ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ພັຍນ້ຳຖ້ວມແລະດິນເຈື່ອນຈະ ແຮງຂຶ້ນໃນອະນາຄົດ ອັນໃກ້ໆນີ້
Anonymous

Date:
ພັຍນ້ຳຖ້ວມແລະດິນເຈື່ອນຈະ ແຮງຂຶ້ນໃນອະນາຄົດ ອັນໃກ້ໆນີ້
Permalink   
 


 ພັຍນ້ຳຖ້ວມແລະດິນເຈື່ອນຈະ ແຮງຂຶ້ນໃນອະນາຄົດ ອັນໃກ້ໆນີ້

26d48696-ebcc-49aa-87c3-6864f5958fef.jpeg

 

ຜູ້ທີ່ຂໍ ສງວນຊື່ ທ່ານນຶ່ງ ກ່າວຕໍ່ ນັກຂ່າວ RFA ເມື່ອວັນທີ 20 ສິງຫາ ວ່າ ປະຊາຊົນ ໃນເຂດ ພາກເຫນືອ ຂອງລາວ ຍັງມີ ຄວາມສ່ຽງ ສູງ ທີ່ ຈະປະສົບກັບ ພັຍນ້ຳຖ້ວມ ແລະ ດິນເຈື່ອນ ຢ່າງແຮງ ໃນ ອະນາຄົດ ອັນໃກ້ໆນີ້ ເນື່ອງຈາກ ພວກຂະເຈົ້າ ປຸກເຮືອນໃກ້ ແຄມ ທາງ ລຽບຮ່ອມພູ ອາດເຮັດໃຫ້ ຄົນ ເສັຽຊີວິດ ຢ່າງ ຫຼວງຫຼາຍ. ດັ່ງ ທ່ານ ກ່າວວ່າ:

"ເຣື້ອງການ ເຊາະ ເຈື່ອນ ຕໍ່ໄປນີ້ ດີນຊີ່ໄຫລລົງ ຄືກັນກັບ ປະເທດອື່ນ ໂດຍສະເພາະ ລະແມ່ນ ຂື້ນເມືອ ທາງເຫນືອນີ້ ຂື້ນເມືອ ທາງ ເຫນືອນີ້ ຄົນລະ ປຸກເຮືອນ ຕາມແຄມທາງ ຕາມພູ ລຽບພູຫັ້ນ ໃນເວລາ ນີ້ນັ້ນ ອັນຕຣາຍ ຫລາຍ".

ທ່ານກ່າວ ຕື່ມວ່າ ສາເຫດຫລັກ ທີ່ຈະພາໃຫ້ ເກີດນ້ຳຖ້ວມ ແລະ ດິນເຈື່ອນ ຢ່າງແຮງ ໃນເຂດ ພາກເຫນືອ ນັ້ນ ກໍແມ່ນເກີດຈາກ ການ ຕັດໄມ້ ທຳລາຍປ່າ ຢ່າງ ກວ້າງຂວາງ ການບຸກເບີກ ຫນ້າດິນ ເພື່ອ ສຳຣວດ ແຮ່ທາດ ຮ່ວມໄປຮອດ ໂຄງການ ສ້າງເຂື່ອນ ຫຼາຍແຫ່ງ ໃນລາວ ທີ່ ໄປກວມເອົາ ເນື້ອທີ່ປ່າໄມ້ ທີ່ ອຸ້ມນ້ຳ ຕາມ ທັມມະຊາດ ໃນ ຍາມຝົນ.

10599526_10203231490202570_5832056806714435724_n.jpg?oh=2466abcf4d66fa0d6400370619f654c3&oe=5473DA7C&__gda__=1416181393_65fad86bb378958dbdf8fad2411aaab710522475_10203231491282597_6369932473809428315_n.jpg?oh=0a27cbe551f957a0d717a9b38591c4a3&oe=5464C212&__gda__=1416242436_166e53123c317b840e09b26783e5773d

ໃນຂນະດຽວກັນ ເວລານີ້ ທາງການລາວ ກໍຂາດ ຫນ່ວຍງານ ສະເພາະກິດ ເພື່ອຮັບມື ກັບພັຍພິບັດ ດັ່ງກ່າວ ດັ່ງທີ່ເຫັນມາ ຫລາຍຄັ້ງ ໃນ ອະດີດ ນຶ່ງໃນນັ້ນ ກໍແມ່ນ ໃນຊ່ວງ ລົມພະຍຸ ນົກເຕັນ ພັດເຂົ້າ ພາກໃຕ້ ໃນທີ່ຜ່ານມາ ສ້າງຄວາມ ເສັຽຫາຍ ຢ່າງຫນັກໃຫ້ແກ່ ປະຊາຊົນ ຍ້ອນຂາດ ການຕຣຽມ ຊ່ອຍກູ້ພັຍ. ຖ້າເຫດການ ດັ່ງກ່າວ ເກີດຂື້ນອີກ ໃນເຂດ ພາກເຫນືອ ຈະສ້າງຄວາມ ເສັຽຫາຍ ຢ່າງຫນັກ ໃຫ້ແກ່ ປະຊາຊົນ.



__________________
Anonymous

Date:
RE: ພັຍນ້ຳຖ້ວມແລະດິນເຈື່ອນຈະ ແຮງຂຶ້ນໃນອະນາຄົດ ອັນໃກ້ໆນີ້
Permalink   
 


ໜ່ວຍກູ້ໄພຂອງລາວຈະເກີດຂຶ້ນໄດ້ກໍ່ເມື່ອອົງຄະນາຍາດໃຫ້ການຊ່ອຍເຫຼືອ

ເພາະລັດຖະບານລາວອ່ອນແອຫຼາຍທາງດ້ານການເງິນ, ໜ້າເຫັນໃຈປະຊາຊົນ

ຜູ່ໄຮ້ສຽງຕ້ອງທົນທຸກເພື່ອຄວາມຮັ່ງມີຂອງຜູ່ນຳ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard