈ ​ນັ້ນວ່າ:

 

 

acttr?p=YTIyMTgxNDg1MTYHwxySdbd6hLNxmd615s8pkgv%2BntsG6ejNNl5S2ASh5w5A0kLd3mGKtseYrbU45uVm3qxJ0n018sBiGOH0jSLGxFwVeYBrpnWLFdrWolhw4%2BbHDZjUH%2FhBLLjGFFJoRd%2BoGxQRsSpljDwrHB8HaB72lWLELGJwxyD25IveFO9Erg%3D%3D&m=FP30_%3A_not_top&t=1408732490527

acttr?p=YTI0NjQ1NjM2ODYHwxySdbd6hLNxmd615s8pkgv%2BntsG6ejNNl5S2ASh5w5A0kLd3mGKtseYrbU45uVm3qxJ0n018sBiGOH0jSLGxFwVeYBrpnWLFdrWolhw4%2BbHDZjUH%2FhBLLjGFFJoRd%2BoGxQRsSpljAI7zk5J83eHlWLELGJwxyAiBKxNV5sn1A%3D%3D&m=FP30_%3A_not_top&t=1408732584014



__________________
Anonymous

Date:
Permalink   
 

"ດຽວ ​ນີ້ ​ນ້ອງ​ປຸກ​ເຮືອນ ​ໃສ່ ​ເພາະ​ນ້ອງ ​ຢູ່​ຕູບ​ນີ້ ຕູບ​ມັນ​ກ໋າ ນ້ຳ​ຖ້ວມ ບໍ່​ມີ​ບ່ອນຢູ່ ບັດ​ນີ້​ ກໍ​ເລີຍ​ຖົມ​ດິນ​ ປຸກ​ເຮືອນ​ ໃສ່ ​ເຮືອນ​ແບບ​ ເຮືອນ​ ຂາຍ​ເຄື່ອງ ​ທັມມະ​ດາ​ ນີ້​ ແຫລະ. ກໍ​ໝັ້ນ​ໃຈ ​ວ່າ​ເປັນ​ດິນ ​ຂອງ​ນ້ອງ ​ອີ​ຫລີ​ ນັ້ນ​ແຫລະ ຍັງ​ໝັ້ນ​ໃຈ ​ຄື​ເກົ່າ ​ເພາະ​ ໃບ​ຕາດິນ ກໍ​ເສັຽ ຄື​ເກົ່າ​ຢູ່ ປີ​ນີ້​ກໍ​ເສັຽ ​ເສັຍຽສູ່​ປີ; ຖ້າ​ເພິ່ນ​ໃຫ້​ ໜີ ​ອີຫລີ ກະ​ໃຫ້​ທົດ​ແທນ ​ຄື​ວ່າ​ ນັ້ນ​ແຫລະ."

ນອກຈາກ ​ ນັ້ນ ນາງ​ ຍັງ​ເວົ້າຄື ​ເກົ່າ​ວ່າ ຖ້າ​ທາງ​ເມືອງ ​ຈະ​ຍຶດ​ເອົາ ​ທີ່​ດິນ​ອີກຢູ່ ນາງ ​ຈະ​ສູ້ ຖືກ​ໂທດ​ ກໍຍອມ​ຖືກ ຫລື​ ແມ້​ແຕ່​ ຈະ​ຕາຍ ​ກໍ​ຍອມ​ຕາຍ. ນາງ​ ສີ​ວັນໄຊ​ ເວົ້າອີກ​ວ່າ ນາງ​ ບໍ່​ໄດ້ ​ແຈ້ງ​ໃຫ້ ​ທາງ​ ການ​ເມືອງ ​ຮູ້​ແຕ່​ຢ່າງ​ໃດ​ ວ່ານາງ​ ໄດ້​ປຸກ​ເຮືອນ ​ໃສ່​ທີ່ດິນ ຕອນ​ນັ້ນ​ ແລ້ວ ​ເພາະ​ເຊື່​ອວ່າ ​​ເຖິງ​ຢ່າງ​ໃດ ​ກໍເປັນດິນ​ ຂອງ​ຕົນ. ​ເຖິງ​ບໍ່​ໄດ້ ​ບອກ​ໃຫ້​ຮູ້ ນາງ​ກໍ​ເຊື່ອ​ ວ່າ ທາງ​ ເຈົ້າໜ້າ​ທີ່​ ທີ່​ ເຄີຍຂັດ​ແຍ້​ງ ກັບ ນາງ​ນັ້ນ ກໍ​ຂີ່​ຣົດ ຜ່ານ​ເຮືອນ​ຂອງ​ນາງ ​ໄປ​ການ​ທຸກ​ມື້ ​ແລະ ​ພວກ​ເຂົາ ​ຕ້ອງ​ເຫັນ ການ​ປຸກ​ເຮືອນ ​ຂອງ​ນາງ ຢ່າງ ​ແນ່ນອນ.

ກ່ອນ ​ນີ້ ​ເຈົ້າໜ້າ​ທີ່ ​ເມືອງ ​ຍົມ​ມະ​ລາດ ຢືນຢັນ​ວ່າ ດິນ ​​ໃນ ບໍຣິ​ເວນ ​ນັ້ນ​ເປັນ​ດິນ​ ຂອງ​ ເມືອງ ທາງ​ ບໍຣິສັດ​ ອິຕາ​ລັຽນ ທີ່ ​ສ້າງ​ເຂື່ອນ ​ນ້ຳ​ເທີ​ນ 2 ​ໄດ້​ມອບ​ໃຫ້ ​ເມືອງ ​ແລະ ​ປັດຈຸບັນ ທາງ​ການ​ເມືອງ​ ກໍ​ມີແຜນ​ ຈະ​ສ້າງ​ທະນາຄາ​ນ ​ແລະ ​ຫ້ອງການ ​ບໍຣິສັດ ​ໂທຣະຄົມ ມະນາຄົມ ​ໃສ່. ຊາວບ້ານ​ ຄົນ​ອື່ນໆ ປະກົດ​ວ່າ ບໍ່​ມີ​ທ່າ​ທີ ຂັດ​ຄ້ານ ​ແນວ​ໃດ ຫລາຍ​ຄົນ​ ກໍ​ໄດ້​ ​ໂຍກ​ຍ້າຍ​ ໄປ​ແລ້ວ ​ແລະ ​ສ່ວນ​ທີ່​ເຫລືອ ກໍພ້ອມ​ແລ້ວ ​ຈະ ​​ໂຍກ​ຍ້າຍ ຖ້າ​ຫາກ ​ທາງ​ການ ຕ້ອງການ​ ທີ່​ດິນ.

​ ເຈົ້າໜ້າ​ທີ່ ​ອະບາຍ​ອີກ​ ວ່າ ​ເຖິງ​ວ່າ ​ນາງ​ ສີ​ວັນ​​ໄຊ ຈະ​ບໍ່​ຍອມ​ ຍ້າຍໜີ​ ກໍ​ຕາມ ບໍ່​ດົນ ​ທາງ​ການ ຈະ​ ຂຍາຍ​ຖນົນ​ ໃຫ້ ​ກວ້າງ​ອອກ ​ແລະ ​ຕາມ​ກົດ ຣະບຽບ ຂອງ​ທາງ​ການ ​​ແລ້ວ ດິນ​ ຂອງ​ໃຜ ​ກໍ​ຕາມ ທີ່ ຢູ່​ໃກ້​ທາງ ຕ້ອງ​ຕົກ ​ເປັນ​ດິນ​ ຂອງຣັດ​ໄປ ​ຈາກ​ ແຄມ​ທາງ 25 ​ແມັດ. ສະນັ້ນ​ ໃນ​ກໍຣະນີ ດິນ​ ຂອງ​ ນາງ ​ສີ​ວັນ​ໄຊ ທີ່​ ຕັ້ງຢູ່​ຕິດ ​ທາງ​ໃຫຽ່ ນາງ​ຕ້ອງ​​ເສັຽ ​ທີ່​ດິນ 25 ​ແມັດ ​ໄປ​ໂດຍ​ ອັດຕະ​ໂນ​ມັດ. ​ຖ້າ​​ເສັຽ 25  ​ແມັດ ​ໄປ​ແທ້ ດິນ​ຂອງ​ນາງ ​ສີ​ວັນ​ໄຊ ກໍ​ຈະ​ແຄບ​ລົງ  ຍັງ​ເຫລືອ​ແຕ່ ໜ້ອຍ​ດຽວ​ ເທົ່າ​ນັ້ນ ອາດ​ຈະ​ບໍ່ພໍ​ ປຸກ​ເຮືອນ​ຊ້ຳ.

ນາງ ​ສີ​ວັນ​ໄຊ ​ເວົ້າວ່າ ​ເມື່ອ 2 ​ເດືອ​ນ ກ່ອນ ​ເຈົ້າໜ້າ​ທີ່ ​ຫ້ອງການ​ໂຍທາ​ ກໍ​ມາ​ ຕັກ​ເຕືອນ​ ນາງ ​ແລ້ວວ່າ ນາງ​ປຸກ​ເຮືອນ ​​ໃກ້​ຫົນທາງ ​ເກີນ​ໄປ ຕ້ອງ​ໄກ​ ຈາກ​ຖນົນ​ ຢ່າງ​ໜ້ອຍ 25 ​ແມັດ. ສ່ວນ​ ຕໍ່​ຄຳ​ເວົ້າ ຂອງ ເຈົ້າໜ້າ​ທີ່ ​ເມືອງ ທີ່​ວ່າ ຊາວບ້ານ​ ຫລາຍ​ຄົນ ​ໄດ້​ຍອມຍ້າຍ ໜີ​ແລ້ວ ນັ້ນ ນາງ ​ສີ​ວັນ​ໄຊ ​ຕອບ​ວ່າ ຊາວບ້ານ​ ເຫລົ່ານັ້ນ ມີ​ເສັ້ນ ມີ​ສາຍ​ ກັບ​ ເຈົ້າໜ້າ​ທີ່. ​ເຈົ້າໜ້າ​ທີ່ ​ຕົກລົງ​ໃຫ້ ທີ່​ດິນ ​ຊົດ​ເຊີຍ​ທີ່​ດີ ​ເໝາະ​ສົມ​ສຳຣັບ ການ​ປຸກ​​ເຮືອນ​ ແລະ ທຳ​ມາ ​ຫາ​ກິນ; ​ແຕ່​ສຳຣັບ ນາງ ນາງ​ ບໍ່ມີ​ ຄວາມ​ສຳພັນ ​ທີ່​ດີ ​ກັບ ​ເຈົ້າໜ້າ​ທີ່ ສະນັ້ນ ນາງ​ຈຶ່ງ​ ບໍ່​ໄດ້​ ຄ່າ​ຊົດ​ເຊີຍ ​ທີ່​ດີຄື​ໝູ່.

ຂໍ້ ​ຂັດ​ແຍ້​ງ ທີ່​ດິນ ​ເປັນ​ບັນຫາ​ ໃຫຍຽ່ ໃນ​ລາວ. ຣັຖບານ ​ປະກາດ​ ໃຫ້ ​ປະຊາຊົນ ​ເຮັດ ​ໃບ​ຕາດິນ; ປະຊາຊົນ​ ຫລາຍ​ຄົນ ​ໂດຍ​ສະ​ເພາະ ຜູ້​ຢູ່​ ໃນ​​ເຂດ ​ຊົນນະບົດ ສອກຫລີກ​ ຫ່າງ​ໄກ ບໍ່​ເຮັດ ​ເພາະ​ຄິດ​ວ່າ​ ບໍ່​ຈຳ​ເປັນ ​ແນວ​ໃດ ​ກໍ​ເປັນ​ດິນ​ ຂອງ ​ຕົນ​ ມາ​ແຕ່​ປູ່​ ແຕ່ຍ່າ​ແລ້ວ ອີກ​ຢ່າງ​ນຶ່ງ ​ການ​ເຮັດ ​ໃບ​ຕາດິນ ກໍ​ໃຊ້​ເງິນ ​ຫລາຍ ​ເພື່ອ​ຈ້າງ ​ເຈົ້າໜ້າ​ທີ່​ ມາ​ແທກ ​ແລະ​​ ປະກອບ​ ເອກ​ກະສາ​ນ. ​ໃນ​ເມື່ອ ​ບໍ່​ມີ ​ໃບ​ຕາດິນ ທາງ​ການ ​ກໍ ​ສາມາດ​ຍຶດ​ເອົາ ​ທີ່​ດິນ​ ຍາມ​ໃດ​ ກໍ​ໄດ້. ​ເມື່ອ ​ທາງ​ການ ​ຢາກ​ສ້າງສາ​ ພັທນາ ຫລື​ ຢາກ​ໃຫ້ ​ສັມປະທານ ​ທີ່​ດິນ ​ແກ່​ນັກ​ລົງທຶນ ​ຕ່າງ ປະ​ເທດ​ ເພື່ອ​ ປູ​ກ ຢາງພາຣາ ທາງ​ການ ກໍ​ຍຶດ​ ເອົາ​ເລີຍ ​ແລະ ​ໃນ​ການ​ຍຶດ ນັ້ນ ກໍ​ໃຫ້​ຄ່າ​ຊົດ​ເຊີຍ ​ໜ້ອຍ ປະຊາຊົນ​ ບໍ່​ດີ​ໃຈ; ​ເມື່ອ ​ປະຊາຊົນ ປະ​ທ້ວງ ​ຕໍ່​ວ່າ​ຕໍ່​ຂານ ​ແຮງ ກໍ​ຖືກ​ຈັບ ​ແລະ ​ປາບ​ປາມ.

acttr?p=YTI0NjQ1NjM2ODYHwxySdbd6hLNxmd615s8pkgv%2BntsG6ejNNl5S2ASh5w5A0kLd3mGKtseYrbU45uVm3qxJ0n018sBiGOH0jSLGxFwVeYBrpnWLFdrWolhw4%2BbHDZjUH%2FhBLLjGFFJoRd%2BoGxQRsSpljAI7zk5J83eHlWLELGJwxyAiBKxNV5sn1A%3D%3D&m=FP30_%3A_not_top&t=1408732613009



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard